ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ້າບໍລິຫານຮົງກົງ ພ້ອມຈະເຈລະຈາກັບ ບັນດາຜູ້ນຳຝ່າຍປະທ້ວງ


ຜູ້ນຳ​ຂັ້ນສູ້​ງຂອງ​ຮົງ​ກົງ ກ່າວ​ວ່າ ທ່ານ​ກຳລັງ​ຫາ​ຊ່ອງທາງ​ເພື່ອ
​ກັບ​ຄືນ​ໄປເຈລະຈາກັນ ກັບບັນດາ​ຜູ້ນຳ​ຝ່າຍ​ປະ​ທ້ວງ​ ເພື່ອ​
ປະຊາທິປະ​ໄຕ ຊຶ່ງ​ປັດຈຸບັນ​ນີ້ ໄດ້ກ້າວ​ເຂົ້າສູ່​ອາທິດ​ທີ 3 ​ແລ້ວ.

ຢູ່ໃນກອງ​ປະຊຸມ​ຖະ​ແຫລ​ງຂ່າວ ໃນ​ວັນ​ພະຫັດ​ມື້​ນີ້ ຫົວໜ້າ​
ບໍລິຫານ​ຮົງ​ກົງ ທ່ານ Leung Chun-ying ກ່າວ​ວ່າ ມີຄົນ​ກາງ
​ກຳລັງຊ່ອຍ​ຈັດ​ແຈງ ​ໃຫ້​ມີ​ການ​ເຈລະຈາ​ກັນຄືນ​ ຊຶ່ງອາດ​ສາມາດ
ມີ​ຂຶ້ນໄດ້ ໃນ​ອາທິດ​ໜ້ານີ້​ ຢ່າງໄວໆ​ທີ່​ສຸດ.

ທ່ານ Leung ກ່າວ​ວ່າ ທ່ານ​ເປີດ​ກວ້າງ​ຕໍ່ການ​ເຈລະຈາ​ ເລື້ອງ​
ສິດທິ​ ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງສຳລັບ​ໝົດ​ທຸກ​ຄົນ ​ແຕ່​ຈະ​ບໍ່
​ພິຈາລະນາ​ ເລື້ອງ​ການ​ຕ່າ​ວປີ້ນ​ການ​ຕັດສິນ​ໃຈ​ຂອງ​ປັກ​ກິ່ງ ທີ່​ຈະ​ເປັນ​ຜູ້​ຄັດ​ເລືອກ​ເອົາ​
ຜູ້ສະມັກ​ແຂ່ງຂັນ​ ໃນ​ການ​ເລືອກ​ຕັ້ງ ຄັ້ງ​ປີ 2017.

ທ່ານ Leung ​ເວົ້າ​ວ່າ “ອຳນາດ​ສູນ​ກາງ​ໄດ້​ກ່າວ​ອອກ​ມາ​ຢ່າງ​ຈະແຈ້ງ​ ​ແລ້ວ​ວ່າ ຈະ​ບໍ່​
ລົບ​ລ້າງ​ການ​ຕັດສິນ​ໃຈ​ຂອງ​ຄະນະ​ກຳມະ​ການ​ຖາວອນ ​ເມື່ອ​ວັນ​ທີ 31 ສິງຫາ​ນັ້ນ.
ນັ້ນ​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເວົ້າ​ໄປ​ແລ້ວ. ​ແລະ​ພວກ​ເຮົາ​ກໍ​ຢາກ​ຈະ​ສຳ​ຫລວດ​ເບິ່ງ​
ກັບ​ພວກ​ເຂົາ​ເຈົ້າ ວ່າ ມີ​ສິ່ງ​ອື່ນ​ໃດ​ອີກ​ແດ່ ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້​ຮ່ວມ​ກັນ ​
ເພື່ອວ່າບັນດາ​ຜູ້​ມີ​ສິດ​ເລືອ​ກຕັ້ງ ຈຳນວນ 5 ລ້ານ​ຄົນ​ຢູ່​ໃນ​ຮົງ​ກົງ​ນີ້ ຈະ​ມີ​ໂອກາດ​
ຄັ້ງ​ທຳ​ອິດ​ ໃນ​ປະຫວັດສາດ​ຂອງ​ຮົງ​ກົງ ປ່ອນ​ບັດ​ເອົາ​ຫົວ​ໜ້າ​ບໍລິຫານ ​ໃນ​ປີ
2017 ນັ້ນ.”

ພາບວີດີໂອ ຈາກສະຖານີໂທລະພາບ TVB ຂອງທ້ອງຖິ່ນ ໄດ້ສະແດງໃຫ້ເຫັນ ຕຳຫຼວດ​ນອກ​ເຄື່ອງ​ແບບ 6 ຄົນ​ແກ່​ລາກ​ພະນັກງານ​ສັງຄົມ​ສົງ​ເຄາະ​ ຄົນ​ນຶ່ງ ໄປຍັງທາງ​ເຂົ້າ​ທີ່​ມືດໆ​ຂອງ​ຕຶກ​ແຫ່ງ​ນຶ່ງ​ ບ່ອນ​ທີ່​ພວກ​ຕຳຫຼວດ​ທັງເຕະ​ທັງ​ຖີບ​ ແລະ​ໃຊ້​ກຳ​ປັ້ນທຸບ​ຕີ​ພະນັກງານ​ຄົນ​ນັ້ນ ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ເປັນ​ເວລາ 4 ນາທີ.

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້



ກ່ອນ​ໜ້າ​ນີ້ ​ເມື່ອ​ຕົ້ນ​ເດືອນ ລັດຖະບານ​ຮົງ​ກົງ​ໄດ້ຕົກລົງ ທີ່​ຈະທຳ​ການ​ເຈລະຈາ​ ແຕ່​ໄດ້​
ຍົກ​ເລີກ ຫຼັງຈາກ​ບັນດາຜູ້ນຳ​ນັກສຶກສາໄດ້​ປະຕິຍານວ່າ ​ຈະ​ຂະຫຍາຍ​ການ​ປະ​ທ້ວງອອກ​ໄປ ຊຶ່ງ​ລັດຖະບານ​ເຫັນ​ວ່າ ​ຜິດ​ກົດໝາຍນັ້ນ.

ໃນ​ວັນ​ຫັດມື້​ນີ້​ ​ກ່ອນ​ການ​ຖະ​ແຫຼງຂ່າວ​ນັ້ນ ເຈົ້າໜ້າ​ທີ່ຕຳຫລວດຮົງ​ກົງ ​ໄດ້​ໃຊ້​ສະ​ເປໝາກ
​ເພັດຂັບ​ໄລ່ ພວກ​ປະ​ທ້ວງ ​ທີ່​ພະຍາຍາມກີດຂວາງ​ຖະໜົນ​ສາຍ​ນຶ່ງ ໃກ້ໆ​ກັບ​ສຳນັກງານ​ໃຫຍ່​ ຂອງລັດຖະບານ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ຕຳຫລວດ 3 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ປະ​ທະ​ກັນ​ລະຍະ​ເວລາ​ສັ້ນໆນັ້ນ ຊຶ່ງ​ໄດ້​ມີ​ຂຶ້ນທ່າມກາງ​ຄວາມໂກດ​ແຄ້ນ​ກ່ຽວ ກັບ​ພາບວີ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນຕຳຫລວດ ທຸບ​ຕີຜູ້​ປະ​ທ້ວງ​ຄົນນຶ່ງ​ ທີ່​ບໍ່​ມີ​ອາວຸດ ​ໃນມື້ວານນີ້.

HONG KONG PROTESTS SOTVO
please wait

No media source currently available

0:00 0:01:30 0:00

XS
SM
MD
LG