ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະທ້ວງ ແລະ ການປະທະກັນ ຍັງດຳເນີນສືບຕໍ່ໄປ ທີ່ຮົງກົງ


ນັກສຶກສາປະທ້ວງ ນິຍົມປະຊາທິປະໄຕ ນອນຕື່ນຂຶ້ນມາ ຫຼັງຈາກຍຶດຄອງຖະໜົນໃນເຂດການເງິນ ທີ່ຮັງກົງ
ວັນທີ 5 ຕຸລາ 2014.
ນັກສຶກສາປະທ້ວງ ນິຍົມປະຊາທິປະໄຕ ນອນຕື່ນຂຶ້ນມາ ຫຼັງຈາກຍຶດຄອງຖະໜົນໃນເຂດການເງິນ ທີ່ຮັງກົງ ວັນທີ 5 ຕຸລາ 2014.

ຕຳຫຼວດ​ຮົງ​ກົງ​ໄດ້​ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງ​ໃນ​ເຊົ້າ​ວັນ
​ອາທິດມື້​ນີ້ ​ໂດຍ​ໃຊ້ Spray ໝາກ​ເຜັດ ​ແລະ​ໄມ້ຄ້ອນ​ ຢູ່
ໃນ​ຄຸ້ມ Mong Kok ຂອງ​ຮົງ​ກົງ ບ່ອນ​ທີ່​ມີ​ການ​ປະ​ທະ​ກັນ
​ຢ່າງ​ຮຸນ​ແຮງ​ ລະຫວ່າງ​ພວກ​ນັກ​ສຶກສາຫົວ​ນິຍົມ​ປະຊາທິ
ປະ​ໄຕ ​ແລະ​ພວກ​ຝ່າຍ​ຄ້ານ​ ເກີດ​ຂຶ້ນ​ໃນ​ມື້ກ່ອນນັ້ນ.

​ໃນ​ແລງ​ວັນ​ເສົາ​ວານ​ນີ້ ບັນດາ​ຜູ້ນຳ​ຂອງ​ສະຫະພັນໃຫຍ່
ຂອງ​ພວກນັກ​ສຶກສາ​ຮົງ​ກົງ​ ໄດ້​ຕົກລົງ​ທີ່​ຈະ​ທຳ​ການ​ເຈລະ
ຈາ​ຮອບ​ໃໝ່​ກັບເຈົ້າ​ໜ້າ​ທີ່​ ຖ້າ​ຫາກ​ທາງ​ລັດຖະບານ​ຮັບ
ປະກັນ ​ທີ່ຈະ​ໃຫ້​ຕຳຫຼວດປົກ​ປ້ອງພວກ​ປະ​ທ້ວງ​ທີ່​ຖືກ​ພວກ
​ແກ໊ງ​ໂຈມ​ຕີ ​ໃນ​ເຂດ Mong Kok ​ໃນ​ວັນ​ສຸກ​ຜ່ານ​ມາ​ນັ້ນ.
ພວກ​ຜູ້ນຳ​ຝ່າຍ​ປະ​ທ້ວງ​ຍັງ​ກ່າວ​ຕື່ມ​ວ່າ ພວກພະນັກງານ​ລັດຖະບານ​ຈະ​ໄດ້​ຮັບ​ອະນຸຍາດ
ໃຫ້ເຂົ້າ​ໄປ​ໃນ​ໂຮງ​ການໄດ້ໃນ​ວັນ​ຈັນ​ມື້​ອື່ນ.

ຫົວໜ້າ​ບໍລິຫານ​ຮົງ​ກົງ ທ່ານ Leung Chun-ying ​ໄດ້​ເຕືອນ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຈະ
​ມີ​ການ​ເຄື່ອນ​ໄຫ​ວທີ່​ຈຳ​ເປັນ​ທຸກ​ຢ່າງ ​ເພື່ອ​ຮັບປະກັນ​ໃຫ້​ພະນັກງານ​ລັດຖະບານກັບ​ຄືນ​
ໄປ​ເຮັດການ​ໄດ້ໃນ​ສັບປະດາ​ນີ້​.

ພວກ​ປະ​ທ້ວງ​ຫຼາຍ​ໝື່ນ​ຄົນ ​ໄດ້​ໂຮມ​ຊຸມນຸມ​ກັນ​ຢູ່​ຂ້າງ​ນອກ​ສຳນັກງານໃຫຍ່​ຂອງ​ລັດຖະ
ບານຮົງ​ກົງ ​ໃນ​ເວລາ​ບໍ່​ດົນ​ຫຼັງ​ຈາກ​ຄຳ​ຖະ​ແຫຼ​ງຂອງ​ທ່ານ Leung ແລະ​ປະຕິຍານ​ວ່າ ຈະສືບ​ຕໍ່​ກົດ​ດັນ​ເພື່ອ​ໃຫ້​ມີບົດບາດ ຫຼາຍ​ຂຶ້ນ​ ໃນ​ການ​ເລືອກ​ເອົາ​ພວກ​ຜູ້ນຳ​ຂອງ​ເຂົາ​ເຈົ້າ. ບັນດາ​ຜູ້ນຳ​ນັກ​ສຶກສາກ່າວ​ວ່າ ພວກ​ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ປ່ອຍ​ໃຫ້​ພວກ​ພະນັກງານ​ ລັດຖະບານ​ກັບ​ຄືນ​ໄປ ຍັງ​ຫ້ອງການ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້ ​ແຕ່​ຈະ​ສືບ​ຕໍ່​ການ​ຍຶດຄອງ​ເຂດການ​ເງິນ​ໃນ​ໃຈກາງ​ເມືອງ ຕໍ່​ໄປ.

hongkongprotests5october14
please wait

No media source currently available

0:00 0:02:20 0:00

XS
SM
MD
LG