ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮົງກົງ ຈັດພິທິຂີດໝາຍ ຄົບຮອບນຶ່ງເດືອນຂອງ ການໂຮມຊຸມນຸມ ປະທ້ວງ


ບັນດາພວກປະທ້ວງ ສະໜັບສະໜູນ ປະຊາທິປະໄຕ ໃນຮົງກົງ
ບັນດາພວກປະທ້ວງ ສະໜັບສະໜູນ ປະຊາທິປະໄຕ ໃນຮົງກົງ

ພວກ​ປະ​ທ້ວງ​ຢູ່ຮົງ​ກົງ ພາກັນ​ສະຫລອງ​ຄົບຮອບ​ນຶ່ງ​ເດືອນ
ໃນການໂຮມຊຸມນຸມ ປ​ະທ້ວງ​ເພື່ອ​ປະຊາທິປະ​ໄຕ ພາຍໃຕ້
ການ​ນຳພາຂອງນັກ​ສຶກສາ​.

ຂີດໝາຍ​ຄົບຮອບໃນວັນ​ອັງຄານ​ມື້​ນີ້ ມີຂື້ນ​ທ່າມກາງ​ສະ
ພາບການບໍ່ໄປບໍ່ມາລະຫວ່າງພວກ​ປະ​ທ້ວງ ​ແລະບັນດາ​
ເຈົ້າ​ໜ້າ​ທີ່ຮົງກົງ ຊຶ່ງເປັນເຂດເຄິ່ງປົກ​ຄອງຕົນ​ເອງ​ຂອງ​
ຈີນນັ້ນ.

ພວກ​ປະ​ທ້ວງ​ຕ້ອງການ​ຢາກ​ໃຫ້ປັກ​ກິ່ງ ຍົກ​ເລີກ​ການ​ຕັດສິນ​
ໃຈ​ຂອງ​ຕົນ ທີ່​ຈະ ຄັດເລືອກເອົາ​ບັນດາ​ຜູ້​ສະມັກ​ເລືອກ​ຕັ້ງ
ຂອງຮົງກົງ ​ໃນ​ປີ 2017 ​ເພື່ອ​ເຂົ້າເປັນ​ຫົວໜ້າບໍລິຫານ.

ແທນທີ່ຈະດຳເນີນການດັ່ງກ່າວ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ປະຕິ​ເສດ ​ໂດຍ​ປະກາດ​ວ່າ ການ​ໂຮມ
ຊຸມນຸມປະທ້ວງ​ນັ້ນ​ຜິດ​ກົດໝາຍ ​ແລະ​ປາບປາມພວກ​ປະ​ທ້ວງ​ຫລາຍເທື່ອ​.

ທ້າວ George Wong ຜູ້ປະ​ທ້ວງ​ຄົນ​ນຶ່ງ ​ໄດ້​ປຸກຕູບຢູ່ໃນເຂດ Admiralty ​ຂອງຮົງກົງໃນ
​ວັນ​ອັງຄານ​ມື້​ນີ້ ກ່າວ​ວ່າ ລາວ​ຕຽມ​ພ້ອມ​ແລ້ວ ​ທີ່​ຈະ “ຕໍ່ສູ້​ໃນ​ລະຍະ​ຍາວ.”

ທ້າວ George Wong ກ່າວ​ວ່າ :

“ທີ່ຈິງແລ້ວ​ມັນ​ເປັນ​ການຕໍ່​ສູ້ອັນ​ຍາວ​ນານ​ແທນ​ທີ່ຈະແມ່ນລະຍະສັ້ນ. ​ແລະ​ຂ້ອຍ​ມີຄວາມ
ຮູ້ສຶກ​ວ່າ ຂ້ອຍບໍ່​ຄິດ​ວ່າໃນຖານະທີ່ເປັນກຸ່ມກ້ອນແລ້ວພວກ​ເຮົາຈະ​ບໍ່ຍິນ​ຍອມໂຍປາດ​ສະ​
ຈາກ​ການ​ຕໍ່ສູ້ ​ແລະ​ພວກ​ເຮົາມາ​ທີ່​ນີ້ ​ເພື່ອສູ້ຕໍ່​ໄປ.”

​ໃນ​ວັນ​ອັງຄານ​ມື້​ນີ້ ພວກ​ປະ​ທ້ວງ​ຈະ​ພາກັນ​ຢືນ​ສະຫງົບສະຕິອາລົມ ເປັນເວລາ 87 ວິນາ​
ທີ. ນີ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຈຳນວນ ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຍິງ​ແກັສນໍ້າ​ຕາ​ເຂົ້າໃສ່
ຝຸງຊົນ​ ໃນ​ມື້​ທຳອິດ​ຂອງ​ການ​ປະ​ທ້ວງ.

ກຸ່ມ​ສຳຄັນ​ທີ່​ຈັດ​ການ​ປະ​ທ້ວງ​ ກໍຄືກຸ່ມຍຶດຄອງ​ສູນ​ກາງ ຫລື Central Occupy​ໄດ້​ຮຽກ
ຮ້ອງໃຫ້ພວກທີ່​ເຂົ້າ​ຮ່ວມ​ ນຸ່ງ​ເຄື່ອງປ້ອງ​ກັນ ​ເຊັນ​ວ່າ ​ໃສ່​ໜ້າ​ກາກ ​ແລະ​ຖື​ຄັນ​ຮົ່ມ ທີ່​ພວກ​
ປະ​ທ້ວງ ​ໃຊ້​ເພື່ອ​ປ້ອງ​ກັນແກັສນໍ້າ ຕານັ້ນ.

ພວກ​ປະ​ທ້ວງໄດ້ກ່າວເນັ້ນ​ເຖິງ​ຊ່ອງ​ຫວ່າງ​ລະຫວ່າງຮຸ້ນຄົນ. ພວກ​ເຮົາ​ຈະ​ມີ​ລາຍງານ
ກ່ຽວກັບເລື້ອງນີ້ ມາສະເໜີທ່ານເພີ້ມເຕີມ ຫລັງ​ຈາກ​ພາກ​ຂ່າວ.

HONG KONG SOTVO
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG