ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮົງກົງບໍ່ອະນຸມັດ ໃຫ້ຄົນໃຊ້ຊາວຕ່າງຊາດ ເປັນຜູ້ຢູ່ອາໄສ ຖາວອນ (ວີດິໂອ)


ນາງ Sringatin (ກາງ) ສະມາຊິກຄົນນຶ່ງ ຂອງສະຫະພັນ ຄົນເຮັດວຽກຮັບໃຊ້ໃນບ້ານເຮືອນ ຮ້ອງໄຫ້ຢູ່ນອກ ສານອຸທອນຂັ້ນສຸດທ້າຍ ຂອງຮົງກົງ ໃນວັນທີ 25 ມີນາ 2013.
ນາງ Sringatin (ກາງ) ສະມາຊິກຄົນນຶ່ງ ຂອງສະຫະພັນ ຄົນເຮັດວຽກຮັບໃຊ້ໃນບ້ານເຮືອນ ຮ້ອງໄຫ້ຢູ່ນອກ ສານອຸທອນຂັ້ນສຸດທ້າຍ ຂອງຮົງກົງ ໃນວັນທີ 25 ມີນາ 2013.
ສານສູງສຸດຂອງຮົງກົງ ໄດ້ປະຕິເສດ ບໍ່ຮັບພິຈາລະນາຄະດີນຶ່ງ
ທີ່ຈະອະນຸມັດ ໃຫ້ ພວກຊ່ວຍວຽກຢູ່ໃນບ້ານເຮືອນຫຼືຄົນໃຊ້ ທີ່
ເປັນຊາວຕ່າງປະເທດ ຈໍານວນຫຼາຍແສນຄົນ ມີສິດຮ້ອງຂໍເອົາ ສະຖານະພາບການເປັນຜູ້ຢູ່ອາໄສຖາວອນໄດ້ຊຶ່ງຈະອໍານວຍໃຫ້ ເຂົາເຈົ້າມີສິດທິອັນດຽວກັນກັບຄົນງານຕ່າງປະເທດກຸ່ມ ອື່ນໆນັ້ນ.

ສານອຸທອນຂັ້ນສຸດທ້າຍທີ່ມີຜູ້ພິພາກສາ 5 ຄົນ ໄດ້ເຫັນພ້ອມກັນ
ຢ່າງເປັນເອກະສັນກັນນໍາຄໍາຕັດສິນຂອງຕົນ ໃນວັນຈັນມື້ນີ້ ຊຶ່ງ
ເປັນຄໍາຕັດສິນທີ່ ເຂົ້າຂ້າງກັບລັດຖະບານ ທີ່ໄດ້ໂຕ້ແຍ້ງວ່າ ຄໍາ ຕັດສິນທີ່ເປັນຜົນດີແກ່ພວກ ຄົນງານດັ່ງກ່າວ ຈະເຮັດໃຫ້ຈໍານວນ
ພົນລະເມືອງຂອງຮົງກົງ ທີ່ແໜ້ນໜາເກີນໄປຢູ່ແລ້ວນັ້ນ ລົ້ນເມືອງ
ໄປອີກ.

ທະນາຍຄວາມຂອງພວກເຮັດວຽກເປັນຄົນໃຊ້ໃນເຮືອນຈາກຟີລິບປິນສອງຄົນທີ່ໄດ້ທໍາ
ການຟ້ອງຮ້ອງ ໃນຄະດີດັ່ງກ່າວ ໄດ້ໂຕ້ແຍ້ງວ່າ ຂໍ້ກໍານົດກ່ຽວກັບຄົນເຂົ້າເມືອງ ທີ່ຫ້າມ
ຄົນເຮັດວຽກຮັບໃຊ້ຢູ່ໃນເຮືອນ ບໍ່ໃຫ້ມີສິດເປັນຜູ້ຢູ່ອາໄສຖາວອນໄດ້ນັ້ນ ແມ່ນບໍ່ຖືກ
ຕ້ອງຕາມລັດຖະທໍາມະນູນ.

ສານເວົ້າວ່າ ຄົນເຮັດວຽກເປັນຄົນຮັບໃຊ້ ມີພັນທະໃນການກັບຄືນບ້ານເກີດເມືອງນອນ
ຂອງຕົນ ເວລາໝົດສັນຍາຂອງຕົນແລ້ວ ແລະວ່າເຂົາເຈົ້າໄດ້ຖືກ ບອກໃຫ້ຮູ້ຕັ້ງແຕ່ຫົວທີ
ແລ້ວວ່າ ການໃຫ້ເຂົ້າເມືອງ ບໍ່ແມ່ນເພື່ອຈຸດປະສົງໃຫ້ເຂົ້າໄປຕັ້ງຖິ່ນຖານໃນເມືອງນັ້ນ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້:

XS
SM
MD
LG