ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດຮົງກົງ ທຳການກວດລ້າງ ພື້ນທີ່ບ່ອນປະທ້ວງຫລັກ ຂອງພວກນິຍົມປະຊາທິປະໄຕ


ພວກສະໜັບສະໜຸນປະຊາທິປະໄຕ ສັ່ງລາກັນ ຢູ່ຂ້າງ ປ້າຍທີ່ຂຽນວ່າ "ພວກເຮົາຈະກັບມາອີກ," ວັນທີ 11 ທັນວາ 2014.
ພວກສະໜັບສະໜຸນປະຊາທິປະໄຕ ສັ່ງລາກັນ ຢູ່ຂ້າງ ປ້າຍທີ່ຂຽນວ່າ "ພວກເຮົາຈະກັບມາອີກ," ວັນທີ 11 ທັນວາ 2014.

ຕຳຫຼວດຮົງ​ກົງ​ໄດ້ທຳ​ການ​ຈັບ​ກຸມ​ພວກ​ປະ​ທ້ວງທີ່​ຂັດ​ຂືນ ​ບໍ່
​ຍອມ​ໜີ​ອອກຈາກບໍລິ​ເວນທີ່​ເປັນຈຸດ​ປະ​ທ້ວງ​ຫລັກ ຂອງ​ພວກ
​ນິຍົມ​ປະຊາທິປະໄຕ​ ທີ່​ຕຳຫລວດ​ກຳລັງ​ເຂົ້າ​ໄປ​ທັບ​ມ້າງ ໃຫ້
​ຄົນ​ອອກ​ຈາກ​ພື້ນ​ທີ່​ດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້.

ປະຊາຊົນ​ຫຼາຍ​ສິບຄົນ​ໄດ້​ພາກັນ​ທ້າ​ທາຍ​ຕໍ່​ຄຳ​ສັ່ງ​ຂອງ​ຕຳຫຼວດ
ໃຫ້ອອກ​ໄປ​ຈາກຄ້າຍ​ປະ​ທ້ວງ ​ໃນຄຸ້ມ Admiralty ໃກ້ໆ​ກັບ
​ສຳນັກງານ​ ​ລັດຖະບານ ບ່ອນ​ທີ່​ພວກ​ປະ​ທ້ວງ​ໄດ້​ພາກັນ​ຊຸມ
ນຸມ​ປະ​ທ້ວງ​ມາ​ເປັນ​ເວລາ 75 ມື້​ນັ້ນ.

ພາຍຫຼັງ​ການ​ອອກ​ຄຳ​ເຕືອນ​ມາ​ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງ ພວກ
​ຕຳຫຼວດໄດ້​ເລີ້ມ​ແກ່​ລາກ​ພວກ​ປະ​ທ້ວງອອກ​ໄປເທື່ອ​ລະ​ຄົນ ​ໃນ​ຂະນະ​ທີ່​ພວກເພື່ອນ​ປະ​ທ້ວງ​ດ້ວຍ​ກັນມອງ​ເບິ່ງ ​ແລະ​ພາກັນ​ຮ້ອງ​ເຊຍ​ໃຫ້​ກຳລັງ​ໃຈຢູ່​ນັ້ນ.

ພວກ​ສະມາຊິກ​ສະພານິຕິບັນຍັດ​ຝ່າຍ​ຄ້ານ​ຫຼາຍ​ຄົນ ​ແລະ​ພວກນັກ​ສຶກ ສາ​ທີ່ຈັດ​ແຈງ​ການ​ປະ​ທ້ວງ ຫຼາຍ​ຄົນກໍ​ຮວມຢູ່​ໃນ​ພວກ​ທີ່​ຖືກ​ຈັບ​ກຸມ​ນັ້ນ. ​ແຕ່​ຈຳນວນ​ທີ່​ແນ່ນອນ​ຂອງ​ພວກ​ທີ່​ຖືກ​ຈັບ​ກຸມ​ນັ້ນ ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ໃນ​ເວລາ​ນີ້.

Hong Kong Clears Remaining Protest Sites
please wait

No media source currently available

0:00 0:01:37 0:00

​ພໍ​ຮອດ​ເວລາ​ຄໍ່າ​ມາ ​ເຈົ້າ​ໜ້າ​ທີ່​ກໍໄດ້​ມ້າງ​ພວກ​ຕູບ​ຜ້າ​ຕັ້ງ ແລະ​ສິ່ງ​ກີດ​ກັນ​ຖະໜົນຫົນທາງ​ສ່ວນ​ຫຼາຍ ​ອອກ​ຈາກ​ຄ້າຍ​ຂອງ​ພວກ​ປະ​ທ້ວງທີ່​ໄດ້ເນັ່ງ​ຍາວ​ຢຽດ ກວມ​ພື້ນ​ທີ່​ອັນ​ກວ້າງ​ໃຫຍ່​ຂອງ​ຖະໜົນ​ຫຼວງສາຍ​ນຶ່ງ ​ທີ່​ມີ 8 lanes ນັ້ນ.

ຕຳຫລວດ​ແລະພວກ​ພະນັກງານ​ສົ່ງ​ໝາຍ​ຈັບ ພາກັນປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ສານ​ສູງ ທີ່ອະນຸມັດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ໄຂ​ການ​ຈະລາຈອນ​ໄປມາ​ໃນ​ຄຸ້ມ Admiralty ນັ້ນຄືນ. ການ​ເຄື່ອນ​ໄຫວ​ໃນ​ທຳນອງ​ດຽວ​ກັນ​ ຄາດ​ວ່າຈະ​ມີ​ຂຶ້ນ​ໃນໄວໆ​ນີ້ ​ໃນເຂດ​ປະ​ທ້ວງ​ທີ່​ນ້ອຍ​ກວ່າ
​ຢູ່​ຄຸ້ມ​ Causeway Bay​.

ພວກ​ປະ​ທ້ວງ​ບາງ​ຄົນ ທີ່​ໄດ້​ທຳ​ການ​ຈັດຕັ້ງ​ຄ້າຍ​ປະ​ທ້ວງ ​ໃນລະຍະ​ເວລາ 2 ​ເດືອນ​ປາຍ​ຜ່ານ​ມາ​ນີ້ ​ໄດ້​ພາກັນ​ຫລັ່ງ​ນ້ຳຕາ. ບາງ​ຄົນ​ພາກັນ​ຖື​ປ້າຍ​ທີ່​ເວົ້າ​ວ່າ “ພວກ​ເຮົາ​ຈະ​ກັບ​ຄືນ​ມາ​ອີກ.”

hongkongprotests11december14
please wait

No media source currently available

0:00 0:00:56 0:00

XS
SM
MD
LG