ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮົງກົງ ເລືອກຜູ້ນຳແມ່ຍິງຄົນທຳອິດ ເປັນຫົວໜ້າບໍຣິຫານ


ທ່ານນາງ Carrie Lam ຍົກມືທັກທາຍ ຫຼັງຈາກທ່ານນາງ
ໄດ້ຊະນະການເລືອກຕັ້ງສຳລັບຕຳແໜ່ງຜູ້ບໍລິຫານລະດັບສູງ.
26 ມີນາ, 2017.
ທ່ານນາງ Carrie Lam ຍົກມືທັກທາຍ ຫຼັງຈາກທ່ານນາງ ໄດ້ຊະນະການເລືອກຕັ້ງສຳລັບຕຳແໜ່ງຜູ້ບໍລິຫານລະດັບສູງ. 26 ມີນາ, 2017.

ທ່ານນາງ Carrie Lamຂ້າລັດຖະການພົນລະເຮືອນອາວຸໂສ ໄດ້ຮັບໄຊຊະນະຈາກຄະ
ນະກຳມາທິການການເລືອກຕັ້ງທີ່ນິຍົມ ຈີນ ແຜ່ນດິນໃຫຍ່ ໃຫ້ເປັນຫົວໜ້າບໍລິຫານແມ່ ຍິງຄົນທຳອິດຂອງ ຮົງກົງ.

ຫົວໜ້າຝ່າຍປົກຄອງ ຮົງກົງ ຖືກເລືອກຂຶ້ນມາໂດຍໂດຍຄະນະກຳມາທິການປະກອບ
ດ້ວຍ 1,200 ທ່ານ ອັນລວມມີພວກເສດຖີທັງຫຼາຍ ແລະພວກທະນາຍຄວາມ ໂດຍປະ ປ່ອຍຊາວເມືອງເປັນຈຳນວນລ້ານໆຄົນ ບໍ່ໃຫ້ໄດ້ປ່ອນບັດເອົາຜູ້ນຳຂອງພວກເຂົາເຈົ້າ.

ໄຊຊະນະຂອງທ່ານນາງ Lamໄວ 59 ປີ ດ້ວຍຄະແນນສຽງ 777 ສຽງ ບໍ່ໄດ້ສ້າງຄວາມ ແປກປະຫຼາດໃຈຫຍັງ ໃນເມື່ອນະຄອນຫຼວງ ປັກກິ່ງ ໄດ້ຊ່ອຍໂຄສະນາໃຫ້ທ່ານນາງມາ
ຢ່າງ ໃຫຍ່ຢູ່ແລ້ວ. ກ່ອນການເລືອກຕັ້ງໃນວັນອາທິດມື້ນີ້ ທ່ານນາງໄດ້ເປັນຮອງຫົວໜ້າ
ຜູ້ປົກຄອງ ຮົງກົງ.

ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕທັງຫຼາຍ ໄດ້ພາກັນເປັນຫ່ວງນຳໄຊຊະນະ ຂອງທ່ານນາງ Lam ແລະແນວໂນ້ມຂອງທ່ານນາງທີ່ອຽງໄປຫາ ຈີນ ແຜ່ນດິນໃຫຍ່ນັ້ນ. ພວກເຂົາເຈົ້າພາກັນສົງໄສວ່າຮົງກົງຈະຖືກແຊກແຊງຈາກຈີນຫຼາຍຂຶ້ນເລື້ອຍໆ ທັງ
ຢ້ານວ່າຈະສູນເສຍ ອະດີດລະບົບຫົວເມືອງຂຶ້ນຂອງ ອັງກິດ ຄືນະໂຍບາຍ “ປະເທດ
ດຽວ ສອງລະບອບ”
ໄປທີ່ຄໍ້າປະກັນອິດສະລະພາບຢ່າງກວ້າງຂວາງຂອງ ຮົງກົງ ນັ້ນ.

ທ່ານນາງ Lam ໄດ້ກ່າວໃນວັນອາທິດມື້ນີ້ວ່າ ຮົງກົງ “ໄດ້ຮັບຄວາມຫຍຸ້ງຍາກລຳບາກ
ມາ ຍ້ອນການແຕກແຍກກັນຢ່າງຮ້າຍແຮງ ທັງໄດ້ຮັບຄວາມກະວົນກະວາຍມາຢ່າງ ໃຫຍ່ແລ້ວ.”
ເພາະສະນັ້ນທ່ານນາງຈຶ່ງວ່າ “ວຽກງານບຸຣິມະສິດຂອງທ່ານນາງຈຶ່ງຈະ ແມ່ນການຮຳບາດແຜຄວາມແຕກແຍກນີ້ກ່ອນອື່ນ.”

ພວກນັກວິເຄາະທາງດ້ານການເມືອງກ່າວວ່າ ນອກນັ້ນ ທ່ານນາງ Lam ຍັງຈະຕ້ອງໄດ້
ຫາທາງຮື້ຟື້ນເສດຖະກິດຂອງ ຮົງກົງ ທັງຈະຊອກຫາຊ່ອງທາງແກ້ໄຂບັນຫາຄວາມບໍ່
ສະເໝີພາບນຳ.

ທ່ານ Joshua Wong ນັກສຶກສາເຄື່ອນໄຫວທີ່ມີຊື່ສຽງກ່າວວ່າ ໄຊຊະນະຂອງທ່ານ
ນາງ Lam ເປັນ “ຄວາມຝັນຮ້າຍ” ຂອງຮົງກົງ.

Veteran civil servant Carrie Lam has won the vote by a pro-China election committee to become Hong Kong's first female chief executive.

Hong Kong's chief is elected by committee of 1,200 that includes tycoons and lawmakers, leaving millions of residents unable to vote for their leader.

The 59-year-old Lam's victory with 777 votes was no surprise since Beijing had lobbied heavily for her.She was Hong Kong's number two official before Sunday's vote.

Democracy activists are concerned about Lam's win and her pro-China tendencies.They are leery of China's growing interference in Hong Kong and fearful of losing the former British colony's "one country, two systems" formula that guarantees Hong Kong wide-ranging freedoms.

Lam said Sunday Hong Kong "is suffering from quite a serious divisiveness and has accumulated a lot of frustrations." She said her "priority will be to heal the divide."

Political analysts say Lam must also seek to revive Hong Kong's economy and address growing social inequalities.

Joshua Wong, a prominent student activist said Lam's win is a "nightmare for Hong Kong."

XS
SM
MD
LG