ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກໂທດ 358 ຄົນ ເສຍຊີວິດ ຍ້ອນໄຟໄໝ້ຄຸກ ທີ່ Honduras (ເບິ່ງສະໄລດ໌)


ພວກເຈົ້າໜ້າທີ່ກູ້ໄພຮອນດູຣັສ ກໍາລັງຍົກຍ້າຍສົບຂອງນັກໂທດ ທີ່ເສຍຊີວິດຍ້ອນຖືກໄພໄໝ້
ພວກເຈົ້າໜ້າທີ່ກູ້ໄພຮອນດູຣັສ ກໍາລັງຍົກຍ້າຍສົບຂອງນັກໂທດ ທີ່ເສຍຊີວິດຍ້ອນຖືກໄພໄໝ້

ພວກ​ເຈົ້າໜ້າ​ທີ່​ໃນ​ປະ​ເທດ​ຮອນ​ດູຣັສກ່າວ​ວ່າ ​ເຫດ​ໄຟ​ໄໝ້​ຄັ້ງ​ໃຫຍ່ທີ່​ໄດ້ ​ເອົາ​ຊີວິດ​ພວກ
ນັກ​ໂທດຈໍາ​ຄຸກ​ຫລາຍ​ກວ່າ 300 ຄົນ ຢູ່​ຄຸກ​ທີ່ແອ​ອັດ​ໄປດ້ວຍ​ນັກ​ໂທດ​ແຫ່ງ​ນຶ່ງນັ້ນ ​ແມ່ນ
ນັກ​ໂທດ​ເອງ​ເປັນ​ຜູ້​ກໍ່​ໄຟໃຫ້​ລຸກໄໝ້.

ເຫດ​ໄຟໄໝ້​ຄັ້ງ​ນີ້ ມີພວກ​ນັກ​ໂທດເສຍ​ຊີວິດຢ່າງ​ໜ້ອຍ 358 ຄົນ ທີ່​ຄຸກໃນເຂດກະສິກຳ​
ທີ່​ເມືອງ Comayugua ທີ່​ຕັ້ງ​ຢູ່​ທິດ​ເໜືອ​ຂອງ​ເມືອງ​ຫຼວງ Tegucigalpa ຊຶ່ງ​ນັບ​ວ່າ​ເປັນ
ເຫດການ​ໄຟໄໝ້​ຄຸກ ​ທີ່​ຮ້າຍ​ແຮງທີ່​ສຸດເປັນປະວັດ​ການຂອງ​ໂລກ​ພວກ​ນັກ​ໂທດ​ຫຼາຍຄົນ
ຂາດອາກາດ​ຫາຍ​ໃຈ​ໃນ​ຫ້ອງ​ຄຸກ​ຂອງ​ພວກ​ເຂົາ​ເຈົ້າ ຫລື​ບໍ່​ກໍ​ຖືກ​ໄຟໄໝ້​ຈົນ​ຕາຍ.

ທ່ານນາງ Paola Castro ​ເຈົ້າແຂວງໆ Comayugua ກ່າວ​ວ່າ ຕົນໄດ້​ຮັບ​ແຈ້ງ​ເຫດ​
ທາງ​ໂທລະສັບ​ຈາກ​ນັກ​ໂທດ​ຜູ້​ນຶ່ງ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ອັງຄານ ວ່າ​ນັກ​ໂທດອີກ​ຜູ້​ນຶ່ງ​
ໄດ້​ຈູດ​ເສື່ອ​ນອນ.

ພວກ​ທີ່​ລອດ​ຊີວິດ​ຫຼາຍຄົນ ພາກັນ​ເອົາ​ຕົວ​ຫຼົບໜີ ​ໂດຍ​ການ​ມ້າງ​ແຜ່ນ​ໂລ ຫະມຸງຫຼັງຄາ
ຂອງ​ຄຸກ. ພວກ​ຍາມ​ຄຸກ​ຍິງ​ປືນ​ຂຶ້ນ​ຟ້າ ​ໃນ​ຂະນະ​ທີ່​ພວກ​ນັກ​ໂທດ​ໃນຄຸກຫຼົບໜີໄຟ ​ໂດຍ​
ເຊື່ອ​ວ່າ ​ພວກ​ເຂົາ​ເຈົ້າ​ໄດ້​ກໍການ​ຈະລາຈົນ​ຂຶ້ນ.

ທ່ານ Porfirio Lobo ປະທານາທິບໍດີ​ຮອນ​ດູຣັສ ປະກາດ​ໃນ​ລະຫວ່າງຖະ​ແຫລ​ງການ
ຕໍ່​ປະ​ເທດ​ຊາດ​ທາງ​ໂທລະພາບເມື່ອ​ວັນ​ພຸດ​ວານ​ນີ້​ວ່າທ່ານໄດ້​ສັ່ງ​ໃຫ້ຜູ້​ອໍານວຍ​ການຄວບ
ຄຸມລະບົບ​ຄຸກ​ແຫ່ງ​ຊາດພັກ​ການ ພ້ອມ​ທັງ​ຜູ້​ອໍານວຍ​ການ​ຄຸມຄຸກ​ເມືອງ Comayagua
ທີ່​ເກີດ​ໄຟໄໝ້​ດັ່ງກ່າວ​ນັ້ນ​ນໍາ.

XS
SM
MD
LG