ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Kelly ກ່າວວ່າ ຈະບໍ່​ເອົາ ມາດ​ຕະການ ​​ຮ້າຍ​ແຮງ​ເກີນ​ໄປ ຕໍ່ເມືອງໃຫ້ບ່ອນຫຼົບລີ້


ລັດຖະມົນຕີ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍໃນ ທ່ານ ​ John Kelly (ຊ້າຍ) ກ່າວຢູ່ກອງປະຊຸມ ໃນຂະນະທີ່ຫົວໜ້າ ລາດຕະເວນຊາຍແດນ ທ່ານ Ronald Vitiello ນັ່ງເບິ່ງ ຢູ່ທາງຂ້າງ.
ລັດຖະມົນຕີ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍໃນ ທ່ານ ​ John Kelly (ຊ້າຍ) ກ່າວຢູ່ກອງປະຊຸມ ໃນຂະນະທີ່ຫົວໜ້າ ລາດຕະເວນຊາຍແດນ ທ່ານ Ronald Vitiello ນັ່ງເບິ່ງ ຢູ່ທາງຂ້າງ.

ລັດຖະມົນ​ຕີກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນຂອງສະຫະລັດທ່ານ John Kelly ຊຶ່ງ​ໄປ ຢ້ຽມຢາມ ​ນຶ່ງ​ໃນ​ເຂດ​ທີ່​ມີ​ກຳ​ແພງຍາວ​ຢຽດຂອງ​ຊາຍ​ແດນ​ສະຫະ​ລັດ​ ທີ່​ຕິດກັບ​ເມັກ​ຊິ​ໂກ​ໃນ​ວັນ​ສຸກ​ວານ​ນີ້ກ່າວ​ວ່າ ທ່ານ​ຈະບໍ່​ເອົາມາດ​ຕະການ “ຮ້າຍ​ແຮງ​ເກີນ​ຂອບ​ເຂດ” ກ່ຽວ ກັບການ​ໃຫ້​ທຶນ​ລັດຖະບານ​ກາງ​ ແກ່​ບັນດາ​ເມືອງທີ່​ໃຫ້ບ່ອນ​ຫຼົບ​ລີ້​ອາ​ໄສແກ່ພວກຄົນເຂົ້າ ເມືອງຜິດກົດໝາຍ ໃນສະຫະລັດ.

ທ່ານ Kelly ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ ລັດຖະບານ​ກາງ ລັດ ​ແລະ​ທ້ອງ​ຖິ່ນ​ໃນ​ຕອນ​ແລງ​ວັນ​ສຸກ​ວານນີ້ຢູ່​ທີ່​ຊາຍ​ແດນ​ລະຫວ່າງນະຄອນ San Diego ລັດ California ​ແລະ​ເມືອງ Tijuana ປະ​ເທດ Mexico.

ໃນເດືອນ​ແລ້ວ​ນີ້ລັດຖະບານ​ທ່ານ Trump ທີ່​ຍັງ​ສືບ​ຕໍ່​ດຳ​ເນີນ​ແຜນ​ທີ່​ຈະ​ສ້າງ​ກຳ​ແພງ​ລະ​ຫວ່າງສອງ​ປະ​ເທດ ​ໄດ້​ກ່າວ​ວ່າ​ ຈະ​ຕັດ​ທຶນ ຂອງ​ລັດຖະບານ​ກາງ ​ແກ່​ບັນດາ​ເມືອງ​ ທີ່​ໃຫ້ ບ່ອນ​ຫຼີບ​ລີ້ອາ​ໄສ ຫົວ​ເມືອງ​ແລະເທດສະບານຕ່າງໆ ​ຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວ​ ເປັນ​ບ່ອນ​ຫຼົບ​ລີ້ອາ​ໄສ​ ຂອງ​ພວກ​ຄົນ​ເຂົ້າເມືອງຜິດ​ກົດໝາຍ ​ໂດຍ​ປະຕິ​ເສດບໍ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລັດຖະບານ​ກາງ ໃນ​ການບັງ​ຄັບປະຕິບັດ​ກົດໝາຍຄົນ​ເຂົ້າ​ເມືອງ​ນັ້ນ.

ຄອບຄົວຂອງນາງ Guadalupe Garcia de Rayos ຢືນຢູ່ທາງຫລັງ ທະນາຍຄວາມຂອງລາວ ທ່ານ Ray Ybarra Maldonado ໃນຂະນະທີ່ທ່ານກ່າວຢູ່ຕໍ່ໜ້າ ກົມກວດຄົນເຂົ້າເມືອງ.
ຄອບຄົວຂອງນາງ Guadalupe Garcia de Rayos ຢືນຢູ່ທາງຫລັງ ທະນາຍຄວາມຂອງລາວ ທ່ານ Ray Ybarra Maldonado ໃນຂະນະທີ່ທ່ານກ່າວຢູ່ຕໍ່ໜ້າ ກົມກວດຄົນເຂົ້າເມືອງ.

ຢູ່​ໃກ້​ກັບ​ດ່ານເຂົ້າເມືອງ San Ysidro ມີ​ກຳ​ແພງໜາມໝາກຈັບ​ສູງພ້ອມ​ກັບສິ່ງ​ກີດ​ຂວາງ​ທີ່​ເຫັນ​ວ່າ ​ເປັນ​ໂຕ​ຢ່າງ​ຂອງ​ກຳ​ແພງ ​ທີ່​ສາມາດ​ເຮັດ​ໃຫ້ ການ​ຂ້າມ​ຊາຍ​ແດນ ແບບ​ຜິດ​ກົດ ໝາຍຊ້າ​ລົງຕັ້ງກັ້ນ​ຢູ່​ລະຫວ່າງ​ສອງເມືອງ. ບັນດາ​ຜູ້​ຕິຕຽນ​ກ່າວ​ວ່າ ກຳ​ແພງ​ພຽງ​ແຕ່​ບັງຄັບ​ ໃຫ້ພວກ​ຄົນ​ເຂົ້າ​ເມືອງ​ຍ້າຍ​ໄປ​ບ່ອນ​ຂ້າມ​ຊາຍ​ແດນ​ ທີ່​ເປັນ​ອັນ​ຕະລາຍ​ຫລາຍ​ຂຶ້ນ.

​ໃນ​ວັນ​ພະຫັດທີ່​ຜ່ານ​ມານີ້ ທ່ານ Kelly ຍັງ​ໄດ້​ໄປ​ຢ້ຽມຢາມລັດ Arizona ​ໃນພາກ​ໃຕ້​ສະ ຫະລັດ ຈົນ​ເຖິງ​ຫວ່າງ​ມໍ່ໆ​ມາ​ນີ້ ເປັນ​ບ່ອນພວກ​ຄົນ​ເຂົ້າ​ເມືອງ​ຫລາຍ​ທີ່​ສຸດ. ພວກ​ຄົນ​ເຂົ້າ​ເມືອງ ໃນ​ປັດຈຸບັນ​ນີ້​ ພາກັນ​ເດີນທາງ​ເປັນ​ຈຳນວນ​ຫລວງ ຫລາຍ​ຜ່ານ​ທາງ​ພາກ​ໃຕ້​ລັດ Texas ຊຶ່ງ​ທ່ານ Kelly ​ໄດ້​ຢ້ຽມຢາມໃນອາທິດ​ແລ້ວ​ນີ້.

ນາງ Marlene Mosqueda, ຊ້າຍ, ຜູ້ທີ່ພໍ່ຂອງລາວຖືກເນລະເທດ ອອກຈາກປະເທດ.
ນາງ Marlene Mosqueda, ຊ້າຍ, ຜູ້ທີ່ພໍ່ຂອງລາວຖືກເນລະເທດ ອອກຈາກປະເທດ.

ນາຍ​ພົນເບ້ຍບຳນານທະຫານ Marine ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້ເປັນ​ຜູ້ນຳພາ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ ​ໃນ​ເດືອນ​ແລ້ວ​ນີ້ ​ໄດ້​ກ່າວ​ວ່າ ທ່ານ​ສະໜັບສະໜູນໃຫ້​ສ້າງກຳ​ແພງ​ຢູ່​ຕາມ​ຊາຍ​ແດນລະຫວ່າງ​ພາກ​ໃຕ້​ສະຫະລັດແລະ​ເມັກ​ຊິ​ໂກດັ່ງ​ທີ່ປະທານ​າທິບໍດີ Trump ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ເມື່ອ​ນຶ່ງ​ປີ​ກວ່າ​ໆ​ຜ່ານ​ມາ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Mexico immigration
please wait
Embed

No media source currently available

0:00 0:02:52 0:00

XS
SM
MD
LG