ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກສະແຫວງບຸນ ພາກັນລຸຫລັ່ງ ໄປຍັງ ເມືອງເບັດເລແຮັມ ເພື່ອສະຫຼອງຄຣິສຕ໌ມາສ


ນັກສະແຫວງບຸນຄຣິສຕຽນຄົນນຶ່ງ ເຂົ້າແຖວຖ້າເຂົ້າຖໍ້າທີ່ໂບດ Nativity ໃນເມືອງເບັດເລແຮັມ ເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ (24 ທັນວາ 2011)
ນັກສະແຫວງບຸນຄຣິສຕຽນຄົນນຶ່ງ ເຂົ້າແຖວຖ້າເຂົ້າຖໍ້າທີ່ໂບດ Nativity ໃນເມືອງເບັດເລແຮັມ ເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ (24 ທັນວາ 2011)

ພວກ​ສະ​ແຫວງ​ບຸນ ​ແລະ​ພວກ​ນັກ​ທ່ອງ​ທ່ຽວ​ຈຳນວນ​ຫຼາຍໆ​ພັນ​ຄົນ ​ເລີ່ມ​ເດີນທາງ​ໄປ​ເຖິງ​
ເມືອງ​ເບັດ​ເລ​ແຮັມ​ໃນ​ວັນ​ເສົາ​ມື້ນີ້ເພື່ອ​ສະ​ເຫຼີມສະຫຼອງວັນ​ບຸນຄຣິສຕ໌ມາສທີ່​ເມືອງ​ດັ່ງກ່າວ
ຊຶ່ງ​ເຊື່ອ​ກັນ​ວ່າ​ເປັນບ່ອນ​ປະສູດ​ຂອງ​ພະ​ເຢຊູນັ້ນ.

ການສະ​ເຫຼີມສະຫຼອງຂອງຄໍ່າ​ຄືນ​ກ່ອນວັນ​ບຸນຄຣິສຕ໌ມາສຈະ​ມາ​ເຖິງຢູ່​ທີ່​ເມືອງເບັດ​ເລ​ແຮັມ
ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດັນນັ້ນ ຈະ​ມີ​ຮວມທັງການ​ປະກອບພິທີ​ທາງ​
ສາສະໜາ​ໃນ​ຕອນ​ທ່ຽງ​ຄືນທີ່​ໂບດ​ໃຫຍ່ Nativity.

ຜູ້ນຳ​ຂອງ​ສາສະໜາ​ໂຣມັນ​ກາໂຕ​ລິກ​ໃນ​ດິນ​ແດນ​ສັກ​ສິດຄື​ພະ​ສັງຄະຣາດ Fuad Twal
ຈະ​ເປັນ​ຜູ້ນຳ​ພາ ​ໃນ​ການ​ປະກອບ​ພິທີ​ທາງ​ສາສະໜາຢູ່​ທີ່​ໂບດ​ດັ່ງກ່າວ ຊຶ່ງ​ໄດ້​ມີ​ການ​ສ້າງ​
ກວມ ​ບ່ອນ​ທີ່​ເຊື່ອ​ກັນ​ວ່າ ພະນາ​ງ​ແມຣີ​ໄດ້​ໃຫ້​ກຳ​ເນີ​ດ​ແກ່ພະເຢຊູນັ້ນ. ເຈົ້າຄອງ​ກຳ​ແພງ​
ເມືອງ​ເບັດ​ເລ​ແຮັມທ່ານ Victor Batarseh ກ່າວ​ວ່າບຸນຄຣິສຕ໌ມາສແມ່ນ​ມີ​ຄວາມ​ໝາຍ
ເປັນ​ພິ​ເສດ​ສຳລັບ​ຊາວ​ປາ​ແລ​ສ​ໄຕ​ນ໌ໃນ​ຂະນະທີ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງພວກ
ເຂົ​າ​ເຈົ້າ​ເພື່ອ​ໃຫ້​ປາ​ແລ​ສ​ໄຕນ໌ກາຍ​ເປັນ​ປະ​ເທດ​ເອກ​ກະລາດ​ນັ້ນພວມ​ກ້າວ​ໄປ​ຂ້າງ​ໜ້າ.

ຂະນະ​ດຽວ​ກັນ ພວກ​ຕຳຫຼວດ​ໃນ​ເມືອງເບັດ​ເລ​ແຮັມກໍ​ພວມ​ທຳ​ການ​ລາ​ຕະ​ເວນ ຊຶ່ງ​ຄັ້ງນຶ່ງ​
ຜ່ານ​ມາ​ເຄີຍ​ເປັນ​ຫົວ​ເມືອງ​ທີ່​ວຸ້ນວາຍ​ ຕັ້ງຢູ່​ປະມານ 8 ຫຼັກກິ​ໂລ​ແມັດ ຫ່າງ​ຈາກ​ນະຄອນ
ເຈຣູຊາ​ແລັມ​ໄປ​ທາງ​ທິດ​ໃຕ້ ​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດັນ.

XS
SM
MD
LG