ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ດາຣາຍິງ Celeste Holm ຜູ້ໄດ້ຮັບລາງວັນຮູບເງົາ Oscar ເສຍຊີວິດ ລວມອາຍຸໄດ້ 95 ປີ


Celeste Holm ນັກສະ​ແດງ​ຍິງ​ຜູ້​ໄດ້​ຮັບ​ລາງວັນ Adademy-award ທີ່ສະ​ແດງ​ຢູ່​ໂຮງ​
ມະຫໍລະສົບ ​ໂຮງຮູບ​ເງົາ ​ແລະ​ໂທລະພາບ​ມາ​ໄດ້ 60 ປີ ​ໄດ້​ເສຍ​ຊີວິດແລ້ວ ທີ່​ນີວຢ໊ອກ
ລວມອາຍຸໄດ້ 95 ປີ.

Holm ​ໄດ້ຮັບຄວາມ​ສົນ​ໃຈ​ລະ​ດັບ​ຊາດ​ເທື່ອ​ທໍາ​ອິດ ​ໃນ​ການສະ​ແດງຕົ້ນ​ສະບັບ​ທີ່
Broadway ​ເລຶ່ອງ Oklahoma ທີ່​ມີ​ຄົນ​ນິຍົມ ​ໃນ​ປີ 1943. ອີກ​ຫ້າ​ປີ​ຕໍ່​ມາ ນັກສະ​ແດງ​ຍິງ
Holm ຄົນ​ນີ້ ​ໄດ້ຊະນະ​ລາງວັນອັອສກາ ​ໃນ​ຖານະ​ດາຣາປະກອບ​ຍິງ​ດີ​ເດັ່ນ​ໃນ​ໜັງ​ເລຶ່ອງ
Gentleman’s Agreement ຊຶ່ງ​ເປັນ​ໜັງ​ໃນ​ແນວປະນາມ​ການຕໍ່ຕ້ານຢິວ​ແລະ​ອາຫຣັບ.

ນັກສະ​ແດງ Holm ​ໄດ້​ຖືກສະ​ເໜີຊື່ຮັບ​ລາງວັນ Academy Award ອີກສອງ​ເທື່ອ ​ແລະ
​ເປັນ​ດາຣາສະ​ແດງຮ່ວມ​ກັບ Frank Sinatra ນັກ​ຮ້ອງ ນັກສະ​ແດງ​ທີ່​ມີ​ຊື່​ສຽງ​ໃນ​ໜັງ​
ອະມະ​ຕ​ະ​ເລຶ່ອງ High Society ​ແລະ Tender Trap.

ນອກ​ນີ້​ແລ້ວ ນັກສະ​ແດງ​ຍິງ Holm ​ຍັງເປັນ​ຜູ້​ທໍາ​ງານ​ອຸທິດ​ຕົນ​ຢ່າງ​ໜັກ ​ເພື່ອຫາ​ລາຍ​ໄດ້
​ສໍາລັບ​ການ​ສິນລະປະກໍາ​ແລະ​ໂຮງ​ລະຄອນ ​ແຕ່​ກໍ​ມີ​ການ​ຕໍ່ສູ້​ກັນ​ທາງກົດໝາຍ​ຢ່າງ​ຂົມ​ຂື່ນ​
ກັບ​ລູກ​ຊາຍ​ກັບ​ຄວາມ​ມັ່ງ​ມີ​ຂອງ​ລາວຈົນ​ສູນ​ເສຍເງິນ​ອອມ​ສິນຂອງ​ລາວ​ໄປສ່ວນຫຼາຍ.

XS
SM
MD
LG