ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະພາຕໍ່າ ສຫລ ລົງມະຕິ ວ່າ ລັດຖະມົນຕີ ຍຸຕິທຳ ໝິ່ນປະໝາດ


Người tham dự Hội nghị các giáo trưởng Do Thái châu Âu kỷ niệm 75 năm sự kiện Kristallnacht trước Cổng Brandenburg ở Berlin, Đức. Kristallnacht, hay ‘đêm kính vỡ, là sự kiện Đức quốc xã phát động một làn sóng bạo lực chống Do Thái trên các đường phố Berlin và các thành phố khác vào năm 1938.
Người tham dự Hội nghị các giáo trưởng Do Thái châu Âu kỷ niệm 75 năm sự kiện Kristallnacht trước Cổng Brandenburg ở Berlin, Đức. Kristallnacht, hay ‘đêm kính vỡ, là sự kiện Đức quốc xã phát động một làn sóng bạo lực chống Do Thái trên các đường phố Berlin và các thành phố khác vào năm 1938.

ສະພາ​ຕໍ່າ​ສະຫະລັດ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະຫັດ​ວານ​ນີ້ ຖືວ່າ​ລັດຖະມົນຕີກະຊວງ​ຍຸຕິ​
ທຳ​ສະຫະລັດທ່ານ Eric Holder ໝິ່ນປະໝາດ​ຕໍ່​ລັດຖະສະພາຍ້ອນ​ປະຕິ​ເສດ​ບໍ່​ຍອມ​ມອບ
​ເອກ​ກະສາ​ນຕ່າງໆ​ກ່ຽວ​ກັບ​ແຜນການ​ຈັດ​ສົ່ງ​ອາວຸດລະຫວ່າງ​ສະຫະລັດ​ກັບ​ເມັກ​ຊິ​ໂກ​ທີ່​ປະ
ສົບ​ກັບ​ຄວາ​ມລົ້ມ​ແຫຼວນັ້ນ ​ໃຫ້​ແກ່​ສະພາ.

ການ​ລົງ​ຄະ​ແນນ​ສຽງ​ ໄດ້​ດຳ​ເນີນ​ໄປຕາມສາຍ​ພັກ ຄື​ມີ​ສະມາຊິກ​ສະພາ​ຕໍ່າ 255 ຄົນ​ເຫັນ​
ພ້ອມແລະ 67 ຄົນ​ຄັດຄ້ານ.

​ແຕ່​ສະມາຊິກ​ສ່ວນ​ໃຫຍ່​ ຂອງ​ພັກ​ເດ​ໂມ​ແຄຣັທ​ ໄດ້​ພາກັນ​ຍ່າງ​ອອກ​ຈາກ​ຕຶກ​ສະພາບໍ່​ຍອມ
​ເຂົ້າຮ່ວມ​ການ​ລົງ​ຄະ​ແນນ​ສຽງ. ​ພວກ​ທ່ານ​ເວົ້າວ່າ ການ​ລົງ​ຄະ​ແນນ​ສຽງທີ່​ວ່າ​ນີ້​ແມ່ນ​ການ
ສະ​ແດງ​ແບບ​ໂລດ​ໂຜນ ທີ່​ໄດ້​ຫັນ​ເຫ​ຄວາມ​ສົນໃຈ ​ໄປ​ຈາກ​ອັນ​ທີ່ພວກ​ທ່ານ​ເອີ້ນວ່າ ​ບັນຫາ
​ທີ່​ສຳຄັນ​ກວ່າ​ນີ້.

ນອກ​ນັ້ນທຳນຽບຂາວຍັງ​ໄດ້​ປະນາມ​ການ​ລົງ​ຄະ​ແນນ​ສຽງ​ດັ່ງກ່າວ​ວ່າ ​ເປັນ​ລະຄອນ​ການ
​ເມືອງ​ ແລະ​ໄດ້​ກ່າວ​ປ້ອງ​ກັນ​ທ່ານ Holder ວ່າ ​ເປັນລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ທີ່​ດີເດັ່ນ. ​
ຖະ​ແຫຼງການ​ຍັງໃຫ້​ຂໍ້​ສັງ​ເກດ​ວ່າ ກະຊວງ​ຍຸຕິ​ທຳ​ໄດ້​ມອບ​ເອກ​ກະສາ​ນຕ່າງໆ 7,600 ໜ້າ
ໃຫ້​ແກ່​ຄະນະ​ສືບສວນ​ຂອງ​ສະພາ​ໄປ​ແລ້ວແລະ​ເວົ້າວ່າບໍ່​ມີຫຼັກຖານ​ໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ
ວ່າ ທ່ານ Holder ​ໄດ້​ພົວພັນ ​ໃນ​ແຜນການ​ຈັດ​ສົ່ງ​ປືນ​ດັ່ງກ່າວ​ນີ້.

ສະມາຊິກ​ຂອງ​ພັກຣີພັບ​ບລີ​ກັນຫຼາຍໆ​ທ່ານ ​ເວົ້າວ່າ ຕົນ​ເຊື່ອ​ວ່າ​ທຳນຽບຂາວ​ໄດ້ປົກ​ປິດ
​ຂໍ້ມູນ​ທີ່​ສຳຄັນ​ໄວ້ ກ່ຽວ​ກັບ​ແຜນການ​ສົ່ງ​ປືນແລະ​ເວົ້າວ່າ ພວກ​ເຈົ້າໜ້າທີ່​ອະ​ວຸ​ໂສ​ຂອງ​ກະ
ຊວງ​ຍຸຕິ​ທຳ ອາດ​ໄດ້​ທຳ​ການ​ຕົວະໃນ​ສິ່ງ​ທີ່ພວກ​ເຂົາ​ເຈົ້າຮູ້.

ທ່ານ Holder ​ເປັນ​ລັດຖະມົນຕີ​ຄົນ​ທຳ​ອິດ​ທີ່​ຍັງ​ກຳ​ຕຳ​ແໜ່​ງຢູ່ທີ່​ໄດ້​ຖືກ​ຖື​ວ່າໝິ່ນປະໝາດ​
ຕໍ່​ລັດຖະສະພາ. ທ່ານ​ເອີ້ນການ​ລົງ​ຄະ​ແນນ​ສຽງ ​ໃນ​ມື້ວານ​ນີ້ວ່າ ​ເປັນ​ທີ່​ໜ້າ​ເສຍ​ໃຈ​ແລະ
ເປັນ​ການ​ເຂົ້າ​ໃຈ​ຜິດ. ທ່ານ Holder ເວົ້າວ່າ ​ແຜນການຈັດ​ສົ່ງ​ປືນ​ດັ່ງກ່າວ​ເລີ່​ມຂຶ້ນ​ໃນ​ລັດ
ຖະບານ​ຊຸດ​ກ່ອນ​ຂອງ​ປະທານາທິບໍດີ George W. Bush ​ແລະ​ທ່ານ Holder ​ເອງໄດ້
​ສັ່ງ​ໃຫ້​ຍຸຕິ​ແຜນການ​ດັ່ງກ່າວ ​ເວລາ​ທ່ານ​ຮູ້ຈັກ​ກ່ຽວ​ກັບ​ເລື່ອງ​ນີ້.

XS
SM
MD
LG