ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຢືນຢັນວ່າ ຊາວມົ້ງທີ່ຖືກ ສົ່ງກັບຄືນປະເທດ ໄດ້ຮັບ ການເບິ່ງແຍງເປັນຢ່າງດີ


ຊາວມົ້ງຂີ່ລົດເມໄປຫາສູນຮັບຕ້ອນແຫ່ງນຶ່ງໃນລາວໃນເວລາທີ່ຖືກສົ່ງ
ກັບຄືນມາລາວ ໃນ​ລະຫ​ວ່າງ​ວັນ​ທີ່ 28-29 ​ເດືອນ​ທັນວາ 2009.
ຊາວມົ້ງຂີ່ລົດເມໄປຫາສູນຮັບຕ້ອນແຫ່ງນຶ່ງໃນລາວໃນເວລາທີ່ຖືກສົ່ງ ກັບຄືນມາລາວ ໃນ​ລະຫ​ວ່າງ​ວັນ​ທີ່ 28-29 ​ເດືອນ​ທັນວາ 2009.

ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າ ບັນດາຊາວມົ້ງທີ່ຖຶກສົ່ງກັບຄືນຈາກປະເທດໄທໄດ້ຮັບ ການເບິ່ງແຍງເປັນຢ່າງດີຢູ່ໃນເຂດຈັດສັນໃໝ່ບ້ານໂພນຄໍາໃນແຂວງບໍລິຄໍາໄຊ.

ທ່ານນາງ ອິນຕາ ໄຊມູນຄໍາ ຫົວໜ້າສະມາຊິກພັກສະພາແຫ່ງຊາດລາວຈາກເຂດ 11
ແຂວງບໍລິຄໍາໄຊ ໄດ້ໃຫ້ການຢືນຢັນວ່າອຳນາດການປົກຄອງແຂວງບໍລິຄໍາໄຊ ແລະ
ກອງທັບປະຊາຊົນລາວ ຍັງຄົງສືບຕໍ່ໃຫ້ການຊ່ວຍເຫຼືອ ແລະເບິ່ງແຍງບັນດາຊາວມົ້ງ ທີ່ຖືກສົ່ງກັບຄືນຈາກໄທມາລາວເປັນຢ່າງດີ.

ໃນຕະຫຼອດໄລຍະ 1 ປີກວ່າມານີ້ ການພັດທະນາເຂດຈັດສັນໃໝ່ຜັກເບືອກຢູ່ເຂດບ້ານ
ໂພນຄໍາ, ເມືອງບໍລິຄັນໃນແຂວງບໍລິຄໍາໄຊ ນັ້ນກໍ່ໄດ້ຄືບໜ້າໄປຫຼາຍແລ້ວຊຶ່ງກໍ່ຄືສາມາດ
ສ້າງບ້ານຢູ່ອາ​ໃສຢ່າງຖາວອນໃຫ້ກັບບັນດາຊາວມົ້ງໄດ້ຢ່າງຄົບຖ້ວນທັ້ງ 600 ກວ່າຄອບ ຄົວແລ້ວຊຶ່ງລວມເຖິງການມີໄຟຟ້າ ແລະນໍ້າສະອາດໃຊ້ຢ່າງທົ່ວເຖິງ, ມີເສັ້ນທາງເຊື່ອມກັບ
ຕົວເມືອງຢ່າງສະດວກ, ມີໂຮງໝໍໂຮງຮຽນ, ຕະຫຼາດ ແລະມີການວາງຜັງເມືອງໃນເຂດ
ຈັດສັນອີກດ້ວຍ, ດັ່ງທີ່ ທ່ານນາງອິນຕາ ໄດ້ກ່າວວ່າ:

ຊາວອົບພະຍົບມົ້ງທີ່ບ້ານ ໂພນຄໍາ ພາກັນເອົານໍ້າ ກອ໊ກໄປໄວ້ກິນແລະໃຊ້
ຊາວອົບພະຍົບມົ້ງທີ່ບ້ານ ໂພນຄໍາ ພາກັນເອົານໍ້າ ກອ໊ກໄປໄວ້ກິນແລະໃຊ້

“ເວົ້າລວມແລ້ວ ລັດຖະບານກະໄດ້ສຸມທຶນຮອນຢ່າງ
ມະຫາສານໃສ່ ໂດຍສະເພາະແມ່ນການປຸກສ້າງທີ່
ຢູ່ອາໃສໃຫ້ສໍາເລັດ ແລະເພິ່ນກະໄດ້ຕັດຜັງເມືອງ
ເພາະວ່າມີຈໍານວນ 600 ກວ່າຄອບຄົວ. ສະນັ້ນ
ໄລຍະທີ່ຜ່ານມາອົງການພັກ​ລັດ​ເຮົາຕັ້ງແຕ່ສູນກາງ
ລົງຮອດຂັ້ນແຂວງກະໄດ້ສຸມທຶນຮອນເປັນຕົ້ນ
ແມ່ນເຮັດນໍ້າສ້າງ, ນໍ້າບາດານ ແລະໂຄງການນໍ້າ
ສະອາດໃຫ້ປະຊາຊົນ. ພ້ອມກັນນັ້ນກໍມີຕະຫຼາດ
ນ້ອຍເພື່ອໃຫ້ປະຊາຊົນໄດ້ມີການແລກປ່ຽນຊື້ຂາຍ”

ນອກຈາກນີ້ ທາງການລາວກໍ່ກໍາລັງເລັ່ງດໍາເນີນການບຸກເບີກຂະຫຍາຍທີ່ດິນທໍາກິນເພື່ອຈັດ
ສັນໃຫ້ກັບ ຊາວມົ້ງຢ່າງພຽງພໍ ລວມໄປເຖິງການເລັ່ງການກໍ່ສ້າງຄອງຊົນປະທານເພື່ອຕອບ ສະໜອງນໍ້າໃຫ້ກັບພື້ນທີ່ປູກພືດ ແລະເຮັດນາໃຫ້ໄດ້ຢ່າງທົ່ວເຖິງ ແລະຄາດວ່າຈະດໍາເນີນ
ການໃຫ້ແລ້ວ​ເສັດໄດ້ພາຍໃນເດືອນນີ້.

ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນ​ໜ້າ​ນີ້ ທ່ານ Al Franken ວຸດ​ທິສະມາຊິກ​ຈາກ​ລັດ ມິນ​ເນ​ໂຊ​ຕ້າ
ສະຫະລັດ​ອາ​ເມ​ລິກາກໍ​ເຄີຍ​ຖະ​ແຫລ​ງ ​ໃນ​ໂອກາດ​ທີ່​ທ່ານ​ພ້ອມ​ດ້ວຍ​ຄະນະ​ໄດ້​ເດີນທາງ​ໄປ
ຢ້ຽມຢາມ​ບັນດາ​ຊາວ​ມົ້ງ ທີ່​ຖືກ​ສົ່ງ​ກັບ​ຄືນຈາກ​ປະ​ເທດ​ໄທ​ຢູ່​ທີ່​ເຂດ​ຈັດ​ສັນ​ໃໝ່​ບ້ານໂພນ​ຄໍາ
ເມືອງ​ບໍລິ​ຄັນ​ແຂວງ​ບໍລິຄໍາ​ໄຊ ​ເມື່ອ​ເດືອນ​ກໍລະກົດຜ່າ​ນມາ​ວ່າ​ ທ່າ​ນບໍ່ພໍ​ໃຈ​ກັບທາງ​ການ​ລາວ
ທີ່​ບໍ່​ໄດ້​ໃຫ້​ອິດ​ສະລະ​ແກ່​ທ່ານ​ຢ່າງ​ແທ້​ຈິງ ​ໃນ​ການ​ໄປ​ຢ້ຽມຢາມ​ຊາວ​ມົ້ງ​ໃນ​ຄັ້ງ​ດັ່ງກ່າວຫາກ​
ແຕ່​ເປັນ​ການ​ເດີນທາງ​ໄປ​ພາຍ​ໃຕ້​ເງຶ່​ອນ​ໄຂ​ແລະ​ສະພາບ​ການ​ຕ່າງໆ​ ທີ່​ທາງ​ການ​ລາວ​ໄດ້​ຈັດ​
ຕຽມ​ໄວ້ກ່ອນ​ແລ້ວ.

ສະມາຊິກສະພາສູງ Al Franken ໂອ້ລົມກັບ ອົບພະຍົບມົ້ງ ເວລາໄປຢ້ຽມຢາມສູນບ້ານໂພນຄໍາ ແຂວງບໍລິຄໍາໄຊ, ວັນທີ 7 ມີຖຸນາ 2010
ສະມາຊິກສະພາສູງ Al Franken ໂອ້ລົມກັບ ອົບພະຍົບມົ້ງ ເວລາໄປຢ້ຽມຢາມສູນບ້ານໂພນຄໍາ ແຂວງບໍລິຄໍາໄຊ, ວັນທີ 7 ມີຖຸນາ 2010

ພ້ອມ​ກັນ​ນັ້ນ ທ່ານ Al Fran-
ken ກໍ​ໄດ້​ສະ​ແດງ​ການຄາດ​
ຫວັງ​ວ່າ​ທາງ​ການ​ລາວ​ຈະເປີດ
ກວ້າງກ່ຽວ​ກັບ​ການ​ແກ້​ໄຂ​ບັນ
ຫາ​ຊາວ​ມົ້ງຫລາຍ​ຂື້ນໃນ​ໄລຍະ
ຕໍ່​ໄປ ເນື່ອງຈາກ​ວ່າ​ທາງ​ການ
ສະຫະລັດ​ຖື​ວ່າ​ເປັນ​ບັນຫາສໍາ
ຄັນ​ທີ່​ຈະ​ຕ້ອງ​ຮ່ວມ​ກັນ​ແກ້​ໄຂ​
ໃຫ້​ລຸ​ລ່ວງ​ໄປ.

ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ Al
Franken ກໍ​ຍັງ​ໄດ້​ຮຽກຮ້ອງ​ຂໍ
ໃຫ້​ທາງ​ການ​ລາວ​ຍອມ​ອະນຸຍາດ​
ແລະ​ອໍານວຍ​ຄວາມ​ສະດວກ​ໃຫ້​
ກັບ​ຊາວ​ມົ້ງ ຈໍານວນ 158 ຄົນ ​ທີ່​ໄດ້​ຮັບ​ສະຖານະ​ພາບ​ເປັນຜູ້​ອົບ​ພະຍົບຈາກ​ສໍາ​ນັກ​ງານ
ຂ້າ​ຫລວງໃຫຍ່ຜູ້​ລີ້​ໄພ​ແຫ່ງ​ອົງການ​ສະຫະ​ປະຊາ​ຊາດ ຫລື UNHCR ​ແລ້ວ​ນັ້ນ ​ເພື່ອໃຫ້
ເດີນທາງ​ໄປ​ຢູ່​ປະ​ເທດ​ທີ່​ສາມ​ໄດ້​ໂດຍ​ອິດສະລະ​ອີກດ້ວຍ ​ເນື່ອງຈາກ​ວ່າ​ໃນ​ໄລຍະ​ທີ່​ຜ່ານ​ມາ​
ນັ້ນ ທາງ​ການສະຫະລັດ, ຄາ​ນາ​ດາ, ​ເນ​ເທີ​ແລນ​ດ໌ ​ແລະ​ອອສເຕຣ​ເລຍ ກໍ​ໄດ້​ສະ​ແດງ​
ຄວາມ​ພ້ອມ​ທີ່​ຈະ​ຮັບຮອງ​ເອົາ​ຊາວ​ມົ້ງ​ເຫລົ່າ​ນີ້​ແລ້ວ ຫາກ​ແຕ່​ກໍ​ຖືກ​ປະ​ຕິ​ເສດຈາກທາງ​ການ
ລາວ​ ແລະໄທ ​ມາ​ໂດຍ​ຕະຫລອດ.

ຄະນະທູຕະນຸທູດຢ້ຽມຢາມ ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນຄໍາ ໃນປີ 2009.
ຄະນະທູຕະນຸທູດຢ້ຽມຢາມ ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນຄໍາ ໃນປີ 2009.

ທາງການ​ໄທ​ໄດ້​ຈັດ​ສົ່ງ​ຊາ​ວມົ້ງຊຸດ​ສຸດ​ທ້າຍ​ຈໍານວນ 4,711
ຄົນ ຈາກ​ສູນ​ຮອງ​ຮັບ​ຊົ່ວ​ຄາວ​ບ້ານ​ຫ້ວຍ​ນໍ້າ​ຂາວ ​ໃນ​ເຂດ​ອໍາ
ເພີ​ເຂົາ​ຄໍ້ ຈັງຫວັດ​ເພັດ​ຊະ​ບູນຂອງ​ໄທ​ ກັບ​ຄືນ​ໄປຍັງປະ​ເທດ​
ລາວ​ ໃນ​ລະ​ຫວ່າງ​ວັນ​ທີ່ 28-29 ​ເດືອນ​ທັນວາ 2009 ​
ໂດຍ​ຊາວ​ມົ້ງ​ໄດ້​ພາກັນ​ເລືອກ​ໄປຢູ່​ໃນ​ເຂດ​ຈັດ​ສັນ​ໃໝ່ດັ່ງກ່າວ​ ເ​ປັນ​ສ່ວນ​ໃຫຍ່.

ເຂດ​ຈັດ​ສັນ​ໃໝ່​ບ້ານ​ໂພນ​ຄໍາ​ ມີ​ເນື້ອ​ທີ່​ທັງ​ໝົດ​ກວ້າງ​ກວ່າ
2 ພັນ​ເຮັກ​ຕ້າ ຊຶ່ງໄດ້​ມີ​ການຈັດ​ສັນ​ພື້ນ​ທີ່​ກວ້າງ 100 ເຮັກ
ຕ້າ​ ໃຫ້ເປັນ​ເຂດ​ທີ່ຢູ່​ອາ​ໃສ ​ແລະ​ພື້ນ​ທີ່​ສ່ວນ​ທີ່​ເຫລືອ ກໍ​ໄດ້​ຈັດສັນ​ໃຫ້​ເປັນ​ດິນ​ທໍາ​ມາຫາກິນ.

XS
SM
MD
LG