ລິ້ງ ສຳຫລັບເຂົ້າຫາ

ຊາຍຜູ້ນຶ່ງທີ່ມີເຊື້ອ HIV ແລະໂຣກມະເຮັງ ບັດນີ້ ຫາຍດີທັງໂຣກມະເຮັງ ແລະເຊື້ອ HIV (ວີດິໂອ)


ຊາຍຜູ້ນຶ່ງທີ່ຕິດເຊື້ອ HIV ແລະຖືກວິໄຈພະຍາດວ່າ ເປັນໂຣກມະເຮັງຮ້າຍແຮງປະເພດນຶ່ງ ບັດນີ້ບໍ່ມີທັງໂຣກ ມະເຮັງ ແລະເຊື້ອ HIV, 5 ປີ ລຸນຫລັງທີ່ໝໍຊ່ຽວຊານດ້ານເນື້ອງອກ ທີ່ມີຫົວຄິດຂອງລາວ ໄດ້ຄິດຄົ້ນການປິ່ນປົວ ແບບນຶ່ງຂຶ້ນ ມາ ເພື່ອແນໃສ່ປົວທັງໂຣກມະເຮັງ ແລະເຊື້ອ HIV ຊຶ່ງເປັນເຊື້ອໄວຣັສທີ່ພາ ໃຫ້ເປັນໂຣກເອດສ໌ນັ້ນ ພ້ອມກັນ. ພວກ ທ່ານໝໍເວົ້າວ່າ ຊາຍຜູ້ນີ້ເປັນຄົນທຳອິດ ທີ່ຖືວ່າໄດ້ຫາຍດີຈາກເຊື້ອໄວຣັສ HIV ແລ້ວ. ຜູ້ສື່ຂ່າວວີໂອເອ, ນາງ Zuzanne Presto ໄດ້ ໂອ້ລົມກັບທ້າວ ທິມໂມທີ  ບຣາວ (Timothy Brown) ຄົນປ່ວຍທີ່ແສນຈະມີຄວາມ ອົດທົນ ຄົນນີ້ ພ້ອມກັບພວກນັກຄົ້ນຄວ້າທີ່ໄດ້ຮັບແຮງຈູງໃຈຈາກອາການຂອງລາວນັ້ນ. ກິ່ງສະຫວັນມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.



ທ້າວ ທິມໂມທີ ບຣາວ (Timothy Brown) ທີຄັ້ງນຶ່ງເຄີຍເປັນ
ຜູ້ທີ່ຮູ້ກັນຢູ່ໃນວາລະສານ ການແພດຕ່າງໆ ວ່າເປັນ “the
Berlin Patient” ຫລື “ຄົນເຈັບຈາກເບີລິນ” ປະເທດເຢຍລະ
ມັນນັ້ນ ແມ່ນຊາຍຄົນທີ່ເຄີຍມີເຊື້ອໄວຣັສ HIV ແຕ່ວ່າດຽວນີ້ ບໍ່
ມີອີກແລ້ວ.

ທ້າວ ບຣາວ ໄດ້ເປີດເຜີຍຕົວເອງໃນປີ 2010. ດຽວນີ້ ລາວໄດ້
ຫັນມາເຄື່ອນໄຫວເພື່ອສົ່ງເສີມການຄົ້ນຄວ້າ ໃນການປິ່ນປົວ
ໂຣກເອດສ໌ ແລະໄດ້ມາເລົ່າເຖິງປະສົບປະການຂອງລາວ ຢູ່ນະ
ຄອນຫລວງວໍຊິງຕັນ ໃນເດືອນມິຖຸນາທີ່ຜ່ານມາ ທ້າວບຣາວ
ກ່າວ່າ:
“ຂ້ອຍກໍຍັງມີບັນຫາໃນການເຄື່ອນໄຫວໄປມາຢູ່ ແຕ່ວ່າ
ນອກເໜືອໄປກວ່າ ນັ້ນແລ້ວຂ້ອຍກໍຮູ້ສຶກສະບາຍດີ
ທຸກຢ່າງ. ເອີ້ ການໄດ້ຮັບການປິ່ນປົວໃຫ້ຫາຍເປັນສິ່ງ
ທີ່ດີຫລາຍອີ່ຫລີ.”


ທ້າວ ບຣາວ ກ່າວຕໍ່ວີໂອເອວ່າ ລາວໄດ້ຫາຍຈາກການມີເຊື້ອ
HIV ຕັ້ງແຕ່ປີ 2001 ເປັນ ຕົ້ນມາ. ທ້າວບຣາວເວົ້າວ່າ:
“ຂ້ອຍໄດ້ຮັບການປິ່ນປົວໃຫ້ຫາຍເປັນຢ່າງດີແລ້ວ ຊຶ່ງ
ໝາຍຄວາມວ່າ ຂ້ອຍ ບໍ່ໄດ້ຮັບ ຜົນກະທົບຈາກເຊື້ອໄວ
ຣັສນັ້ນອີກຕໍ່ໄປແລ້ວ ແລະກໍບໍ່ຕ້ອງໄດ້ກິນຢາເພື່ອຄວບ
ຄຸມເຊື້ອໄວຣັສນັ້ນອີກ.”


ທ້າວ ບຣາວ ດໍາລົງຊີວິດຢູ່ໃນນະຄອນເບີລິນ ໃນຕອນທີ່ລາວໄດ້ຖືກກວດພົບວ່າ ມີເຊື້ອ HIV ໃນປີ 1995 ແລະຫລັງຈາກນັ້ນມາ ລາວກໍໄດ້ກິນຢາ ຕ້ານເຊື້ອໄວຣັສນັ້ນ. ຕົກມາ ໃນປີ 2006 ທ່ານໝໍຜູ້ນຶ່ງໄດ້ກວດພົບວ່າ ລາວເປັນໂຣກມະເຮັງໃນເລືອດ.

ທ່ານໝໍຊ່ຽວຊານດ້ານເນື້ອງອກຂອງທ້າວບຣາວ, ທ່ານ ເຈໂຣ ຮູແອັດເຕີ (Gero Huetter)
ຮູ້ວ່າ 1 ໃນ 100 ຄົນໃດ ຊຶ່ງສ່ວນຫລາຍຈະແມ່ນຊາວຢູໂຣບເໜືອ ແມ່ນມີຄວາມຕ້ານທານ
ຕໍ່ເຊື້ອ HIV ສູງຍ້ອນ ການຜັນແປໃນເຊື້ອກຳມະພັນຂອງພວກເຂົາເຈົ້າ. ເວົ້າງ່າຍໆ ກໍຄືວ່າ
ພວກເຂົາເຈົ້າມີພູມຕ້ານທານ ທີ່ບໍ່ປ່ອຍໃຫ້ເຊື້ອ HIV ເຂົ້າໄປໃນເຊລຂອງພວກເຂົາເຈົ້າ ໄດ້ເລີຍ.

ທ່ານນາງ ພອລລາ ແຄນເນີນ (Paula Cannon) ຈາກມະຫາວິທະຍາໄລແຫ່ງພາກໃຕ້ ລັດຄາລີຟໍເນຍ ຫລື University of Southern California ເວົ້າວ່າ ການຜັນແປດັ່ງ
ກ່າວນີ້ ແມ່ນເປັນທີ່ຮູ້ກັນດີ ສຳລັບພວກນັກຄົ້ນຄວ້າກຸ່ມນ້ອຍທີ່ມີຄວາມຊ່ຽວຊານ ໃນການ
ຄົ້ນຄວ້າເຊື້ອ HIV. ທ່ານນາງກ່າວ ດັ່ງນີ້:
“ພວກຄົນເຫລົ່ານີ້ ເຖິງແມ່ນວ່າເຂົາເຈົ້າຈະຖືກເຜີຍແບໃສ່ເຊື້ອ HIV ກໍຕາມ ເຊື້ອໄວຣັສນັ້ນກໍ ບໍ່ມີທາງໃດທີ່ຈະໄປຕໍ່ໄດ້ ແລະມັນຈະສະຫລາຍຕົວໄປເອງ.”

ໃນປີ 2007 ທ້າວບຣາວ ໄດ້ຮັບການສາຍແສງລັງສີໝົດທົ່ວຕົນຕົວ ແລະຈາກນັ້ນ ລາວ ກໍໄດ້ຮັບການຜ່າຕັດປ່ຽນໄຂມັນໃນກະດູກ ໂດຍໄດ້ຮັບໄຂມັນ ຈາກຜູ້ບໍລິຈາກທີ່ມີຄວາມ ຕ້ານທານເຊື້ອ HIV. ຫລັງຈາກ ນັ້ນ ລາວກໍໄດ້ເຊົາກິນຢາຕ້ານເຊື້ອ HIV ໃນທັນທີ.
ເຖິງແມ່ນວ່າໂຣກມະເຮັງໃນເລືອດຂອງລາວ ໄດ້ກັບຄືນມາກໍຕາມ ແຕ່ວ່າເຊື້ອ HIV ບໍ່ໄດ້ກັບຄືນອີກ. ທ້າວບຣາວກ່າວເຖິງການປິ່ນປົວໂຣກມະເຮັງໃນເລືອດຂອງລາວວ່າ:
ທ້າວ ບຣາວອະທິບາຍວ່າ:
“ການຜ່າຕັດເທື່ອທຳອິດກໍເປັນໄປດ້ວຍດີ ແຕ່ວ່າ ເທື່ອທີສອງໜີ້ຕິ ມັນຂ້ອນຂ້າງ ເຈັບປວດຫລາຍ ຈົນຂ້ອຍບໍ່ປາດຖະໜາ ຢາກໃຫ້ມັນເກີດຂຶ້ນ ແມ່ນແຕ່ກັບສັດ ຕູຕົວຮ້າຍກາດທີ່ສຸດຂອງຂ້ອຍ ພຸ້ນແຫລະ.”

ພວກນັກຄົ້ນຄວ້າໄດ້ເນັ້ນໃຫ້ເຫັນເຖິງ ຄວາມສ່ຽງຂອງການຜ່າຕັດປ່ຽນເນື້ອເຫຍື່ອຕົ້ນກໍາ ເນີດ ຫລືຜ່າຕັດໄຂມັນໃນກະດູກ ເພື່ອປິ່ນປົວໂຣກ ມະເຮັງເລືອດນັ້ນ ແຕ່ທ່ານນາງ ພອລລາ ແຄນເນິນ ກ່າວວ່າ:
“ທ້າວບຣາວ ໄດ້ຮັບການຜ່າຕັດເຫລົ່ານັ້ນ ບໍ່ແມ່ນຍ້ອນວ່າລາວມີເຊື້ອໄວຣັສ HIV ແຕ່ຖ້າວ່າລາວບໍ່ຜ່າຕັດ ລາວກໍຈະຕາຍຍ້ອນໂຣກມະເຮັງໃນເລືອດໄປ ແລ້ວ.”

ຈາກການຜ່າຕັດນັ້ນ ທ້າວບຣາວໄດ້ຮັບຄວາມເສຍຫາຍທາງເສັ້ນປະສາດຖືກທຳລາຍ ແລະບໍ່ມີເງິນພໍໃຊ້ພໍຈ່າຍປານໃດ ແຕ່ວ່າລາວກໍບໍ່ມີເຊື້ອ HIV ອີກແລ້ວ.
ທ້າວບຣາວ
ເວົ້າວ່າ
“ບາງຄັ້ງມັນກໍເປັນການຍາກຢູ່ ເຊັ່ນວ່າ ການເວົ້າລົມກັບຜູ້ຄົນທີ່ຍັງມີເຊື້ອ HIV ຢູ່. ຂ້ອຍຂ້ອນຂ້າງຈະມີຄວາມຮູ້ສຶກຜິດວາດໃດວາດນຶ່ງເພາະວ່າຂ້ອຍຫາຍດີແລ້ວ ແຕ່ເຂົາເຈົ້າຍັງປ່ວຍຢູ່ ນັ້ນແຫລະເປັນເຫດຜົນພື້ນຖານທີ່ວ່າ ເປັນຫຍັງຂ້ອຍຈຶ່ງ ໄປທົ່ວໂລກ ແລະໄປເວົ້າເລື້ອງນີ້. ຂ້ອຍຢາກໃຫ້ມີການຄົ້ນຄວ້າກ່ຽວກັບເລື້ອງນີ້.”

ທ່ານໝໍ ໂຣເບີດ ຊີລີເຊຍໂນ (Robert Siliciano) ຈາກມະຫາວິທະຍາໄລ Johns Hopkins ເວົ້າວ່າ ທ້າວ ທິມ ບຣາວ ແມ່ນໄດ້ຮັບການກວດຄືນຢູ່ເລື້ອຍໆ ແລະກໍບໍ່ມີ ຫລັກຖານ ທີ່ຢືນຢັນໄດ້ວ່າ ລາວຍັງມີເຊື້ອ HIV ຢູ່ໃນລະບົບຮ່າງກາຍຂອງລາວຢູ່.
ດຣ. ຊີລີເຊຍໂນເວົ້າວ່າ “ທິມໄດ້ອອກຈາກລະບົບການປິ່ນປົວມາໄດ້ 5 ປີແລ້ວ ແລະ ເຊື້ອໄວຣັສນັ້ນ ກໍບໍ່ໄດ້ເລີ້ມຜັນຂະຫຍາຍຕົວມັນ ຄືນມາໃໝ່ ສະນັ້ນຂ້ອຍ ຄຶດວ່າ ລາວຫາຍດີແລ້ວ.”

ສ່ວນທ່ານນາງ ພອລລາ ກໍເວົ້າວ່າ:
ເວົ້າແທ້ໆແລ້ວ ລາວເປັນສັນຍາລັກບອກເຖິງສິ່ງທີ່ພວກເຮົາສາມາດເຮັດໄດ້ ສິ່ງທີ່ພວກເຮົາສາມາດ ໄຝ່ຝັນທີ່ຈເຮັດ ຈະທຳ ແລະມີຄວາມຫວັງ. ຖ້າຈະເວົ້າ ແລ້ວ ແຮງຈູງໃຈແມ່ນປ່ຽມລົ້ນ.”

ດຣ. ຊູເສິນ ບລູເມນທອນ (Susan Blumenthal) ເປັນທີ່ປຶກສາອະວຸໂສດ້ານນະໂຍ ບາຍແລະດ້ານການແພດ ສຳລັບມູນນິທິເພື່ອການຄົ້ນຄວ້າໂຣກເອດສ໌.
ນີ້ເລື້ອງນີ້ ໄດ້ເປັນການຈູງໃຈໃຫ້ພວກເຮົາເອົາ 75% ຂອງທຶນຄົ້ນຄວ້າ ຂອງພວກ ເຮົາເຂົ້າໃສ່ໃນການຊອກຫາວິທີປິ່ນປົວ.”

ທ່ານນາງແຄນເນິນກໍເຊັ່ນກັນ. ທ່ານນາງກໍມີຄວາມຫວັງສູງກ່ຽວກັບການປິ່ນປົວ. ທ່ານ ນາງທໍາການຄົ້ນຄ້ວາກ່ຽວກັບວິທີໃຊ້ການບຳບັດກຳມະພັນ ເພື່ອພັດທະນາເເຊລ ທີ່ມີ ການແປຕົວໄປຕ້ານກັບເຊື້ອ HIV.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG