ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

6 ພັນກ່ວາຄົນ ຮ່ວມສະແດງ ການຕໍ່ສູ້ Battle of the Nations ທີ່ປາບ Napoleon ເມື່ອ 200 ປີກ່ອນ (ວີດີໂອ)


History Buffs Reenact 1813 Battle of the Nations
please wait

No media source currently available

0:00 0:00:50 0:00
ລິງໂດຍກົງ

ການສະແດງເໝືອນຈິງ ຂອງສົງຄາມຄັ້ງປະວັດສາດ

ຜູ້​ຄົນ​ຈໍານວນຫຼາຍ​ພັນ​ຄົນ​ ​ໄດ້​ເຂົ້າ​ຮວ່ມ​ໃນ​ການສະ​ແດງການ​
ສູ້​ລົບຄັ້ງປະວັດ​ສາດ​ ທີ່​ເອີ້ນ​ວ່າ Battle of the Nations ຫລື
​ການ​ສູ້​ລົບ​ລະຫວ່າງ​ຫລາຍໆ​ປະ​ເທດ ​ທີ່​ເມືອງ Leipzig ​ເພື່ອ
​ເປັນ​ຂີດ​ໝາຍ​ຄົບ​ຮອບ 200 ປີ ຂອງ​ການ​ສູ້​ລົບ​ດັ່ງກ່າວນັ້ນ.

6 ພັນ​ຄົນ​ຈາກ 24 ປະ​ເທດ​ໃນ​ທົ່ວ​ໂລກ ​ໄດ້ໄປ​ຮວມຕົວ​ກັນ​ ​
ໃນ​ວັນ​ອາທິດ​ວານ​ນີ້ ເພື່ອ​ເຂົ້າ​ປະກອບໃນການສະ​ແດງເໜືອ​ນ
ຈິງ​ຂອງການ​ສູ້​ລົບ ​ຄັ້ງ​ປະວັດ​ສາດ ຂອງ​ພວກ​ທະ​ຫານ​ລາບ
ທະຫານ​ມ້າ ​ແລະທະຫານ​ປືນ​ໃຫຍ່ ຫຼາຍ​ກວ່າ 4 ຊົ່ວ​ໂມງ.

​ການ​ສູ້​ລົບ​ກັນບັ້ນ​ດັ້ງ​ເດີ​ມເມື່ອ​ປີ 181​3 ນັ້ນ ​ໄດ້​ຖືກ​ຈົດ​ຈໍາວ່າ
ເປັນ​ການ​ສູ້​ລົບ​ບັ້ນຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະວັດ​ສາດ​ໂລກ ທີ່​ປະກອບ​ດ້ວຍ​ພວກ​ທະຫານ​
ຫຼາຍ​ກວ່າ 500 ພັນຄົນ ຈາກ​ທົ່ວ​ຢູ​ໂຣບ​ຈົນ​ມາ​ຮອດສະ​ໄໝ​ເລີ່​ມຕົ້ນ​ສັດ​ຕະ​ວັດທີ 20.

ທະຫານ​ພັນທະ​ມິດ​ຈາກ ຣັດ​ເຊຍ Prussia, Austria, Sweden, ​ແລະ​ອັງກິດ​ ໄດ້​ປາບ
ກອງທັບຝຣັ່ງ ຊຶ່ງ​ເປັນ​ຂີດ​ໝາຍ​ການ​ເລີ່​ມຕົ້ນ​ໃນ​ການສິ້ນ​ສຸດ​ລົງ​ຂອງ​ການ​ຄອບ​ງໍາຢູໂຣບ
​ຂອງ​ Napoleon.
XS
SM
MD
LG