ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະຫາອຳນາດ ບັນລຸ ຂໍ້ຕົກລົງນິວເຄລຍ ທີ່ມີຄວາມສຳຄັນ ປະຫວັດສາດ ກັບອິຣ່ານ


World Leaders Comment on Iran Nuclear Deal
please wait

No media source currently available

0:00 0:00:57 0:00

ບັນດາປະເທດມະຫາອຳນາດຂອງໂລກໄດ້ບັນລຸການຕົກລົງກັບ
ອີຣ່ານ ຊຶ່ງຈະຈຳກັດໂຄງ ການນິວເຄລຍຂອງປະເທດດັ່ງກ່າວ ເພື່ອແລກປ່ຽນກັບການຜ່ອນຜັນ​ການລົງ​ໂທດ ຊຶ່ງຈະ ເຮັດໃຫ້
ການເຈລະຈາທີ່ວຸ້ນວາຍເປັນເວລາຫຼາຍກວ່ານຶ່ງທົດສະວັດ
ສິ້ນສຸດລົງ.

ການປະກາດທີ່ນະຄອນວຽນນາ ໂດຍຫົວໜ້ານະ​ໂຍບາຍ
ການ​ຕ່າງປະ​ເທດຂອງສະຫະພາບ​ຢູ​ໂຣບ ທ່ານນາງ Fede-
rica Moghrini ແລະ​ລັດຖະມົນຕີ​ຕ່າງປະ​ເທດອິຣ່ານ ທ່ານ
Mohammad Javad Zarif ໄດ້ສະຫລຸບ ການເຈລະຈາ
ແບບຕໍ່ເນື່ອງເປັນເວລາຫຼາຍອາທິດເພື່ອແກ້ໄຂບັນຫາ
ລາຍລະອຽດຂອງຂໍ້ຕົກລົງທີ່ຈະຕັດໂຄງການນິວເຄລຍຂອງອີຣ່ານລົງແລະບັງຄັບໃຫ້ມີ
ການຕິດຕາມຄວບຄຸມໂດຍອົງການຄຸ້ມຄອງນິວເຄລຍສະຫະປະຊາຊາດ.

ທ່ານນາງ Moghrini ໄດ້ເອີ້ນ​ການຕົກລົງ​ນີ້​ວ່າ “​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ຫວັງ” ຂອງ​ໂລກ ໃນ​ຂະນະ​ທີ່​ທ່ານ​ນາງ​ໄດ້​ກ່າວທີ່ນະຄອນ​ວຽນ​ນາ ກ່ອນກອງປະຊຸມຖະແຫຼງຂ່າວວ່າ

Iran, World Powers Reach Nuclear Deal
please wait

No media source currently available

0:00 0:02:03 0:00

ທ່ານນາງ Moghrini ກ່າວ​ວ່າ ນີ້ແມ່ນການຕັດສິນໃຈ ທີ່ສາມາດເປີດທາງ​ໄປສູ່ບົດໃໝ່ໃນສາຍພົວພັນນາໆຊາດແລະສະແດງ​ໃຫ້ເຫັນວ່າການທູດ ການປະສານງານການຮ່ວມມືກັນສາມາດເອົາຊະນະຄວາມຕຶງຄຽດແລະການປະເຊີນໜ້າກັນທີ່ຍືດເຍື້ອຍາວນານ​ເປັນ ເວລາຫຼາຍທົດສະວັດ​ໄດ້.”

ທ່ານ Zarif ​ເອີ້ນ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້ວ່າ “ຊະນະກັບຊະນະ” ສຳຫຼັບທັງ​ອິຣ່ານ​ ແລະ​ອັນທີ່ ເອີ້ນວ່າ ກຸ່ມ P5+1 ທີ່ປະກອບດ້ວຍຊອັງກິດຈີນ ຝຣັ່ງ ຣັດ​ເຊຍ ສະ​ຫະລັດ ​ແລະ​ເຢຍຣະ
ມັນ.

ທ່ານ ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ບັນລຸ​ຂໍ້ຕົກລົງ ທີ່​ບໍ່​ດີ​ເລີດ​ ສຳຫຼັບທຸກໆຄົນ ​ແຕ່​ມັນ​ແມ່ນ​
ສິ່ງ​ທີ່​ພວກ​ເຮົາ​ສາມາດ​ບັນລຸ​ໄດ້ ​ແລະ​ນັ້ນ​ແມ່ນ​ການບັນລຸ​ທີ່​ສຳຄັນສຳຫຼັບພວກ​ເຮົາ
ທຸກໆຄົນ.”

ປະທານ​າທິບໍດີ​ອິຣ່ານ ທ່ານ Hassan Rouhani ​ໄດ້​ກ່າວ​ຜ່ານທາງ Twitter ວ່າ ຂັ້ນ ຕອນການ​ດຳ​ເນີນ​ງານ​ນີ້​ “​ສະ​ແດງ​ໃຫ້ເຫັນວ່າ ການພົວພັນແບບ​ສ້າງສັນ ໄດ້ຜົນ.​”

ມີກຳນົດທີ່ຈະຄວາມເຫັນກ່ຽວກັບເລື້ອງ ຂໍ້ຕົກລົງກັບອີຣ່ານຈາກວໍຊິງຕັນໃນວັງຄານມື້ນີ້.

President Obama's Remarks on Iran Nuclear Deal
please wait

No media source currently available

0:00 0:14:08 0:00

XS
SM
MD
LG