ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພະ ຂອງສາສະໜາຮິນດູ ຖືກຟັນຕາຍ ຢູ່ ບັງກລາແດັສ


ແຜນທີ່ບັງກລາແດັສ
ແຜນທີ່ບັງກລາແດັສ

ພະ​ສາສະໜາ​ຮິນ​ດູ​ອົງ​ນຶ່ງ ​ໄດ້​ຖືກຟັນ​ຈົນ​ຕາຍ ຢູ່​ບັງ​ກລາ​ແດັສ​ໃນ​ວັນ​ພະຫັດມື້ນີ້ ຊຶ່ງ​ເປັນການ​ສັງຫານ​ເທື່ອ​ຫລ້າ​ສຸດ ​ທີ່​ມີ​ມາ​ເປັນ​ລຳດັບ ​ໂດຍ​ພວກ​ອິສລາມ​ຫົວຮຸນ​ແຮງ.

ທ່ານ Shaymanonda Das ອາຍຸ 45 ປີ ພວມ​ຍ່າງ​ຢູ່​ໃນ​ບໍລິ​ເວນ​ໃກ້ໆ​ກັບ​ວັດ ຂອງ​ທ່ານທີ່​ເມືອງ Jhinaidah ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ​ແລະ​ພວມ​ກຽມ​ ທີ່ຈະສູດ​ມົນ ​ເວລາ​ຄົນ​ຮ້າຍ 3 ຄົນ​ ບຸກເຂົ້າທຳຮ້າຍ​ທ່ານດ້ວຍ​ມີດ ກ່ອນ​ທີ່​ຈະ​ພາກັນ​ຫລົບໜີ​ໄປ.

​ເຖິງ​ແມ່ນ​ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ເທື່ອ​ກໍ​ຕາມ ​ແຕ່​ການ​ໂຈມ​ຕີ​ ໃນ​ທຳນອງ​ນີ້ ​ແມ່ນ​ເປັນ​ສັນຍາ​ລັກ​ຂອງພວກ​ຫົວ​ຮຸນ​ແຮງ​ອິສລາມທີ່​ໄດ້​ແນ​ເປົ້າໝາຍ​ແລະ​ສັງຫານ​ພະ​ຂອງ​ສາສະໜາ​ຮິນ​ດູ​ໄປ​ແລ້ວ​ຫລາຍ​ກວ່າ 40 ຄົນ ພວກສາສະໜາ​ກຸ່ມ​ນ້ອຍ ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ບໍ່​ຝັກ​ໄຝ່​ໃນ​ດ້ານ​ສາສະໜາ ​ໃນ​ໄລຍະ​ສອງ​ສາມ​ເດືອນ​ຜ່ານ​ມານີ້.

ທ່ານ Das ​ແມ່ນພະນັກງານ​ຂອງ​ວັດ​ສາສະໜາ​ຮິນ​ດູ​ຄົນທີ 3 ທີ່​ໄດ້​ຖືກ​ຂ້າ​ຕາຍ ຢູ່​ບັງ​ ກລາແດັສ​ໃນ​ຮອບ​ນຶ່ງ​ເດືອນ​ຜ່າ​ນມານີ້.

ລັດຖະບານ​ບັງ​ກລາ​ແດັສ​ໄດ້​ເລີ້ມທຳ​ການກວດ​ລ້າງ​ປາບ​ປາມ​ການ​ໂຈມ​ຕີ​ເຫຼົ່ານີ້​ເມື່ອ ​ສອງອາທິດ​ກ່ອນໂດຍ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສ​ເປັນ​ພວກ​ຫົວ​ຮຸນ​ແຮງ 5 ພັນ ຄົນ. ບັນ ດາກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ທົ່ວ​ໂລກ ໄດ້​ພາກັນ​ປະນາມ​ການ​ຈັບ​ກຸມ​ດັ່ງກ່າວ​.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG