ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Clinton ແລະ ທ່ານ Trump ໂຈມຕີກັນ ໃນການຫາສຽງ ທີ່ລັດ North Carolina


ຜູ້ສະໝັກປະທານາທິບໍດີ ພັກຣີພັບບລີກັນ ທ່ານ Donald Trump ແລະຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ລະຫວ່າງການຫາສຽງ ທີ່ລັດ North Carolina. (ວັນທີ 3 ພະຈິກ 2016)
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລີກັນ ທ່ານ Donald Trump ແລະຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ລະຫວ່າງການຫາສຽງ ທີ່ລັດ North Carolina. (ວັນທີ 3 ພະຈິກ 2016)

ທ່ານ​ນາງ Hillary Clinton ​ແລະ​ ທ່ານ Donald Trump ຕ່າງ​ກໍ​ໄດ້​ໂຄສະນາ​ຫາ​ສຽງ​ພ້ອມໆ​ກັນໃນ​ຄືນ​ວັນ​ພະຫັດ​ ຢູ່​ທີ່​ລັດ North Corolina ​ຊຶ່ງ​ເປັນ​ລັດ​ທີ່ ຜູ້​ໃດ​ຜູ້​ນຶ່ງ​ມີ​ທ່າ​ ທາງ​ວ່າ​ຈະ​ຕ້ອງ​ໄດ້​ຊະນະ ຖ້າ​ພວກທ່ານຫາກ​ຕ້ອງການ​ທີ່​ຈະ​ເຂົ້າ​ໄປກຳ​ຕຳ​ແໜ່​ງຢູ່​ທຳ ນຽບຂາວ ​ໃນ​ວັນ​ອັງຄານ​ຈະ​ມານີ້.

ອະດີດ​ຄູ່​ແຂ່ງ​ຂອງ​ທ່ານ​ນາງ ຈາກ​ພັກ​ເດ​ໂມ​ແຄ​ຣັດ ສະມາຊິກ​ສະພາ​ສູງ Bernie San- ders ​ໄດ້​ນຳ​ສະ​ເໜີ​ທ່ານ​ນາງ Clinton ​ໃນ​ການ​ໂຄສະ​ນາ​ຫາ​ສຽງ ທີ່​ເມືອງ Raleigh ຂະນະ​ທີ່​ຜູ້​ສະໝັກ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Donald Trump ​ໄດ້ ​ໂຄສະນາ​ຫາ​ສຽງ ບໍ່ໄກ​ໄປ​ຈາກ​ທີ່​ນັ້ນ ​ໂດຍ​ໄດ້ກ່າວຄຳປາໄສຕໍ່ຝູງຊົນ ທີ່ນິຍົມທະຫານຂະໜາດໃຫຍ່ ຢູ່ທີ່ ເມືອງ Selma.

Clinton: Trump Could Start a War
please wait

No media source currently available

0:00 0:00:56 0:00

ທັງ​ສອງ​ທ່ານ​ຕ່າງ​ກໍ​ໄດ້​ກ່າວ​ໂຈມ​ຕີ​ກັນ​ກ່ຽວ​ກັບ​ຄວາມ​ເໝາະ​ສົມ​ໃນ​ການເຂົ້າກຳຕຳ​ແໜ່​ງ ຂອງ​ກັນ​ແລະ​ກັນ ​ໃນ​ຂະນະ​ທີ່ໄດ້​ຮ້ອງ​ຂໍ​ໃຫ້​ພວກ​ສະໜັບສະໜຸນຮັບຮູ້​ວ່າການ ປ່ອນ​ບັດ​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ເປັນ​ສິ່ງ​ສຳຄັນ.

ກ່ອນ​ໜ້ານັ້ນທີ່​ເມືອງ Greenville ລັດ North Corolina ທ່ານ​ນາງ Clinton ​ໄດ້ເຕືອນ​ວ່າ ທ່ານ Trump ​ມັກ​ຖື​ວ່າ ​ຕົວ​ທ່ານ​ເອງ ​ສຳຄັນ​ສຸດ ​ແລະ​ບໍ່​ຫົວຊາ​ວ່າ ຜູ້​ໃດ​ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຂະນະ​ທີ່​ທ່ານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນັ້ນ.

ທ່ານ​ນາງ​ເວົ້າວ່າ ທ່ານ Trump ບໍ່​ສາມາດ​ຊ່ອຍ​ໂຕ​ທ່ານ​ເອງ​ໄດ້ຍ້ອນທ່ານ​ໄດ້ກ່າວ​ດູ​ຖູ​ກ ຢຽດ​ຢາມ​ພວກ​ແມ່ຍິງ ​ແລະ​ຊົນ​ກຸ່ມ​ນ້ອຍ ​ແລະ​ກ່າວວ່າ ທ່ານຂາດຄວາມ​ຮອບ​ຮູ້​ ປະສົບ​ພະກາ​ນ ​ແລະ​ເປັນ​ອັນຕະລາຍ​ທີ່​ສຸດ.

ທ່ານ​ນາງກ່າວ​ວ່າ “​ໃນ​ທົ່ວ​ສະຫະລັດ ຜູ້​ຄົນ​ແມ່ນ​ປະຕິ​ເສດ ​ຕໍ່​ວິ​ໄສ​ທັດ ​ອັນ​ມືດ​ມົນ ຂອງ​ທ່ານ Trump ຕໍ່​ການ​ມີ​ຄວາມ​ຫວັງ ການ​ຢູ່​ຮ່ວມ​ກັນ​ແລະ​ຄວາມ​ປຸ້ມລຸມ​ສາມັກ​ຄີ.”

Trump: Clinton Should Not be Allowed to Run
please wait

No media source currently available

0:00 0:01:22 0:00

​ຜູ້​ທີ່​ຊ່ອຍ​ໃນ​ການ​ໂຄສະນາ​ຫາ​ສຽງ ​ໃຫ້​ແກ່​ທ່ານ​ນາງ Clinton ທີ່​ສຳຄັນ​ສຸດກໍ​ຄື​ປະທານາ ທິບໍດີ​ບາຣັກ ​ໂອ​ບາ​ມາ​ ຊຶ່ງ​ໄດ້​ໂຄສະນາ​ໃຫ້​ແກ່​ທ່ານ​ນາງ ຢູ່ທີ່ອີກ​ລັດນຶ່ງຊຶ່ງ​ຜູ້​ສະໝັກ​ຕ້ອງ​ໄດ້​ຊະນະ ນັ້ນກໍ​ຄື ລັດຟລໍຣິດາ.

​ໃນ​ການ​ໂຄສະນາ​ຫາ​ສຽງ​ທີ່​ເມືອງ Jacksonvill ປະທານາທິບໍດີ​ໂອ​ບາ​ມາ​ໃຫ້​ຂໍ້​ສັງ​ເກດ ​ວ່າ ການຢັ່ງ​ຫາງ​ສຽງ​ແມ່ນ​ມີ​ຄະ​ແນນ​ໃກ້​ຄຽງ​ກັນ ​ແລະ​ທ່ານ​ກ່າວ​ວ່າ ຜົນຂອງ​ການ​ປ່ອນ​ບັດ​ແມ່ນ​ຈະ​ຖື​ເບົາ​ບໍ່​ໄດ້.

ປະທານາທິບໍດີ​ກ່າວ​ວ່າ “ທ່ານ​ມີ​ໂອກາດ​ອັນ​ລ້ຳ​ຄ່າ​ທີ່​ສຸດ ​ເພື່ອ​ຫຼໍ່ຫຼອມປະຫວັດສາດ ຢ່າ​ປ່ອຍ​ໃຫ້​ໂອກາດ​ນີ້​ເລື່ອນລອຍ​ໄປ.”

ຜູ້ສະໝັກເປັນຮອງປະທານາທິບໍດີ ພັກເດໂມແຄຣັດ ທ່ານ Tim Kaine ພວມຫາສຽງ ທີ່ນະຄອນ Phoenix ລັດ Arizona. (3 ພະຈຶກ 2016)
ຜູ້ສະໝັກເປັນຮອງປະທານາທິບໍດີ ພັກເດໂມແຄຣັດ ທ່ານ Tim Kaine ພວມຫາສຽງ ທີ່ນະຄອນ Phoenix ລັດ Arizona. (3 ພະຈຶກ 2016)

ທ່ານ​ໂອ​ບາ​ມາ​ຍັງ​ໄດ້​ກ່າວ​ໂຈມ​ຕີ​ສະມາຊິກ​ສະພາ​ສູງ​ພັກ​ຣີພັບ​ບລີ​ກັນ​ຢ່າງ​ແຮງທີ່​ໄດ້​ປະ ຕິເສດ​ບໍ່​ຍອມ​ພິຈາລະນາ​ ການສະ​ເໜີ​ຊື່​ແຕ່ງຕັ້ງຜູ້​ພິພາກສາ​ສານສູງສຸດ​ຂອງ​ທ່ານໂດຍ​ກ່າວວ່າ ​ເຂົາ​ເຈົ້າຕ້ອງການ​ລໍຖ້າ​ປະທານາທິບໍດີີ​ຄົນ​ໃໝ່​ກ່ອນ.

​ແຕ່​ສະມາຊິກ​ສະພາ​ສູງ​ເຫລົ່ານັ້ນຫລາຍໆ​ຄົນ ປັດຈຸບັນ​ນີ້ປະຕິຍານ​ວ່າ ​ເຂົາ​ເຈົ້າຈະຂັດ ຂວາງ​ບຸກຄົນ​ໃດ​ກໍ​ຕາ ມ​ທີ່​ທ່ານ​ນາງ Clinton ​ແຕ່ງຕັ້ງ.

ສະພາສູງ ໄດ້ປະຕິເສດ ທີ່ຈະຮັບຟັງຄຳໃຫ້ການ ກ່ຽວກັບການເລືອກເອົາ ຜູ້ພິພາກສາ Merrick Garland ເພື່ອມາຮັບຕຳແໜ່ງເປັນຜູ້ພິພາກສາສູງສຸດແທນທ່ານ Antonin Scalia.

ທ່ານ Trump ກໍໄດ້ໂຄສະນາຫາສຽງ ທີ່ເມືອງ Jacksonville ຄືກັນໃນວັນພະຫັດວານ ນີ້ໂດຍທຳນາຍວ່າ ຖ້າທ່ານນາງ Clinton ຊະນະ ທ່ານນາງກໍຈະຖືກຟ້ອງກ່ຽວກັບເລື້ອງ ອີແມລຂອງທ່ານນາງແລະຕັ້ງຄຳຖາມກ່ຽວກັບມູນນິທິ Clinton ເວລາທ່ານນາງເປັນລັດ ຖະມົນຕີການຕ່າງປະເທດ.

ທ່ານບໍ່ໄດ້ປ່ອຍໃຫ້ຝູງຊົນຫລົງລືມວ່າ ສາມີຂອງທ່ານນາງ ອະດີດປະທານາທິບໍດີ Bill Clinton ກໍເຄີຍຖືກຟ້ອງມາແລ້ວໃນປີ 1998 ຍ້ອນໄດ້ຕົວ ກ່ຽວກັບການມີເພດສຳພັນ ກັບຜູ້ທີ່ໄປຝຶກງານຢູ່ທຳນຽບຂາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Melania Trump and Other Surrogates Stump for Presidential Candidates
please wait

No media source currently available

0:00 0:02:44 0:00
XS
SM
MD
LG