ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Hillary Clinton ກ່າວຄຳປາໄສ ທີ່ສຳຄັນ ໃນການໂຄສະນາຫາສຽງ


Hillary Clinton ທັກທາຍ ບັນດາຜູ້ສະໜັບສະໜຸນ ເມື່ອໄປເຖິງ ເກາະ Roosevelt ໃນລັດ New York ເພື່ອການກ່າວຄຳປາໄສ ໂຄສະນາຫາສຽງ ເປັນປະທານາທິບໍດີ ປີ 2016 ຂອງທ່ານນາງ ຄັ້ງໃຫຍ່ເທື່ອທຳອິດ, ວັນທີ 13 ມີຖຸນາ 2015.
Hillary Clinton ທັກທາຍ ບັນດາຜູ້ສະໜັບສະໜຸນ ເມື່ອໄປເຖິງ ເກາະ Roosevelt ໃນລັດ New York ເພື່ອການກ່າວຄຳປາໄສ ໂຄສະນາຫາສຽງ ເປັນປະທານາທິບໍດີ ປີ 2016 ຂອງທ່ານນາງ ຄັ້ງໃຫຍ່ເທື່ອທຳອິດ, ວັນທີ 13 ມີຖຸນາ 2015.

ທ່ານ​ນາງ Hillary Clinton ຈັດການ​ໂຄສະນາ​ຫາ​ສຽງ ຄັ້ງ​ໃຫຍ່
ເທື່ອທຳ​ອິດ ເພື່ອ​ເຂົ້າສະໝັກ​ແຂ່ງຂັນ ເອົາ​ຕຳ​ແໜ່​ງ​ໃນ​ທຳນຽບ
ຂາວ ດ້ວຍການ​ກ່າວ​ຄຳປາ​ໄສ ແບບ​ຄຶກຄື້ນ ມ່ວນຊື່ນແກມຕະລົກ
​ແລະ ​ເປັນ​ສ່ວນ​ຕົວ ທີ່​ໄດ້​ເວົ້າເຖິງນະ​ໂຍບາຍ​ກ້າວໜ້າ ​ໂດຍໃຫ້
​ຄຳ​ໝັ້ນສັນຍາ​ວ່າ ຈະ​ສົ່ງ​ເສີມ​ໂອກາດທາງ​ດ້ານວຽກ​ງານ ​ທີ່​ສະ​ເໝີ​
ພາບ ​ແລະ ຈະ​ຕໍ່ສູ້​ເພື່ອ​ຊົນ​ຊັ້ນ​ກາງ ​ທີ່​ຕົກ​ຢູ່​ໃນ​ສະພາບ​ຂາດ​ເຂີນ​ນັ້ນ.

ໃນການ​ກ່າວ​ຄຳ​ປາ​ໄສ ຢູ່​ເກາະ Roosevelt ​ໃນ​ລັດ New York
ທີ່​ຖ່າຍ​ທອດ​ອອກທາງ​ໂທລະພາບທົ່ວປະ​ເທດນັ້ນ ​ທ່ານ​ນາງ
Clinton ກ່າວ​ຕໍ່​ຜູ້​ສະໜັບສະໜຸນ ຫຼາຍພັນ​ຄົນ​ວ່າ ທ່ານ​ນາງ
​ເຂົ້າສະໝັກ​ເປັນ​ປະທານາທິບໍດີ ​ແມ່ນ​ເພື່ອ​ຊາວ​ອາ​ເມຣິກັນ​ໝົດ​ທຸກ​ຄົນ ລວມທັງ​ພວກ​
ທີ່​ໄດ້​ຖືກ​ປ່ອຍປະ​ລະ​ເລີຍ ຫຼັງຈາກພາວະ​ຖົດຖອຍດ້ານ​ເສດຖະກິດ.

ທ່ານ​ນາງ ຄລິນ​ຕັນ ກ່າວ​ຕໍ່​ຜູ້​ສະໜັບສະໜຸນຈຳນວນຫຼວງຫຼາຍ ທີ່ພາກັນ​ຮ້ອງ​ເຊຍ​
“Hillary Hillary” ຢູ່​ນັ້ນ ວ່າ “ອາ​ເມຣິກາ ບໍ່​ສາມາດ​ປະສົບ​ຜົນ​ສຳ​ເລັດ​ໄດ້ ​ເວັ້ນ​
ເສຍ​ແຕ່ ພວກ​ທ່ານ​ປະສົບ​ຄວາມສຳ​ເລັດ​ ອັ້ນນັ້ນ​ແມ່ນ​ເຫດ​ຜົນ ທີ່​ຂ້າພະ​ເຈົ້າ
ລົງສະໝັກ​ເປັນ​ປະທານາທິບໍດີ ສະຫະລັດ.”

ທ່ານ​ນາງກ່າວ​ຕໍ່​ໄປ​ວ່າ “ຄວາມ​ຈະ​ເລີ​ນຮັ່ງມີ ບໍ່​ແມ່ນ​ພຽງແຕ່​ເປັນ​ຂອງ ພວກຜູ້ບໍລິ
ຫານ ​ແລະ​ ພວກ​ຜູ້​ຈັດການ​ເງິນ​ທຶນ​ເພື່ອ​ຫາ​ຜົນ​ກຳ​ໄລ​ເຫຼົ່າ​ນັ້ນ. ປະຊາທິປະ​ໄຕ
ບໍ່​ແມ່ນມີໄວ້ ພຽງ​ແຕ່​ສຳ​ຫລັບ​ມະຫາ​ເສດ​ຖີ​ເທົ່າ​ນັ້ນ. ຄວາມ​ຈະ​ເລີ​ນຮັ່ງມີ ​ແລະ
ປະຊາທິປະ​ໄຕ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕໍ່​ລອງ​ພື້ນ​ຖານ​ ຂອງ​ພວກ​ທ່ານ​ເຊັ່ນກັນ.”

ທ່ານ​ນາງ Clinton ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ ​ໄດ້​ເປີດ​ສາກ​ໂຈມ​ຕີ​ຢ່າງ​ເຈັບ​ແສບ​ຕໍ່ ​ພັກ​
ຣີພັບ​ບລີ​ກັນ ໂດຍກ່າວ​ເຖິງ​ບັນດາ​ຜູ້​ສະໝັກ​ລົງ​ແຂ່ງຂັນ ວ່າ ບໍ່ຮູ້ຈັກສະພາບການໂຕຈິງ
ກ່ຽວກັບຜູ້​ມີ​ສິດ​ອອກສຽງ​ເລືອກ​ຕັ້ງ ທີ່​ມີ​ຄວາມຫຼາກຫຼາຍນັ້ນ.

ທ່ານ​ນາງກ່າວ​ອ້າງ​ອີງ​ເຖິງ​ບັນດາພະຍາບານ ທີ່​ເຮັດ​ວຽກ​ໃນ​ຮອບ​ກາງຄືນ ບັນດາ​ຊ່າງ​
ແປງທໍ່ນ້ຳ ກະ​ເສດ​ຕະກອນ ບັນດາ​ທະຫານ​ຜ່ານເສິກ ​ແລະ ເຈົ້າຂອງທຸລະ​ກິດ​ຂະ​ໜາດ
ນ້ອຍ ວ່າ “ຂ້າພະ​ເຈົ້າສະໝັກ​ແຂ່ງຂັນ ​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ ທຳ​ງານ​ເພື່ອ​ພວກ​
ທ່ານ ​ແລະ ສຳ​ຫລັບ​ຊາວ​ອາ​ເມຣິກັນ​ໝົດ​ທຸກ​ຄົນ.”

ນອກນັ້ນ ທ່ານ​ນາງ​ຍັງ​ໄດ້​ປະຕິຍານ​ວ່າ “ຈະ​ຍຸດຕິ​ການ​ລັ່ງ​ໄຫ​ລຢ່າງ​ບໍ່​ສິ້ນສຸດຂອງເງິນ
ແບບລັບໆ ​ແລະຂາດຄວາມຮັບຜິດຊອບ ທີ່​ໄດ້​ເຮັດ​ໃຫ້ການ​ເລືອກ​ຕັ້ງ ຂອງ​ພວກ​ມີການບິດເບືອນ”
ຖ້າວ່າ​ມີ​ຄວາມ​ຈຳ​ເປັນ ທ່ານ​ນາງ Clinton ກ່າວ​ວ່າ ທ່ານນາງ​ຈະ​ໃຫ້
ການສະໜັບສະໜຸນ ຕໍ່ ແກ້ໄຂລັດຖະທຳ​ມະນູນ ເພື່ອ​ໃຫ້ຕ່າວ​ປີ້ນ ຄຳ​ຕັດສິນ​ຂອງ​ສານ​ສູງ​ສຸດ ທີ່ໄດ້​ຍົກ​ເລີກ ​ຂໍ້​ຈຳກັດເງິນທຶນ ໃນການ​ໂຄສະນາ​ຫາ​ສຽງ ທີ່​ເອີ້ນ​ວ່າ Citizens United.

US Clinton Rally
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG