ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Jeb Bush ຈະ​ປະກາດ ເຂົ້າແຂ່ງຂັນ ເອົາຕຳ​ແໜ່​ງ ປະທານາທິບໍດີ​ ຢ່າງ​ເປັນ​ທາງ​ການ


ອະ​ດິດ​ຜູ້ປົກຄອງ​ລັດ Florida ທ່ານ Jeb Bush ກ່າວປາໄສໃນການລະດົມທຶນຂອງພັກ ທີ່ນະຄອນ Nashville, ລັດ Tennessee. 30 ພຶດສະພາ 2015.
ອະ​ດິດ​ຜູ້ປົກຄອງ​ລັດ Florida ທ່ານ Jeb Bush ກ່າວປາໄສໃນການລະດົມທຶນຂອງພັກ ທີ່ນະຄອນ Nashville, ລັດ Tennessee. 30 ພຶດສະພາ 2015.

ອະ​ດິດ​ຜູ້ປົກຄອງ​ລັດ Florida ທ່ານ Jeb Bush, ລູກ​ຊາຍ ​ແລະ ນ້ອງຊາຍຂອງອະ​ດີດ ປະ​ທາ​ນາ​ທິບໍດີ ສະຫະລັດ, ​ແມ່ນ​ກຳລັງ​ທີ່​ຈະ​ປະກາດ ການສະໝັກ ​ເຂົ້າແຂ່ງຂັນເອົາຕຳ​ແໜ່​ງປະທານາທິບໍດີ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານໃນ​ວັນ​ຈັນມື້​ນີ້ ​ຢູ່​ທີ່ນະຄອນ Miami. ​ເຊິ່ງຈະ​ກາຍ​ເປັນ​ຄົນ​ທີ 11 ຂອງ​ພັກ Republican ທີ່​ເຂົ້າແຂ່ງຂັນ.

ທ່ານ Bush ​ໄດ້ລະ​ດົມ​ທຶນກ້ອນ​ໃຫຍ່ ສຳລັບ​ການ​ໂຄສະນາຫາ​ສຽງ​ຂອງ​ທ່ານ ​ແລະໄດ້​ຄາດຄິດ​ໃນ​ເບື້ອງ​ຕົ້ນ​ວ່າ​ຈ​ະ​ເປັນ​ຜູ້​ມີຄະແນນນຳ​ໜ້າໃນບັນດາຜູ້ສະໝັກຂອງພັກ Republican. ​ແຕ່​ວ່າກາ​ນສຳຫຼວດ ການ​ເມືອງແຫ່ງ​ຊາດເມື່ອ​ບໍ່​ດົນ​ມາ​ນີ້​ ໄດ້​ສະແດງ​ໃຫ້​ເຫັນ​ວ່າ ທ່ານ ເກືອບ​ຈະໄດ້ຮັບຄະແນນສຽງເທົ່າໆກັນ​ກັບ​ຜູ້​ສະໝັກ​ອີກ 2 ຄົນຄື ສະມາ​ຊິກ​ສະພາ​ສູງລັດ Florida ທ່ານ Marco Rubio ​ເຊິ່ງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງ​ຂັນແລ້ວ ​ແລະ ຜູ້ປົກ​ຄອງ​ລັດ Wisconsin ທ່ານ Scott Walke ເຊິ່ງຍັງບໍ່ທັນໄດ້ປະກາດຢ່າງເປັນ ທາງການເທື່ອ.

ໃນເວລາດຽວກັນ ຜູ້ມີຄະແນນສຽງນຳໜ້າໃນການແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີຈາກພັກ Democrat ຂອງສະຫະລັດ, ກໍຄືອະດີ​ດ ລັດຖະມົນ​ຕີ ຕ່າງ​ປະ​ເທດ ທ່ານນາງ Hilary Clinton ​ແມ່ນ​ກຳລັງໂຄສະນາ​ຫາ​ສຽງ​ໃນ​ລັດ Iowa, ​ເພື່ອ​ເກັບເກນເອົາພວກອາສາ​ສະໝັກ​ດ້ານ​ການ​ເມືອງ ​ໃນລັດ​ທີ່​ເຄີຍ​ປະຕິດ​ເສ​ດທ່ານນາງມາແລ້ວ ​ເມື່ອທ່ານ​ນາງລົງແຂ່ງຂັນເອົາຕຳແໜ່ງ​ປະທາ​ນາ​ທິບໍດີ​ຄັ້ງ​ທຳ​ອິດ​ໃນ​ປີ 2​008.

ຜູ້ສະໝັກເລືອກຕັ້ງປະທານາທິບດີພັກ Demoncrat ທ່ານ ນາງ Hillary Clinton ກ່າວປາໄສຕໍ່ໍ່ຜູ້ສະໜັບສະໜູນໃນການຊຸມນຸມ ທີ່ລັດ Iowa 14 ພຶດສະພາ 2015
ຜູ້ສະໝັກເລືອກຕັ້ງປະທານາທິບດີພັກ Demoncrat ທ່ານ ນາງ Hillary Clinton ກ່າວປາໄສຕໍ່ໍ່ຜູ້ສະໜັບສະໜູນໃນການຊຸມນຸມ ທີ່ລັດ Iowa 14 ພຶດສະພາ 2015

ໃນ​ຕົ້ນ​ປີໜ້າ, ພັກ Democrat ແລະພັກ Republican ທີ່ລັດ Iowa ​ຈະ​ເປັນຜູ້ຈັດການ​ປ່ອນ​ບັດ​ບ່ອນ​ທຳ​ອິ​ດ ​ໃນ​ການ​ແຂ່ງຂັນ​ເອົາຕຳ​ແໜ່​ງ ປະທານາທິບໍດີ ​ປີ 2016 ​ຢູ່ການ​ປະ​ຊຸມ​ພັກທີ່ໃຊ້ ເວລາດົນນານ ເພື່ອເລືອກເອົາຜູ້ສະໝັກສຳຫລັບແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າພັກ ​ເພື່ອໄປປະ​ເຊີນ​ ໜ້າ​ກັນ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບໍດີ​ແຫ່ງ​ຊາດ. ຜູ້ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ຕອນ​ທ້າຍ​ສຸດ ຈະ​ສືບ​ທອດຕຳແໜ່ງ ປະທາ​ນາ​ທິບໍດີ ທ່ານ Barack Obama ​ໃນ​ເດືອນມັງກອນ ​2017 ​ເຊິ່ງທ່ານ​ໄດ້​ຖືກ​ຈຳກັດ ​ການ​ດຳລົງ​ຕຳ​ແໜ່​ງໄວ້​ 2 ສະ​ໄໝ​ ໂດຍ​ລັດຖະທຳ​ມະນູນ​ຂອງປະເທ​ດ​.

US Presidential Politics
please wait

No media source currently available

0:00 0:00:48 0:00

XS
SM
MD
LG