ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຍິງຄົນນຶ່ງ ທີ່ຟີລາແດລເຟຍ ຖືກຈັບ ຍ້ອນພະຍາຍາມ ເດີນທາງໄປຮ່ວມ ກຸ່ມລັດອິສລາມ


ສຳນວນຟ້ອງຮ້ອງຂອງສານ
ສຳນວນຟ້ອງຮ້ອງຂອງສານ

ຜູ້ຍິງ​ຄົນ​ນຶ່ງ ​ທີ່ນະຄອນ Philadelphia ​ໄດ້​ຖືກ​ກ່າວ​ຫາ​ ໃນ​ວັນ​
ສຸກ​ວານ​ນີ້ວ່າ ພະຍາຍາມສະໜອງວັດຖຸເພື່ອໃຫ້ການສະໜັບ
ສະໜູນ ແກ່ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຊຶ່ງ​ເປັນຄະດີທີສອງ​ທີ່
ພົວພັນ​ກັບກຸ່ມ​ກໍ່​ການຢູ່​ຮ້າຍ​ຊິີເຣຍ​ໃນ​ອາ​ທິດ​ນີ້ ທີ່​ກ່ຽວຂ້ອງກັບ
ພວກ​ຜູ້ຍິງສະຫະລັດ.

ສຳນວນຟ້ອງຂອງ​ລັດຖະບານ​ກາງສະຫະລັດ ກ່າວ​ວ່າ ນາງ
Keonna Thomas ອາຍຸ 30 ປີ ທີ່​ຮູ້​ກັນ​ໃນອີກຊື່ນຶ່ງ​ວ່າ
Fatayat Al Khilafah ​ແລະ YoungLioness ​ໄດ້​ພະຍາ
ຍາມເດີນທາງໄປຕ່າງປະ​ເທດ ​ເພື່ອໄປ​ຮ່ວມ ​ແລະ​ສູ້​ລົບກັບ​
ກຸ່ມ​ລັດອິສລາມ.

ສຳນວນຟ້ອງ​ກ່າວ​ຫາ​ນາງ Thomas ວ່າ ​ໄດ້ສົ່ງຂໍ້ຄວາມຜ່ານທາງ tweeter ​ໄປ​ສະແດງ
ຄວາມຈົງ​ຮັກ​ພັກດີ ​ໂດຍ​ກ່າວ​ວ່າ “ຖ້າ​ຫາກ​ພວກ​ເຮົາ​ໄດ້​ຮູ້​ຄວາມ​ຈິງ ພວກ​ເຮົາ​ທັງ​ໝົດ​
ອາ​ດຈະຮີບ​ຮ້ອນ​ໄປ​ຮ່ວມ ບັນດາ​ອ້າຍນ້ອງ​ຂອງ​ພວກ​ເຮົາ​ຢູ່ທີ່​ແນ​ວໜ້າ.”

ຖະ​ແຫລ​ງການຂອງກະຊວງຍຸຕິ​ທຳ​ ທີ່ປະ​ກາດກ່ຽວກັບ​ຄະດີ​ນີ້ ກ່າວວ່າ ນາງ Thomas
​ໄດ້​ຖືກ​ກ່າວ​ຫາ​ວ່າ ຍື່ນ​ຄຳ​ຮ້ອງ ​ຂໍເຮັດ​ໜັງສື​ຜ່ານ​ແດນ​ສະຫະລັດ ເພື່ອຊອກ​ຫາ​ເສັ້ນ​ທາງ ໂດຍທາງອ້ອມ​ໄປ​ສູ່​ເທີ​ກີ ​ຜ່ານ​ທາງ​ອິນ​ເຕີແນັດ ​ແລະໄດ້​ຊື້ visa ຜ່ານທາງ electronic
​ໄປ​ຫາ​ເທີ​ກີ ພ້ອມທັງປີ້ເພື່ອບິນ​ເດີນທາງໄປ​ນອກ​ປະ​ເທດ. ນາງຖືກ​ກ່າວ​ຫາ​ວ່າ​ ທຳ​ການ
ຕິດ​ຕໍ່​ທາງ electronic ກັບ​ນັກ​ລົບລັດ​ອິສລາມ ຢູ່​ໃນ​ຊີ​ເຣຍ ​ໂດຍ​ຕອບວ່າ “ຈະ​ປະ​ເສີດ​ທີ່
​ສຸດ ອັນ​ເປັນຄວາມ​ຝັນ​ຂອງ​ຜູ້ຍິງ​ຄົນ​ນຶ່ງ” ​ເມື່ອເວລາ​ຖາມ​ວ່າ ຖ້າ​ຫາກ​ນາງ​ຕ້ອງການ​ຢາກ
ເປັນ​ພາກ​ສ່ວນ​ຂອງການ​ປະຕິບັດ​ງານ ​ໂຈມຕີສະຫຼະຊີບ.

ນອກນັ້ນ ຍັງມີລາຍງານວ່າ ນາງ Thomas ໄດ້​ໃຫ້​ຄຳ​ແນະນຳ​ແກ່​ເພື່ອນ​ຮ່ວມງານ​ຄົນ​ນຶ່ງ​
ວ່າ ນາງ​ໄດ້​ປິດ​ບັນຊີ Twitter ຂອງ​ນາງແລ້ວ ຈົນ​ກວ່າ​ນາງ​ຈະ​ເດີນ ທາງ​ໄປ​ຊີ​ເຣຍ​ໂດຍ​
ກ່າວ​ວ່າ ນາງ​ບໍ່​ຕ້ອງການ​ “ດືງດູດຄວາມ​ສົນ​ໃຈ” ​ຈາກ​ພວກ ນອກສາສະໜາ.

ຖ້າ​ຫາກ​ຖືກ​ພົບເຫັນວ່າມີຄວາມຜິດ ນາງ​ຈະ​ປະ​ເຊີນ​ໜ້າ​ກັບໂທດໜັກທີ່ສຸດຈຳ ຄຸກ 15 ປີ.

US Terror Arrest
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG