ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນໂດຍສານ ຂອງອີຈິບ ທີ່ຖືກຈີ້ ລົງຈອດ ທີ່ Cyprus


Egypt Plane Hijack
please wait
Embed

No media source currently available

0:00 0:00:45 0:00

ຜູ້​ຊາຍ​ທີ່​ຈີ້​ເຮືອ​ບິນ​ໂດຍສານ​ອາຍ​ພົ່ນ​ຂອງອີ​ຈິບ ​ແລະໄດ້ບັງຄັບ
ໃຫ້ລົງ​ຈອດ​ທີ່ Cyprus ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ຖືກ​ຈັບ​ໂຕ​ໄວ້​ແລ້ວ
ອີງ​ຕາມ​ເຈົ້າໜ້າ​ທີ່​ໄຊ​ປຣັສ.

​ເຈົ້າໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ຂອງ​ໄຊ​ປຣັສ ​ໄດ້​ປະກາດ​ຜ່ານ​ທາງ
Twitter ​ໃນ​ວັນ​ອັງ​ຄານມື້ນີ້ວ່າ ມັນ​ແລ້ວ​ໄປ​ແລ້ວ ຜູ້​ຈີ້​ເຮືອບິນ​ໄດ້​ຖືກ​ຈັບ​ໂຕ​ແລ້ວ.

​ເຈົ້າໜ້າ​ທີ່​ໄຊ​ປຣັສ​ໄດ້​ລະ​ບຸ​ຊາຍ​ຄົນ​ນີ້ວ່າ ​ແມ່ນ​ທ້າວ Seif Eldin Mustafa ​ແຕ່​ຍັງ​ບໍ່​ທັນ ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ຫຍັງ​ຄື​ຈຸດປະສົງ​ຂອງ​ຜູ້ກ່ຽວ.

ລາຍ​ງານ​ຂ່າວ​ບາງ​ກະ​ແສ​ແຈ້ງວ່າ ຜູ້​ຄົນນີ້​ໄດ້​ຮຽກຮ້ອງ​ຕໍ່​ເມຍ​ເກົ່າ​ຂອງ​ລາວ​ທີ່​ອາ​ໄສ​ຢູ່​ທີ່​ໄຊ​ປຣັສ. ສ່ວນ​ກະ​ແສ​ອື່ນໆ​ແຈ້ງວ່າ ລາ​ວມີ​ສາຍ​ແອວ​ລະ​ເບີດ​ມັດ​ໃສ່​ໂຕ.

ຜູ້ໂດຍສານທັງ​ໝົດ​ເກືອບ 55 ​ຄົນຢູ່​ເທິງ​ເຮືອບິນ ​ໄດ້​ຮັບ​ອະນຸຍາດ​ໃຫ້​ລົງ​ຈາກ​ເຮືອບິນ​ໄປ​ ​ຊຶ່ງ​ເຮືອບິນ​ລຳ​ນີ້ ຕົ້ນຕໍ​ຂອງ​ເຮືອບິນ ​ແມ່ນຈະ​ບິນ​ຈາກນະຄອນ Alexandria ​ໄປສູ່​ນະຄອນ
ຫລວງ Cairo.

ປະທານາທິບໍດີ Cyprus ທ່ານ Nicos Anastasiades ​ໄດ້​ກ່າວ​ວ່າ ການ​ຈີ້​ເຮືອບິນ​ດັ່ງກ່າວ​ນີ້ ບໍ່​ໄດ້​ກ່ຽວຂ້ອງ ​ກັບ​ການ​ກໍ່​ການ​ຮ້າຍ​ແຕ່​ຢ່າງ​ໃດ.

XS
SM
MD
LG