ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການເຈລະຈາ ​ກ່ຽວ​ກັບ ໂຄງການນິວເຄລຍ ຂອງອິຣ່ານ ຍັງດຳເນີນຕໍ່ໄປ


Iran-Nuclear
please wait
Embed

No media source currently available

0:00 0:01:01 0:00

ການດຳເນີນຄວາມ​ພະຍາຍາມ​ຂັ້ນ​ສູງທາງດ້ານການທູດ ເພື່ອ
ໃຫ້ບັນລຸການ​ຕົກລົງນາໆ​ຊາດ​ຂັ້ນ​ສຸດ​ທ້າຍໃນຂອບເຂດກວ້າງ
ຂວາງກ່ຽວກັບ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານແມ່ນ​ຍັງ​ສືບ​ຕໍ່​ໃນ
​ຫຼາຍ​ໆ​ບັນຫາ ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ຍັງ​ອີກ​ມື້ນຶ່ງ ກ່ອນ​ທີ່ເສັ້ນ
ຕາຍອັນ​ໃໝ່ ​ແລະ​ບາງທີ​ອາດ​ເປັນ​ເສັ້ນ​ຕາຍ​ອັນ​ສຸດ​ທ້າຍ​ທີ່​ໄດ້
​ກຳນົດ​ໄວ້ກໍເປັນໄດ້.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຣັດ​ເຊຍ ທ່ານ Sergei
Lavrov ​ໄດ້​ກ່າວ​ວ່າ ທັງ​ສອງ​ຝ່າຍ​ແມ່ນ​ເກືອບຈະບັນລຸ​ການ​ຕົກ
ລົງ​ກັນໄດ້ແລ້ວ. ​ແຕ່​ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ໃນອັນທີ່ເຫັນວ່າເປັນ
ບັນຫາ​ໃຫຍ່​ສຸດທີ່​ຍັງ​ຄ້າງ​ຄາຢູ່​ ສຳລັບ​ການ​ຕົກລົງ​ຂັ້ນ​ສຸດ​ທ້າຍ
​ນັ້ນ ​ໂດຍ​ກ່າວ​ວ່າ ຣັດ​ເຊຍແມ່ນ​ສະໜັບສະໜຸນ ໃຫ້ມີການ​ຍົກເລີກການຫ້າມຂາຍອາວຸດ ຂອງສະຫະປະຊາຊາດຕໍ່ອີຣ່ານ.

ເບິ່ງ: Mary Alice Salinas ລາຍງານຈາກ ນະຄອນ Vienna

On The Scene: High Level Push Continues for Iran Nuclear Deal
please wait

No media source currently available

0:00 0:00:47 0:00

ທ່ານ Lavrov ກ່າວ​ວ່າ ພວກ​ເຮົາ​ແມ່ນ​ໄດ້​ສະໜັບສະໜຸນ ໃຫ້​ຍົກ​ການ​ຫ້າມຂາຍອາວຸດ
ຢ່າງ ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ຍິ່ງໄປກວ່ານັ້ນ, ອີຣ່ານ ດັ່ງທີ່​ພວກ​ເຮົາ​ເຫັນ​ໃນເວລານີ້ກໍແມ່ນ
ການໃຫ້ຄວາມສະໜັບສະໜຸນໃນ​ການ​ຕໍ່ສູ້ຕ້ານ​ກຸ່ມ​ລັດ​ອິສລາມ ​ແລະ​ການ​ກຳຈັດຢູ່ຂົງ​ເຂດ​ແລະ​ໃນທົ່ວໂລກ ຕໍ່​ໄພຂົ່ມຂູ່​ທີ່​ວ່ານີ້. ການຍົກການ​ການຂາຍອາວຸດນັ້ນ ຈະ​ຊ່ອຍ​ໃຫ້​ອີຣ່ານ ​
ໄດ້​ເພີ້​ມສະມັດ​ຖະພາບ​ທາງ​ທະຫານ ​ໃນ​ການ​ຕໍ່ສູ້​ກັບ​ພວກ​ກໍ່​ການ​ຮ້າຍ.

​ເຈົ້າ​ໜ້າ​ທີ່​ຕາ​ເວັນ​ຕົກ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຄັດຄ້ານຕໍ່ການຍົກເລີກການຫ້າມຂາຍອາ ວຸດ ​ແລະ​ບັນຫາ​ນີ້ ບໍ່​ຄວນ​ຈະ​ນຳ​ເຂົ້າ​ມາ​ໂຮມ​ກັນ ​ໃນ​ການ​ເຈລະຈາ​ນີ້. ພື້ນຖານໃນການ​ເຈລະຈາ​ເພື່ອໃຫ້ບັນລຸຂໍ້ຕົກລົງ ກໍແມ່ນການ​ຍົກ​ການ​ລົງ​ໂທດ​ດ້ານ​ເສດຖະກິດ ຕໍ່​ອີຣ່ານ ເພື່ອເປັນການ​ແລກປ່ຽນ ກັບການຈຳກັດໂຄງການ​ນິວ​ເຄລຍຂອງ​ປະ​ເທດດັ່ງກ່າວ​.

ທ່ານ Ernest Moniz, ລັດຖະມົນຕີພະລັງງານ ປະຊຸມ ທີ່ Vienna, Austria, 9 ກໍລະກົດ 2015.
ທ່ານ Ernest Moniz, ລັດຖະມົນຕີພະລັງງານ ປະຊຸມ ທີ່ Vienna, Austria, 9 ກໍລະກົດ 2015.

ທ່ານ Lavrov ​ໄດ້ວາງ​ແຜນ ທີ່ຈະ​ກັບ​ຄືນ​ໄປ​ທີ່​ນະຄອນ​ວຽນ​ນາ ຈາ​ກຣັດ​ເຊຍ ບ່ອນທີ່​ທ່ານ​ແລະລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງຈີນທ່ານ Wang Yi ​ໄດ້​ເດີນທາງ​ໄປຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ນັ້ນ.

​ແຫຼ່ງຂ່າວຂອງ​ ສະຫະລັດທີ່​ໃກ້ຊິດ​ກັບ​ການ​ເຈລະຈາ​ນີ້ ​ໄດ້​ບອກ​ກັບ VOA ວ່າ ລັດຖະມົນ
ຕີ​ກະຊວງ​ການ​ຕ່າງປະ​ເທດ​ທັງ​ຫຼາຍ ​ແມ່ນ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ມີໜ້າ ​ໃນ​ນະຄອນ​ວຽນ​ນາ ​ສຳລັບບັນລຸການຕົກ​ຂັ້ນ​ສຸດ​ທ້າຍ ​ແຕ່​ວ່າ​ແຫຼ່ງ​ຂ່າວ​ກັບເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ແມ່ນ​ຕ້ອງ
ການ​ຈະ​ເຂົ້​າຮ່ວ​ມ.

XS
SM
MD
LG