ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ແລະເທີກີ ຄາດວ່າ ການຍົກຍ້າຍຜູ້ຄົນ ອອກຈາກອາເລັບໂປ ຈະແລ້ວ ໃນ 2 ມື້

ພວກນັກລົບຕໍ່ຕ້ານລັດຖະບານ ຊີເຣຍ ແລະ ພົນລະເຮືອນ ພາກັນຄອຍຖ້າ ຢູ້ໃກ້ໆ ອາຄານຕ່າງໆ ທີ່ຖືກທຳລາຍ ເພື່ອຫວັງ ທີ່ຈະໄດ້ຖືກຍົກຍ້າຍ ອອກໄປຈາກ ເຂດປົກຄອງ ໂດຍ ພວກຕໍ່ຕ້ານລັດຖະບານຊີເຣຍ ທາງທິດຕາເວັນອອກ ຂອງ Aleppo, ວັນທີ 18 ທັນວາ 2016.

ລັດຖະມົນຕີ ການຕ່າງປະເທດຂອງຣັດເຊຍ ແລະ ເທີກີ ໄດ້ກ່າວໃນວັນອັງຄານວານ
ນີ້ວ່າ ການຍົກຍ້າຍຜູ້ຄົນ ອອກຈາກເມືອງອາເລັບໂປ ຂອງຊີເຣຍ ທີ່ຖືກປິດລ້ອມນັ້ນ ຄວນຈະ​ແລ້ວສຳເລັດ ບໍ່ກາຍສອງສາມມື້.

ນັກລົບຕໍ່ຕ້ານລັດຖະບານຊີເຣຍ ຢືນເບິ່ງໃນຂະນະທີ່ຖືປຶນ ຢູ່ໃກ້ໆ ພວກຍົກຍ້າຍຊາວ Shi'ite ມຸສລິມ ຈາກຄຸ້ມບ້ານ ຂອງ al-Foua ແລະ Kefraya ໃນຂະນະທີ່ພວກເຂົາ ຂຶ້ນລົດເມ ໃນເຂດ al-Rashideen ທີ່ປົກຄອງໂດຍກຸ່ມພວກກະບົດຕໍ່ຕ້ານລັດຖະບານຊີເຣຍ, ວັນທີ 20 ທັນວາ 2016.

ລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານ Mevlut Cavusoglu ໄດ້ກ່າວໃນວັນ ອັງຄານວານນີ້ຜ່ານທາງ Twitter ວ່າ ພົນລະເມືອງຫຼາຍກວ່າ 37,000 ຄົນ ໄດ້ຖືກ ຍົກຍ້າຍອອກໄປແລ້ວ ແລະ ເປົ້າໝາຍກໍແມ່ນວ່າ ຈະຍົກຍ້າຍພວກ ທີ່ຍັງເຫຼືອທັງ​ໝົດ ອອກໄປຈາກ​ເມືອງອາເລັບໂປ ພາຍໃນວັນພຸດມື້ນີ້.

ຫຼັງຈາກການພົບປະກັນ ໃນນະຄອນຫຼວງມົສກູ ຂອງບັນດາລັດຖະມົນຕີການຕ່າງ
ປະເທດ ຣັດເຊຍ ເທີກີ ແລະ ອີຣ່ານ ຊຶ່ງລັດຖະມົນຕີການຕ່າງປະເທດຂອງຣັດເຊຍ
ທ່ານ Sergei Lavrov ໄດ້ບອກຕໍ່ບັນດານັກຂ່າວ ວ່າ ທັງສາມປະເທດ ໄດ້ໃຊ້ອິດ
ທິພົນຂອງພວກຕົນ ເພື່ອກົດດັນໃຫ້ມີການຍົກຍ້າຍຜູ້ຄົນ ໂດຍເປັນການຊີ້ໃຫ້ເຫັນ
ວ່າ ພວກເພິ່ນ ໄດ້ກາຍເປັນຜູ້ມີອຳນາດໄກ່ເກ່ຍຫຼັກ ໃນບັນຫາຂັດແຍ່ງຊີເຣຍ ທີ່ ແກ່ຍາວມາໄດ້​ເກືອບ 6 ປີແລ້ວນັ້ນ.

ລັດຖະມົນຕີການຕ່າງ ປະເທດ ຣັດເຊຍ ທ່ານ Sergey Lavrov, ຂວາ, ແລະຄູ່ຕຳແໜ່ງ ຈາກເທີກີ, ທ່ານ Mevlut Cavusoglu, ຍ່າງເຂົ້າຫອ້ງປະຊຸມ ໃນຂະນະທີ່ພວກເພິ່ນພົບປະກັນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 20 ທັນວາ 2016.
ລັດຖະມົນຕີການຕ່າງ ປະເທດ ຣັດເຊຍ ທ່ານ Sergey Lavrov, ຂວາ, ແລະຄູ່ຕຳແໜ່ງ ຈາກເທີກີ, ທ່ານ Mevlut Cavusoglu, ຍ່າງເຂົ້າຫອ້ງປະຊຸມ ໃນຂະນະທີ່ພວກເພິ່ນພົບປະກັນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 20 ທັນວາ 2016.

ລັດຖະມົນຕີການຕ່າງປະເທດທັງ​ສາມ ໄດ້ຮ່າງຂໍ້ສະເໜີສະບັບໜຶ່ງ ທີ່ຣັດເຊຍ ໄດ້
ກ່າວວ່າ ເປັນແບບແຜນເພື່ອການຢຸດຍິງ ໃນຊີເຣຍ ແລະອາດມີທ່າແຮງ ເຮັດໃຫ້ ສົງຄາມຍຸຕິລົງ. ຄວາມຮີບດ່ວນ ຂອງຣັດເຊຍ ແມ່ນໄດ້ທະວີຂຶ້ນ ຫຼັງຈາກ ເອກອັກ ຄະລັດຖະທູດ ປະຈຳເທີກີ ຂອງຕົນ ໄດ້ຖືກລອບສັງຫານ ໃນນະ ຄອນຫຼວງ Ankara ເມື່ອວັນຈັນຜ່ານ​ມານີ້ ໂດຍຊາຍຄົນໜຶ່ງທີ່ ຮ້ອງອອກມາວ່າ “ຢ່າໄດ້ລືມ ອາເລັບໂປ.”

ບັນດາລັດຖະມົນຕີການຕ່າງປະເທດທັງສາມ ໄດ້ຕົກລົງ ທີ່ຈະຄ້ຳປະກັນ ການ ເຈລະຈາສັນຕິພາບ ແລະ ຈະຂະຫຍາຍການຢຸດຍິງອອກໄປໃຫ້ທົ່ວຊີເຣຍ. ແຕ່ ການຢຸດຍິງທີ່ກວ້າງຂວາງໄປກວ່ານັ້ນ ຈະ​ໄດ້​ຮັບ​ການຍົກເວັ້ນ ສຳລັບກຸ່ມຫົວ
ຮຸນແຮງ ລັດອິສລາມ ກຸ່ມຫົວຮຸນແຮງ Fatah al-Sham Front ແລະ ກຸ່ມຫົວ
ຮຸນແຮງ Hezbollah ຂອງເລບານອນ ທີ່ສະໜັບສະໜູນລັດຖະບານຊີເຣຍ.

ລັດຖະມົນຕີການຕ່າງປະເທດ ຣັດເຊຍ Lavrov ໄດ້ກ່າວໃນກອງປະຊຸມຖະແຫລງ ຂ່າວຮ່ວມ ຂອງທັງສາມປະເທດ ວ່າ “ອີຣ່ານ ຣັດເຊຍ ແລະ ເທີກີ ແມ່ນພ້ອມແລ້ວ ທີ່ຈະຊ່ອຍ ໃນການກະກຽມຂໍ້ຕົກລົງ ທີ່ກຳລັງຈະເກີດຂຶ້ນ ລະຫວ່າງ ລັດຖະບານ
ຊີເຣຍ ແລະກຸ່ມຝ່າຍຄ້ານ ແລະ ຈະໄດ້ຮັບການຄ້ຳປະກັນ ໂດຍພວກຕົນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Syria Aleppo
please wait
Embed

No media source currently available

0:00 0:02:02 0:00

XS
SM
MD
LG