ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ບັນຊາການ ກຸ່ມ Hezbollah ຖືກຂ້າຕາຍ ຢູ່ໃນຊີເຣຍ


ແມ່ຍິງຄົນນຶ່ງ ຖືທຸງກຸ່ມຫົວຮຸນແຮງ Hezbollah ທີ່ຖານປະຕິບັດງານ ຢູ່ເລບານອນ.
ແມ່ຍິງຄົນນຶ່ງ ຖືທຸງກຸ່ມຫົວຮຸນແຮງ Hezbollah ທີ່ຖານປະຕິບັດງານ ຢູ່ເລບານອນ.

ກຸ່ມ​ອິສລາມ​ຫົວ​ຮຸນ​ແຮງ Hezbollah ກ່າວ​ວ່າ ຜູ້​ບັນຊາ​ການ​ທະຫານ​ຂອງ​ຕົນ ທ້າວ Mustafa Badreddine ​ໄດ້​ຖືກ​ຂ້າ​ຕາຍ​ຢູ່​ໃນ​ປະ​ເທດ​ຊີ​ເຣຍ.

ກຸ່ມ​ຫົວ​ຮຸນ​ແຮງ ​ທີ່​ມີ​ຖານ​ປະຕິບັດ​ງານຢູ່​ໃນ​ປະ​ເທດ​ເລ​ບານ​ອນດັ່ງກ່າວ​ໄດ້​ອອກຖະ​ແຫຼງ ການ​ສະບັບ​ນຶ່ງ ຜ່ານ​ທາງ​ໂທລະພາບ​ທີ່​ນະຄອນຫຼວງ​ເບ​ຣຸດ ໃນ​ວັນ​ສຸກ​ມື້ນີ້ ​ທີ່​ກ່າວ​ວ່າ ທ້າວ Badreddine ​ອາຍຸ 55 ປີ ​ໄດ້​ຖືກ​ຂ້າ​ຕາຍ​ໃນການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ ​ແອ​ລ.

ອິສຣາ​ແອລ ຍັງ​ບໍ່​ທັນ​ໄດ້​ໃຫ້ການ​ຢືນຢັນ​ໃນ​ທັນທີ​ເທື່ອ ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວ.

ທ້າວ Badreddine ​ໄດ້​ເຂົ້າກຳ​ຕຳ​ແໜ່​ງຜູ້​ບັນຊາ​ການ​ທະຫານ​ຂອງ​ກຸ່ມ Hezbollah ມາຕັ້ງ​ແຕ່​ປີ 2008.

ຜູ້ກ່ຽວ​ແມ່ນ​ນຶ່ງ​ໃນ​ຈຳນວນ 4 ຄົນທີ່​ໄດ້​ຖືກ​ກ່າວ​ຫາ​ລັບ​ຫຼັງ​ໃນ​ປີ 2005 ວ່າ​ວາງ​ແຜນ​ລອບ​ ສັງຫານມື້ລາງ​ ນາຍົກລັດຖະມົນຕີ​ເລ​ບາ​ນອນ​ ທ່ານ Rafik Hariri ​ແລະອີກ 21 ຄົນ. ການ​ດຳ​ເນີນ​ຄະດີ​ດັ່ງກ່າວເລີ້ມຂຶ້ນ​ໃນ​ປີ 2014 ທີ່​ນະຄອນ Hague ປະ​ເທດ​ເນ​ເທີ​ແລນ ​ແລະ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ເທົ່າ​ເຖິງ​ປັດຈຸບັນ​ນີ້.

ກຸ່ມ Hezbollah ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ໃນ​ການ​ໂຈມ​ຕີ​ທີ່​ວ່ານີ້.

ທ້າວ Badreddine ​ໄດ້​ຖືກ​ຕັດສິນ​ປະ​ຫານ​ຊີວິດ ​ຢູ່​ຄູ​ເວດ ຍ້ອນ​ບົດບາດ​ຂອງ​ຜູ້ກ່ຽວ ​ໃນ ການວາງ​ລະ​ເບີດ​ຢູ່​ທີ່​ນັ້ນ​ໃນ​ປີ 1983. ລາວ​ໄດ້​ຫລົບ​ໜີ​ອອກ​ຈາກ​ຄຸກ​ໃນຄູ​ເວດຫລັງ​ຈາກ ປະ​ເທດ​ດັ່ງກ່າວ ​ຖືກ​ຮຸກ​ຮານ​ໂດຍ​ອີຣັກ ພາຍ​ໃຕ້​ການ​ນຳພາ ​ຂອງ Saddam Hussein ​ໃນ​ ປີ 1990.

ນອກ​ນັ້ນ​ໃນ​ປີ 2015 ຜ່ານ​ມານີ້ ທາງກະຊວງ​ການ​ເງິນ​ຂອງ​ສະຫະລັດ​ຍັງ​ກ່າວ​ວ່າ ທ້າວ Badreddine ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ປະຕິບັດ​ງານ​ທາງ​ທະຫານ​ຂອງ​ກຸ່ມ Hezbol- lah ຢູ່​ໃນ​ຊີ​ເຣຍ ນັບ​ແຕ່​ປີ 2011 ​ເປັນຕົ້ນມາ.

Lebanon Hezbellah
please wait
Embed

No media source currently available

0:00 0:00:30 0:00


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG