ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​​ເສຍ​ຊີວິດ ​​​ຍ້ອນ​ໃຊ້ ​ເຮ​ໂຣອິນ ​ຫລາຍກວ່າ ການຄາດຕະກຳ ດ້ວຍອາວຸດປືນ


ຜູ້ຊາຍຄົນນຶ່ງສັກເຮໂຣອິນເຂົ້າໃສ່ຕົນເອງ ໂດຍໃຊ້ເຂັມທີ່ໄດ້ ມາຈາກອົງການພັນທະມິດ ຫລຸດຜ່ອນເຫດຮ້າຍແກ່ຄົນ ຊຶ່ງເປັນ
ອົງການແລກປ່ຽນເຂັມສັກຢາ ທີ່ໃຫຍ່ສຸດໃນສະຫະລັດ.
ຜູ້ຊາຍຄົນນຶ່ງສັກເຮໂຣອິນເຂົ້າໃສ່ຕົນເອງ ໂດຍໃຊ້ເຂັມທີ່ໄດ້ ມາຈາກອົງການພັນທະມິດ ຫລຸດຜ່ອນເຫດຮ້າຍແກ່ຄົນ ຊຶ່ງເປັນ ອົງການແລກປ່ຽນເຂັມສັກຢາ ທີ່ໃຫຍ່ສຸດໃນສະຫະລັດ.

ຈຳນວນຊາວ​ອາ​ເມຣິກັນ ​ທີ່​ໄດ້ເສຍ​ຊີວິດ​ປີ​ແລ້ວ​ນີ້ ຍ້ອນການ​ໃຊ້​ເຮ​ໂຣອິນ​ເກີນ​ຂອບ​ເຂດ ​ແມ່ນ​ຫລາຍ​ກວ່າ​ພວກ​ທີ່​ຖືກ​ຍິງ​ຕາຍ ອີງ​ຕາມ​ຂໍ້​ມູນ​ຂອງ​ລັດຖະບານ.

ການເສຍ​ຊີວິດຈາ​ກໃຊ້ເຮ​ໂຣອິນ​ເກີນ​ຂອບ​ເຂດ ​ແລະ​ຢາ​ເສບ​ຕິດອື່ນໆ ທັງ​ຖືກ ຕ້ອງ​ແລະ​ ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ​ໄດ້​ເພີ້​ມຂຶ້ນ​ໃນ​ອັດຕາທີ່​ສູງ​ກວ່າຜູ້​ເສ​ຍຊີວິດ ຈາກ​ອາວຸດ​ປືນ​ ໃນ ໄລຍະຫລາຍ​ປີ​ທີ່​ຜ່ານ​ມາ ​ແຕ່​ໂຕ​ເລກ​ຈາກ​ປີ 2015 ​ແມ່ນ ສະ​ທ້ອນ​ໃຫ້​ເຫັນ​ເຖິງການ​ເພີ້​ມ ຂຶ້ນ​ຢ່າງ​ວ່ອງ​ໄວ ​ນັບ​ແຕ່​ປີ 2007 ​ເວລາ​ການ​ໃຊ້​ອາວຸດ​ປືນ​ ໃນ​ການ​ຄາດ​ຕະກຳ​ ​ແມ່ນ​ລື່ນ ​ການ​ເສຍ​ຊີວິດ​ຍ້ອນ​ເຮ​ໂຣອິນຫຼາຍ​ກວ່າ 5 ຕໍ່ 1.

ການ​ຕາຍ​ຍ້ອນ​ການ​ໃຊ້​ເຮ​ໂຣອິນ​ເກີນ​ຂອບ​ເຂດ ​ໄດ້​ສູງ​ຂຶ້ນ​ 23 ​ເປີ​ເຊັນ ໃນ​ປີ 2015 ເປັນ 12,989 ຄົນຂະນະ​ທີ່ຈຳນວນ​ຂອງຜູ້​ເສຍ​ຊີວິດດ້ວຍອາວຸດ​ປືນ​ເພີ້ມຂຶ້ນ​ເປັນ 12,979 ຄົນ.

​ໂດຍ​ທົ່ວ​ໄປ​ແລ້ວ ການ​ໃຊ້​ຢາ​ເກີນ​ຂອບ​ເຂດ​ທັງ​ໝົດ​ໄດ້ເຮັດໃຫ້​ຊາວ​ອາ​ເມຣິກັນເສຍ​ຊີວິດ ຫຼາຍກວ່າ 50,000 ຄົນ​ໃນ​ປີແລ້ວ​ນີ້ ອີງ​ຕາ​ມລາຍ​ງານ​ໃນ​ອາທິດ​ນີ້​ຂອງສູນ​ກາງ​ຄວບ​ຄຸມ ​ ແລະ​ປ້ອງ​ກັນ​ພະ​ຍາດ​ສະຫະລັດ ຫລື CDC.

ທ່ານ Robert Anderson ຫົວໜ້າ​ສະຖິຕິໃນ​ດ້ານ​ການ​ເສຍ​ຊີວິດ​ຂອງ​ CDC ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ບໍ່​ເຄີ​ຍ​ເຫັນ​ສິ່ງ​ໃດ​ສິ່ງ​ນຶ່ງ​ຄື​ຢ່າງ​ນີ້ມາກ່ອນ. ​ແນ່ນອນບໍ່​ຢູ່​ໃນ ​ສະ​ໄໝ​ໃໝ່.”

ສ່ວນ​ໃຫຍ່ຂອງ​ການ​ຕາຍ​ຈາກ​ຢາ​ເສບ​ຕິດ ແມ່ນ​ເນື່ອງ​ມາ​ຈາກການ​ໃຊ້ຢາ​ປະສົມ​ທີ່​ຄ້າຍ ຄືກັບ​ຢາຝິ່ນ​ເກີນ​ຂອບ​ເຂດ ຊຶ່ງ​ເປັນ​ຢາ​ທີ່​ມີ​ປະຕິກິລິຍາ​ຢູ່​ໃນ​ສູ​ນກາງລະບົບປະສາດ​ເພື່ອ​ຊ່ວຍ​ບັນ​ເທົາ​ຄວາມ​ເຈັບ​ປວດ ຮວມທັງ​ເຮໂຣອິນ ​ແລະ​ຢາ​ທີ່​ຜິດ​ກົດໝາຍ​ອື່ນໆ ​ເຊັນ​ວ່າ fentanyl ນອກ​ນັ້ນ​ຍັງ​ຮວມທັງ​ຢາ​ແກ້ປວດ​ເຊັນ​ວ່າ Oxycontin ​ແລະ Vicodin ທີ່​ອາດ ແນະນຳ​ໂດຍ​ບັນດາ​ນາຍ​ແພດ ​ແຕ່​ຍັງ​ໄດ້​ໃຊ້​ໃນ​ທາງ​ຜິ​ດກົດໝາຍ.

​ໃນ​ວັນ​ພຸດ​ທີ່​ຜ່ານມາ ສະພາ​ໄດ້ຮັບ​ຜ່ານ​ຮ່າງ​ກົດໝາຍ​ການ​ປິ່ນປົວ​ຂອງ​ສັດຕະ​ວັດທີ 21 ທີ່​ ຈະ​ອະນຸມັດ​ເງິນ 1 ພັນ​ລ້ານ​ໂດ​ລາ ​ເພື່ອ​ຕໍ່ສູ້​ກັບການລະບາດຢາ​ປະສົມ​ທີ່​ຄ້າຍຄື​ຢາຝິ່ນ​. ​ເງິນເຫລົ່ານີ້ຈະນຳ​ໄປ​ໃຊ້​ປິ່ນປົວ​ການ​ຕິດ​ຢາແລະໂຄງ ການປ້ອງ​ກັນ.

​ໃນທາງ​ກົງກັນຂ້າມ​ກັບ​ຕາຍ​ຂອງ​ການ​ໃຊ້​ຢາ​ເກີນ​ຂອບ​ເຂດ 52,404 ຄົນໃນ​ປີ 2015 ຈຳນວນ​ຜູ້ເສຍ​ຊີວິດ​ຍ້ອນອຸປະຕິ​ເຫດ​ລົດ​ຕຳ​ກັນແມ່ນ​ມີ​ຢູ່ 37,757 ຄົນ ການ​ເສຍ​ຊີວິດ​ ຈາກ​ອາວຸດ​ປືນ ​ທີ່​ຄອບ​ງໍາ​ໂດຍ​ການ​ຂ້າ​ໂຕ​ຕາຍ ​ລື່ນ​ການຄາດ​ຕະກຳ ຊຶ່ງ​ມີຈຳ​ນວນ​ທັງ​ ໝົດ 36,252 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG