ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົບພະຍົບ 30 ກວ່າຄົນ ຖືກຍິງຕາຍ ເທິງເຮືອ ນອກຝັ່ງເຢເມນ


ہر نئے قمری سال کو کسی نہ کسی جانور یا پرندے سے منسوب کیا جاتا ہے۔ اس بار نیا سال چوہے سے منسوب کیا گیا ہے۔ 
ہر نئے قمری سال کو کسی نہ کسی جانور یا پرندے سے منسوب کیا جاتا ہے۔ اس بار نیا سال چوہے سے منسوب کیا گیا ہے۔ 

ມີ​ລາຍ​ງານ​ວ່າ ຫລາຍ​ກວ່າ 30 ຄົນ​ໄດ້​ເສຍ​ຊີວິດ ຫຼັງ​ຈາກ​ພວກ​ໂຈມ​ຕີ​ຍິງ​ປືນ​ໃສ່​ເຮືອ
​ທີ່​ຂົນ​ພວກ​ອົບ​ພະຍົບຢູ່​ທະ​ເລ​ແດງ ນອກ​ແຄມ​ຝັ່ງ​ທະ​ເລ​ຂອງ​ເຢ​ເມນ.

​ເຮືອ​ລຳ​ດັ່ງກ່າວ​ ​ທີ່ເຊື່ອກັນ​ວ່າ ຂົນ​ພວກ​ອົບ​ພະຍົບຊາວ​ໂຊ​ມາ​ເລຍ​ ​ໄດ້​ຖືກຍິງ​ໂຈມ​ຕີ ​
ໃນ​ຕອນ​ຄ່ຳ​ຂອງ​ວັນ​ພະຫັດ​ຜ່ານ​ມາໃກ້ໆ​ເມືອງ​ທ່າ Hudayah ທາງແຄມ​ຝັ່ງ​ຕາ​ເວັນ​
ຕົກ​ຂອງ​ເຢ​ເມນອີງ​ຕາມ​ຄຳ​ເວົ້າຂອງ​ທ່ານ Mohamed Abshir Gedi ຮອງ​ປະທານ
​ປະຊາ​ຄົມ​ຊາວ​ໂຊ​ມາ​ເລຍທີ່​ນະຄອນຫຼວງ Sanaa ຂອງເຢ​ເມນ.

ທ່ານ Gedi ກ່າວ​ວ່າ ​ໂຕ​ເລກ​ຜູ້​ເສຍ​ຊີວິດ ​ແມ່ນ 32 ຄົນ ​ແລະ​ບາດ​ເຈັບ​ອີກ 27 ຄົນ.
ທ່ານ​ກ່າວ​ຕໍ່​ພະ​ແນ​ກພາສາ​ໂຊ​ມາ​ເລຍ​ໃນ​ວັນ​ສຸກ​ວານ​ນີ້ວ່າ “ພວກທີ່​ບາດ​ເຈັບ​ແມ່ນ
​ຮວມທັງ ​ແມ່ຍິງ​ອາຍຸ 25 ປີ​ທີ່​ໄດ້​ເສຍ​ຂາ​ຂອງ​ນາງ.”

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ກຸ່ມ​ໃດ​ເປັນ​ຜູ້ຍິງ​ປືນ​ໃສ່ ​ເຮືອ​ລຳ​ດັ່ງກ່າວ.​ ອີງ​ຕາມ
​ລາຍ​ງານ​ຂ່າວ​ແລ້ວ ພວກ​ທີ່​ເຫັນ​ເຫດການ ​ໄດ້​ໃຫ້ການ ​ແບບ​ຂັດ​ແຍ້​ງກັນ ກ່ຽວ​ກັບ​
ວ່າການ​ໂຈມ​ຕີນີ້ ມາ​ຈາກ​ເຮຣີຄອບ​ເຕີ້ ຫຼືມາ​ຈາກ​ເຮືອ​ອີກ​ລຳ​ນຶ່ງ​ກັນ​ແທ້.

ປະ​ເທດ​ແນວ​ໂຮມ​ທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ ທີ່​ພວມ​ທຳ​ການ​ຕໍ່ສູ້​ກັບ​ພວກ​ກະບົດ​ຮູ​ຕີ ​ໃນ
​ເຢ​ເມນກ່າວ​ວ່າ ຕົນ​ບໍ່​ມີ​ສ່ວນ​ພົວພັນ​ໃດໆ​ໃນ​ການ​ໂຈມ​ຕີ ທີ່​ມີ​ຂຶ້ນຢູ່​ໃນ​ເຂດ​ເມືອງ​ທ່າ
Hudayah ​ໃນ​ມື້ວັນ​ພະຫັດ​ຜ່ານ​ມາ.

ທ່ານ Gedi ກ່າວ​ວ່າ ພວກ​ອົບ​ພະຍົບຈຸນີ້ ​ແມ່ນ​ພວມ​ເດີນທາງ​ ໄປ​ຊູ​ດານ ​ເພື່ອຫລົບ
ໜີຄວາມ​ວຸ້ນວາຍ​ໃນ​ເຢ​ເມນ. ປະ​ເທດ​ເຢ​ເມນ​ເປັນ​ບ່ອນຢູ່​ບ່ອນ​ອາ​ໄສ​ຂອງພວກ​ອົບ
​ພະຍົບຊາວ​ໂຊ​ມາ​ເລຍ​ຫຼາຍກວ່າ 2 ​ແສນ​ຄົນທີ່​ໄດ້​ພາກັນ​ຫຼົບໜີ​ຄວາມທຸກ​ຍາກ​ແລະ
​ຄວາມ​ຮຸ​ນ​ແຮງ​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ອົງການ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ມັນ​ເປັນ​ເລື່ອງທີ່​ໜ້າ “ຕົກ​ໃຈ”
ກ່ຽວ​ກັບ​ການ​ເສຍ​ຊີວິດ​ດັ່ງກ່າວ ​ແລະ​ເວົ້າວ່າ ຕົນ​ມີ​ຄະນະ​ປະຕິບັດ​ງານ ​ພາກ​ພື້ນ
ດິນ​ໃນ​ເຢ​ເມນ ​ເພື່ອ​ຊ່ອຍ​ເຫຼືອ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້ ​ແລະ ຄອບຄົວ​ຂອງ​ພວກ
​ທີ່​ເສຍ​ຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG