ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜົນດີຂອງໄວຕາມິນ D ຕໍ່ ສຸຂະພາບຂອງແມ່ ແລະລູກນ້ອຍ


Dr. Michael Irwig, ອາຈານ​ສອນທີ່​​ໂຮງຮຽນ​ແພດສາດຂອງມະຫາ​ວິ​ທະຍາ​ໄລ George Washington University, ​ໄດ້​ບັນ​ລະ​ຍາຍ​ໃຫ້ນັກສຶກສາ​ຟັງເລື້ອຍໆ​ກ່ຽວກັບໄວ​ຕາ​ມິນ​ ດີ.
Dr. Michael Irwig, ອາຈານ​ສອນທີ່​​ໂຮງຮຽນ​ແພດສາດຂອງມະຫາ​ວິ​ທະຍາ​ໄລ George Washington University, ​ໄດ້​ບັນ​ລະ​ຍາຍ​ໃຫ້ນັກສຶກສາ​ຟັງເລື້ອຍໆ​ກ່ຽວກັບໄວ​ຕາ​ມິນ​ ດີ.

ພວກນັກຊ່ຽວຊານທັງຫລາຍ ນັບມື້ນັບເຊື່ອວ່າ ໄວຕາມິນ ດີ ມີບົດບາດໃນການສົ່ງເສີມ ໃຫ້ມີສຸຂະພາບດີໃນຫລາຍໆດ້ານ. ການຄົ້ນຄວ້າໃນປັດຈຸບັນນີ້ກໍາລັງສະແດງໃຫ້ເຫັນວ່າ ໄວຕາມິນດີ ສາມາດມີຜົນກະທົບຕໍ່ເກືອບໝົດທຸກພາກສ່ວນຂອງຮ່າງກາຍຂອງຄົນເຮົາ ແລະສາມາດຫລຸດຜອນຄວາມສ່ຽງຕໍ່ການເປັນພະຍາດຫລາຍໆຊະນິດ, ລວມທັງໂຣກ ມະເຮັງນໍາອີກດ້ວຍ. ພ້ອມດຽວກັນນັ້ນ, ການຂາດໄວຕາມິນ ດີ ຫລືບໍ່ມີໄວຕາມີນ ດີ ຢາງພຽງພໍໃນຮ່າງກາຍ ກໍສາມາດພາໃຫ້ເກີດຜົນກະທົບຕໍ່ສຸຂະພາບຢ່າງຮ້າຍແຮງໄດ້ ແມ່ນກະທັ້ງສຸຂະພາບຂອງເດັກທາຣົກນ້ອຍໆ ກໍໄດ້ຮັບຜົນກະທົບເຊັ່ນກັນ.

ເປັນ​ທີ່​ຮູ້​ກັນ​ດີ​ວ່າ ພວກທາ​ຣົກ​ເກີດ​ໃໝ​ນນ​ ມັກ​ຈະ​ມີ​ຄວາມ
ສ່ຽງສູງຕໍ່ອາການອັກ​ເສບໃນລະບົບຫາຍ​ໃຈ.

ມາ​ບັດນີ້ ການຄົ້ນຄວ້າ​ໃໝ່ທີ່​ນຳພາ​ໂດຍ​ໂຮງໝໍ​ໃຫຍ​ຂອງ​ລັດມັດ​ຊາ​ຈູ​ເຊັສ ຫລື Massachusetts General Hospital ​ໄດ້​ຄົ້ນພົບ​ວ່າ​ ມີ​ການກ່ຽວພັນ​ກັນລະຫວ່າງ
ການ​ມີໄວ​ຕາ​ມິນ ​ດີ ໃນ​ລະດັບຕໍ່າ​ໃນຮ່າງກາຍຂອງ​ເດັກ​ທາ​ຣົກ​ເກີດ​ໃໝ່ ​ແລະອາການ​ອັກ​ເສບໃນລະບົບຫາຍ​ໃຈ.

ການຄົ້ນຄວ້າດງກາວໄດ້​ພົບ​ວ່າ ອາການ​ຫາຍ​ໃຈຫວີດໆ
ຫລື​ຫັນ​ໃຈ​ຝືດໃນຊ່ວງ​ຊຸມເດືອນຕນໆຂອງ​ເດັກນ້ອຍ​ນັ້ນ
ສາມາດຮ້າຍ​ແຮງ​ຂຶ້ນ​ໄດ້ຖ້າ​ຫາກ​ເດັກ​ທາ​ຣົກນ້ອຍເຫລົ່ານັ້ນ
ມີ​ໄວ​ຕາ​ມິນດີໃນລະດັບ​ຕໍ່າຢູ​ໃນຮ່າງກາຍ.

.

ທາຣົກນ້ອຍຄົນນີ້ໃຊ້ເຄື່ອງ ຫາຍໃຈຊ່ວຍຍ້ອນມີອາ ການຫາຍໃຈຝືດ
ທາຣົກນ້ອຍຄົນນີ້ໃຊ້ເຄື່ອງ ຫາຍໃຈຊ່ວຍຍ້ອນມີອາ ການຫາຍໃຈຝືດ

ແຕ່​ວ່າການ​ຄົ້ນຄວ້ານັ້ນ ຍັງ​ບໍ່ທັນ​ສາມາດ​ໃຫ້ການ​ຢືນຢັນ​ໄດ້​ວ່າ ມີ​ການ​ກ່ຽວ​ເນື່ອງກັນ​ລະຫວ່າງລະດັບ​ໄວ​ຕາ​ມິນ​ ດີ ຕໍ່າ
ກັບ​ການ​ເປັນ​ພະ​ຍາດ​ຫືດ​ແບບ​ຊາ​ເຮື້ອນັ້ນ.

ນອກ​ນ ພວກ​ທ່ານໝໍທັງ​ຫລາຍກໍ​ຍັງກໍາລັງພາກັນຄນ​ພົບ​ອີກ​
ວາ ມີການ​ພົວພັນ​ກັນ​ລະຫວ່າງໄວ​ຕາ​ມິນ ດີ ​ແລະການ​ຖືພາ​ທີ່​ມີ​ ສຸຂະພາບ​ສົມບູນ​ດີ.

ການ​ສຶກສາຄົ້ນຄວ້າອີກ​ບັ້ນນຶ່ງ​ທີ່​ຫາກໍ່​ໄດ້​ດໍາ​ເນີນ​ໄປຫວ່າງ
ໝໍ່ໆ​ມາ​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າຜູ້ຍິງ​ທີ່​ຖືພາສາມາ​ດຫລຸດ​
ຜ່ອນໂອກາດ​ໃນ​ການມີ​ບັນຫາໃນ​ລະຫວ່າງຖືພາ ​ຫລື​ອາການແຊກ​ຊ້ອນທີ່ກ່ຽວຂ້ອງ​ກັບ​ການ​
ເກີດລູກນັ້ນ​ໄດ້​ ຖ້າ​ຫາກ​ພວກ​ເຂົາ​ເຈົ້າກິນ​ໄວ​ຕາ​ມິນ​ ດີ 4,000 ຫົວໜ່ວຍສາກົນ ຫລື International Units ທຸກໆມື້.

Dr. Michael Irwig ອາຈານ​ສອນທີ່ໂຮງຮຽນ​ແພດສາດຂອງມະຫາ​ວິ​ທະຍາ​ໄລ George
Washington ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ​ໄດ້​ບັນ​ລະ​ຍາຍ​ໃຫ້ນັກສຶກສາ​ຟັງເລື້ອຍໆ​ກ່ຽວກັບໄວ​ຕາ​ມິນ ​ດີ. Dr. Michael Irwig ​ເວົ້າວ່າ:

ຜົນດີຂອງໄວຕາມິນ D ຕໍ່ ສຸຂະພາບຂອງແມ່ ແລະລູກນ້ອຍ
ຜົນດີຂອງໄວຕາມິນ D ຕໍ່ ສຸຂະພາບຂອງແມ່ ແລະລູກນ້ອຍ

"ໄດ້​ມີ​ການ​ສຶກສາຄົ້ນຄວ້າ​ຈໍາ​ນວນ​ນຶ່ງ​ທີ່​ສະ​ແດງ​ໃຫ້​
ເຫັນ​ວ່າ ຖ້າ​ເຮົາ​ເອົາ​ໄວ​ຕາ​ມິນ ດີ​ ​ໃຫ້​ພວກ​ແມ່ຍິງ​
ຖືພາ​ ກິນ 4,000 units ຕໍ່ມື້, ອັດຕາການ​ມີອາ
ການແຊກ​ຊ້ອນໃນ​ລະຫວ່າງການ​ຖືພາຂອງ​ພວກ​
ເຂົາ​ເຈົ້າ ​ແມ່ນຫລຸດລົງຢ່າງ​ຫລວງຫລາຍ. ຖ້າ​
ພວກ​ເຮົາຕິດຕາມ​ເບິ່ງອາການຕ່າງໆ ​ເຊ່ນອາການ
ອັກ​ເສບ, ການ​ອອກລູກກ່ອນ​ກໍານົດ, ​ແມ່ນ​ແຕ່​ພະ
ຍາດ​ເບົາ​ຫວານໃນ​ເວລາ​ຕັ້ງທ້ອງ, ພວກອາການ​ເຫລົ່ານີ້ ​ແມ່ນ​ຈະຫລຸດ​ລົງທັງ​
ໝົດ ​ຖ້າ​ເຮົາເອົາ​ໄວ​ຕາ​ມິນ​ດີ​ ໃຫ້​ພວກ​ຜູ້ຍິງ​ຖືພາ​ກິນ ໃນ​ຂະໜາດ ຫລືໂດ​ສ ທີ່​ ​ເພີ້ມຂຶ້ນ ຫລາຍກວ່າ​ເກົ່າ.

ອີງ​ຕາມ​ການ​ສຶກສາຄົ້ນຄວ້າ​ໂດຍ​ໂຮງໝໍ Massachusetts General ​ແລະມະຫາວິທະ
ຍາ​ໄລລັດ Colorado ທີ່​ເມືອງ Denver ແມ່ນ​ວ່າ ພວກໄວ​ຕາ​ມິນທີ່ໃຫ້​ກິນຕາມ​ປົກກະຕິ
ໃນ​ໄລຍະ​ຖືພາ​ນັ້ນ ບໍ່​ໄດ້​ສະໜອງ​ໄວ​ຕາ​ມິນ ດີ ​ໃຫ້​ແກ່ແມ່ຍິງ​ຖືພາ​ຢ່າງ​ພຽງພໍ.

ການຄົ້ນຄວ້າ​ບັ້ນນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ​ເຈັດ​ຄົນ​ໃນ​ຈຳນວນແມ່ຍິງຖືພາສິບ​ຄົນໃດ ຢູ່​ໃນ
ສະຫະລັດ​ແມ່ນ​ບໍ່​ໄດ້​ຮັບ​ໄວ​ຕາ​ມິນ ​ດີ ຢ່າງ​ພຽງພໍ.

ແລະ​ອີກ​ຢ່າງ​ນຶ່ງ ພວກ​ຜູ້ຍິງ​ທີ່​ມີ​ຜີວ​ຄໍ້າ​ກວ່າ, ພວກ​ຜູ້ຍິງ​ທີ່​ປົກ​ຄຸມຜີວໜັງ​ໄວ້ຍ້ອນ​ເຫ​ດຜົນ​ທາງ​ສາສະໜາ ​ແລະວັດທະນະ​ທໍາ ​ແລະ​ພວກ​ຜູ້ຍິງ​ທີ່​ອາ​ໃສ​ຢູ່​ໃນ​ເຂດ​ທີ່​ມີ​ລະດູໜາວຫລາຍ​ເດືອນ​ກວ່າ ​ແມ່ນ​ຈະ​ສ່ຽງຕໍ່ການຂາດ​ໄວ​ຕາ​ມິນ​ດີ ຫລາຍ​ກວ່າ​ພວກ​ອື່ນ. ທັງ​ນີ້ກໍ​ເພາະວ່າ
ໄວຕາ​ມິນ ​ດີ ​ແມ່ນ​ຜະລິດ​ໂດຍ​ຮ່າງກາຍ​ຂອງ​ຄົນເຮົາ ​ເມື່ອ​ຮ່າງກາຍເຮົາດູດ​ຊັບເອົາ​ແສງ
ແດດໂດຍ​ຜ່ານ​ຜີວໜັງຂອງ​ພວກ​ເຮົາ.

ຫລາຍໆຄົນ ຍັງ​ໄດ້​ກັນ​ແສງແດດ​ນັ້ນໄວ້ໂດຍ​ໃຊ້​ຄີມ​ກັນ​ແດດ. ​ແລະ​ໄວ​ຕາ​ມິນ​ດີບາງຈໍານວນ
ທີ່​ກິນ​ເຂົ້າ​ໄປກໍ​ໄດ້​ຖືກ​ກັກ​ໄວ້​ໃນ​ຊັ້ນ​ໄຂມັນ​ຂອງຮ່າງກາຍ,ສະນັ້ນ​ມັນຈຶ່ງ​ບໍ່​ມີຢູ່​ໃນຮ່າງກາຍຂອງ
ຄົນ​ເຮົາ. ພວກ​ທ່ານໝໍ​ເວົ້າວ່າ ຫລາຍ​ໆຄົນບໍ່ມີ​ໄວ​ຕາ​ມິນ ດີ​ ຢ່າງ​ພຽງພໍ.

ທ່ານ DR. MICHAEL IRWIG ​ແຫ່ງ​ໂຮງຮຽນ​ແພດສາດ​ຂອງ​ມະຫາວິ​ທະຍາ​ໄລ GW
ຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“​ໄວ​ຕາ​ມິນ​ດີ ​ໄດ້​ກາຍ​ມາ​ເປັນ​ຫົວ​ຂໍ້​ທີ່​ຄົນນິຍົມ​ເວົ້າກັນເຖິງຫລາຍ​ທີ່​ສຸດ ໃນ​ຂະ​
ແໜງການ​ແພດ​ໃນ​ທຸກ​ມື້ນີ້ ​ເພາະວ່າພວກ​ເຮົາ​ໄດ້​ຄົ້ນພົບວ່າ ມີການ​ຂາດ​ເຂີນ
ໄວ​ຕາ​ມິນ​ ດີ​ ໃນລະດັບ​ສູງຫລາຍ​ໃນໝູ່ປະຊາຊົນ​ຂອງ​ພວກ​ເຮົາ ບໍ່​ແມ່ນ​ພຽງ​
ແຕ່​ຢູ່​ໃນ​ສະຫະລັດ​ເທົ່າ​ນັ້ນ ​ແຕ່​ຢູ່​ໃນ​ທົ່ວ​ໂລກ​ຄື​ກັນ.”

ນໍ້ານົມທີ່ເຕັມໄປດ້ວຍໄວ ຕາມິນ ດີ
ນໍ້ານົມທີ່ເຕັມໄປດ້ວຍໄວ ຕາມິນ ດີ

ໄວ​ຕາ​ມິນ​ ດີ ຍັງ​ຈຳ​ເປັນ​ຢ່າງ​ຍິ່ງ​ໃນ​ການ​ເຮັດ​ໃຫ້​ຮ່າງກາຍ​ດູດ​ຊຶມ​ເອົາ​ທາດ​ກາລ​ຊຽມ ນໍາອີກ.

ສະ​ຖາ​ບັນ​ການ​ແພດ​ສະຫະລັດ ​ໄດ້​ແນະ​ນໍາ​ວ່າ ​ເດັກ​ທາຣົກ
ນ້ອຍຄວນ​ໄດ້​ຮັບ​ໄວ​ຕາ​ມິນ​ດີ 400 Unit ຕໍ່ມື້. ສ່ວນ​ຜູ້ໃຫຍ່
ກວ່າ​ນັ້ນຄວນ​ຈະ​ໄດ້​ຮັບ 600 Units ຕໍ່ມື້. ​ແລະ​ສະຖາ​ບັນ
ນ​ແນະ​ນໍາ​ວ່າ ຜູ້​ທີ່​ອາຍຸ 71 ປີ​ຂຶ້ນ​ໄປ ​ແມ່ນ​ຕ້ອງການໄວ
ຕາ​ມິນ ​ດີ 800 Unit ຕໍ່ມື້.

XS
SM
MD
LG