ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝົນຕົກໜັກ ພາໃຫ້ ເກີດນໍ້າຖ້ວມ ທີ່ ກຸງມະນິລາ (ສະໄລດ໌/ວີດີໂອ)


Philippines
please wait
Embed

No media source currently available

0:00 0:00:54 0:00
ຝົນຕົກ​ໜັກ​ໄດ້​ທັ່ງເທ​ລົງມາ​ໃສ່ນະຄອນຫລວງມະນິລາຂອງ​ຟິ
ລິບ​ປີນ ​ແລະ​ເຂດ​ອ້ອມ​ແອ້ມ​ເປັນ​ມື້​ທີ່​ສອງ​ຕິດ​ຕໍ່​ກັນ ​ພາເຮັດ​ໃຫ້​
ເກີດ​ນໍ້າ​ຖ້ວມ​ຖະໜົນ​ຫົນທາງແລະ​ປິດ​ຕະຫລາດ​ການ​ເງິນ ​ແລະ
​ຫ້ອງການ​ລັດຖະບານ​ຕ່າງໆ.

ບັນດາ​ເຈົ້າ​ໜ້າ​ທີ່ຟິລິບ​ປິນ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຢ່າງ​
ໜ້ອຍ 60 ​ເປີ​ເຊັນ​ຂອງ​ນະຄອນ​ມະນິລາ ​ໄດ້​ຖືກ​ນໍ້າ​ຖ້ວມ ຍ້ອນ
ຝົນທີ່​ຕົກຕາ​ມລະດູ​ການ​ ທີ່ໄດ້ຮັບ ຄວາມຮ້າຍ​ແຮງເພີ້ມຕື່ມ
ຈາກລົມພາຍຸ Trami.

ນໍ້າ​ເລິກ​ພຽງ​ແອວ ​ເຮັດ​ໃຫ້​ຖະໜົນ​ຫົນທາງ​ໄປ​ມາ​ບໍ່​ໄດ້ ​ແລະ
ເຮັດ​ໃຫ້​ບັນ​ດາ​ຊາວ ບ້ານຕ້ອງພາກັນຫລົບໜີ​ໄປ​ຢູ່​ບ່ອນສູງ.
ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 7ຄົນ​ໄດ້​ເສຍ​ຊີວິດ ​ແລະ​ອີກ 4 ຄົນ
ໄດ້​ຫາຍ​ສາບ​ສູນ. ຫລາຍ​ພັນ​ຄົນ​ໄດ້​ຍົກຍ້າຍ​ເຂົ້າ​ໄປ​ຢູ່ທີ່​ສູນ
​ກາງຫລົບໄພ​ແຫ່ງ​ຕ່າງໆ​ຂອງ​ລັດຖະບານ.

ບັນດາພະນັກງານ​ຂອງ​ລັດຖະບານ ຍົກ​ເວັ້ນ​ແຕ່​ພວກ​ທີ່ພົວພັນ​ກັບ​ການ​ກູ້​ໄພໄດ້ ​ຖືກ​ສັ່ງໃຫ້​ຢູ່​ບ້ານ​ເຮືອນ. ຕະຫຼາດຮຸ້ນຟິລິບ​ປີນ ​ໄດ້​ຖືກປິດ​ລົງ​ເປັນ​ມື້ທີສອງ​.

ບັນດາ​ນັກ​ພະຍາກອນ​ອາກາດກ່າ​ວວ່າ ຝົນ​ທີ່​ໄດ້​ຕົກລົງມາ ໃນ​ປະລິມານຫລາຍເຖິງ
ສາມຊັງ​ຕີ​ແມັດ​ຕໍ່​ຊົ່ວ​ໂມງ ຈະ​ດໍາ​ເນີນ​ຕໍ່​ໄປ​ອີກ​ໝົດ​ມື້​ໃນວັນ​ອັງ​ຄານມື້ນີ້ກ່ອນ ທີ່​ຈະ​
ມຸ້​ງໜ້າ​ໄປ​ສູ່ເກາະ​ໄຕ້​ຫວັນ.

​ໝູ່​ເກາະຟີ​ລິບ​ປິນ ​ໂດຍ​ສະ​ເພາະ​ໃນ​ເຂດ​ນະຄອນຫຼວງບ່ອນທີ່​ມີ​ດິນ​ຕໍ່າ​ຢູ່​ແລ້ວ​ນັ້ນ ມັກ
ຈະເກີດ​ນໍ້າຖ້ວມ​ເລື້ອຍໆ. ​ໃນ​ແຕ່ລະ​ປີ ​ຟີ​ລິບ​ປິນຈະ​ມີ​ລົມພາຍຸ​ທີ່​ສຳຄັນໆປະ ມານ 20 ​ຫົວ​ ພັດ​ເຂົ້າ​ຖະຫຼົ່​ມ.

XS
SM
MD
LG