ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວວ່າ ໄພນໍ້າຖ້ວມຄັ້ງໃຫຍ່ ສົ່ງຜົນກະທົບ ຕໍ່ເປົ້າໝາຍການຫລຸດຜ່ອນ ຄວາມທຸກຍາກ


ກອງປະຊຸມຄະນະບໍລິຫານງານຂອງລັດຖະບານທີ່ວຽງຈັນ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂ
ຜົນກະທົບຈາກບັນຫານໍ້າຖ້ວມ
ກອງປະຊຸມຄະນະບໍລິຫານງານຂອງລັດຖະບານທີ່ວຽງຈັນ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂ ຜົນກະທົບຈາກບັນຫານໍ້າຖ້ວມ

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ໄພນໍ້າຖ້ວມຄັ້ງໃຫຍ່ສົ່ງຜົນກະທົບຕໍ່ເປົ້າໝາຍການ ຫຼຸດຜ່ອນບັນຫາຄວາມທຸກຍາກແລະແຜນການ ເພີ່ມຜົນຜະລິດເຂົ້າໃຫ້ໄດ້ເຖິງ 4.15 ລ້ານໂຕນ ໃນປີ 2015 ອີກດ້ວຍ.

ທ່ານ ສະຫວ່າງ ສີຫາວົງ ຮອງປະທານຄະນະຊີ້ນໍາເພື່ອການພັດທະນາຊົນນະບົດ ແລະລົບ
ລ້າງບັນຫາຄວາມທຸກຍາກແຫ່ງຊາດລາວ ຖະແຫຼງຍອມຮັບວ່າໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນ ຈາກພາຍຸໂຊນຮ້ອນໄຫ່ໝາ ແລະພາຍຸນົກເຕັນ ທີ່ໄດ້ເຮັດໃຫ້ພື້ນທີ່ການກະສິກໍາກວ້າງກວ່າ
64,400 ເຮັກຕາໃນເຂດ 1,790 ໝູ່ບ້ານໃນເຂດ 96 ເມືອງຂອງ 12 ແຂວງຈາກທັງໝົດ
17 ແຂວງໃນທົ່ວປະເທດນັ້ນ ໄດ້ຮັບຄວາມເສຍຫາຍຢ່າງໜັກນັ້ນ ກໍຍ່ອມຈະສົ່ງຜົນກະທົບ
ຜົນການຫຼຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນລາວ ທີ່ເປົ້າໝາຍເອົາໄວ້ໃນປີ 2015
ຢ່າງຫລີກລ່ຽງບໍ່ໄດ້.

ທັງນີ້ກໍເນື່ອງຈາກວ່າ ນໍ້າຖ້ວມດັ່ງກ່າວໄດ້ສົ່ງຜົນກະທົບຢ່າງໜັກທັງຕໍ່ຊີວິດການເປັນຢູ່ ແລະ
ຊັບສິນຂອງປະຊາຊົນຫຼາຍກວ່າ 429,900 ຄົນ ຈຶ່ງເຮັດໃຫ້ມີຄວາມຈໍາເປັນທີ່ຈະຕ້ອງໄດ້ມີ
ຄວາມຊ່ວຍເຫຼືອ ໃນການຟື້ນຟູໃຫ້ຊີວິດການເປັນຢູ່ຂອງພວກເຂົາເຈົ້າກັບຄືນສູ່ສະພາວະ
ປົກກະຕິໃຫ້ໄວທີ່ສຸດ ຊຶ່ງຕ້ອງໃຊ້ງົບປະມານບໍ່ໜ້ອຍກວ່າ 600 ຕື້ກີບ.

ຜົນເສຍຫາຍຈາກໄພນໍ້າຖ້ວມ ທີ່ແຂວງວຽງຈັນໃນໄລຍະ ເດືອນສິງຫາ ແລະກັນຍາ, 2011
ຜົນເສຍຫາຍຈາກໄພນໍ້າຖ້ວມ ທີ່ແຂວງວຽງຈັນໃນໄລຍະ ເດືອນສິງຫາ ແລະກັນຍາ, 2011

ແຕ່ຢ່າງໃດກໍຕາມເນື່ອງຈາກວ່າ
ລັດຖະບານລາວ ມີຄວາມສາ
ມາດທີ່ຈະຈັດສັນລັດຖະບານລາວ
ມີຄວາມສາມາດທີ່ຈະຈັດສັນງົບ
ປະມານໃຫ້ກັບການຟື້ນຟູດັ່ງ
ກ່າວໄດ້ພຽງແຕ່ 100 ຕື້ກີບເທົ່າ
ນັ້ນ. ແລະໃນຂະນະດຽວກັນ
ການສ້ອມແປງລະບົບຊົນລະປະ
ທານທີ່ເສຍຫາຍໄປ ຍ້ອນໄພນໍ້າ
ຖ້ວມຄັ້ງໃຫຍ່ຄັ້ງນີ້ ກໍຈະຕ້ອງໃຊ້
ງົບປະມານບໍ່ໜ້ອຍກວ່າ 170 ຕື້
ກີບ ຫາກແຕ່ລັດຖະບານລາວ ກໍ
ສາມາດຈັດສັນໃຫ້ໄດ້ພຽງແຕ່ 30 ຕື້ກີບເທົ່ານັ້ນ ກໍຍ່ອມຈະສົ່ງຜົນກະທົບຕໍ່ເນື່ອງ ໄປເຖິງ
ຜົນຜະລິດທາງການກະສິກໍາຂອງລາວໃນປີນີ້ ຢ່າງຫລີກລ້ຽງບໍ່ໄດ້ເຊັ່ນກັນ ເນື່ອງຈາກວ່າ ຄອງຊົນລະປະທານນັບເປັນປັດໃຈສໍາຄັນທີ່ສຸດ ທີ່ຈະຕ້ອງຮີບຮ້ອນສ້ອມແປງເພື່ອໃຫ້ທັນ
ກັບນາແຊງ ແລະການປູກພືດລະດູແລ້ງໃນປີນີ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາ-
ປ່າໄມ້ ໄດ້ຊີ້ແຈງວ່າ:

ໃນເວລາທີ່ນໍ້າລົງນີ້ກໍຖືວ່າກຽມພ້ອມໃນການນໍາພາການສ້ອມແປງຊົນລະປະທານ,
ການອານາໄມ, ການລ່ວງຄອງ, ຂຸດຄອງຕ່າງໆໃນເຂດທີ່ສາມາດເຮັດໄດ້
ຖືວ່າເພື່ອ
ເອົາ
ນໍ້າຂຶ້ນ ທໍາການຜະລິດ ໃຫ້ໄດ້ຫຼັງຈາກນັ້ນກໍຈະໄດ້ເອົາໃຈໃສ່ກວດກາ, ສະກັດກັ້ນ
ພະຍາດສັດຕ່າງໆນີ້ ແລະພ້ອມດຽວກັນຫັ່ນ
ພວກເຮົາກໍຈະໄດ້ເອົາໃຈໃສ່ການບົວລະ
ບັດເຂົ້າໃນລະດູຝົນນີ້ ເປັນຕົ້ນວ່າການຍົກສະມັດຕະພາບຕ່າງໆນີ້
ໃຫ້ແກ່ປະຊາຊົນ.

ຊາວນາປັກດໍານາແຊງຢູ່ທົ່ງນາແຫ່ງນຶ່ງ ໃນລາວໃນລະດູແລ້ງ ທີ່ຜ່ານມາ
ຊາວນາປັກດໍານາແຊງຢູ່ທົ່ງນາແຫ່ງນຶ່ງ ໃນລາວໃນລະດູແລ້ງ ທີ່ຜ່ານມາ

ຍິ່ງໄປກວ່ານັ້ນ, ຖ້າຫາກວ່າ
ທາງການລາວບໍ່ສາມາດທີ່
ຈະສ້ອມແປງລະບົບຄອງຊົນ
ລະປະທານ ເພື່ອໃຫ້ສາ
ມາດໃຊ້ການໄດ້ຕາມປົກກະ
ຕິໃນໄລຍະໝໍ່ໆນີ້ ກໍຍັງຈະ
ສົ່ງຜົນກະທົບຕໍ່ເນື່ອງໄປ
ເຖິງແຜນການເພີ້ມຜົນຜະ
ລິດເຂົ້າໃນລາວໃຫ້ໄດ້ເຖິງ
4.15 ລ້ານໂຕນ ໃນປີ 2015
ອີກດ້ວຍ.

ທັງນີ້ກໍເພາະວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ກໍມີຄວາມຈໍາເປັນຢ່າງ
ຍິ່ງ ທີ່ຈະຕ້ອງມີການຂະຫຍາຍລະບົບຄອງຊົນລະປະທານເພື່ອຕອບສະໜອງນໍ້າໃຫ້ທີ່ນາ
ໃນຊ່ວງລະດູແລ້ງໃຫ້ໄດ້ເພີ່ມຂຶ້ນຈາກ 150,000 ເຮັກຕາໃນປະຈຸບັນເປັນບໍ່ໜ້ອຍກວ່າ
362,000 ເຮັກຕາໃນຕົ້ນປີ 2015 ຊຶ່ງກໍຖືວ່າເປັນເລື່ອງທີ່ບໍ່ງ່າຍເລີຍ.

ທາງລັດຖະບານລາວນັ້ນ ກໍມີແຜນການທີ່ຈະຂະຫຍາຍພຶ້ນທີ່ປູກເຂົ້າຈາກ 8 ແສນກວ່າເຮັກ
ຕາ ໃນປັດຈຸບັນໃຫ້ເພີ່ມຂຶ້ນເປັນບໍ່ໜ້ອຍກວ່າ 2 ລ້ານເຮັກຕາໃນປີ 2020 ແລະຖ້າຫາກວ່າບໍ່
ສາມາດ ຈະຂະຫຍາຍໄດ້ຕາມເປົ້າໝາຍທີ່ວາງໄວ້ດັ່ງກ່າວ ກໍ່ຍ່ອມໝາຍເຖິງການທີ່ປະຊາຊົນ
ລາວ ຈະຕ້ອງປະເຊີນໜ້າກັບບັນຫາຂາດເຂົ້າກິນຢ່າງໜັກໜ່ວງຫຼາຍຂຶ້ນ. ເນື່ອງຈາກທາງ
ການລາວຄາດການວ່າ ໃນປີ 2020 ປະເທດລາວຈະມີຈໍານວນປະຊາກອນເພີ່ມຂຶ້ນເປັນຫຼາຍ
ກວ່າ 8 ລ້ານຄົນ. ຊຶ່ງຈະ ຕ້ອງມີຜົນຜະລິດເຂົ້າກິນຫຼາຍກວ່າ 4 ລ້ານໂຕນ ຈຶ່ງຈະພຽງພໍກັບ
ຄວາມຕ້ອງການບໍລິໂພກພາຍໃນປະເທດນັ້ນເອງ.

XS
SM
MD
LG