ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການສູ້ລົບກັນຢ່າງໜັກ ໃກ້ໆ Golan Heights ລະຫວ່າງກຳລັງຊີເຣຍ ແລະພວກກະບົດ (ວີດີໂອ/ສະໄລດ໌)


syria1september14
please wait
Embed

No media source currently available

0:00 0:01:14 0:00

ເບິ່ງວີດີໂອເລື້ອງນີ້

ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ໄດ້​ລະ​ເບີດ​ຂຶ້ນ​ ລະຫວ່າງ​ພວກ​ກຳລັງ​
ຂອງ​ຊີ​ເຣຍ ​ແລະ​ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດທີ່​ Golan Heights
​ໃນ​ຂະນະ​ທີ່​ສະຫະປະຊາ​ຊາດ​ພະຍາຍາມໃຫ້​ມີ​ການ​ປ່ອຍ​ໂຕ
​ທະຫານ​ຮັກສາ​ສັນຕິພາບ 44 ຄົນ ທີ່​ຖືກ​ພວກ​ກະບົດ​ຈັບ​ໂຕ​
ໄປ​ໃນ​ເຂດ​ດັ່ງກ່າວ​ໃນ​ສັບປະດາ​ແລ້ວ​ນີ້.

ການ​ປະ​ທະ​ກັນ​ໃນ​ວັນ​ຈັນ​ມື້​ນີ້ ​ເກີດ​ຂຶ້ນ​ຢູ່​ໃກ້ໆ​ກັບ​ດ່ານ​ຂ້າມ​
ຊາຍ​ແດນ Quneitra ຊຶ່ງ​ເປັນ​ເຂດ​ດຽວ​ກັນກັບ​ບ່ອນ​ທີ່​ພວກ​
ກະບົດ​ທີ່​ມີ​ສາຍ​ພົວພັນ​ກັບ​ເຄືອ​ຂ່າຍ al-Qaida ລັກພາ​ໂຕ
​ພວກ​ກຳລັງ​ຮັກສາ​ສັນຕິພາບຊາວ ຟີ​ຈີ ​ໄປ.

ກຸ່ມ​ສັງ​ເກດ​ການ​ດ້ານ​ສິດທິ​ມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ອັງກິດ ກ່າວ​ວ່າ ມີ​ຜູ້​ບາດ
ເຈັບ​ແລະ​ເສຍ​ຊີວິດຈາກການ​ສູ້ລົບ​ກັນ​ໃນ​ວັນ​ຈັນ​ມື້​ນີ້ ​ແຕ່​ບໍ່​ໄດ້​ບອກ​ໃຫ້​ຊາບ​ວ່າ ​ມີ​ຈັກ​ຄົນ.

ພວກ​ກຳລັງ​ຮັກສາ​ສັນຕິພາບ​ເຫຼົ່າ​ນີ້ ​ແມ່ນ​ພາກສ່ວນ​ນຶ່ງ​ຂອງໜ່ວຍ​ສັງ​ເກດ​ການ​ຂອງ
​ສະຫະ​ປະຊາ​ຊາດ ​ທີ່​ຕິດຕາມ​ເບິ່ງ​ສະຖານະ​ການ​ໃນ​ເຂດປອດ​ທະຫານເທິງ​ພູພຽງ
Golan Heights ລະຫວ່າງ​ຊີ​ເຣຍ​ແລະ​ອິສຣາ​ແອ​ລ.

​ເຫດການ​ດັ່ງກ່າວ​ມີ​ຂຶ້ນ ​ໃນ​ຂະນະ​ທີ່ ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad
ທຳ​ພິທີ​ສາບານ​ໂຕ​ຄະນະ​ລັດຖະບານ​ຊຸດ​ໃໝ່ ເຂົ້າ​ຮັບ​ຕຳແໜ່​ງ ​ໃນ​ທ່າມກາງ​ທີ່​ລັດຖະ
ບານ​ຂອງ​ທ່ານ​ຍັງ​ສືບ​ຕໍ່ສູ້​ລົບ ກັບ​ຝ່າຍ​ຕໍ່ຕ້ານ ທີ່​ພະຍາຍາມ​ຈະ​ໂຄ່ນ​ລົ້ມ​ທ່ານ.

ທ່ານ Assad ກ່າວ​ຕໍ່​ຄະນະ​ລັດຖະບານ​ໃໝ່​ວ່າ:

“ຄວາມ​ສຳ​ເລັດ​ຂອງ​ລັດຖະບານ​ແມ່ນ​ມີ​ພື້ນຖານ​ມາ​ຈາກ​ຄວາມ​ໄວ້​ວາງ​ໃຈ​ຂອງ
ປະຊາຊົນ​ພົນລະ​ເມືອງ ຜ່ານ​ຄວາມ​ໂປ່​ງ​ໄສ ກໍ​ຄື​ພວກ​ເຮົາ​ຕ້ອງ​ມີ​ຄວາມ​ໂປ່​ງ​ໄສ
​ກັບ​ປະຊາຊົນ. ​ເວລາ​ໃດ​ທີ່​ມີ​ບັນຫາ​ທີ່​ພວກ​ເຮົາ​ບໍ່​ສາມາດ​ແກ້​ໄຂ​ໄດ້ ພວກ​ເຮົາ​
ຕ້ອງ​ບອກ​ເຂົາ​ເຈົ້າ. ພວກ​ເຮົາ​ຕ້ອງ​ສັດ​ຊື່ ​ແລະ​ບໍ່​ຄວນ​ເວົ້າ​ສິ່ງ​ໃດ ທີ່​ພວກ​ເຮົາ​ບໍ່​
ແນ່​ໃຈ​ ຫລື​ບໍ່​ສາມາດ​ຈະ​ເຮັດ​ໄດ້. ພວກ​ເຮົາ​ບໍ່​ຄວນ​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່​ໃຫຍ່​ໂຕ​
ເກີນ​ຄວາມ​ສາມາດ​ຂອງ​ເຮົາ ​ແລະ​ຕ້ອງ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຂອງ​ເຮົາ ​ໃຫ້​ເທົ່າ​
ທຽ​ມກັບ​ຄວາມ​ສາມາດ.”

ທ່ານ Assad ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ ​ຕຳ​ແໜ່​ງປະທານາທິບໍດີ​ຊີ​ເຣຍ ອີກສະ​ໄໝ​ນຶ່ງ ​
ເປັນ​ເວລາ 7 ປີ ​ເມື່ອ​ວັນ​ທີ 16 ກໍລະກົດ​ຜ່ານ​ມາ.

XS
SM
MD
LG