ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການປິ່ນປົວ ອາການ ແສບໝາກໂຫກ ແບບໃໝ່ (ວີດິໂອ)


ຕົວຢ່າງຂອງບ້ວງໝາກ​ປັດ​ຫລືໝາກຕຸ້ມ ທີ່ເຮັດດ້ວຍທາດ ໄທເທນຽມ ເອີ້ນວ່າ Linx device ມີ​ແມ່ເຫລັກຢູ່ທາງໃນ ທີ່ດຶງໃຫ້ valve ຫລືຝາອັດຮູ​ຫລອດ​ອາຫານທີ່​ອ່ອນ​ເພຍນັ້ນ ອັດລົງ ລຸນຫລັງທີ່ອາຫານໄດ້ຜ່ານລົງໄປ​ແລ້ວ.
ຕົວຢ່າງຂອງບ້ວງໝາກ​ປັດ​ຫລືໝາກຕຸ້ມ ທີ່ເຮັດດ້ວຍທາດ ໄທເທນຽມ ເອີ້ນວ່າ Linx device ມີ​ແມ່ເຫລັກຢູ່ທາງໃນ ທີ່ດຶງໃຫ້ valve ຫລືຝາອັດຮູ​ຫລອດ​ອາຫານທີ່​ອ່ອນ​ເພຍນັ້ນ ອັດລົງ ລຸນຫລັງທີ່ອາຫານໄດ້ຜ່ານລົງໄປ​ແລ້ວ.
ຄົນຫລາຍໆລ້ານຄົນຢູ່ທົ່ວໂລກ ມີອາການແສບໝາກໂຫກ
ຊຶ່ງ​ເປັນຄວາມຮູ້ສຶກເຈັບຫລື​ແໜ້ນຢູ່ໜ້າເອິກ ແລະບາງຄັ້ງ
ກໍເຈັບຢູ່​ໃນຮູຄໍ ຫລັງຈາກກິນອາຫານຫລາຍ​ເກີນ​ໄປ. ແຕ່
ຜູ້ສື່ຂ່າວວີໂອເອZlatica Hoke ລາຍງານວ່າ ບັດນີ້ ມີການ
ປິ່ນປົວໃໝ່ທີ່ໃຫ້ຄວາມຫວັງ ທີ່ອາດຈະຊ່ວຍໄດ້. ບົວສະຫວັນ
ມີລາຍງານເລື້ອງນີ້ ມາສະເໜີທ່ານ.

ລິງໂດຍກົງ

ເບິ່ງວີດິໂອລາຍງານນີ້:


ອາການແສບໝາກໂຫກ ຫລື​ແໜ້ນ​ໜ້າເອິກ ຕາມປົກກະຕິ​ແລ້ວ ມັກຈະກ່ຽວພັນກັບກົດ
ຫລືອາຊິດໃນ​ກະ​ເພາະ​ອາຫານ ​ທີ່​ໄຫລຄືນຂຶ້ນໄປຮອດຫລອດອາຫານ ເວລາກ້າມເນື້ອ
ສ່ວນ​ນັ້ນອ່ອນເພຍ ​ແລະບໍ່ອັດໄວຕາມທີ່ຄວນຈະເຮັດ ລຸນຫລັງກືນອາຫານລົງໄປແລ້ວ.
ເມື່ອນໍ້າຍ່ອຍໃນກະເພາະອາຫານ ​ໄຫລ​ຄືນຂຶ້ນ​ໄປ​ຮອດ​ຫລອດອາຫານ ກົດຫລືອາຊິດ​
ໃນ​ນັ້ນ ກໍສາມາດເຮັດໃຫ້ເກີດຄວາມຮູ້ສຶກ​ແສບຮ້ອນ ຢູ່ໃນໜ້າເອິກ ແລະຮູຄໍ.

ຖ້າຫາກບັນຫານີ້ເກີດຂຶ້ນຫລາຍກວ່າສອງເທື່ອໃນນຶ່ງອາທິດ ແມ່ນຖືວ່າເປັນພະຍາດໄດ້ ​
ເອີ້ນ​ຫຍໍ້​ວ່າ ພະຍາດ GERD ຫລື​ພະຍາດກົດໄຫລຢ້ອນຄືນຈາກ​ກະ​ເພາະ​ໄປຍັງຫລອດ
ອາຫານ ທີ່ສາມາດພາໃຫ້ເກີດບັນຫາທາງສຸຂະພາບ ຫລາຍຢ່າງກວ່າເກົ່າໄດ້.

ຄົນທີ່ມີອາການ ກົດອາຊິດໄຫລຢ້ອນກັບ ແມ່ນກາງຕໍ່ອາໄສຢາຕ້ານກົດຫລືອາຊິດ ເຊັ່ນ
Prilosec ແລະ Nexium.

ນາງ Triacia Carr, ຊາວຄາລິຟໍເນຍ ເວົ້າວ່າ ແມ່ຂອງລາວມີ​ອາການ​ແຊກ​ຊ້ອນຈາກການ
ເປັນໂຣກກົດອາຊິດໄຫລຢ້ອນກັບ ທີ່ເຮັດໃຫ້​ເພິ່ນເສຍຊີວິດໄປ. ສະນັ້ນ ນາງຈຶ່ງຕັດສິນໃຈ
ໃຊ້ອຸປະກອນໃໝ່ ທີ່​ເປັນ​ເຄື່ອງ​ຊ່ວຍເສີມກໍາລັງໃຫ້ແກ່ກ້າມເນື້ອສ່ວນນັ້ນທີ່ອ່ອນເພຍ ແລະ
ເຮັດໃຫ້ມັນອັດ​ລົງ ລຸນຫລັງທີ່​ເຮົາກືນອາຫານລົງໄປແລ້ວ. ນາງ Triacia Carr ເວົ້າວ່າ:

“ມັນເປັນການແກ້ໄຂບັນຫາທີ່ງ່າຍ ແລະໄວ ແລະມັນກໍຊ່ວຍແກ້ໄຂບັນຫາໃຫ້
ຂ້ອຍໄດ້ 100%ເລີຍ.”


​ເຄື່ອງ​ຊ່ວຍ​ດັ່ງກ່າວ​ນີ້ ເອີ້ນວ່າ Link ​ເປັນບ້ວງໝາກ​ປັດ​ຫລືໝາກຕຸ້ມ ທີ່ເຮັດດ້ວຍທາດ
ໄທເທນຽມ ມີ​ແມ່ເຫລັກຫລື​ເຫລັກ​ກ້າຢູ່ທາງໃນ ທີ່ດຶງໃຫ້ກ້າມ​ເນື້ອ​ ກໍ​ຄື valve ຫລືຝາ
ອັດຮູ​ຫລອດ​ອາຫານທີ່​ອ່ອນ​ເພຍນັ້ນ ອັດລົງລຸນຫລັງທີ່ອາຫານໄດ້ຜ່ານລົງໄປ​ແລ້ວ. ນາງ
Carr ຮູ້ຈັກກ່ຽວກັບອຸປະກອນນີ້ຈາກ ດຣ. John Liphan ທີ່ໂຮງໝໍ Hoag Memorial
ຢູ່ເມືອງ Newport ລັດຄາລິຟໍເນຍ ບ່ອນທີ່ ນາງ​ເຮັດ​ວຽກເປັນພະຍາບານ.

ດຣ. John Liphan ເວົ້າວ່າ: “ແຮງການຮຸກຖູຂອງໝາກຕຸ້ມ ແມ່ເຫລັກທີ່ດຶງ​ດູດກັນ
ຊ່ວຍ
ດຶງໃຫ້ກ້າມເນື້ອທີ່ເປັນປີກ ຫລື ຝາອັດ ຢູ່ເບື້ອງລຸ່ມຂອງຫລອດອາຫານອັດໄວ້
ຢູ່ສົ້ນຂອງຫລອດ
ອາຫານ”

ອຸປະກອນດັ່ງກ່າວ ໄດ້ຮັບການອະນຸມັດຈາກອົງການອາຫານແລະຢາ ຫລື FDA ຂອງ
ລັດຖະບານກາງສະຫະລັດ ໃນປີກາຍນີ້. ດຣ. John Liphan ເວົ້າວ່າ ​ເຄື່ອງ​ຊ່ວຍ​ນີ້ມີ
ລາຄາ 5 ພັນໂດລາ ແລະການຜ່າຕັດ ເພື່ອເອົາມັນໃສ່ອ້ອມຂ້າງ valve ທີ່ອ່ອນເພຍ
ອາດຕົກເປັນເງິນປະມານ 12 ພັນ ຫາ 20 ພັນໂດລາ ຂຶ້ນຢູ່ ກັບການເກັບຄ່າໃຊ້ຈ່າຍ ຂອງໂຮງໝໍ.

ນາງ Triacia Carr ໄດ້ຮັບອຸປະກອນຂອງລາວໃນເດືອນຕຸລາ ຜ່ານມາ ແລະເວົ້າວ່າ ບັດນີ້
ລາວສາມາດກິນອັນໃດກໍໄດ້ຕາມໃຈມັກ ໂດຍບໍ່ຕ້ອງເປັນຫ່ວງວ່າ ຈະມີອາການ​ແຊກ​ຊ້ອນ
ຈາກໂຣກ​ແສບ​ໝາກ​ໂຫກນັ້ນ.

ນາງ Triacia Carr ອະທິບາຍວ່າ: “ມັນຊ່ວຍເຮັດ​ໃຫ້ເຮົາກິນ​ອາຫານຊ້າລົງ. ບໍ່ມີ
ຫຍັງເຈັບ ແລະເຮົາກໍບໍ່ຮູ້ສຶກເຄືອງບ້ວງນັ້ນ ເລີຍ.”


ເມື່ອມໍ່ໆມານີ້ ວາລະສານດ້ານການແພດຂອງເຂດຕາເວັນອອກສຽງເໜືອຂອງສະຫະລັດ
ຫລື The New England Journal of Medicine ໄດ້ພິມເຜີຍແຜ່ຜົນການສຶກສາຄົ້ນ
ຄວ້າ ກ່ຽວ​ກັບ​ການ​ທົດ​ລອງ​ໃຊ້ອຸປະກອນດັ່ງ​ກ່າວໃນຄົນເຈັບ 100 ຄົນ. ຜົນຂ້າງຄຽງ
ທີ່ມັກມີຫລາຍທີ່ສຸດກໍຄື ການກືນອາຫານຍາກ ລຸນຫລັງການຜ່າຕັດ ເອົາອຸປະກອນໃສ່
ໃໝ່ໆ. ພວກທ່ານໝໍເວົ້າ ວ່າ ຜົນຂອງການ​ໃຊ້​ເຄື່ອງ​ຊ່ວຍ​ອັນນີ້ ເທົ່າທີ່ມີມາ ແມ່ນ​ເປັນ​ທີ່ໜ້າປະທັບໃຈຫລາຍ ແຕ່ວ່າມັນກໍຕ້ອງໃຊ້​ເວລາອີກ​ດົນ​ຢູ່ ຈຶ່ງຈະຮູ້ໄດ້ວ່າ ອຸປະກອນ
ດັ່ງກ່າວສາມາດຊ່ວຍໄດ້ເປັນເວລາຫລາຍປີ ຫລືບໍ່.
XS
SM
MD
LG