ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກວດເລືອດງ່າຍໆ ສາມາດບອກໄດ້ວ່າ ມີຄວາມສ່ຽງທີ່ຈະເປັນ ໂຣກຫົວໃຈ ຫລືບໍ່?


ການກວດເລືອດງ່າຍໆ ສາມາດບອກໄດ້ວ່າ ມີຄວາມສ່ຽງທີ່ຈະເປັນ ໂຣກຫົວໃຈ ຫລືບໍ່?
ການກວດເລືອດງ່າຍໆ ສາມາດບອກໄດ້ວ່າ ມີຄວາມສ່ຽງທີ່ຈະເປັນ ໂຣກຫົວໃຈ ຫລືບໍ່?

ມີປັດໄຈສ່ຽງຫຼາຍໆອັນ ທີ່ພາໃຫ້ສາມາດທໍານາຍລ່ວງໜ້າໄດ້ວ່າ ທ່ານມີໂອກາດທີ່ຈະເກີດ ອາການຫົວໃຈວາຍຕາຍໄດ້ ເປັນຕົ້ນວ່າ ຄວາມດັນຂອງເລືອດສູງ ລະດັບ Cholesterol ຫຼື ໄຂມັນໃນເລືອດສູງ ປະວັດຂອງການສູບຢາ ຫຼື ພຽງແຕມີອາຍຸແກ່ຂຶ້ນ ຊຶ່ງສິ່ງຕ່າງໆ ທັງໝົດເຫລົ່ານີ້ ສາມາດພາໃຫ້ທ່ານເປັນໂຣກຫົວໃຈໄດ້. ແຕ່ມາບັດນີ້ ພວກນັກວິທະຍາ ສາດ ໄດ້ສະແດງໃຫ້ເຫັນວ່າ ການກວດເລືອດທໍາມະດາພຽງເທົ່ານັ້ນ ກໍສາມາດບອກໃຫ້ ທ່ານຮູ້ໄດ້ວ່າ ທ່ານມີໂອກາດຈະເປັນໂຣກຫົວໃຈວາຍ ໃນອະນາຄົດ ໄດ້ຫລືບໍ່?

ເວລາຄົນປ່ວຍຜູ້​ນຶ່ງ​ທີ່​ສົງ​ໃສ​ວ່າຈະ​ເປັນໂຣກຫົວໃຈຖືກ​ພາ​
ໄປຍັງໂຮງພະຍາບານ ສ່ວນໃຫ່ຽແລ້ວ ພວກທ່ານໝໍ
ແມ່ນຈະກວດເບິ່ງ Protein ໃນເລືອດທີ່ເອີ້ນວ່າ Cardiac
Troponin ທີ່ສາມາດ​ຢືນຢັນໄດ້ວ່າ ຜູ້ກ່ຽວເປັນໂຣກຫົວໃຈຫຼືບໍ່.

ການກວດ​ແບບໃໝ່ຫລ້າ​ສຸດ ​ແມ່ນລະອຽດອ່ອນຫຼາຍກ່ວາ​ເກົ່າ ​ໂດຍ​ສາມາດວັດແທກ
ລະດັບຂອງ Protein ດັ່ງກ່າວ​ໄດ້ຈາກ​ການກວດ​ເລືອດໃນ​ປະລິມານ​ພຽງ​ແຕ່ນ້ອຍ​ດຽວ
ຄື​ພຽງ​ແຕ່ ມີ​ລີ​ລີດນຶ່ງຫລື​ນຶ່ງ​ສ່ວນ​ພັນ​ຂອງ​ນຶ່ງ​ລີດ​ເທົ່າ​ນັ້ນ. ທ່ານ Christopher
de Filippi ອາຈານສອນ​ວິຊາ​ແພດສາດທີ່ມະຫາວິທະຍາໄລ ແຫ່ງ​ລັດ Maryland
ທີ່​ນໍາພາ​ໃນ​ການ​ສຶກສາ​ຄົ້ນ​ຄ້ວາກ່ຽວ​ກັບ​ເລື້ອງ​ນີ້ກ່າວ​ວ່າ:

ແລະນີ້ອໍາ​ນວຍ​ໃຫ້ພວກ​ເຮົາ​ສາມາດເຫັນ​ຫລັກ​ຖານ ຂອງການບາດເຈັບຂອງ
ຫົວໃຈຄື​ທາດ​ໂພຣທີ​ນ Troponin ນັ້ນ ຈະ​ຖືກປ່ອຍອອກມາເວລາເນື້ອເຍື່ອ
ຂອງຫົວໃຈນັ້ນຕາຍຢູ່​ໃນບາງຄົນທີ່ບໍ່ສະ​ແດງ​ອາການ​ໃຫ້​ເຫັນ​ວ່າ ​ມີໂຣກຫົວ
ໃຈ​ໃດໆ​ເລີຍ ບໍ່​ວ່າຈະ​ເປັນອາການ​ເຈັບ​ໜ້າ​ເອິກ ​ແລ້ວ​ຫົວໃຈວາຍ ຫລື​ແມ່ນ​
ແຕ່​ອາການ​ຂອງຫົວໃຈຫຼົ້ມແຫຼວ.


ທ່ານ de Filippi ແລະເພື່ອນຮ່ວມງານ ໄດ້ກວດ​ເບິ່ງລະດັບຂອງ​ໂພຣທີ​ນ troponin
ໃນເລືອດ​ໂຕ​ຢ່າງທີ່​ໄດ້​ມາ​ເມື່ອ​ຫລາຍ​ປີ​ກ່ອນຈາກ ຊາວອະເມຣິກັນສູງອາຍຸກຸ່ມ​ນຶ່ງ
ຈຳນວນເກືອບ 6,000 ຄົນ ແລະ​ເອົາມາປຽບທຽບກັບລະດັບຂອງ Troponin ​ໃນ​ເລືອດ
ຂອງພວກຄົນ​ເຫລົ່າ​ນັ້ນທີ່ມີສຸຂະພາບດີຂະນະ​ທີ່​ເຂົາ​ເຈົ້າ​ມີ​ອາຍຸ​ສູງ​ຂຶ້ນນັ້ນ. ພວກນັກວິໄຈ
ໄດ້ຄົ້ນພົບວ່າລະດັບຂອງ Troponin ທີ່ສູງຂຶ້ນນັ້ນ ແມ່ນມີ​ສ່ວນ​ພົວພັນ​ກັບ​ຄວາມ​ສ່ຽງ​
ຫລື​ຄວາມ​ເປັນ​ໄປ​ໄດ້​ໃນ​ລະດັບ​ສູງຂຶ້ນທີ່​ຈະເກີດ​ອາການຫົວໃຈຫຼົ້ມແຫຼວ ຫລື​ຢຸດ​ເຕ້ນ
ຊຶ່ງອາການ​ດັ່ງກ່າວນີ້ເກີດ​ຂຶ້ນ​ໃນ​ເວລາທີ່ຄວາມ​ສາມາດ​ໃນ​ການ​ສູບ​ເລືອດ​ເຂົ້າ​ສູ່ຫົວໃຈ
ລົດນ້ອຍລົງນັ້ນ.

ສະ​ນັ້ນ ກໍ​ໝາຍ​ຄວາມ​ວ່າ ທາດ​ Troponin ອັນນີ້ ສາມາດບອກໄດ້ທັງສອງ
ຢ່າງຄື​ສາມາດ​ບອກ​ໄດ້​ວ່າ ບຸກຄົນຜູ້​ໃດມີຄວາມສ່ຽງສູງ​ທີ່​ສຸດໃນການທີ່​ຈະສະ​
ແດງ​ອອກ​ເຖິງຮ່ອງຮອຍ ​ແລະອາການຂອງ​ການເປັນໂຣກຫົວໃຈຫຼົ້ມແຫຼວ
ແລະບອກ​ໄດ້​ອີກ​ວ່າພວກໃດມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດຕໍ່ການທີ່ຈະເສຽຊີວິດ ຍ້ອນ
ໂຣກຫົວໃຈ.


ທ່ານ de Filippi ກ່າວວ່າ ການກວດ​ເບິ່ງ​ລະດັບ​ຂອງທາດ​ໂພຣທີ​ນ Troponin ນີ້ ​
ໃນ​ໂຕ​ມັນ​ເອງ ​ແມ່ນ​ເປັນ​ເຄື່ອງ​ທໍານາຍ​ທີ່​ແຂງ​ແຮງ​ທີ່​ສຸດກ່ຽວກັບ​ໂຣກຫົວໃຈຫລົ້ມ​ແຫຼວ
ຫລື​ການ​ເສຽຊີວິດຍ້ອນ​ໂຣກຫົວ​ໃຈ​ໃດໆ​ກໍ​ດີ ແລະ​ເປັນການກວດ​ສະ​ເພາະແຕ່​ພຽງ​ຢ່າງ
ດຽວນັ້ນ ໂດຍ​ບໍ່ກ່ຽວຂ້ອງກັບການກວດຢ່າງອື່ນ​ເລີຍ.

ການກວດເລືອດເບິ່ງລະດັບຂອງ Troponin ນີ້ ກໍຄ້າຍຄືກັນກັບການກວດເບິ່ງ
cholesterol ຫລືໄຂມັນໃນເລືອດ ທີ່ວັດແທກເບິ່ງປະລິມານຫຼືລະດັບຂອງມັນ
ຢ່າງຕໍ່ເນື່ອງ ສະນັ້ນມັນຈະບໍ່ໃຫ້ຄໍາຕອບທີ່ເດັດຂາດວ່າ ແມ່ນຫຼືບໍ່ແມ່ນ. ແຕ່ເຮົາ
ກໍຈະສາມາດຈັດລະດັບຜູ້ຄົນໄດ້ວ່າຢູ່ໃນລະດັບໃດ, ຈາກລະດັບມີຄວາມສ່ຽງ
ຕໍ່າຫຼາຍລະດັບຕໍ່າຫຼືປານກາງ ແລະລະດັບມີຄວາມສ່ຽງສູງໂດຍອີງຕາມປະລິ
ມານຂອງ Troponin ພຽງຢາງດຽວເທົ່ານັ້ນ.

ທ່ານ de Filippi ກ່າວວ່າການກວດເບິ່ງທາດ Troponin ນີ້ ຄວນຈະມີລາຄາຍ່ອມເຍົາ
ທີ່ພໍຈ່າຍໄດ້ສໍາລັບຄົນທົ່ວໄປ ເພາະວ່າສ່ວນຕົວຢາເຄມີ ທີ່ໃຊ້ໃນການກວດນີ້ ມີລາຄາ
ພຽງແຕ່ ປະມານ 1 ໂດລາ ເທົ່ານັ້ນແລະຄົນປ່ວຍທີ່ຮູ້ວ່າ ຕົນກໍາລັງຈະມີອາການໄປສູ່
ໂຣກຫົວໃຈຫລົ້ມແຫຼວແລ້ວນັ້ນ ກໍສາມາດທໍາງານກັບພວກທ່ານໝໍຂອງພວກເຂົາເຈົ້າໄດ້
ເພື່ອລົດຄວາມສ່ຽງ ຕໍ່ການທີ່ຈະເປັນໂຣກຫົວໃຈນັ້ນໃຫ້ຕໍ່າລົງ.

ບົດຂຽນຂອງທ່ານ Christopher de Filippi ທີ່ອະທິບາຍເຖິງຜົນການວິໄຈຕ່າງໆຂອງ
ທ່ານນັ້ນໄດ້ຖືກນໍາລົງພິມທາງອິນເຕີເນ໊ຕ ໃນວາລະສານຂອງສະມາຄົມການແພດຂອງ
ອາເມຣິກາ JAMA ຫລື the Journal of the American Medical Association.


XS
SM
MD
LG