ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຣກຫົວໃຈ ເກືອບທຸກປະເພດ ແມ່ນສາມາດ ປ້ອງກັນໄດ້ (ວີດິໂອລາວກັບອັງກິດ)


Barbara Teng ບັນລະຍາຍ ກ່ຽວກັບໂຣກຫົວໃຈ ໃນງານຕ່າງໆ ທີ່ຈັດຂຶ້ນໂດຍອົງການ Sister to Sister.
Barbara Teng ບັນລະຍາຍ ກ່ຽວກັບໂຣກຫົວໃຈ ໃນງານຕ່າງໆ ທີ່ຈັດຂຶ້ນໂດຍອົງການ Sister to Sister.
ໂຣກຫົວໃຈແມ່ນເປັນຕົວການອັນດັບນຶ່ງ ທີ່ເອົາຊີວິດຜູ້ຍິງແລະ
ຊາຍ ອາຍຸສູງກວ່າ 60 ປີ ຢູ່ໃນທົ່ວໂລກ. ແຕ່ກໍມີຄົນໃນທຸກອາ
ຍຸໄວ ທີ່ເສຍຊີວິດຍ້ອນຫົວໃຈວາຍໃນແຕ່ລະປີ. ແລະໃນຂະນະ
ທີ່ອັດຕາການເສຍຊີວິດຍ້ອນໂຣກນີ້ໄດ້ຫລຸດລົງ ຢູ່ໃນສະຫະ
ລັດ ແລະຫລາຍປະເທດໃນເຂດຢູໂຣບຕາເວັນຕົກ ແຕ່ອັດຕາ
ການຕາຍກັບກໍາລັງເພີ້ມສູງຂຶ້ນ ໃນບັນດາປະເທດພວມພັດທະ
ນາ. ເຖິງຢ່າງໃດກໍຕາມ ພະຍາດຫົວໃຈເກືອບທຸກປະເພດແມ່ນ
ສາມາດປ້ອງກັນໄດ້. ຜູ້ສື່ຂ່າວວີໂອເອ Carol Pearson ເວົ້າ
ວ່າ ນັ້ນກໍຄືຖ້ອຍຄໍາທີ່ພວກທ່ານໝໍ ແລະກຸ່ມສະໜັບສະໜຸນທັງ
ຫລາຍຢາກບອກໃຫ້ທຸກຄົນຮູ້ ເພື່ອວ່າຄົນທົ່ວໂລກຈະໄດ້ມີອາຍຸ
ຍືນຂຶ້ນກວ່າເກົ່າ ແລະດໍາລົງຊີວິດຢູ່ຢ່າງມີສຸຂະພາບແຂງແຮງ
ໄດ້. ບົວສະຫວັນມີລາຍລະອຽດເລື້ອງນີ້ ມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ຄົງບໍ່ມີໃຜຄາດເດົາໄດ້ດອກວ່າ Barbara Teng ຈະເປັນໂຣກຫົວໃຈວາຍ ເພາະວ່າ
ລາວບໍ່ຕຸ້ຍ ບໍ່ໄດ້ມີນໍ້າໜັກເກີນ, ບໍ່ສູບຢາ ແຕ່ ລາວກໍບໍ່ໄດ້ອອກ ກໍາລັງກາຍເຊ່ນກັນ.

Barbara Teng ເວົ້າວ່າ: “ໃນປີ 2004, ໃນອາທິດ ຫລັງຈາກທີ່ຂ້ອຍໄດ້ 49 ປີ
ເມື່ອ ຂ້ອຍເດີນທາງໄປວຽກທຸລະກິດ ຢູ່ນະຄອນ Chicago ຂ້ອຍເປັນໂຣກ
ຫົວໃຈວາຍ ຂັ້ນຮ້າຍແຮງ.”


ແລະເຫດການນັ້ນ ໄດ້ປ່ຽນແປງວິຖີຊີວິດຂອງ Barbara Teng. ດຽວນີ້ ນາງອອກກໍາ
ລັງ ກາຍທຸກມື້, ຕິດຕາມກວດເບິ່ງສຸຂະພາບຫົວໃຈຂອງຕົນ ເອງເປັນປະຈໍາແລະໄປ
ບັນລະຍາຍໃນງານຕ່າງໆ ທີ່ຈັດຂຶ້ນໂດຍອົງການ Sister to Sister, ທີ່ດໍາເນີນໂຄງ ການດ້ານສຸຂະພາບຫົວໃຈສໍາລັບຜູ້ຍິງ. ທ່ານນາງ Susan Gurley ຜູ້ອໍານວຍການ ຂອງອົງການ Sister to Sister ເວົ້າວ່າ ຂໍ້ຄວາມທີ່ອົງການນີ້ຢາກບອກໃຫ້ຮູ້ນັ້ນ ແມ່ນຮີບດ່ວນຫຼາຍ.

ທ່ານນາງ Susan Gurley ເວົ້າວ່າ: “82% ຂອງພະຍາດຫົວໃຈ ແມ່ນສາມາດ
ປິ່ນປົວໄດ້ ແລະມັນເປັນສາເຫດອັນດັບນຶ່ງທີ່ພາໃຫ້ຜູ້ຍິງເສຍຊີວິດ.”


ນອກນັ້ນ ມັນຍັງເປັນສາເຫດອັນດັບນຶ່ງ ທີ່ພາໃຫ້ຜູ້ຊາຍເສຍຊີວິດເຊັ່ນກັນ. ອົງການ
ອະນາໄມໂລກ ຫລື WHO ລາຍງານວ່າ ໃນແຕ່ລະປີ ມີຄົນຕາຍ ຍ້ອນໂຣກຫົວໃຈ
ຫລາຍກວ່າຍ້ອນສາເຫດອັນອື່ນ. WHO ຍັງເວົ້າອີກວ່າ 68% ຂອງການຕາຍຍ້ອນ
ໂຣກຫົວໃຈ ແມ່ນເກີດຂຶ້ນຢູ່ໃນປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ ບ່ອນທີ່ການ
ລະບາດຂອງໂຣກຫົວໃຈ ກໍາລັງເພີ້ມທະວີຂຶ້ນ.

ດຣ. Patrice Desvigne-Nickens ທີ່ສະຖາບັນ ຫົວໃຈ ປອດ ແລະເລືອດແຫ່ງຊາດ ເວົ້າວ່າ ສິ່ງສໍາຄັນເພື່ອໃຫ້ດໍາລົງຊີວິດຢູ່ ຢ່າງມີສຸຂະພາບແຂງແຮງໄດ້ ກໍຄືການຮູ້ຈັກ
ໂຕເລກກ່ຽວກັບສຸຂະພາບຂອງຕົນດີ.

ດຣ. Desvigne-Nickens ອະທິບາຍວ່າ “ນໍ້າໜັກ, ລະດັບທາດ
Cholesterol ໃນເລືອດ, ນໍ້າຕານໃນເລືອດ ແລະລະດັບຄວາມ
ດັນເລືອດຂອງເຮົາ ແມ່ນຕົວເລກທີ່ສໍາຄັນ ທີ່ສາມາດຊ່ວຍໃຫ້ເຮົາ
ດໍາເນີນການ ແລະຫລຸດຜ່ອນຄວາມສ່ຽງລົງ.”


ທ່ານນາງກ່າວວ່າ ວິຖີຊິວິດແບບມີສຸຂະພາບດີນັ້ນ ສາມາດຊ່ວຍປ້ອງກັນໂຣກຫົວໃຈໄດ້.

ດຣ. Desvigne-Nickens ເວົ້າວ່າ “ແລະບາດກ້າວທີ່ຄວນດໍາເນີນກໍແມ່ນ
ງ່າຍໆ ຄື ບໍ່ສູບຢາ ຮັກສານໍ້າໜັກໃນລະດັບທີ່ດີຕໍ່ສຸຂະພາບ ອອກກໍາລັງ
ກາຍເປັນປະຈໍາ ຮູ້ຈັກໂຕເລກຂອງທ່ານ ແລະປຶກສາກັບທ່ານໝໍຂອງທ່ານ ແລະຄວບຄຸມຄວາມສ່ຽງຕ່າງໆເຫລົ່ານັ້ນ”


ຊາວອາເມຣິກັນເຊື້ອສາຍອາຟຣິກາ ແມ່ນມີຄວາມສ່ຽງຕໍ່ການເປັນໂຣກຫົວໃຈ ແລະ
ໂຣກລົມສາລະບາດ ໃນລະດັບສູງກວ່າລະດັບສະເລ່ຍ, ອີງຕາມ ດຣ. Michelle
Magee ຈາກໂຮງໝໍ Medstar Washington Hospital Center.

ດຣ. Magee ເວົ້າວ່າ: “ໂຣກຄວາມດັນເລືອດສູງ ທີ່ບໍ່ມີການຄວບຄຸມ ແລະ
ທັງບໍ່ສາມາດສັງເກດໄດ້ ແມ່ນມີຢ່າງແພ່ຫລາຍ ສະນັ້ນ ຜູ້ຄົນຈຶ່ງບໍ່ຮູ້ຊໍ້າວ່າ
ຕົນເປັນໂຣກນັ້ນ ຊຶ່ງເຮັດໃຫ້ຄວາມສ່ຽງໃນການເປັນໂຣກຫົວໃຈ ແລະ
ໂຣກລົມສາລະບາດ ເພີ້ມສູງຂຶ້ນກວ່າເກົ່າ.”


ຢູ່ໃນນະຄອນຫລວງວໍຊິງຕັນດີຊີ ຂອງສະຫະລັດນີ້ ສູນກາງໂຮງໝໍ Medstar
Washington ກໍາລັງພະຍາຍາມຍື່ນມືໄປຫາກຸ່ມຄົນເຫລົ່ານີ້ ດັ່ງໃນໂຄງການເຂົ້າຫາ
ປະຊາຊົນທີ່ຮ້ານຕັດຜົມ ໃນວໍຊິງຕັນ. ຮ້ານຕັດຜົມໃນເຂດຄຸ້ມຕ່າງໆຂອງເມືອງນີ້ ໄດ້
ສ້າງສາຍພົວພັນກັບລູກຄ້າຂອງຕົນ. ຖ້າຫາກໄດ້ຮັບການຝຶກອົບຮົມທີ່ຖືກຕ້ອງ ພວກ
ເຂົາເຈົ້າກໍສາມາດ ມີບົດບາດສໍາຄັນໃນການຮັກສາສຸຂະພາບຂອງປະຊາຄົມ ຕົວຢ່າງ
ເຊັ່ນ ຊ່ວຍລູກຄ້າເຂົາເຈົ້າ ຕິດຕາມກວດເບິ່ງຄວາມດັນເລືອດຂອງຕົນ.

ໂຄງການເຫລົ່ານີ້ແມ່ນດໍາເນີນງານຢູ່ບົນພື້ນຖານທີ່ວ່າ ຖ້າຫາກຄົນຮູ້ສຶກຕົວວ່າ ເຂົາເຈົ້າ
ມີຄວາມສ່ຽງຕໍ່ການເປັນໂຣກຫົວໃຈ ພວກເຂົາເຈົ້າກໍຈະປ່ຽນແບບແຜນການດໍາລົງຊີວິດ:
ຊຶ່ງກໍຄື ຫລຸດນໍ້າໜັກລົງ, ອອກກໍາລັງກາຍ, ກິນອາຫານທີ່ຖືກຕ້ອງ ແລະໝັ່ນພົວພັນກັບ ທ່ານໝໍ.

ເບິ່ງວີດິໂອເລື້ອງນີ້ເປັນພາສາອັງກິດ:

XS
SM
MD
LG