ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົບການເຊື່ອມໂຍງ ລະຫວ່າງ ເຊື້ອໄວຣັສ Zika ແລະໂຣກ Microcephaly


ເດັກນ້ອຍທີ່ມີສະພາບຫົວລີບກວ່າປົກກະຕິ ຍ້ອນໂຣກ Microcephaly
ເດັກນ້ອຍທີ່ມີສະພາບຫົວລີບກວ່າປົກກະຕິ ຍ້ອນໂຣກ Microcephaly

ຫຼັກຖານຕ່າງໆສະແດງໃຫ້ເຫັນໜັກ​ແໜ້ນຂຶ້ນທຸກມື້ ວ່າໄວຣັສ
Zika ສ້າງບັນຫາຮ້າຍແຮງໃຫ້ແກ່ການກຳເໜີດຂອງພວກເດັກ
ນ້ອຍ ເວລາ ແມ່ມານຕິດເຊື້ອໄວຣັສດັ່ງກ່າວ.ນັກຂ່າວ VOA
Carol Pearson ມີລາຍງານກ່ຽວກັບຜົນຂອງການສຶກສາ
ຄົ້ນຄ້ວາໃໝ່ ທີ່ພົບເຫັນວ່າຄືຈະມີການເຊື່ອມໂຍງທາງດ້ານ
ຊີວະສາດ ລະຫວ່າງເຊື້ອໂຣກດັ່ງກ່າວ ກັບໂຣກ Microcephaly ທີ່ເປັນການເກີດບໍ່ສົມປະກອບນັ້ນ ດັ່ງວັນນະ​ສອນ ຈະນຳ​ລາຍ
​ລະອຽດ​ມາ​ສະ​ເໜີທ່ານ​ ໃນ​ອັນ​ດັບຕໍ່ໄປ.​

ນີ້ແມ່ນຫ້ອງທົດລອງວິທະຍາສາດ ທີ່ສະຖາບັນ Johns Hopkins ​ດ້ານວິສະວະກຳກ່ຽວກັບ
ແຊລ ໃນ​ນະຄອນ Baltimore ບ່ອນ​ທີ່​ພວກ​ນັກວິທະຍາສາດ​ພາກັນ​ເຮັດ​ວຽກ​ຢ່າງ​ຂຸ້ນຂ້ຽວ​ຕະຫຼອດ 24​ ຊົ່ວໂມງເປັນ​ນຶ່ງເດືອນ ​ເພື່ອຊອກຄົ້ນ​ຫາ​ ​ສາ​ເຫດ​ວ່າໄວຣັສ Zika ມີ​ຜົນ​ກະທົບ
ຕໍ່​ແຊ​ລສະໝອງຢ່າງໃດ. ​

ທ່ານນາງ Guo-Li Ming ຈາກ​ສະ​ຖາ​ບັນການ​ແພດ John Hopkinds ກ່າວ​ວ່າ “​ໃນ​ການ​ສຶກສາ​ຄົ້ນ​ຄ້ວາ​ໃໝ່​ນີ້ ພວກ​ເຮົາ​ຖາມ​ແຕ່​ພຽງ​ຄຳຖາມງ່າຍໆ ​ເຊັ່ນ​ວ່າ ມີ​ແຊລ​ໃດແດ່ທີ່ອ່ອນໄຫວຕໍ່​ໄວຣັສ Zika?”

ນັບຕັ້ງ​ແຕ່​ປີ​ກາຍນີ້ມາ ຕອນທີ່ໄວຣັສ Zika ໄດ້​ລະບາດຂຶ້ນໃນ Brazil ໄດ້ມີ​ເດັກນ້ອຍ​ຫຼາຍ​ກວ່າ 5 ພັນຄົນເກີດມາ ໂດຍ​ມີ​ຫົວ​ລີບ​ກວ່າ​ປົກກະຕິ ​ແລະອາດມີ​ການ​ຈະເຣີນເຕີບໂຕຊ້າ​ຢ່າງ​ຮ້າຍແຮງກໍເປັນໄດ້ ຊຶ່ງ​ສະ​ພາບ​ແບບ​ນີ້ ​ເອີ້ນ​ວ່າ Microcephaly.

​ສິ່ງທີ່​ຄ້າຍ​ຄືກັນຂອງເດັກນ້ອຍ​ພວກ​ນີ້ ​ກໍແມ່ນວ່າ​ ໃນຊ່ວງ​ເວລາ​ທີ່ແມ່ຂອງເຂົາເຈົ້າຖືພາຢູ່
ນັ້ນ ​ແມ່​ຂອງພວກ​ເຂົາເຈົ້າຕິດໄວຣັສ Zika.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ພວກນັກວິທະຍາສາດທັງຫຼາຍຈຶ່ງໄດ້​ພະຍາຍາມ​ທີ່​ຈະ​ພິສູດໃຫ້ເຫັນ​ວ່າ
ເປັນ​ຫຍັງໄວຣັສ Zikaຈຶ່ງກະທົບແລະກະທົບແບບໃດ​ຕໍ່ການ​ພັດທະນາ​ຂອງ​ສະໝອງ ​ແລະ​ຕອນ​ທີ່​ເດັກ​ທາລົກພວມຈໍ່ເປັນໂຕຢູ່​ໃນ​ທ້ອງ​ທີ່​ມີ​ຄວາມ​ຫຼໍ່​ແຫຼມທີ່​ສຸດນັ້ນ.

ໃນ​ສະ​ຖາ​ບັນການ​ແພດ Johns Hopkins ​ແລະ​ມະຫາວິທະຍາ​ໄວຣັສ​ຂອງ​ລັດ Florida ພວກ​ນັກວິ​ໄຈໄດ້ພາກັນສັງເກດເບິ່ງເວລາເອົາໄວຣັສ Zika ໃສ່ລົງໄປໃນ​ພາຊະນະທີ່ເພາະແຊ​ລຊະນິດທີ່ຈະກາຍເປັນ​ສະໝອງຂອງ​ມະນຸດ​ເຮົາ. ນີ້​ແມ່ນ Stem cells ​ແລະ cells ສະໝອງ​ຕົ້ນ​ສະບັບທີ່ເຕີບໂຕຫຼາຍແລ້ວ. ​ພວກ​ນັກວິ​ໄຈຄົ້ນ​ຄ້ວາ ​ໄດ້ພົບເຫັນວ່າ ໄວຣັສ Zika ສະແດງປະຕິກິລິຍາອອກມາເປັນ​ສອງແບບ.

ທ່ານນາງ Ming ກ່າວ​ວ່າ “ກ່ອນ​ອື່ນ​ໝົດມັນ​ຈະ​ໄປທຳລາຍ stem cells ສະໝອງບາງ
ຈຳນວນ ທີ່ມີ​ໜ້າທີ່​ຮັບຜິດຊອບໃນ​ການ​ສ້າງ​ແຊ​ລບາງສ່ວນຂອງສະໝອງ ​ແລະ​ພ້ອມ​ນີ້ ມັນ​ກໍ​ຈະ​ໄປເຮັດໃຫ້ການຈະເຮີນເຕີບໂຕຂອງແຊ​ລຕົ້ນ​ສະບັບຊັກ​ຊ້າ​ລົງຖ້າ​ຫາກ​ວ່າ​ມັນ​ຍັງ​ບໍ່​ຕາຍ​ເທື່ອ.”

ພວກ​ເຂົາ​ເຈົ້າພົບ​ເຫັນໄວຣັສ Zika ເຮັດວຽກຮ່ວມກັບ​ແຊ​ລ ​ແລະ​ໃຊ້​ຄວາມ​ສາມາດ​ຂອງ​ແຊ​ລ ເພື່ອຜລິດ​ແຊ​ລ​ໃໝ່ໃນຕົວຂອງມັນເອງ. ທ່ານນາງ Ming ກ່າວ​ວ່າ ຍັງ​ມີ​ວຽກອີກ​ຫຼາຍ​ຢ່າງ​ທີ່​ຈຳ​ເປັນ​ຕ້ອງ​ກະທຳເພື່ອ​ພິສູດ​ໃຫ້​ເຫັນ​ວ່າ ໄວຣັສ Zika ນັ້ນ​ແມ່ນ​ມີ​ສ່ວນ​ຮັບຜິດຊອບໂດຍ​ກົງ​ກັບ​ໂຣກ Microcephaly ຫຼືບໍ່. ວຽກດັ່ງກ່າວ​ນີ້ ​ ແມ່ນຈະ​ພົວພັນ​ກັບການສຶກສາ​ແບບ​ຄ້າຍ​ຄື​ກັນ​ນີ້​ໂດຍ​ໃຊ້​ແບບ ​3 ມິ​ຕິ ທີ່​ໃກ້ຄຽງ​ກັບວິຖີ​ທາງ ທີ່​ສະໝອງ​ຈະເຣີນເຕີບໂຕ.

ພວກນັກວິທະຍາສາດຈາກທັງສອງມະຫາວິທະຍາໄວຣັສດັ່ງກ່າວ ໃນປະຈຸບັນນີ້ ພວມປະ
ສານງານກັນກ່ຽວກັບການວິໄຈຄົ້ນຄວ້າອັນໃໝ່ ອີກອັນນຶ່ງ.

ທ່ານນາງ Ming ກ່າວ​ວ່າ “ມີ​ສິ່ງ​ນຶ່ງ ທີ່​ພວກ​ເຮົາ​ຢາກ​ຈະ​ເຮັດ​ນັ້ນ​ ແມ່ນ​ການ​ທີ່ ຢາກເຫັນ
ວ່າ​ ມີ​ທາງ​ໃດ​ແດ່​ທີ່​ພວກ​ເຮົາ​ສາມາດ​ກີດ​ກັນບໍ່ໃຫ້ ໄວຣັສ Zika ເຂົ້າ​ໄປ​ໃນ​ແຊ​ລໄດ້.”

ການກີດ​ກັນໄວຣັສ Zika ຫຼື ຫາ​ວິທີ​ທາງ ທີ່​ຈະ​ບໍ່​ໃຫ້້ໄວຣັສ Zika ​ໄປ​ທຳລາຍແຊ​ລສະໝອງ ແມ່ນຈະເປັນການ​ເຮັດໃຫ້​ໄພ​ຂົ່ມຂູ່ທີ່ມີຢູ່ໃນ​ປະຈຸ​ບັນນີ້​ຫ່າງ​ໄກ​ອອກ​ໄປ​ຫຼາຍ.​

XS
SM
MD
LG