ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຣກປອດແຫ້ງ ເອົາຊີວິດຜູ້ຄົນ ຫຼາຍພັນຄົນ ໃນແຕ່ລະວັນ


ຜູ້ປ່ວຍລໍຖ້າພົບເຈົ້າໜ້າທີ່ສາທາລະນະສຸກທີ່ Nhlangano Swaziland, 28 ຕຸລາ, 2009.
ຜູ້ປ່ວຍລໍຖ້າພົບເຈົ້າໜ້າທີ່ສາທາລະນະສຸກທີ່ Nhlangano Swaziland, 28 ຕຸລາ, 2009.

ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ປີ​ນີ້ ກ່ຽວ​ກັບ​ໂຣກປອດ​ແຫ້ງ​ນັ້ນ​ແມ່ນ​ເປັນ​ໜ້າ​ຕົກ​ໃຈ. ລາຍ​ງານເວົ້າ​ວ່າ ຈຳນວນຂອງ​ການ​ຕິດ​ເຊື້ອ​ໂຣກດັ່ງກ່າວ​ ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ໃນ​ຮອບ​ປີ​ທີ່​ຜ່ານ​ມາ ​ແລະ​ພວກ​ທ່ານໝໍ​ຮູ້​ວ່າ ມີ​ຢ່າງ​ນ້ອຍ 4 ລ້ານ​ຄົນ ທີ່​ເປັນ​ໂຣ​ກປອດແຫ້ງ ບໍ່​ໄດ້​ຮັບ​ການ​ປິ່ນປົວ​ແຕ່​ຢ່າງ​ໃດ ​ຊຶ່ງວັນນະ​ສອນ ຈະ​ນຳ​ລາຍ​ງານ​ເລື້ອງນີ້ຈາກ Carol Pearson ນັກ​ຂ່າວ​ຂອງ VOA ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ການ​ໄອ​ແບບ​ທຳ​ມະ​ດາ​ທົ່ວ​ໄປ​ນັ້ນ​ ສາມາດ​ແຜ່​ລະບາຍ​ໂຣກທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ​ເຖິງ​ຕາຍ​ນັ້ນ ຫຼາຍ​ໂຣກດ້ວຍ​ກັນ ຊຶ່ງ​ຮວມທັງ​ໂຣ​ກປອດ​ແຫ້ງ​ນຳ.

ດຣ. Eric Goosby ທູດ​ພິ​ເສດ ຈາກ​ອົງການ​ສະຫະ​ປະຊາ​ຊາດ ກ່ຽວກັບໂຣ​ກປອດ​ແຫ້ງ​ ກ່າວ​ວ່າ “ໂຣ​ກປອດ​ແຫ້ງ​ ​ເປັນ​ໄພ​ຂົ່ມຂູ່ ທີ່​ສາມາດແຜ່​ລະ​ບາດໄດ້ ທາງ​ອາກາດ ບໍ່​ແມ່ນ​ທາງ​ດ້ານການກະທຳ ທີ່ຈະ​ເພີ່ມ​ຄວາມ​ສ່ຽງ​ແຕ່​ຢ່າງ​ໃດ, ​ແຕ່​ຈະເປັນຍ້ອນ ການຢືນເຂົ້າ​ແຖວ ​ຢູ່ທາງ​ຫຼັງ​ຂອງຄົນຜູ້ທີ່​ໄອແ​ລະ​ພົ່ນເຊື້ອ​ແບັກ​ເທຍ​ເຣຍອັນ​ນ້ອຍໆອອກມາໃສ່ທ່ານ​. ນອກຈາກການໄປຢູ່​ຜິດ​ບ່ອນ ຜິດເວລາ ແລ້ວແ​ມ່ນຈະບໍ່ມີການ​ສ່ຽງ​ອັນ​ຮ້າຍແຮງໃດໆພົວພັນນຳ.”

​ໃນ​ການ​ໃຫ້​ສຳພາດທາງ Skype ດຣ. Goosby ອະທິບາຍ​ວ່າ ໂຣ​ກປອດ​ແຫ້ງ​ ​ເອົາ​ຊີວິດ​ຜູ້​ຄົນ​ໄປ​ 5 ພັນ ຄົນຕໍ່​ວັນ ​ແຕ່ໂຣ​ກນີ້ ບໍ່​ຈຳ​ເປັນຕ້ອງເຮັດໃຫ້ຕາຍຫຼາຍເຖິງ​ຂັ້ນ​ນັ້ນດອກ.

ດຣ. Goosby ກ່າວ​ວ່າ “ພວກ​ເຮົາ​ຈະສາມາດ​ວິນິ​ໄສ​ໂຣກ​ນີ້ໄດ້ ​ພວກເຮົາສາມາດປິ່ນປົວ ມັນ​ໄດ້ ດ້ວຍ​ຢາ​ຕໍ່ຕ້ານ​ແບັກ​ເທຍ​ເຣຍທີ່​ນ້ອຍທີ່ສຸດດ້ວຍປະສິດທິ​ຜົນ ​ທັງ​ຮັກສາ​ໃຫ້ດີ​ໄດ້​ເຖິງ 90 ​ເປີ​ເຊັນ​ ດ້ວຍ​ຢາ​ທີ່​ມີ​ຢູ່​.”

​ເຖິງ​ຢ່າງ​ປານນັ້ນກໍຕາມ ໂຣ​ກປອດ​ແຫ້ງ​ ກໍ​ຖື​ວ່າ ​ເປັນ​ໂຣກ​ໃນ​ອະດີດໄປແລ້ວ ​ໃນ​ບັນດາ​ປະ​ເທດຈະເຣີນ ​ແລະງົບປະມານ​ສຳລັບ​ຕໍ່ສູ້​ກັບ​ໂຣກດັ່ງກ່າວ​ກໍແມ່ນ ​ໄດ້​ຖືກ​ຕັດລົງ. ເວົ້າທົ່ວ ໄປແລ້ວ ໂຣ​ກປອດ​ແຫ້ງ​ ບໍ່​ໄດ້​ຮັບຄວາມເອົາໃຈໃສ່ ​ໃນ​ບັນ​ດາ​ປະ​ເທດ​ທັງຫຼາຍ ຮວມທັງ ປະ​ເທດ ອິນ​ເດຍນຳ ບ່ອນ​ທີ່ມີໂຣກນີ້​ແພ່ລາມນັ້ນ. ສ່ວນ​ບ່ອນ​ອື່ນໆ ງົບປະມານ​ດ້ານ​ສຸຂະພາບ ​ແລະ​ພວກເຈົ້າ​ໜ້າ​ທີ່​ດ້ານ​ສຸຂະອະນາ​ໄມກໍ​ໄດ້ພາກັນ​ເພັ່ງ​ເລັງໃສ່ການ​ປິ່ນປົວ​ໂຣກ Zika ​ໂຣກ Ebola ​ແລະ​ໂຣກ​ແປກ​ໃໝ່ທີ່​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່ໂຣ​ກ ປອດ​ແຫ້ງ​ ນັ້ນ​ແມ່ນ​ຖືກ​ມອງ​ຂ້າມ ​ຊຶ່ງ​ນັ້ນ ໄດ້ກາຍເປັນຄວາມກັງວົນ​ຂອງ​ ດຣ. Goosby ຊ່ຶງ ທ່ານ ກ່າວ​ວ່າ “ການ​ເມືອງ​ຂອງ​ພວກ​ເຮົາ ​ໄດ້​ອ່ວຍໜ້າໜີ ​ແລະໃນ​ກະຊວງສາທາລະນະ​ສຸກ​ກໍໄດ້​ລົດ​ຄວາມ​ເປັນ​ບຸລິມມະ​ສິດລົງ​ ບໍ່ຖືວ່າເປັນໂຣກທີ່​ຈຳ​ເປັນ​ຕ້ອງໄດ້ຮັບ​ມື ແລະຍ້ອນເຫດ ຜົນ ດັ່ງກ່າວ​ການຕາຍຈຶ່ງເພີ່ມ​ຂຶ້ນ​. ປັດຈຸບັນ ສະຖິຕິ​ການ​ຕາຍມີອັດຕາຢູ່ 1 ລ້ານ 8 ​ແສນຄົນ ​ໃນ​ແຕ່ລະ​ປີ ຊຶ່ງ​ເຮັດ​ໃຫ້ໂຣ​ກ ປອດ​ແຫ້ງ ກາຍ​ມາ​ເປັນ​ໂຣກຕິດແປ​ດທີ່​ຮ້າຍ​ແຮງ​ສຸດ​ທີ່ເອົາຊີວິດຄົນຢູ່ໃນ​ໂລກຂອງເຮົາ.”

ໂຣ​ກປອດ​ແຫ້ງ ​ຈະ ຈະ​ເລີ​ນງອກ​ງາມຢູ່​ໃນ​ເຂດ​ທີ່​ມີ​ຜູ້​ຄົນທີ່​ອາ​ໄສ​ຢູ່​ຢ່າງ​ແອ​ອັດ ບ່ອນ​ທີ່​ຜູ້​ຄົນ ບໍ່​ມີ​ອາຫານ​ພຽງພໍ ​ແລະ​ຂາດ​ສຸ​ຂະອະ​ນາ​ໄມ​ທີ່​ສະອາດ ຊຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ມີຄວາມ ຫຼໍ່ແຫຼມຕໍ່ໂລຄາພະຍາດ. ດັ່ງ​ທີ່​ໂລກເຮົາໄດ້​ຮຽນ​ຮູ້ແລ້ວ​ກ່ຽວ​ກັບ​ໂຣ​ກ Ebola ວ່າ ​ໂຣກນີ້ ​ບໍ່​ແມ່ນ​ເປັນ​ໂຣກສະເພາະ​ພວກ​ຄົນ​ທຸກ​ຄົນ​ຈົນເທົ່ານັ້ນ. ການທ່ອງທ່ຽວ​ເດີນທາງ​ໄປສະຖານ​ທີ່​ຕ່າງໆ ຈະນຳພາ​ໂຣກ Ebola ​ແຜ່​ລະບາດ​ໄປ​ທົ່ວ​ໂລກ. ໂຣ​ກປອດ​ແຫ້ງ ກໍແບບ​ດຽວ​ກັນ​ ​ເພາະສະ​ນັ້ນທາງ​ອົງການ​ສະຫະ​ປະຊາ​ຊາດ ຈຶ່ງພວມພະຍາຍາມ ທີ່​ຈະ​ຈັດໃຫ້​ທັງ​ໂລກ ຫວນ​ກັບຄືນ​ໄປ​ສົນ​ໃຈ​ແລະ​ເພັ່ງ​ເລັງ​ໃສ່ ໂຣ​ກປອດ​ແຫ້ງ. ຖ້າ​ຫາກ​ວ່າ ບັນດາ​ປະ​ເທດ​ທັງ ຫຼາຍ ຮັ່ງມີ​ ຫຼື ທຸກ​ຈົນ ຮ່ວມມືກັນ ເຮົາກໍຈະສາມາດຢຸດຢັ້ງໂຣ​ກປອດ​ແຫ້ງໄດ້. ເປົ້າໝາຍ ກໍຄື ​ຈະ​ຍຸຕິ ໂຣ​ກປອດ​ແຫ້ງນີ້ ​ໃຫ້​ສິ້ນ​ຊາກ​ໄປ​ໃນ​ປີ 2030.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG