ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກນັກຄົ້ນຄວ້າ ຜະລິດຢາແນວໃໝ່ ຕ້ານໂຣກປອດແຫ້ງ ສຳຫຼັບພວກເດັກນ້ອຍ


ພວກນັກຄົ້ນຄ້ວາ ກຳລັງຫາວິທີທາງໃໝ່ ເພື່ອຜະລິດຢາ ທີ່ມີຈຸດປະສົງ ສຳຫຼັບຮັກສາພວກເດັກນ້ອຍ ຊຶ່ງຄ່າໃຊ້ຈ່າຍແມ່ນ ສາມາດຜະລິດໄດ້ ມີລົດຊາດດີ ແລະງ່າຍໃນການກິນ.
ພວກນັກຄົ້ນຄ້ວາ ກຳລັງຫາວິທີທາງໃໝ່ ເພື່ອຜະລິດຢາ ທີ່ມີຈຸດປະສົງ ສຳຫຼັບຮັກສາພວກເດັກນ້ອຍ ຊຶ່ງຄ່າໃຊ້ຈ່າຍແມ່ນ ສາມາດຜະລິດໄດ້ ມີລົດຊາດດີ ແລະງ່າຍໃນການກິນ.

ບັນດາ​ນັກ​ຊ່ຽວຊານດ້ານ​ອະນາ​ໄມຂອງ​ໂລກ ໄດ້ໄປຮວມຕົວ​ກັນ
ທີ່​ນະຄອນ Cape Town ປະ​ເທດ​ອາ​ຟຣິກາ​ໃຕ້ Africa ​ໃນ​ຕົ້ນ
​ເດືອນ​ນີ້​ເພື່ອ​ໂອ້​ລົມກັນ​ກ່ຽວ​ກັບ​ການ​ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ຍຸຕິ
​ການລະບາດ​ຂອງ​ໂຣກປອດ​ແຫ້ງ ຫຼື TB ທີ່ມີ​ແຜ່​ຫຼາຍກ່ອນ​ການ​
ຕິດ​ເຊື້ອ HIV ຊຶ່ງ​ເປັນ​ໄວຣັສທີ່​ພາ​ໃຫ້​ເປັນ​ໂຣກ AIDS ນັ້ນ ​ແຕ່​ວ່າ
ພວກ​ນັກ​ຄົ້ນຄວ້າ ​ໄດ້​ສະ​ແດງ​ອອກ​ເຖິງ​ຂ່າວ​ດີ​ກ່ຽວ​ກັບ​ຕິດໂຣກ
ປອດ​ແຫ້ງ​ ຂອງ​ພວກ​ຜູ້​ປ່ວຍ ​ທີ່​ມີ​ອາຍຸ​ນ້​ອຍ ​ແລະ ​ອ່ອນ​ເ​ເອນັ້ນ. Anita Powell ນັກ​ຂ່າວ VOA ມີ​ລາຍ​ງານ​ ຈາກນະຄອນ Johannesburg ຊຶ່ງວັນນະ​ສອນຈະ​ນຳ​ລາຍ​ລະ​ອຽດ
ມາສະ​ເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

ພວກ​ນັກຄົ້ນ​ຄ້ວາ ທີ່ເຂົ້າຮ່ວມກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະຫະພັນ​ໂລກກ່ຽວກັບ​ສຸກຂະພາບ​ຂອງ​ປອດ ​ທີ່​ນະຄອນ Cape Town ​ໄດ້​ປະກາດເມື່ອ​ວັນ​ພຸດທີ3 ທັນວາຕົ້ນ​ເດືອນ​ນີ້ ກ່ຽວກັບ​ການເປີດ​ຕົວການ​ປິ່ນປົວ​ໂຣກປອດ​ແຫ້ງ ແບບ​ເປັນກັນ​ເອງກັບ​ພວກ​ເດັກນ້ອຍນັ້ນ​ວ່າ ມັນ​ເປັນ​ບາດກ້າວ​ທີ່ມີ​ຜົນ​ຕໍ່​ພວກ​ເດັກນ້ອຍນຶ່ງ​ລ້ານ​ຄົນ ​ໃນ​ທົ່ວ​ໂລກ ​ແລະພວກ​ເຂົາ​ເຈົ້າ
ຫວັງ​ວ່າ ອາດ​ສາມາດສ້າງ​ຄວາມ​ກ້າວໜ້າ​ທີ່ ສຳຄັນ​ໃນ​ການ​ປິ່ນ​ໂຣກດັ່ງກ່າວຊຶ່ງ​ສາມາດ​ກາຍ​ເປັນ​ໂຣ​ກທີ່​ຮ້າຍ​ແຮງ​ເຖິງ​ຕາຍ​ໄດ້ນັ້ນ.​

Dr. Mel Spigelman ປະທານແລະ​ຫົວໜ້າ​ພັນທະ​ມິດຂອງ​ອົງການຕໍ່ຕ້ານ​ໂຣກປອດ​ແຫ້ງ ຫຼື TB ຊຶ່ງ​ເປັນອົງການ​ບໍ່​ຫວັງ​ຜົນ​ກຳ​ໄລນາໆ​ຊາດ​ໄດ້​ບອກ​ກັບ VOA ​ເຖິງ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ນີ້ວ່າ “ນັບ​ເປັນ​ຄັ້ງ​ທຳ​ອິດ ທີ່​ພວກ​ເຮົາສາມາດ​ຮັກສາ​ພວກ​ເດັກນ້ອຍ​ຈຳນວນ​ລ້ານ​ຄົນ ທີ່​ເປັນ​ປອດ​ແຫ້ງ ດ້ວຍ​ການ​ປຸງ​ຢາ​ສູດ​ພິ​ເສດ ທີ່​ເຮັດ​ໃຫ້​ເປັນ​ການ​ງ່າຍ​ສຳ​ຫຼັບ​ພວກ​ເດັກນ້ອຍ
ກິນຢາທີ່​ມີລົດ​ຊາດ​ດີ ​ແລະ​ຫວັງ​ວ່ານີ້​ຈະ​ເປັນ​ການ​ງ່າຍ​ໃນ​ການ​ປິ່ນປົວ​ໂຣກນີ້ ​ໃນ​ໝູ່ພວກ
ເດັກນ້ອຍ.”

ທ່ານ Spigelman ກ່າວ​ວ່າ ຈົນ​ມາ​ຮອດ​ປະຈຸ​ບັນ​ນີ້ ພວກ​ເດັກນ້ອຍ​ໄດ້​ກິນ​ຢາ​ຂອງ​ຜູ້​ໃຫຍ່ ​ແລ້ວ​ນຳ​ມາ​ຜ່າ​ເຄິ່ງ ຊຶ່ງ​ກໍຖືກ​ຄາຍ​ຖິ້ມຢູ່​ເລື້ອຍຍ້ອນ​ລົດ​ຂົມ​ຂອງ​ມັນ. ການ​ຮັກສາ​ດ້ວຍ​ຢາ​ຊະນິດ​ໃໝ່​ນີ້ ​ແມ່ນ​ສາມາດ​ລະລາຍ​ໃນ​ນ້ຳ​ໄດ້ ​ແລະ​ກໍ​ຈະ​ມີ​ຫຼາຍ​ລົດຊາດ ທັງໝາກ strawberry ​ແລະໝາກ raspberry ​ເປັນ​ຕົ້ນ.

ການ​ປິ່ນປົວ​ຊະນິດ​ໃໝ່​ນີ້ ​ແມ່ນ​ໄດ້​ພັດທະນາ ດ້ວຍ​ການ​ຊ່ອຍ​ເຫຼືອ​ຈາກ​ກຸ່ມຊ່ອຍ​ເຫຼືອນາໆ​ຊາດ​ ເຊັ່ນ​ອົງການ​ອະນາ​ໄມ​ໂລກ ແລະອົງການ USAID ທີ່ທ່ານ Spigelman ກ່າວ​ວ່າ ​ເພາະວ່າບໍລິສັດ​ຜະລິດ​ຢາ​ທີ່ໃຫຍ່ໆທັງຫຼາຍ ບໍ່​ໄດ້​ຮັບ​ຜົນ ປະ​ໂຫຍ​ດທາງ​ດ້ານ​ການ​ເງິນ​ຫຍັງ​ຫລາຍ​ ​ໃນ​ການ​ພັດທະນາ​ຢາ ປິ່ນປົວ​ໂຣກປອດ​ແຫ້ງ ຊຶ່ງ​ສ່ວນ​ໃຫຍ່ ​ເປັນ​ໂຣກສຳ​ຫຼັບ​ຄົນທຸກ​ຈົນ.

ທ່ານ Spigelman ກ່າວ​ວ່າ “ໂຣກປອດ​ແຫ້ງ ນີ້ແມ່ນມີ​ສ່ວນ​ພົວພັນ​ກັບ​ສະຖານະພາບ​ທາງ​ສັງຄົມ​ເສດຖະກິດ. ມັນ​ມີ​ການ​ພົວພັນ​ຢ່າງ​ໃກ້ຊິດ​ກັບ​ຄວາມທຸກ​ຍາກ ກັບ​ການ​ຢູ່​ກັນ​ແບບ​ແອ​ອັດ ​ແລະ​ຂາດອາຫານ​ທີ່​ມີ​ຄຸນຄ່າ​ທາງ​ໂພຊະ​ນາ​ການ.”

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ​ໂຣກ​ນີ້ ຊຶ່ງເປັນ​ໂຣກທີ່ຕິດ​ຕໍ່​ທາງ​ອາກາດ​ດ້ວຍ ການຫາຍ​ໃຈ​ເອົາ ​ແລະ​ຍັງ​ສືບ​ຕໍ່ເປັນ​ໂຣກທີ່​ອັນ​ລະລາຍ​ຮ້າຍແຮງທີ່ສຸດ -- ​ເຖິງ​ແມ່ນ​ວ່າ​ເກືອບທຸກໆກໍລະນີ
ສາມາດ​ປິ່ນປົວ​ໃຫ້ຫາ​ຍດີ​ໄດ້. ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ໂຣກ TB ນີ້ ສັງຫານ​ຜູ້​ຄົນ​ໄປ​ແລ້ວ 1 ລ້ານ 5 ​ແສນ ຄົນ​ໃນ​ປີ 2014 ຊຶ່ງ​ໃນ​ນັ້ນ ມີ​ເດັກນ້ອຍ 140 ພັນຄົນ ​ເປັນ
​ພວກໄດ້ຮັບ​ເຄາະ.

ທ່ານ Spigelman ​ໃຫ້​ຂໍ້​ສັງ​ເກດ​ວ່າ ໂຣກປອດ​ແຫ້ງ ແມ່ນຍັງຂາດກໍລະນີຂອງຜູ້ຕິດທີ່ມີ
ຊື່ສຽງໂດ່ງດັງເພື່ອສະແດງເຖິງຄວາມຄິດເຫັນດັ່ງກ່າວທ່ານ Spigelman ໄດ້ອ້າງເຖິງ
ກໍລະນີ ຜູ້ປ່ວຍ​ເປັນໂຣກປອດແຫ້ງ ທີ່ຂຶ້ນຊື່ລາຍນຶ່ງ ນາງ Fantine ກະສິກອນສາວ ທີ່ໄດ້
ກາຍມາເປັນໂສເພນີ ຊຶ່ງ​ເລື້ອງ​ນີ້​ຂຽນເປັນພາສາຝຣັ່ງ ທີ່ປະ ພັນໂດຍນັກປະພັນຊື່ດັງ Victor Hugo ຂອງສັດຕະວັດທີ 19 ຊື່ວ່າ Le Miserables.

ແຕ່ວ່າ Dr. Lucica Ditiu ຜູ້ອຳນວຍການບໍລິຫານ ຂອງ​ກຸ່ມ​ພາຄີຕ້ານTB ທີ່ນະຄອນ​ເຈນີວາ ກ່າວວ່າ ໂຣກ TB ນີ້ ແມ່ນເປັນໄພຂົ່ມຂູ່​ແບບ​ໃໝ່. ທ່ານນາງ ກ່າວວ່າ ໂຣກດັ່ງ
ກ່າວ ແມ່ນກຳລັງແຜ່ຂະຫຍາຍເພີ້ມຂຶ້ນ ຍ້ອນມີ​ສາຍ​ພັນດື້ຢາຫຼາຍຊະນິດ.

Dr. Ditiu ​ເວົ້າວ່າ “ໂຣກ TB ໄດ້ກັບຄືນມາຄຸກຄາມພວກເຮົາອີກແລ້ວ ແລະ ​ເລີ້ມ​ລະບາດ​ຂອງໂຣກ TB ນີ້ ​ແມ່ນ​ຮ່ອງຮອຍ​ຂອງ​ຄວາມ​ລົ້ມ​ແຫລວ​ຂອງ​ໂລກເພາະວ່າ ໂຣກ TB ​ນີ້ ແມ່ນສັນຍາ​ລັກ​ຂອງ​ຄວາມທຸກ​ຍາກ ​ແລະ​ຄວາມ​ລຳບາກ ຍາກ​ເຂັນ ​ແລະການ​ຂາດ​ທາດ​ອາຫານ ​ແລະ​ຂາດ​ປັດ​ໄຈ​ຂັ້ນ​ພື້ນຖານ ພ້ອມ​ນີ້ ຜູ້​ຄົນ​ຍັງ​ອາ​ໄສ​ຢູ່​ໃນ​ສະພາບທີ່​ບໍ່​ດີ ​ແລະ​ການ​ທີ່​ຕ້ອງ​ທົນ​ທຸກ ຫຼື​ບໍ່ ​ກໍ​ຕ້ອງ​ຍອມ​ທົນ​ຢູ່ກັບສຸຂະພາບ ທີ່ຖືກຈັດ​ໃຫ້​ເປັນ​ບູລະ​ມິດ​ສິດ​ທີ່​ຕ່ຳ​ສຸດ​ໃນ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ​ນາງ ຮຽກຮ້ອງ​ໃຫ້ ບັນດາ​ຜູ້​ບໍລິຈາກ​ນາໆ​ຊາດ ​ແລະ​ພວກ​ຜູ້ນຳ​ທັງຫຼາຍ ​ໃຫ້ພາກັນດຳ
​ເນີນ​ການແລະລົງທຶນຫຼາຍ​ກວ່າ​ນີ້ ​ເພື່ອ​ຕໍ່ສູ້​ກັບ​ໂຣກທີ່​ຮ້າຍ​ແຮງ​ດັ່ງກ່າວ.

XS
SM
MD
LG