ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຄື່ອນໄຫວຢ່າງຫ້າວຫັນ ສາມາດຊ່ວຍຫລຸດຄວາມສ່ຽງຕໍ່ ການເປັນໂຣກສະໝອງເຊື່ອມ ລົງໄດ້ (ເບິ່ງວີດີໂອພາສາອັງກິດຊ້າໆ)


ການເຄື່ອນໄຫວຢ່າງຫ້າວຫັນ ສາມາດຊ່ວຍຫລຸດຄວາມສ່ຽງຕໍ່ ການເປັນໂຣກສະໝອງເຊື່ອມ ລົງໄດ້ (ເບິ່ງວີດີໂອພາສາອັງກິດຊ້າໆ)
ການເຄື່ອນໄຫວຢ່າງຫ້າວຫັນ ສາມາດຊ່ວຍຫລຸດຄວາມສ່ຽງຕໍ່ ການເປັນໂຣກສະໝອງເຊື່ອມ ລົງໄດ້ (ເບິ່ງວີດີໂອພາສາອັງກິດຊ້າໆ)

ຜົນການຄົ້ນຄວ້າໃໝ່ 2 ບັ້ນ ໄດ້ໃຫ້ການສະໜັບສະໜຸນແກ່ຫລັກຖານທີ່ວ່າ ການອອກ ກໍາລັງກາຍສາມາດຊ່ວຍຫລຸດຜ່ອນຄວາມສ່ຽງຕໍ່ ການເປັນໂຣກສະໝອງເຊື່ອມ ທີ່ພາໃຫ້ ຫລົງລືມນັ້ນໄດ້. ດາຣາມີເລື້ອງນີ້ມາສະເໜີທ່ານ ຈາກລາຍງານຂອງພະແນກພາສາ ອັງກິດພິເສດ ຫລື Special English ຂອງວີໂອເອ.

ເບິ່ງວີດີໂອ ລາຍງານພາສາອັງກິດຊ້າໆເພື່ອຮຽນໄປພ້ອມ:

ຟັງລາຍງານພາສາລາວ:

ມີຫລັກຖານຫລາຍຂຶ້ນ ທີ່ສໍ່ສະແດງໃຫ້ເຫັນວ່າ ການເຄື່ອນໄຫວໄປມາ ຫລືເຮັດວຽກຢ່າງ
ຫ້າວຫັນນັ້ນ ສາມາດຊ່ວຍ​ຫລຸດຜ່ອນຄວາມສ່ຽງຕໍ່ການເປັນໂຣກສະໝອງເຊື່ອມຂອງຄົນ
ລົງໄດ້. ໂຣກສະໝອງເຊື່ອມ ຫລື dementia ແມ່ນຊື່ລວມຂອງຜົນກະທົບຂອງໂຣກ
ຄວາມຈໍາເຊື່ອມ ຫລື Alzheimer’s disease, ລົມສາລະບາດ ຫລື stroke ແລະ
ໂຣກສະໝອງຜິດປົກກະຕິອັນອື່ນໆ. ​ເຮົາອາດຖືວ່າ ຄົນຜູ້​ນຶ່ງເປັນໂຣກສະໝອງເຊື່ອມໄດ້
ຖ້າເຂົາເຈົ້າຫາກຂາດຄວາມສາມາດທາງ​ສະໝອງໃນສອງ ຫລືຫລາຍດ້ານກວ່ານັ້ນຂຶ້ນໄປ
ເຊັ່ນຄວາມສາມາດດ້ານ​ການຈື່ຈໍາແລະດ້ານ​ພາສາ. ຮ່ອງຮອຍອື່ນໆ​ທີ່ບົ່ງບອກວ່າເປັນໂຣກ
ສະໝອງເຊື່ອມ ​ແມ່ນມີລວມທັງການຂາດຄວາມສາມາດທີ່ຈະຄິດໄດ້ຢ່າງຈະແຈ້ງ ຫລືບໍ່ສາ
ມາດທີ່ຈະຄວບຄຸມອາລົມໄດ້.

ອົງການອະນາໄມໂລກ ຫລື WHO ເວົ້າວ່າ ມີຄົນປະມານ 35 ລ້ານຄົນ ຢູ່ ​ໃນທົ່ວໂລກ ທີ່ກໍາລັງດໍາລົງຊີວິດຢູ່ກັບສະພາວະ​ສະໝອງເຊື່ອມ.

ການສຶກສາຄົ້ນຄວ້າກ່ຽວກັບການອອກກໍາລັງກາຍ ແລະໂຣກສະໝອງເຊື່ອມ ສ່ວນໃຫຍ່
ແມ່ນອີງຕາມການລາຍງານຕົນເອງຂອງພວກເຂົ້າຮ່ວມການຄົ້ນຄວ້າ ຊຶ່ງກໍຄືການຂໍໃຫ້ພວກ​
ປະກອບສ່ວນ ລາຍງານກ່ຽວກັບລະດັບການເຄື່ອນໄຫວ ຕ່າງໆທາງຮ່າງກາຍຂອງພວກ
ເຂົາເຈົ້າ.

ອົງການອະນາໄມໂລກ ຫລື WHO
ອົງການອະນາໄມໂລກ ຫລື WHO

ທ່ານນາງ ລໍຣາ ມິດ​ເດິລເຕິນ (Laura Middleton)
ຊຶ່ງເປັນນັກຄົ້ນຄວ້າ ທີ່ສະຖາບັນຄົ້ນຄວ້າຊັນນີບຣຸກ
(Sunnybrook) ແລະມະຫາວິທະຍາໄລ ວໍເຕີລູ
(Waterloo) ໃນການາດາເວົ້າວ່າ ມີບັນຫາຫລາຍ
ຢ່າງນໍາການລາຍງານກ່ຽວກັບຕົວເອງນັ້ນ.

ທ່ານນາງ ລໍຣາ ມິດ​ເດິລເຕິນ ເວົ້າວ່າ "ວິທີນີ້ ແມ່ນ
ປະຕິບັດໄດ້ດີຫລາຍ ຖ້າ​ເປັນ​ການ​ລາຍ​ງານ​ກ່ຽວ​ກັບ
ການແລ່ນອອກກໍາລັງກາຍ ຫລື ການຂີ່ລົດຖີບ ຫລື
ການຫລິ້ນເທັນນິສ ແຕ່ວ່າມັນຂ້ອນຂ້າງບໍ່ມີປະສິດທິ
ຜົນ ໃນການລາຍ​ງານ​ກ່ຽວ​ກັບການເຄື່ອນໄຫວ ທີ່ບໍ່ໄດ້ໃຊ້ກໍາລັງກາຍຫລາຍ ເຊັ່ນ
ການຍ່າງ ຫລືການເຮັດ ວຽກປະ​ຈໍາ​ວັນ​ໃນເຮືອນຊານນັ້ນ ຊຶ່ງກໍອາດເປັນສິ່ງທີ່ສໍາ
ຄັນ​ເຊ່ນ​ກັນ ສໍາລັບຄວາມສ່ຽງຕໍ່​ການ
ເຊື່ອມໂຊມລົງຂອງຄວາມສາມາດໃນການ
ເຂົ້າໃຈສິ່ງຕ່າງໆ.
"

ດັ່ງນັ້ນ ສາສະດາຈານ ມິດ​ເດິລເຕິນ ຈຶ່ງໄດ້ນໍາພາທີມງານນຶ່ງ ທໍາການສຶກສາຄົ້ນຄວ້າບັ້ນ
ໃໝ່ ເພື່ອວັດແທກລະດັບການເຄື່ອນໄຫວຕ່າງໆ ​ໃນ​ທາງວິທະຍາສາດ. ການສຶກສາຄົ້ນຄວ້າ
ດັ່ງກ່າວນີ້ ໄດ້​ໃຊ້ເວລາ 5 ປີ ຊຶ່ງມີຄົນເຂົ້າຮ່ວມ ເກືອບຮອດ 200 ຄົນ. ອາຍຸສະເລ່ຍຂອງ
ພວກເຂົ້າຮ່ວມ ແມ່ນ 75 ປີ.

ພວກເຂົາເຈົ້າແມ່ນໄດ້ດື່ມນໍ້າທີ່ພວກນັກວິທະຍາສາດເອີ້ນວ່າ doubly labeled water
ຫລື ນໍ້າທີ່ຕິ​ດປ້າຍສອງຊັ້ນ ຄືມັນບັນຈຸທາດໄຮໂດຣເຈນ ແລະອອ໊ກຊີເຈນ ໃນຮູບແບບທີ່
ສາມາດໝາຍ ອົງປະກອບຕ່າງໆເຫລົ່ານີ້ ຢູ່ພາຍໃນນໍ້າໃນຮ່າງກາຍຂອງຄົນໄດ້ ຊຶ່ງພາໃຫ້
ນັກວິທະຍາສາດສາມາດທີ່ຈະວັດແທກພະລັງງານ ທີ່ໃຊ້ໄປນັ້ນ​ໄດ້ ໂດຍການກວດປັດສະວະ
ຫລື​ຢ່ຽວ.

ສຶກສາຄົ້ນຄວ່າສະແດງໃຫ້ເຫັນວ່າ ມີການພົວພັນ ກັນໃນລະຫວ່າງ ການເຄື່ອນໄຫວໄປມາ ຫລືເຮັດ ວຽກຢ່າງຫ້າວຫັນ ແລະຄວາມສ່ຽງຕໍ່ການເປັນໂຣກ ສະໝອງເຊື່ອມ.
ສຶກສາຄົ້ນຄວ່າສະແດງໃຫ້ເຫັນວ່າ ມີການພົວພັນ ກັນໃນລະຫວ່າງ ການເຄື່ອນໄຫວໄປມາ ຫລືເຮັດ ວຽກຢ່າງຫ້າວຫັນ ແລະຄວາມສ່ຽງຕໍ່ການເປັນໂຣກ ສະໝອງເຊື່ອມ.

ການຄົ້ນຄວ້າໄດ້ສະແດງໃຫ້ເຫັນ
ວ່າ ຍິ່ງມີການເຄື່ອນໄຫວໄປມາ
ຫລາຍເທົ່າໃດ ກໍຍິ່ງພາໃຫ້
ຄວາມສ່ຽງຕໍ່ການ​ມີສະພາວະ​
ຄວາມ​ຈໍາເຊື່ອມ ແລະການສູນ
ເສຍຄວາມສາມາດໃນການ​ເຂົ້າ
ໃຈຫລຸດລົງຫລາຍເທົ່ານັ້ນ.

ຜົນການສຶກສາຄົ້ນຄວ້ານີ້ໄດ້
ຖືກ​ນໍາລົງ​ພິມ​ເຜີຍແຜ່ ​ໃນ​ວາ
ລະສານການແພດປິ່ນປົວພາຍ
ໃນ ຫລື Archives of Internal Medicine.

ໃນການສຶກສາອັນທີສອງນັ້ນ
ພວກນັກຄົ້ນຄວ້າຊາວຝຣັ່ງ ໄດ້
ລາຍງານກ່ຽວກັບການອອກກໍາ
ລັງກາຍແລະໂຣກສະໝອງເຊື່ອມ
ໃນກຸ່ມຜູ້ຍິງ ທີ່ມີຄວາມສ່ຽງຕໍ່
ການ​ເປັນ​ໂຣກຫົວໃຈ ເຊ່ນ
ອ້ວນພີຈົນເກີນໄປ ຫລື​ເປັນໂຣກເບົາຫວານ.

ທ່ານນາງ ມາຣີ-ໂນແອລ ເວີກາມເບຣ (Marie-Noel Vercambre) ຈາກມູນນິທິສາທາ
ລະນະສຸກ ຫລື Foundation of Public Health ຢູ່ນະຄອນ ປາຣີ ເປັນຜູ້ນໍາພາ
ໃນການສຶກສາຄົ້ນຄວ້າບັ້ນນີ້. ຜົນການຄົ້ນຄວ້າແນະໃຫ້ຮູ້ວ່າ ແມ່ນແຕ່ການຍ່າງເປັນກ້າວ
ໄວໆ ມື້ລະເຄິ່ງຊົ່ວໂມງ​ເທົ່າ​ນັ້ນ ກໍສາມາດທີ່ຈະຊ່ວຍຫລຸດຄວາມສ່ຽງຕໍ່ການເຊື່ອມ​ໂຊມລົງ
ຂອງຄວາມສາມາດໃນ​ການ​ເຂົ້າ​ໃຈ ນັ້ນໄດ້.

ດຣ. ເອຣິກ ລາຣ໌ເຊິນ (Eric Larson) ຈາກສະຖາບັນຄົ້ນຄວ້າສຸຂະພາບກຸ່ມ ຫລື
Group Health Research Institute
ທີ່ເມືອງຊີ​ແອັຕ​ເຕິ​ລ ລັດວໍຊິງຕັນ ໄດ້
ຂຽນຄວາມເຫັນກ່ຽວ ກັບການສຶກສາຄົ້ນຄວ້າສອງ​ບັ້ນນີ້ ​ແລະ​ກ່າວ​ວ່າ:

"ມັນບໍ່​ເປັນ​ທີ່ຈະແຈ້ງຕໍ່ຄົນເຮົາວ່າ ການອອກກໍາລັງກາຍນັ້ນ ຈະເຮັດໃຫ້ສະ
ໝອງຂອງເຮົາມີສຸຂະພາບດີຂຶ້ນ ແຕ່ວ່າການຄົ້ນພົບຄັ້ງຫລ້າສຸດ​ເຫລົ່ານີ້
ເປັນ​ການເພີ້ມຕື່ມ ໃສ່ກັບຫລັກຖານທີ່ສະແດງວ່າ ມັນ ກໍ​ຄື​ການ​ອອກ​ກໍາ
ລັງ​ກາຍ​ນັ້ນ ເຮັດໃຫ້ສະໝອງຂອງຄົນ​ເຮົາ ມີສຸຂະພາບດີຂຶ້ນ​ໄດ້ແທ້.”

XS
SM
MD
LG