ລິ້ງ ສຳຫລັບເຂົ້າຫາ

ການກິນຊີ້ນສີແດງ ເພີ້ມຄວາມສ່ຽງ ຕໍ່ການເສຍຊີວິດ ກ່ອນໄວອັນຄວນ

  • Art Chimes
  • ບົວສະຫວັນ

ຊີ້ນງົວຊຶ່ງເປັນຊີ້ນສີແດງຊະນິດນຶ່ງ ຊຶ່ງພາໃຫ້ມີຄວາສ່ຽງຕໍ່ການເສຍຊີວິດເພີ້ມຂຶ້ນ

ການສຶກສາຄົ້ນຄວ້າໃໝ່ ທີ່ໄດ້ຕິດຕາມເບິ່ງສຸຂະພາບ ຂອງຊາວອາເມຣິກັນ 120,000 ຄົນ ເປັນເວລາດົນເຖິງ 28 ປີ ໄດ້ສະຫລູບວ່າ ການກິນຊີ້ນສີແດງ ເຊ່ນຊີ້ນງົວຊີ້ນຄວາຍນັ້ນ ແມ່ນເພີ່ມຄວາມສ່ຽງຕໍ່ການເສຍ ຊີວິດກ່ອນໄວອັນຄວນ ແລະວ່າ ການກິນຊີ້ນທີ່ປຸງແຕ່ງ ສໍາເລັດຮູບແລ້ວ ນັ້ນ ແຮ່ງເພີ່ມທະວີຄວາມສ່ຽງຂຶ້ນໄປອີກ. ຜູ້ລາຍງານຂ່າວສຸຂະພາບ ຂອງວີໂອເອ Art Chimes ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນໍາມາ ສະເໜີທ່ານ.

ການສຶກສາຄົ້ນຄວ້າ ໄດ້ໃຊ້ຂໍ້ມູນທີ່ເກັບກໍາມາຈາກການຄົ້ນຄວ້າໃຫຍ່ ສອງບັ້ນ ທີ່
ກໍາລັງດໍາເນີນໄປ ​ໃນ​ບັນດາພະຍາບານ ແລະນັກວິຊາການ ດ້ານ​ການແພດຄົນອື່ນໆ
ຊຶ່ງໄດ້ມີ​ການຕິດຕາມ​ເບິ່ງສຸຂະພາບຂອງພວກ ເຂົາເຈົ້າ ແລ້ວ​ເອົາ​ໄປ​ພົວພັນກັບແບບ
ແຜນການດໍາລົງຊີວິດຂອງພວກ ເຂົາເຈົ້າ-ຊຶ່ງລວມທັງການກິນອາຫານນໍາ.

ທ່ານ ແຟຣງ ຮູ (Frank Hu) ທີ່ສະ​ຖາ​ບັນ​ສາທາລະນະ​ສຸກຂອງມະຫາ ວິທະຍາໄລ
ຮາເວີດ ຊຶ່ງເປັນຫົວໜ້າ​ຄະນະຜູ້ຂຽນບົດຄົ້ນຄວ້ານີ້.

ທ່ານ ແຟຣງ ຮູ ກ່າວສະຫລູບວ່າ “ຊີ້ນສີແດງ ທັງຊະນິດທີ່ຖືກປຸງແຕ່ງສໍາເລັດ
ຮູບ​ແລ້ວ ແລະບໍ່ທັນໄດ້ຖືກປຸງແຕ່ງ ລ້ວນແລ້ວແຕ່ກ່ຽວພັນກັບຄວາມສ່ຽງຕໍ່
ການເສຍຊີວິດ ທີ່ເພີ້ມຂຶ້ນຢ່າງຫລວງຫລາຍ ແລະກໍເປັນທີ່ ຈະແຈ້ງວ່າ ຄວາມ
ສ່ຽງທີ່ກ່ຽວພັນກັບຊີ້ນສີແດງ ທີ່ຖືກປຸງແຕ່ງສໍາເລັດຮູບແລ້ວນັ້ນ ແມ່ນສູງ
ກວ່າຄວາມສ່ຽງທີ່ກ່ຽວພັນກັບຊີ້ນສີແດງທີ່ບໍ່ທັນໄດ້ ຖືກປຸງແຕ່ງສໍາເລັດຮູບ
ນັ້ນຫລາຍ.”

ການກິນສະເຕັກແມ່ນຍົກຄວາມສ່ຽງຕໍ່ການເສຍຊີວິດກ່ອນເວລາອັນຄວນ ຂຶ້ນເຖິງ 13% (AP Photo/Larry Crowe)

ການກິນສະເຕັກແມ່ນຍົກຄວາມສ່ຽງຕໍ່ການເສຍຊີວິດກ່ອນເວລາອັນຄວນ ຂຶ້ນເຖິງ 13% (AP Photo/Larry Crowe)

ພວກນັກຄົ້ນຄວ້າໄດ້ສະຫລູບ
ວ່າ ການ​ເຕີມຊີ້ນສີແດງທີ່ບໍ່
ໄດ້ຖືກປຸງແຕ່ງ ຈໍານວນ 85
ກຣາມ ໃສ່ຄາບນຶ່ງຕໍ່ມື້ ເຊັ່ນວ່າ
ສະເຕັກ ຫລືແຮມເບີເກີນັ້ນ
ແມ່ນຍົກລະດັບຄວາມສ່ຽງ
ຕໍ່ການເສຍຊີວິດກ່ອນເວລາ
ອັນຄວນ ຂຶ້ນເຖິງ 13%.
ແຕ່ຖ້າປ່ຽນໄປກິນຊີ້ນສີແດງ
ທີ່ປຸງແຕ່ງແລ້ວ ຍົກຕົວຢ່າງ
ເຊັ່ນ ກິນຊີ້ນໝູ​ສາມ​ຊັ້ນ​ສໍາ
​ເລັດ​ຮູບ ຫລືບາຄອນ ພຽງ
​ສອງ​ຕ່ອນ ຫລື ໃສ້ກອກພຽງ 28 ກຣາມ ຕໍ່​ມື້ເທົ່ານັ້ນ ຄວາມສ່ຽງກໍຈະເພີ້ມຂຶ້ນເປັນ 20%.

ໂດຍສະເພາະແລ້ວ ການກິນຊີ້ນສີແດງແມ່ນກ່ຽວເນື່ອງໃສ່ກັບຄວາມສ່ຽງຕໍ່ການເສຍຊີວິດ
ຍ້ອນພະຍາດຫົວໃຈ ແລະຍ້ອນໂຣກມະເຮັງ.

ການສຶກສາຄົ້ນຄວ້າ ຍັງໄດ້ພົບອີກວ່າ ການກິນອາຫານອັນອື່ນແທນຊີ້ນສີແດງ ເຊັ່ນກິນປາ,
ຊີ້ນໄກ່ ແລະເມັດພືດ ສາມາດຫລຸດຄວາມສ່ຽງຕໍ່ການເສຍຊີວິດກ່ອນເວລາອັນຄວນລົງ
ໄດ້ຫລາຍ.

ເຖິງແມ່ນວ່າການສຶກສາຄົ້ນຄວ້າ ໄດ້ຕິດຕາມຜູ້ເຂົ້າຮ່ວມ ເປັນເວລາຫລາຍກວ່າ ສອງທົດສະ
ວັດໃນບາງກໍລະນີກໍຕາມ ແຕ່ທ່ານ ແຟຣງ ຮູ ກໍເວົ້າວ່າ ຜົນກະທົບຂອງການປ່ຽນແປງຢູ່ໃນ
​ແບບ​ແຜນການ ກິນອາຫານ ມັກຈະເຫັນໄດ້ໄວກວ່ານັ້ນ. ທ່ານ ຮູ ອະທິບາຍວ່າ:

ໃນສະຖານ​ນະ​ການສ່ວນ​ໃຫຍ່​ນັ້ນ ປະເດັນດ້ານການກິນອາຫານ ແມ່ນມີຜົນ
ກະທົບໃນທັນທີ ແລະກໍມີຜົນກະທົບໃນໄລຍະສັ້ນຕໍ່ປະເດັນສ່ຽງ ໃນການເປັນໂຣກ
ຫົວໃຈ ແລະໂຣກເບົາຫວານປະເພດ 2. ສະນັ້ນ ຂ້ອຍບໍ່ຄິດດອກວ່າ ທ່ານຕ້ອງ
ຖ້າຮອດ 20 ປີ ຈຶ່ງຈະໄດ້ເຫັນຜົນ​ຈາກຄວາມສ່ຽງທີ່ເພີ້ມຂຶ້ນນັ້ນເກີດຂຶ້ນ.”

ທ່ານນາງ ເບັດຊີ ບູຣີນ (Betsy Booren) ຊຶ່ງເປັນຜູ້ອໍານວຍການດ້ານວຽກງານທາງວິ
ທະຍາສາດຂອງມູນນິທິສະຖາບັນຊີ້ນຂອງອາເມຣິກາ ທີ່ເປັນກຸ່ມອຸດສາຫະກໍານັ້ນ ໄດ້ຕິ
ຕຽນວິທີ ການສຶກສາຄົ້ນຄວ້ານີ້ ຊຶ່ງໄດ້ລວມເອົາ ການຂໍໃຫ້ພວກຜູ້ເຂົ້າຮ່ວມ ຄິດຄືນວ່າ ເຂົາເຈົ້າໄດ້ກິນຊີ້ນຫລາຍປານໃດ ໃນອາດີດ.

ທ່ານນາງ ບູຣີນ ຍັງໄດ້ຊີ້ແຈງອີກວ່າ ແບບແຜນໃນການກິນອາຫານ ແມ່ນເປັນພຽງປະ
ເດັນນຶ່ງເທົ່ານັ້ນ ໃນຫລາຍໆປະເດັນ ທີ່ມີຜົນກະທົບຕໍ່ພະຍາດ ແລະການເສຍຊີວິດ. ທ່ານ
ນາງ ບໍຣີນ ຊີ້ແຈງວ່າ:

“ສໍາລັບພະຍາດຊໍາເຮື້ອຫລາຍຊະນິດ ເຊັ່ນ ພະຍາດຫົວໃຈ, ໂຣກເບົາຫວານ, ໂຣກ
ມະເຮັງ ນັ້ນ ປະເດັນສໍາ​ຄັນ ທີ່ພາໃຫ້ມີຄວາມສ່ຽງ ບໍ່ແມ່ນຜະລິດຕະພັນອາຫານ.
ແຕ່ມັນແມ່ນໂຣກອ້ວນພີຈົນເກີນໄປ, ມີນໍ້າໜັກຫລາຍເກີນຄວນ ແລະກໍາມະພັນ
ຕ່າງຫາກ.”

ການສຶກສາຄົ້ນຄວ້າຂອງທ່ານ ຮູ ໄດ້ລວມເອົາການດັດ​ແກ້ທາງດ້ານສະຖິຕິ ສໍາລັບ
ໂຣກອ້ວນພີຈົນເກີນໄປ ແລະປະຫວັດຄວາມ​ເປັນ​ພະຍາດຂອງຄອບຄົວ ພ້ອມທັງການ
ສູບຢານໍາ ​ແຕ່​ກໍ​ໄດ້ພົບວ່າ ຊີ້ນສີແດງຍັງເປັນຕົວການປະກອບສ່ວນ ເຮັດໃຫ້ມີການເສຍ
ຊີວິດ ທີ່ໄວກວ່າອາຍຸອັນຄວນ ແລະ​ເປັນພະຍາດຫລາຍ​ຢ່າງ.

ທ່ານ​ຮູ ກ່າວ​ວ່າ ຜົນ​ການ​ສຶກສາ​ຂອງ​ທ່ານ ບໍ່​ໄດ້​ໝາຍ​ຄວາມວ່າ​ ໝົດ​ທຸກ​ຄົນ​ຄວນ​ປ່ຽນ​ໄປ
​ກິນ​ເຈ ຫລື​ກິນ​ແຕ່​ຜັກ ​ແຕ່​ຫາກ​ວ່າ ການ​ປ່ຽນ​ໄປ​ຊອກ​ກິນທາດ​ໂປຣຕີນ ຈາກແຫ​ລ່ງ​ອື່ນ​ໆ
ກໍ​ອາດ​ຈະ​ເປັນ​ການ​ດີ. ທ່ານ ແຟຣງ ຮູ ໄດ້ກ່າວເພີ້ມອີກວ່າ:

“ພວກເຮົາໄດ້ພົບວ່າ ແຫລ່ງທາດໂປຣຕິນອັນອື່ນ ເຊັ່ນປາ, ຊີ້ນໄກ່, ແກ່ນໝາກ
ຖົ່ວຕ່າງໆ, ຜັກ, ແລະຜະລິດຕະພັນນົມ ທີ່ບໍ່ມີໄຂມັນ ກໍສາມາດມີຜົນປະໂຫຍດຢ່າງ
ຫລວງຫລາຍໄດ້ ຖ້າຫາກ​ເຮົາ​ກິນອາຫານພວກນີ້ ແທນການກິນຊີ້ນສີແດງ.

ລາຍງານກ່ຽວກັບການຄົ້ນຄວ້າຂອງທ່ານ ຮູ ແມ່ນພິມເຜີຍແຜ່ທາງອິນເຕີແນັດ ​ໂດຍ​ວາ
ລະສານ​ກ່ຽວ​ກັບພະຍາດ​ພາຍ​ໃນ ຫລື Annals of Internal Medicine.

XS
SM
MD
LG