ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຣກມະເຮັງມ້າມ ແມ່ນຍາກທີ່ຈະປົວໄດ້ (ເບິ່ງວີດີໂອພາສາລາວ/ອັງກິດ)


ທ່ານ ສະຕີ​ວ ຈອ໊ບສ໌ (Steve Jobs) ອາດີດຫົວໜ້າຜູ້ບໍລິຫານ
ຫລື CEO ຂອງ​​ບໍລິສັດ​ແອັບ​​ເປິ້ລ (Apple) ປະກາດວ່າ ທ່ານໄດ້ຮັບການຜ່າຕັດໃນປີ 2004
ທ່ານ ສະຕີ​ວ ຈອ໊ບສ໌ (Steve Jobs) ອາດີດຫົວໜ້າຜູ້ບໍລິຫານ ຫລື CEO ຂອງ​​ບໍລິສັດ​ແອັບ​​ເປິ້ລ (Apple) ປະກາດວ່າ ທ່ານໄດ້ຮັບການຜ່າຕັດໃນປີ 2004

ຕອນ​ທີ່​ທ່ານ ສະຕີ​ວ ຈອ໊ບສ໌ (Steve Jobs) ລາ​ອອກ​ຈາກ​ຕໍາ​ແໜ່ງ ຫົວໜ້າຜູ້ບໍລິຫານ ຫລື CEO ຂອງ​​ບໍລິສັດ​ແອັບ​​ເປິ້ລ (Apple) ​ເມື່ອ​ທ້າຍ​ເດືອນ​ແລ້ວນັ້ນ ທ່ານ​ເວົ້າວ່າ ​ທ່ານ ​ລາອອກ​ກໍຍ້ອນວ່າທ່ານບໍ່ສາມາດ ​ທີ່​ຈະປະຕິບັດໜ້າທີ່​ຂອງ​ທ່ານໄດ້​ ຕາມ​ຄວາມ​ຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ​ຂອງທ່ານ ຕໍ່​ໄປ​ອີກ​ແລ້ວ. ເປັນ​ທີ່​ຮູ້​ກັນ​ດີ​ວ່າ ທ່ານ​ຈອ໊ບ​ສ໌ ເຄີຍໄດ້​ຮັບ​ການ​ປິ່ນປົວ​ໂຣກມະ​ເຮັງ​ມ້າມ ຊຶ່ງ​ເປັນ​ຕົວ​ການ​ອັນ​ດັບ​ສີ່ ທີ່​ພາ​ໃຫ້​ຄົນ​ເສຍ​ຊີວິດ ​ຍ້ອນ​​ໂຣກມະ​ເຮັງ​ຢູ່​ໃນ​ສະຫະລັດ. ນາຍ​ແພດ​ປິ່ນປົວ ໂຣກມະ​ເຮັງ​ ເວົ້າວ່າ ມະ​ເຮັງ​ມ້າມ​ແມ່ນ ​ຍາກ​ທີ່​ຈະ​ປິ່ນປົວ​ໄດ້​ເພາະວ່າມັນ​ ເປັນ​ການ​ຍາກ​ທີ່​ຈະ​ວິນິ​​ດໄສ​ພະຍາ​ດ​ໄດ້. ອະ​ໄວ​ຍະ​ວະ​ອັນ​ ນີ້ ​ແມ່ນ​ລີ້​ຢູ່​ບ່ອນ​ເລິກໆ​ໃນ​ທ້ອງ. ​ເມື່ອມີອາ​ການປາກົດອອກ​ໃຫ້​ເຫັນ ​ກໍ​ແມ່ນຕອນ​ທີ່​ພະຍາດ ​ໄດ້​​ກ້າວ​ໄປ​ເຖິງ​ຂັ້ນທີ່​ຫລ້າ​ສວາຍ​ເກີນ​ໄປ​ແລ້ວ. ຜູ້ສື່ຂ່າວວີໂອເອ Vidushi Sinha ມີລາຍລະ ອຽດກ່ຽວກັບ​ຂໍ້​ຫຍຸ້ງຍາກ​ໃນ​ການ​ປິ່ນປົວ​ໂຣກມະ​ເຮັງ​ມ້າມ ​ແລະ​ໂອກາດທີ່​ຈະ​ມີ​ຊີວິດ​ລອດ ຊຶ່ງ ວັນນະສອນຈະນໍາມາສະເໜີທ່ານ.

ໃນ​ປີ 2004, ທ່ານ​ສະຕີ​ວ ຈອ໊ບສ໌ ​ໄດ້​ປະກາດໃຫ້​ຮູ້ວ່າ ທ່ານ​ໄດ້​ຮັບການ ຜ່າຕັດເພື່ອ​ປົວ​
ໂຣກມະ​ເຮັງ​ມ້າມ ຊະນິດ​ນຶ່ງ ​ທີ່ມີ​ຄວາມຮ້າຍ​ແຮງລະດັບ ປານກາງ ​ແລະບໍ່ຄ່ອຍ​ມີຄົນ​ເປັນ
ກັນ ​ທີ່​ເອີ້ນວ່າ ​ເນື້ອງອກເສັ້ນປະສາດ​ຕ່ອ​ມຂັບນໍ້າ​ຍ່ອຍ ທີ່​ເປັນ​ແຊ​ລນ້ອຍໆ.

ໂຣກມະ​ເຮັງ​ມ້າມ​ຊະນິດ​ນີ້ກວາ​ມ​ເອົາປະມານ 5% ຂອງ​ໂຣກມະ​ເຮັງ​ມ້າມ​ທັງໝົດ. ມັນມີ​
ຜົນກະທົບ​ຕໍ່​ພວກ​ແຊ​ລ ທີ່​ຜະລິດ​ທາດ​ຮໍ​ໂມລ ທີ່​ຄວບ​ຄຸມ ລະດັບ​ນໍ້າຕານ​ໃນ​ເລືອດ. ​ໂຣກ
ມະ​ເຮັງມ້າມ​ປະ​ເພດທີ່​ກັນດານກ່ວາ​ ​ແລະຄົນ​ມັກ​ເປັນ​ກັນ​ນັ້ນ ​ແມ່ນເປັນຢູ່​ໃນແຊ​ລຜີວຂອງ
ເນື້ອເຍື່ອຕ່ອມທີ່​ຜະລິດ​ນໍ້າ​ຍ່ອຍ​ອາຫານ.

ໂຣກມະເຮັງມ້າມ ແມ່ນຍາກທີ່ຈະປົວໄດ້ (ເບິ່ງວີດີໂອພາສາລາວ/ອັງກິດ)
ໂຣກມະເຮັງມ້າມ ແມ່ນຍາກທີ່ຈະປົວໄດ້ (ເບິ່ງວີດີໂອພາສາລາວ/ອັງກິດ)

ມ້າມ​ແມ່ນອະ​ໄວ​ຍະ​ວະ​ຂັບ​ຖ່າຍ
ທີ່​ມີ​ຄວາມ​ຍາວ 15 ຊັງ​ຕີແມັດ
ຕິດ​ແໜບ ຢູ່ເບື້ອງ​ຫລັງ​ກະເພາະ
ອາຫານ ​ແລະ​ຢູ່​ລຸ່ມ​ຕັບ. ​ໂຣກ
ມະ​ເຮັງ​ມ້າ​ມ ​ແມ່ນ​ຍາກ​ທີ່​ຈະ​ວິນິ
ໄສ​ໄດ້ ​ເພາະວ່າ ພະຍາດ​ນີ້ ​ໃນ
ໄລຍະ​ຕົ້ນໆນັ້ນ ​ແມ່ນ​ຈະ​ບໍ່ສະ​
ແດງອາການທີ່​ເບິ່ງ​ອອກ​ໄດ້ເລີຍ.
ດຣ. ຄາ​ເລັດ ​ແອ​ລ-ຊາ​ມີ ຜູ້
ຊ່ຽວຊານ​ໂຣກມະ​ເຮັງ ​ແຫ່ງສູນ​ກາງ​ການ​ແພດຂອງ​ມະຫາວິທະຍາ​ໄລ ຈັອດ​ຈ໌ ວໍ​ຊິງ​ຕັນ
ຫລື George Washington University Medical Center ທີ່​ນະຄອນ​ຫລວງວໍ​ຊິງຕັນ
ກ່າວ​ວ່າ:

"ມັນບໍ່ມີ​ການ​ກວດ​ແບບ​ດຽວກັບ​ ການສ່ອງ​ໄຟຟ້າ​ເບິ່ງ​ເຕົ້ານົມ ທີ່​ເປັນ​ເຄື່ອງມື​ທີ່​ດີ
ຫລາຍ ສໍາລັບກວດ​ຫາມ​ະເຮັງເຕົ້ານົມນັ້ນ ຫລືກວດລະດັບ​ເລືອດ​ເພື່ອ​ຊອກ​ຫາ
ມະ​ເຮັງ​ຕ່ອມ​ນໍ້າກາມນັ້ນ."

ຄລິກບ່ອນນີ້ ເພື່ອເບິ່ງວີດິໂອເປັນພາສາລາວ

ຫ້າ​ປີພາຍຫລັງ​ການຜ່າຕັດ​ເພື່ອ​ປົວ​ໂຣກມະ​ເຮັງມ້າມ ທ່ານ​ຈອ໊ບສ໌ກໍ​ໄດ້​ຮັບ​ການປ່ຽນຕັບ
ຊຶ່ງທ່ານບອກ​ໃຫ້​ຮູ້​ວ່າ:

"ປະມານ​ຫ້າ​ເດືອນ​ກ່ອນ ຂ້ອຍ​ໄດ້​ຮັບການຜ່າ​ຕັດ​ເພື່ອ​ປ່ຽນຕັບ. ດຽວນີ້ ຂ້ອຍມີຕັບ
ຂອງ​ຄົນ​ທີ່​ມີ​ອາຍຸ​ຊາວ​ປາຍ​ປີ."

ດຣ. ​ແອລ-ຊາ​ມີ ​ເວົ້າວ່າ ມັນບໍ່​ແມ່ນ​ເລື່ອງ​ທີ່​ແປກ​ປະຫລາດຫຍັງ​ເລີຍ ​ເພາະວ່າ​ໂຣກມະ
ເຮັງມ້າມ​ສາມາດ​ແຜ່​ລາມ​ໄດ້.

“​ເນື້ອງອກເສັ້ນປະສາດ​ຕ່ອ​ມຂັບ​ນໍ້າຍ່ອຍ ມັກ​ຈະແຜ່ລາມ​ຈາກ​ມ້າມ​ໄປຫາ​ຕັບ ​ແລະ
ຕັບແມ່ນ​ເປັນ​ອະ​ໄວ​ຍະ​ວະທີ່​ສໍາຄັນ, ສະນັ້ນການຜ່າຕັດເອົາ ໂຣກມະ​ເຮັງ​ອອກ​ຈາກ​
ຕັບ ສາມາດ​ພາ​ໃຫ້​ມີ​ໂອກາດ​ລອດ​ຊີວິດ​ໄດ້​ຫລາຍ​ຂຶ້ນ. ການ​ປ່ຽນຕັບ​ແມ່ນ​ເປັນ​ການ
ຜ່າຕັດເອົາ​ມະ​ເຮັງ​ອອກ​ແບບ​ຕັດ​ຮາກ​ຖອນ​ເຫງົ້າ​ເລີຍ.”

ແຕ່ຢ່າງ​ໃດ​ກໍ​ຕາມ ດອກ​ເຕີ້ແອລ-ຊາ​ມີ ເຕືອນ​ວ່າ ການ​ປ່ຽນອະ​ໄວ​ຍະ​ວະບໍ່​ແມ່ນ "ລູກປືນ
ວິ​ເສດ" ຫລື​ວິທີປິ່ນປົວໃຫ້ຫາ​ຍຂາດ​ເລີຍ ຊຶ່ງ​ທ່ານ​ອະທິບາຍ​ວ່າ:

“ມັນເປັນການຊັ່ງ​ຊາ​ກັນ ​ໃນລະຫວ່າງການຕັດເອົາໂຣກມະເຮັງກ້ອນໃຫຍ່ໃນຕັບອອກ ແລະຄວາມສ່ຽງຕໍ່ການມີລະບົບພູມຕ້ານທານຂອງຮ່າງກາຍອ່ອນ​ແອລົງ ຊຶ່ງບໍ່ພຽງແຕ່
ສາມາດເຮັດໃຫ້ໂຣກມະເຮັງອັນເກົ່າ ກັບຄືນມາອີກ​ໄດ້​ເທົ່າ​ນັ້ນ ແຕ່ຍັງສາມາດເຮັດໃຫ້​
ໂຣກມະເຮັງ​ແນວອື່ນອີກຫລາຍອັນ ​ໂຜ່​ໂຕ​ຂຶ້ນ​ມາ​ໄດ້​ເຊ່ນ​ກັນ.”

ການປ່ຽນອະໄວຍະວະແມ່ນພາໃຫ້ພູມຕ້ານທານຂອງຮ່າງກາຍຫລຸດລົງ ຊຶ່ງສາມາດເປີດປະຕູ ໃຫ້ມີບັນຫາໃໝ່ເກີດຂຶ້ນ​ໄດ້.

ດຣ. ແມັດທິວ ວອລສ໌, (Dr. Matthew Walsh) ປະທານພະແນກ ຜ່າຕັດທົ່ວໄປຂອງ
ຄລີນິກ ຄລີວວະແລນດ໌ (General Surgery at Cleveland Clinic) ກ່າວກ່ຽວ​ກັບ​ໂຣກ
ມະ​ເຮັງມ້າມວ່າ:

“ມັນຂ້ອນ​ຂ້າງເປັນພະຍາດທີ່ກັບຄືນມາໄດ້ອີກ, ແຜ່ລາມອອກ​ໄປ ແລະກໍເອົາຄວາມ
ແຂງແຮງຂອງທ່ານໜີໄປ ຄື​ມີອາການທຸກຢ່າງທີ່ກ່ຽວຂ້ອງກັບໂຣກມະເຮັງ ແລະຄົນກໍ
ຕາຍຍ້ອນພະຍາດມະເຮັງແນວນີ້​ໄດ້ແທ້.”

ເຖິງ​ແມ່ນ ດຣ. ວອລສ໌ ຍັງບໍ່ເຄີຍໄດ້ປິ່ນປົວທ່ານ​ຈອ໊ບສ໌ຈັກເທື່ອ ແລະກໍບໍ່ຮູ້ລາຍລະອຽດ
ກ່ຽວ​ກັບການເຈັບເປັນຂອງທ່ານຈອ໊ບສ໌ ​ແຕ່ທ່ານກໍ ເວົ້າວ່າ ການຜ່າຕັດຂອງທ່ານຈອ໊ບສ໌
ອາດສາມາດມີຜົນຕາມມາ ຢ່າງໃຫຍ່ຫລວງ​ໄດ້ ຊຶ່ງທ່າ​ນອະທິບາຍ​ວ່າ:

"ເວົ້າ​ໃນ​ແງ່​ຂອງທາດອາຫານບໍາລຸງຮ່າງກາຍແລ້ວ-ບາງທີ​ໃນ​ກໍລະນີ​ທີ່ ເປັນໂຣກເບົາ
ຫວານ-ຖ້າຫາກຮ່າງກາຍຂອງທ່ານ ບໍ່ໄດ້ຮັບເອົານໍ້າຍ່ອຍ ຈາກມ້າມ
ໂດຍທັງໝົດ
ທ່ານຈະມີນໍ້າໜັກຫລຸດລົງ ເພາະວ່າທ່ານບໍ່ໄດ້ ດູດຊຶມເອົາໄຂມັນທີ່ຈໍາເປັນທັງໝົດ
ແລະເພາະສະນັ້ນ ພາກສ່ວນນຶ່ງ
ຂອງ​ສິ່ງທີ່ທ່ານຈອ໊ບສ໌ກໍາລັງຜ່ານຜ່າຢູ່​ເວລາ​ນີ້ ກໍ
ແມ່ນຜົນຕາມມາຂອງການຜ່າຕັດທີ່ບໍ່ດີອີກດ້ວຍ. ນອກນັ້ນແລ້ວໂດຍການຜ່າຕັດ
ປ່ຽນຕັບນັ້ນ ທ່ານຈອ໊ບສ໌ກໍຍັງມີບັນຫາອື່ນອີກ ໃນດ້ານການກົດດັນພູມຕ້ານທານ
ຂອງຮ່າງກາຍ ຊຶ່ງ​ໃນ​ພາກ​ໂຕຈິງແລ້ວ ອາດສົ່ງ​ຜົນ​ໃຫ້ເນື້ອງອກເຕີບໂຕຄືນມາອີກ."

ສ່ວນດຣ. ​ແອລ-ຊາ​ມີ ນັ້ນ ກ່າວສະຫລູບວ່າ ໂຣກມະເຮັງມ້າມບາງຊະນິດ ສາມາດ​ແຜ່
ຜາຍທາງ​ກໍາມະພັນໄປຫາກັນໄດ້ຢູ່ໃນຄອບຄົວ. ການສູບຢາແລະກິນເຫລົ້າ ກໍມີສ່ວນ
ພົວພັນກັບພະຍາດນີ້. ແຕ່ທ່ານກໍກ່າວວ່າ ຍັງບໍ່ຮູ້ສາເຫດຄັກ​ແນ່ຂອງກໍລະນີສ່ວນໃຫຍ່
ຂອງ​ໂຣກມະ​ເຮັງມ້າມ​ນັ້ນ.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG