ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຸຂະພາບ ຂອງອະດີດ ນາຍົກ ຫຼີ ກວານຢີວ ແຫ່ງສິງກະໂປ ຊຸດໂຊມລົງຕື່ມອີກ


ອະດີດນາຍົກ Lee Kuan Yew ແຫ່ງສິງກະໂປ
ອະດີດນາຍົກ Lee Kuan Yew ແຫ່ງສິງກະໂປ

ລັດຖະບານ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ສຸຂະພາບ​ຂອງ​ນາຍົກລັດຖະ
ມົນຕີ ຄົນທຳອິດແຫ່ງສິງກະໂປ ທ່ານ Lee Kuan yew ​ທີ່​ເຈັບ
​ປ່ວຍ​ຢູ່ນັ້ນ “ໄດ້ຊຸດ​ໂຊມ​ລົງຕື່ມ​ອີກ”.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຈາກ​ຫ້ອງການ​ທ່ານ​ຫລີ​ຊຽງ​ຫລຸ​ງ ລູກ​ຊາຍ​
ຂອງ​ທ່ານ ​ຊຶ່ງ​ປັດຈຸບັນນີ້ເປັນ​ນາຍົກລັດຖະມົນຕີ ກ່າວ​ວ່າ “ທ່ານ
Lee Kuan Yew ຍັງ​ຢູ່​ໃນ​ອາການ​ສາຫັດ ​ແລະ​ຢູ່​ໃນ​ຫ້ອງ
ICU "
​ແຕ່​ຖະ​ແຫຼ​ງການ​ສະບັບ​ນີ້​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ​ອີກ.

ທ່ານ​ຫຼີກ​ວານ​ຢີວ ຊຶ່ງ​ຜູ້​ຄົນຮູ້​ຈັກ​ກັນ​ຢ່າງ​ກວ້າງຂວາງ​ວ່າ ​ເປັນ​ບິດາ​
ຂອງສິງ​ກະ​ໂປ​ຍຸກໃໝ່ ​ໄດ້​ເຂົ້າ​ໂຮງໝໍ​ໃນ​ວັນ​ທີ 5 ກຸມພາ​ຜ່ານ​ມາ​ນີ້​
ເພື່ອ​ປິ່ນປົວ​ໂຣກປອດ​ບວມ​ຢ່າງ​ຮ້າຍ​ແຮງ ​ແລະ​ໄດ້​ໃສ່​ເຄື່ອງ​ຊ່ອຍ​ຫາຍ​ໃຈ​ຕັ້ງ​ແຕ່​ນັ້ນ​ມາ.

ທ່ານ​ຫຼີຍັງ​ເປັນ​ທີ່​ນິຍົມ​ກັນ​ຢ່າງ​ຫຼວງ​ຫຼາຍ​ຈາກ​ປະຊາຊົນ ​ແລະ​ເຫັນ​ວ່າ​ເປັນ​ຜູ້​ມີ​ອິດ​ທິພົນ
​ທີ່​ສຳຄັນ​ໃນ​ສິງກະ​ໂປ ບ່ອນ​ທີ່​ທ່ານ​ໄດ້ຮັບ​ໃຊ້​ເປັນ​ນາຍົກລັດຖະມົນຕີທີ່ດຳລົງ​ຕຳ​ແໜ່​ງ
ມາ​ເປັນ​ເວລາ 31 ປີ​ຄົນ​ທຳ​ອິດ ຈົນ​ເຖິງ​ເວລາ​ທ່ານ​ລາ​ອອອກ​ຈາ​ກຕຳ​ແໜ່​ງ​ໃນ​ປີ 1990.​
ໃນ​ລະຫວ່າງການ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ນັ້ນ ທະນາຍຄວາມ​ທີ່​ໄດ້​ຮັບ​ການ​ສຶກສາ​ຈາກ
​ມະຫາ​ໄລ Cambridge ​ທ່ານນີ້ ໄດ້​ຫັນປ່ຽນ​ສິງກະ​ໂປ​ເປັນ​ປະ​ເທດທີ່​ມີການ​ເສດຖະກິດ​
ທີ່​ແຂງ​ແຮງ​ທີ່​ສຸດ​ໃນ​ເອ​ເຊຍ.

ປະຊາຊົນ​ຫຼາຍ​ຄົນ​ໃນ​ສິງກະ​ໂປ ​ໄດ້​ພາກັນໃຊ້​ສື່​ສັງຄົມ​ແຫ່ງ​ຕ່າງໆ ​ເພື່ອ​ສະ​ແດງການ​ສະ
ໜັບສະໜຸນ​ຫຼື​ໃຫ້ກຳລັງ​ໃຈ​ ແກ່​ອະດີດ​ຜູ້ນຳ​ທີ່​ກຳລັງ​ເຈັບ​ປ່ວຍ​ຢູ່​ນີ້.

Singapore Lee Health
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG