ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄື່ອງພິມ 3 ມິຕິ ສາມາດສ້າງຫົວໃຈມະນຸດ ເພື່ອຊ່ອຍຜູ້ປ່ວຍໂຣກຫົວໃຈໄດ້


ໝາກຫົວໃຈ
ໝາກຫົວໃຈ

ສຳນວນ​ຄຳ​ເວົ້າ “Have you ever had a broken heart? – ຊຶ່ງ​ຖ້າ​ຈະ​ແປ​ກັນເປັນ​ພາ ສາລາວ ເຮົາກໍຈະວ່າ ​ເຈົ້າເຄີຍອົກ​ຫັກ​ຫຼື​ຜິດ​ຫວັງ​ບໍ່? ຊຶ່ງ​ຄຳຖາມນີ້ ອາດຈະ​ບໍ່​ແມ່ນ ​ດັ່ງທີ່ທ່ານ​ຄິດຫັ້ນ ເພາະວ່າປະຈຸ​ບັນ​ນີ້ ພວກ​ເຮົາ​ມີ​ທາງ​ປິ່ນປົວໂຣກຫົວໃຈ​ໄດ້​ແລ້ວ. ພວກ​ນັກວິທະຍາ
ສາດ ​ໃນ​ Israel ​ໄດ້​ປະດິດສິ່ງປະກອບຫົວໃຈ​ທີ່​ກອບກູ້ເອົາ​ຊີວິດ​ຄົນໄວ້ໄດ້ ຊຶ່ງສາມາດຕິດ ຕາມ​ແລະ​ຮັກສາ​ບັນຫາໂຣກຫົວໃຈຂອງເຮົາ. ນັກ​ຂ່າວ VOA Debora Block ມາເລົ່າສູ່​ພວກ​ເຮົາຟັງ​ກ່ຽວ​ກັບສິ່ງທີ່ມາຕາບ​ຫົວ​ໃຈທີ່ໄດ້ຮັບຄວາມເສຍຫາຍທີ່ວ່ານີ້ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ພວກ​ນັກ​ຄົ້ນ​ຄ້ວາ ​ໄດ້​ພັດທະນາ​ເຄື່ອງຕາບແບບພິມ 3 ມິ​ຕິ ​ຊຶ່ງ​ປະກອບ​ດ້ວຍ​ເນື້ອ​ເຫຍື່ີອ ຈາກໝາກຫົວໃຈທີ່ຍັງມີຊີວິດຢູ່ ທີ່ຈະ​ເລີ​ນ​ເຕີ​ບ​ໂຕຢູ່​ໃນ​ຫ້ອງທົດລອງແລະ​ລະບົບ​ເທັກ​ໂນ​ໂລ​ຈີ​ແບບ​ນ້ອຍ​ສຸດ​ທີ່​ເອີ້ນ​ວ່າ nano-electronics ນັ້ນ​.

ອາຈານ Tal Dvir ຈາກ​ມະ​ຫາ​ວິທະຍາ​ໄລ Tel Aviv ກ່າວ​ວ່າ “ບົດບາດ​ຂອງ ເຄື່ອງອິ ເລັກໂທຣນິກ​ ກໍແມ່ນ ເພື່ອຢັ່ງຫາໜ້າທີ່ຂອງ​ເນື້ອ​ເຫຍື່ອດັ່ງກ່າວ​ແລະ​ກະ​ຕຸ້ນ​ມັນຖ້າ​ຈຳ​ເປັນ.

ນອກ​ຈາກການ​ປ່ອຍຢາ​ອອກໄປ​ແລ້ວ ອຸບປະກອນ​ທີ່​ວ່າ​ນີ້ ຍັງສາມາດເຮັດໃຫ້ກ້າມ​ເນື້ອ ຂອງ​ຫົວ​ໃຈຟື້ນຄືນ​ໂດຍ​ການ​ສ້າງ​ແຊ​ລໃສ່​ໃນ​ພາກສ່ວນ​ໃດ​ສ່ວນນຶ່ງທີ່ໄດ້ຮັບຄວາມເສຍ ຫາຍ​. ອຸບປະກອນ​ດັ່ງກ່າວ​ນີ້ ຈະສາມາດເຕືອນພວກ​ທ່ານໝໍ​ຊຶ່ງຢູ່ຫ່າງ​ໄກໄດ້ ເຖິງສະ​ພາບ​ການ​ຂອງ​ຜູ້​ປ່ວຍ.

ອາຈານ Tal Dvir ກ່າວ​ວ່າ “ຜູ້​ປ່ວຍນັ່ງ​ຢູ່​ໃນ​ບ້ານເຮືອນຂອງລາວ ​ແລະຮູ້​ສຶກ​ບໍ່​ສະບາຍ ​ແລະ​ທ່ານໝໍ​ກໍ​ຈະ​ສາມາດເບິ່ງ​ເຫັນ​ອາການຂອງ​ລາວ​ທັນທີ ​ໃນ​ເຄື່ອງຄອມ​ພິວ​ເຕີຂອງ ເພິ່ນ ​ແລ້ວກໍຈະ​ກະຕຸ້ນໝາກ​ຫົວ​ໃຈ ກະຕຸ້ນແລະສາມາດປ່ອຍຢາອອກມາທາງອິເລັກ ໂທຣນິກ ແຕ່ໄກໆ.”

​ສຳ​ຫຼັບໝາກ​ຫົວ​ໃຈໜ່ວຍ​ທີ່​ພະຍາດທຳລາຍໃຫ້ເສຍຫາຍຢ່າງຖາວອນ ຫຼືຍ້ອນໂຣ​ກຫົວ​ໃຈວາຍນັ້ນ ເຄື່ອງຕາບ​ຫົວ​ໃຈນີ້ ກໍອາດຈະກາຍມເປັນ​ທາງ​ເລືອກ​ທີ່​ຈະ​ມາແທນ​ການ​ປ່ຽນໝາກ​ຫົວ​ໃຈກໍເປັນໄດ້ ​ຊຶ່ງ​ນັ້ນກໍ​ອາດນຳໄປສູ່​ການ​ຄົ້ນ​ພົບທີ່ໃຫ້​ຄວາມຫັວງທີ່​ໜັກ​ແໜ້ນກວ່າເກົ່າກໍເປັນໄດ້​.

ອາຈານ Tal Dvir ກ່າວ​ວ່າ “ພວກ​ເຮົາ​ກຳລັງພະຍາຍາມຈະ​ພິມ ​ໃນ​ຮູບ​ແບບ 3 ມິ​ຕິ ອະໄວ ຍະວະທັງໝົດ ໝາກຫົວໃນໝົດ​ໜ່ວຍ ໂດຍໃຊ້ເຄື່ອງອິເລັກໂທຣນິກຢູ່ທາງໃນ ​ແລະ​ຂ້າ ພະ​ເຈົ້າ​ເຊື່ອວ່າ ​ໃນ​ອະນາຄົດຂ້າງໜ້າ ໃນອີກຈັກ 10-20 ປີ​ມັນ​ກໍອາດ​ຈະ​ມີ​ອະ​ໄວ​ຍະ​ວະ​ກົນໄກ​ໃນ​ທ້ອງ​ຕະຫຼາດ ຫຼືຢູ່​ຕາມ​ໂຮງພະຍາບານທີ່ຈະ​ສາມາດນຳເອົາມາ​ປ່ຽນ​ໄດ້.”

ເຄື່ອງຕາບຫົວໃຈທີ່ວ່ານີ້ ຍັງຢູ່ໃນຂັ້ນຕ້ອງໄດ້ທົດລອງກ່ອນ. ແລະຈະກິນເວລາອີກຫຼາຍປີ ກ່ອນຈະມີໄວ້ໃຫ້ໃຊ້.

XS
SM
MD
LG