ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມຮຸນແຮງ ຈາກປືນ ສ່ວນໃຫຍ່ ໃນ ສຫລ ບໍ່ໄດ້ກໍ່ໂດຍ ພວກໂຣກຈິດ


ຄວາມຮຸນແຮງທີ່ເກີດຈາກປືນ
ຄວາມຮຸນແຮງທີ່ເກີດຈາກປືນ


ຜົນອອກມາ​ນັ້ນ​ແມ່ນ​ເກືອບ​ວ່າ​ພໍໆ​ກັນ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ຍິງ​ສັງຫານ​ ໃນ​ສະຫະລັດ ຊຶ່ງ​ກໍ​ມີ​ຜູ້​ຄົນ​ທີ່​ໃຫ້​ກຽດ​ແລະໄວ້ອາ​ໄລ​ໃຫ້ແກ່​ພວກ​ເຄາະ​ຮ້າຍ​ ໃນ​ບ່ອນທີ່​ພວກ​ກ່ຽວ​ໄດ້​ຈົບ​ຊີວິດ​ລົງ​ນັ້ນ. ບາງ​ທ່ານ​ກໍ​ໄດ້​ວາງ​ໝາກ​ປູມ​ເປົ້າໄວ້ ​ທີ່​ນັ້ນ ມີ​ບາງ​ພວກ​ໄດ້ພາກັນ​ວາງດອກ​ໄມ້ ບາງ​ຄົນກໍ​ພາກັນ​ນ້ຳ​ຕາ​ຄໍ ຮ້ອງ​ໄຫ້​ ອອກ​ມາ​ກໍ​ມີ. ​ໂສກ​ນາດຕະກຳ​ທີ່​ວ່າ ​ໄດ້​ສະ​ເທືອ​ນທຸກ​ຊອກ​ມຸມ​ໄປທົ່ວ​ປະ​ເທດ ​ ແລ້ວຕໍ່​ມາ ​ກໍ​ໄດ້​ມີ​ການ​ຮຽກຮ້ອງ​ໃຫ້​ມີ​ການ​ກີດ​ກັນ​ພວກ​ທີ່ເປັນ​ໂຣກຈິດ ເສຍສະຕິ ມີ​ບັນຫາ​ທາງ ​ສະໝອງ ບໍ່​ໃຫ້​ມີ​ສິດ​ຄອບ​ຄອງ​ອາວຸດ​ປືນ​ໄດ້. ​ໃນ​ລາຍການໂທລະ ພາບຊ່ອງ CNN ​ເຈົ້າ​ເມືອງ Paul Babeu ຖາມປະທານາທິບໍດີສະຫະລັດ ທ່ານ Obama ຄຳຖາມນີ້: “ທ່ານຄວນຈະກະທຳເຊັ່ນໃດເພື່ອປ້ອງກັນ ບໍ່ໃຫ້ການຍິງສັງຫານໝູ່ແບບນີ້ ແລະການກໍ່ການຮ້າຍ, ແລະພວກເຮົາຄວນ ຈະຈັດ ການພວກ​ທີ່​ເປັນ​ໂຣກຈິດແລະພວກອາຊະຍາກອນ? ນັ້ນແມ່ນ ບັນຫາທີ່ແທ້ຈິງໃນທີ່ນີ້. ພວກເຮົາຈະຈັດ ການກັບພວກທີ່ມີບັນຫານີ້​ໃຫ້ ​ພວກ​ເຂົາ​ປະຕິບັດ​ຕາມ​ກົດໝາຍ ໄດ້ຢ່າງໃດ?”

ແຕ່ບັນຫາທີ່ແທ້ຈິງນັ້ນກໍແມ່ນວ່າ ຊາວອາເມຣິກັນສ່ວນໃຫຍ່ເຊື່ອດ້ວຍ​ຄວາມ​ຜິດ ພາດວ່າ ພວກຜູ້ຄົນ​ທີ່​ເປັນ​ໂຣກຈິດແມ່ນມີ​ທ່າ​ທາງທີ່ຈະຢິບປືນຂຶ້ນມາ ແລ້ວຍິງ ກາດໃສ່ຜູ້ຄົນທຳມະ ດາທົ່ວໄປ. ທ່ານນາງ Beth McGinty ຜູ້ຊ່ອຍອາຈານ ທີ່ມະຫາວິທະຍາໄລ John Hopkins ໄດ້ສຳເລັດການສຶກສາ ທີ່ສະແດງໃຫ້ ເຫັນວ່າຄວາມເຊື່ອຂອງເພິ່ນນັ້ນຜິດ.

ທ່ານນາງ McGinty ກ່າວວ່າ “ພວກຜູ້ຄົນສ່ວນໃຫຍ່ ທີ່​ເປັນ​ໂຣກຈິດນັ້ນ ແມ່ນຈະບໍ່ສ້າງ ຄວາມຮຸນແຮງຕໍ່ຄົນອື່ນ ແລະການ​ກໍ່​ຄວາມ​ຮຸນ​ແຮງ​ຫຼາຍທີ່ສຸດໃນສະຫະລັດ ຄວາມຮຸນ ແຮງສ່ວນ​ໃຫຍ່​ດ້ວຍອາວຸດປືນ ຕົວຢ່າງເຊັ່ນ ບໍ່ໄດ້ເກີດມາຈາກ ພວກຜູ້ຄົນທີ່​ເປັນ​ໂຣກຈິດ.”

ທ່ານນາງ McGinty ກ່າວວ່າ ສື່ໄດ້ເກັບກຳເລິກໆເຂົ້າໄປ ເຊື່ອວ່າການ​ກໍ່ ຄວາມຮຸນແຮງ ດ້ວຍອາວຸດປືນ ແລະພວກທີ່​ເປັນ​ໂຣກຈິດນັ້ນແມ່ນໄປດ້ວຍກັນ ຊຶ່ງຄວາມຈິງຕອນນັ້ນ ທ່ານນາງກ່າວວ່າ ພວກທີ່​ເປັນ​ໂຣກຈິດຈະສາມາດ ຈັດໃຫ້ຢູ່ພຽງແຕ່ 4 ເປີເຊັນ ຂອງຄະດີ ຄວາມທັງໝົດກ່ຽວ​ກັບຄວາມຮຸນແຮງ ສຸດໃນສະຫະລັດ.

ມຸມມອງກ່ຽວກັບພວກທີ່ບັນຫາ​ໂຣກຈິດຄອບງຳຄວາມນຶກຄິດຂອງຜູ້ຄົນ ອິງຕາມ ທ່ານ Paul Gionfriddo ປະທານຂອງກຸ່ມສຶກສາ ທີ່ເອີ້ນວ່າ Mental Health America.

ທ່ານ Gionfriddo ກ່າວວ່າ “ມື້ນີ້ ຜູ້ຄົນເຊື່ອວ່າ ພວກຜູ້ຄົນທີ່​ເປັນ​ໂຣກຈິດທີ່ພາ ໃຫ້ມີການເອົາບາດກ້າວເຊັ່ນນີ້ ຫຼືກິດຈະກຳຕ່າງໆ ທີ່ພາໃຫ້ເກີດ ເພາະສະນັ້ນ ເມື່ອເວລາພວກເຂົ້າເຈົ້າເຂົ້າເຖິງໄດ້ ຊຶ່ງຖືວ່າເປັນຄຳຕອບແລ້ວນັ້ນ ພວກເຂົາ ເຈົ້າບໍ່ທັນໄດ້ຄິດດ້ວຍຊ້ຳ ທີ່ວ່າ ມັນອາດຈະເປັນຢ່າງອື່ນ ຫຼືບໍ່ ການຄົ້ນພົບວ່າ ມັນອາດຈະເປັນບາງສິ່ງບາງຢ່າງ ທີ່ອາດຈະມາພົວພັນ ກ່ຽວຂ້ອງດ້ວຍກໍໄດ້.”

ພວກນັກຊ່ຽວຊານເຫັນພ້ອມ​ນຳວ່າ ຖ້າຫາກວ່າສາເຫດຂອງຄວາມຮຸນແຮງ ກ່ຽວກັບປືນໄດ້ຮຽນຮູ້ ທາງອອກ​ແມ່ນສາມາດຄົ້ນ​ໄດ້ເພື່ອປ້ອງກັນບໍ່​ໃຫ້​ມັນ​ເກີດ​ຂຶ້ນ ຊີວິດຂອງຫຼາຍໆຄົນ​ອາດ​ຈະສາມາດຖືກຊ່ອຍ​ໄວ້ໄດ້.

XS
SM
MD
LG