ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຣກເບົາຫວານ ສາມາດເຮັດໃຫ້ ເສຍສາຍຕາ ຫລື ຮອດຕາບອດໄດ້ (ວີດິໂອ ພາສາລາວ/ອັງກິດ)


ແມ່ປ້າ Irshad Talib ອາຍຸ 62 ປີ ໄປຮັບການກວດສາຍຕາ ແບບຮອບດ້ານ ຢູ່ໃນໂຮງໝໍແຫ່ງນຶ່ງ ໃນນະຄອນ Karachi ໃນວັນທີ 30 ສິງຫາ 2012 ເພື່ອ ຈະກວດພົບການເສຍສາຍຕາ ເກີດຈາກພະຍາດເບົາຫວານ
ແມ່ປ້າ Irshad Talib ອາຍຸ 62 ປີ ໄປຮັບການກວດສາຍຕາ ແບບຮອບດ້ານ ຢູ່ໃນໂຮງໝໍແຫ່ງນຶ່ງ ໃນນະຄອນ Karachi ໃນວັນທີ 30 ສິງຫາ 2012 ເພື່ອ ຈະກວດພົບການເສຍສາຍຕາ ເກີດຈາກພະຍາດເບົາຫວານ
ໃນຂະນະທີ່ຄວາມອ້ວນພີເກີນໄປ ກາຍເປັນບັນຫາທາງສຸຂະ
ພາບຢູ່ໃນທົ່ວໂລກ ນຶ່ງໃນຜົນຕາມມາທີ່ຮ້າຍແຮງທີ່ສຸດຂອງ
ຄວາມອ້ວນພີ ກໍຄືໂຣກເບົາຫວານປະເພດ 2 ນັ້ນ ກໍໄດ້ກາຍ ມາເປັນພະຍາດທີ່ແຜ່ລະບາດອັນນຶ່ງ ແລະນັ້ນກໍພາ ໃຫ້ມີ
ຄວາມເປັນຫ່ວງໃໝ່ຂຶ້ນມາ ກ່ຽວກັບພະຍາດທີ່ພົວພັນກັບ
ໂຣກເບົາຫວານ ຊຶ່ງລວມມີພະຍາດຕາ ທີ່ວ່າຖ້າຫາກປະໄວ້
ໂດຍບໍ່ໄດ້ຮັບການປິ່ນປົວ ກໍສາມາດ ເຮັດໃຫ້ຕາບອດໄດ້. ຜູ້ສື່ຂ່າວດ້ານການແພດຂອງວີໂອເອ Carol Pearson ມີ
ລາຍງານເລື້ອງນີ້ ຊຶ່ງດາຣາ ຈະນໍາມາສະເໜີທ່ານ.

ເບິ່ງວີດິໂອເລື້ອງນີ້ ເປັນພາສາລາວ:


ອົງການອະນາໄມໂລກ ຫລື WHO ລາຍງານວ່າ ຄົນຈໍານວນ 160 ລ້ານ ທີ່ເປັນໂຣກເບົາ ຫວານນັ້ນ ມີບັນຫາ ສາຍຕາເສຍ ໃນບາງລະດັບເຊັ່ນກັນ.

ທ່ານນາງ Susan Vitale ນັກຊ່ຽວຊານຝ່າຍການສຶກສາດ້ານການແຜ່ລະບາດຂອງ ພະຍາດ ເຫັນວ່າ ທ່າອ່ຽງທີ່ມີຢູ່ໃນທົ່ວໂລກດັ່ງກ່າວນີ້ ເປັນທີ່ໜ້າຕົກໃຈ.

“ອັນນີ້ເປັນທ່າອ່ຽງທີ່ໜ້າຢ້ານກົວ ທີ່ເຫັນວ່າ ຈໍານວນຄົນເປັນພະຍາດນີ້ ແມ່ນ ນັບມື້ ນັບ ເພີ້ມຂຶ້ນ ແລະສະພາບການເສຍສາຍຕາ ກໍເພີ້ມຂຶ້ນເຊັ່ນກັນຍ້ອນ ເປັນໂຣກເບົາຫວານ.”

ສາເຫດສ່ວນໃຫຍ່ທີ່ພາໃຫ້ມີການເສຍສາຍຕາ ຍ້ອນໂຣກເບົາຫວານນັ້ນ ແມ່ນອາການ ທີ່ເອີ້ນວ່າ ເສ້ນເລືອດບັງມ່ານຕາດໍາ ທີ່ເກີດຈາກໂຣກເບົາຫວານ ຫລື diabetic retinopathy.

ອາການດັ່ງກ່າວນີ້ ເກີດມາຈາກການປ່ຽນແປງຢູ່ໃນເສັ້ນເລືອດຢູ່ໃນມ່ານຕາດໍາ ຊຶ່ງເປັນ ພາກສ່ວນຂອງຕາທີ່ປ່ຽນພາບທີ່ມີແສງ ໃຫ້ເປັນແຮງກະຕຸ້ນເສັ້ນປະສາດ ແລະເຮັດ ໃຫ້ພວກເຮົາມອງເຫັນໄດ້. ສໍາລັບບາງຄົນນັ້ນ ເສັ້ນເລືອດດັ່ງກ່າວຈະໄຄ່ຂຶ້ນ ແລະແຕກ ອອກ ເຮັດໃຫ້ເລືອກຮົ່ວອອກມາ. ສ່ວນຢູ່ໃນຄົນພວກອື່ນນັ້ນ ມີເສັ້ນເລືອດໃໝ່ທີ່ຜິດ ປົກກະຕິ ເກີດຂຶ້ນຢູ່ທາງໜ້າມ່ານຕາດໍາ ຫລືອາການ diabetic retinopathy ນັ້ນ. ຄົນ ທີ່ມີເສ້ນເລືອດບັງມ່ານຕາດໍາ ຍ້ອນໂຣກ ເບົາຫວານນັ້ນ ສ່ວນໃຫຍ່ແມ່ນຈະບໍ່ຮູ້ສຶກຕົວ ຈົນກວ່າວ່າພວກເຂົາເຈົ້າເລີ້ມ ເຫັນຈຸດດໍາໆຢູ່ໃນຕາ ຫລືສາຍຕາເລີ້ມມົວໄປ. ທ່ານນາງ Susan Vitale ກ່າວຕໍ່ໄປວ່າ:

“ມັນເປັນການປ່ຽນແປງແບບງຽບໆ ແລະກໍບໍ່ມີຜົນກະທົບຕໍ່ສາຍຕາທ່ານ ແລະ ທ່ານຈະບໍ່ສັງເກດຮູ້ອັນໃດເລີຍ. ແລະເມື່ອເວລາທ່ານຮູ້ສຶກວ່າ ທ່ານມີສິ່ງໃດ ສິ່ງນຶ່ງ ຜິດປົກກະຕິ ທ່ານອາດຈະມີພະຍາດທີ່ເຖິງຂັ້ນຮ້າຍແຮງແລ້ວ.”

ທ້າວ Jerry Fishman ທີ່ມີເສ້ນເລືອດບັງມ່ານຕາດໍາທີ່ເກີດຈາກໂຣກເບົາ ຫວານ ເວົ້າວ່າ:
“ມ່ານຕາດໍາຂອງຂ້ອຍທັງສອງເບື້ອງແມ່ນໄຄ່ຂຶ້ນ ເຖິງຂັ້ນວ່າ ມັນເກືອບຈະເຮັດ ໃຫ້ຂ້ອຍເບິ່ງເຫັນອັນໃດ ບໍ່ເຫັນແຈ້ງເລີຍ.”

ດຣ. David Friedman ທີ່ໂຮງຮຽນແພດສາດຂອງມະຫາວິທະຍາໄລ Johns Hopkins
ຢູ່ເມືອງ Baltimore, ລັດ Maryland ເປັນຜູ້ນໍາພາການສຶກສາຄົ້ນຄວ້າທີ່ສຶກສາເບິ່ງ ການເສຍສາຍຕາຂອງຄົນ ຈາກປີ 1999 ຫາ 2002 ແລະແຕ່ປີ 2005 ຫາ ປີ 2008. ທ່ານໃຫ້ຄໍາເຫັນວ່າ:

“ປະເດັນສ່ຽງທີ່ສໍາຄັນອັນດຽວ ທີ່ພາໃຫ້ເສຍສາຍຕາ ທີ່ມີຄວາມຮ້າຍແຮງຂຶ້ນ ໄປເລື້ອຍໆຕາມການເວລານັ້ນ ກໍຄືການເປັນໂຣກເບົາຫວານ ທີ່ແກ່ຍາວໄປ ເຖິງ 10 ປີ ຫລືຫລາຍກວ່ານັ້ນ.”

ນອກນັ້ນແລ້ວ ພວກນັກຄົ້ນຄວ້າຍັງສຶກສາເບິ່ງຂໍ້ມູນທີ່ສະແດງໃຫ້ເຫັນວ່າ ຄົນເລີ້ມເປັນ ໂຣກເບົາຫວານຕັ້ງແຕ່ອາຍຸຍັງນ້ອຍ.

“ເມື່ອພວກເຮົາສຶກສາເບິ່ງພວກທີ່ໜຸ່ມກວ່າ, ຄືພວກທີ່ມີອາຍຸ 20 ຫາ 40 ປີ, ພວກເຮົາເຫັນອາການນີ້ ເພີ້ມຂຶ້ນ 40 ເປີເຊັນ. ຖ້າຫາກວ່າສະພາບການສືບ ຕໍ່ໃນຈັງຫວະທີ່ກໍາລັງເປັນຢູ່ນີ້ ພວກເຮົາແມ່ນຈະເຫັນຊາວອາເມຣິກັນ ທີ່ຢູ່ໃນ ເກນອາຍຸເຮັດວຽກເຮັດການນັ້ນ ຫລາຍໆຄົນ ເສຍສາຍຕາຍ້ອນໂຣກເບົາ ຫວານ.”

ພວກນັກຊ່ຽວຊານດ້ານການແພດເວົ້າວ່າ ຜູ້ໃດກໍຕາມທີ່ມີພະຍາດເບົາຫວານ ແມ່ນມີ ຄວາມສ່ຽງຕໍ່ການເສຍສາຍຕາ. ແຕ່ທ່ານນາງ Vitale ເວົ້າວ່າ ອາການເສ້ນເລືອດບັງ ມ່ານຕາດໍາຍ້ອນໂຣກເບົາຫວານນັ້ນ ແມ່ນສາມາດປິ່ນປົວໄດ້.

“ຖ້າຫາກວ່າ ພະຍາດຕາທີ່ເກີດຈາກໂຣກເບົາຫວານຂອງທ່ານ ຖືກກວດພົບໄວ ແລະໄດ້ຮັບການປິ່ນປົວ ມັນກໍມີໂອກາດເຖິງ 90% ທີ່ທ່ານຈະສາມາດປ້ອງກັນ ບໍ່ໃຫ້ເສຍສາຍຕາໄດ້.

ວິທີທາງດຽວທີ່ຈະກວດພົບໄດ້ໄວ ກໍຄືການກວດສາຍຕາແບບຮອບດ້ານ. ການຄວບຄຸມ ພະຍາດເບົາຫວານໄວ້ ກໍສາມາດເຮັດໃຫ້ການແຜ່ຂະຫຍາຍຂອງພະຍາດນີ້ຊັກຊ້າລົງໄດ້ ເຊ່ນໃນກໍລະນີຂອງທ້າວ Jerry Fishman ທີ່ໄດ້ຮັບການປິ່ນປົວຈາກ ດຣ. David Friedman.

“….ນັ້ນແມ່ນເກືອບ 1 ປີມາໄດ້ແລ້ວ. ເຈົ້າມີອາການຫາຍດີໄດ້ໄວຫລາຍ ແລະ ເສ້ນເລືອດທາງໜ້າມ່ານຕາຂອງເຈົ້າກໍເຊົາໄຄ່ແລ້ວດຽວນີ້. ເພາະສະນັ້ນ ສາຍ ຕາຂອງເຈົ້າຈຶ່ງດີຂຶ້ນຫລາຍ.”

ຖ້າຫາກບໍ່ມີການປິ່ນປົວ, ອາການດັ່ງກ່າວກໍສາມາດພາໃຫ້ມີການເສຍສາຍຕາເປັນບາງ ສ່ວນຢ່າງຖາວອນໄດ້ ຫລືແມ່ນກະທັ້ງວ່າ ຕາບອດເລີຍ.

ຜົນການສຶກສາຄົ້ນຄວ້າດັ່ງກ່າວນີ້ ແມ່ນພິມເຜີຍແຜ່ຢູ່ໃນວາລະສານສະມາຄົມການ ແພດອາເມຣິກັນ ຫລື The Journal of the American Medical Association.

ເບິ່ງວີດິໂອພາສາອັງກິດ:
XS
SM
MD
LG