ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີເດັກນ້ອຍເປັນ ໂຣກເບົາຫວານ ຫລາຍຂຶ້ນ ຢູ່ໃນທົ່ວໂລກ (ວີດີໂອ)


More Children Getting Diabetes Worldwide
please wait

No media source currently available

0:00 0:02:04 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ເປັນ​ເວລາ​ຫລາຍ​ປີ​ມາ​ແລ້ວ ບັນດາ​ນາຍ​ແພດໃນ​ທົ່ວ​ໂລກ ​
ໄດ້​ພາກັນ​ເວົ້າ​ເຖິງ ການລະບາດ​ຂອງ​ໂຣກ​ເບົາຫວານ​ໃນ​ໝູ່
ເດັກນ້ອຍ. ​ແຕ່​ວ່າ ຢູ່​ໃນ​ສະຫະລັດນີ້ ບໍ່​ໄດ້​ມີ​ໂຕເລກຄັກ​ແນ່
ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ເດັກນ້ອຍ​ໃນ​ຈຳນວນ​ເທົ່າ​ໃດແທ້ ທີ່
ເປັນ​ໂຣກນີ້ ​ຫລື​ວ່າການ​ລະບາດ​ຂອງ​ໂຣກນີ້​ກຳລັງ​ແຜ່ລາມ​
ອອກ​ໄປ​ໄວສ່ຳ​ໃດ. ບັດ​ນີ້ ຫລາຍໆ​ອົງການ​ສຸຂະພາບ​ຂອງ
​ສະຫະລັດ​ໄດ້​ສະໜອງ​ທຶນ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ ທີ່​ສຶກສາ​ເບິ່ງໂຣກ​ເບົາຫວານໃນ​ໝູ່
​ເດັກນ້ອຍ​ ຈຳນວນ​ຫລາຍ​ລ້ານ​ຄົນ ຊຶ່ງນັກ​ຂ່າວ​ດ້ານ​ການແພດ​ຂອງ​ວີ​ໂອ​ເອ Carol
Pearson ກ່າວ​ວ່າ ຜົນ​ທີ່​ປະກົດ​ອອກ​ມາ ແມ່ນພາ​ໃຫ້​ເປັນ​ຫ່ວງ ​ແລະ​ບໍ່​ສະ​ເພາະແຕ່
​ເດັກນ້ອຍ​ຢູ່​ໃນ​ອາ​ເມຣິກາ​ເທົ່າ​ນັ້ນ. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີທ່ານ.

“I test four times a day or more.”

ນັ້ນ​ຄື​ສຽງ​ຂອງທ້າວ​ K.B. Broadus ​ທີ່​ເວົ້າ​ວ່າ “ຂ້ອຍ​ເຂົ້າ​ມາກ​ວດ (ລະດັບ​ນ້ຳຕານ)
​ມື້​ນຶ່ງ 4 ​ເທື່ອ ຫລື​ຫລາຍ​ກ່ວາ​ນັ້ນ.”

ທ້າວ​ K.B. Broadus ໄດ້​ຖືກ​ນາຍ​ແພດ​ວິນິດ​ໄສ​ວ່າ ​ເປັນ​ໂຣກ​ເບົາຫວານ ປະ​ເພດ 1
ຫລື Type 1 diabetes ​ໃນ​ຕອນ​ທີ່​ລາວ​ມີ​ອາຍຸ​ພຽງ​ນຶ່ງ​ຂວບ​ເທົ່າ​ນັ້ນ. ​ແມ່​ຂອງ​ລາວ​
ເວົ້າ​ວ່າ ​ຖ້າ​ເວົ້າ​ເຖິງລັກ​ສະ​ນະ​ທ່າ​ທາງ​ອື່ນໆ​ແລ້ວ ທ້າວ K.B. ກໍ​ຄື​ກັນ​ກັບ​ເດັກນ້ອຍ
ອາຍຸ 10 ປີ​ ທຳ​ມະ​ດາ​ທົ່ວໆ​ໄປ​ນັ້ນ​ເອງ.

ນາງ Shauna Broadus ​ແມ່​ຂອງ​ທ້າວ K.B. ​ເວົ້າ​ວ່າ ລາວ​ກໍ​ເປັນ​ພຽງ​ເດັກ​ນ້ອຍ​
ທຳ​ມະ​ດາ​ທົ່ວ​ໆໄປ​. ລາວ​ຫລິ້ນ​ຟຸຕບອລ ຫລິ້ນ​ບານບ້ວງ. ​ເຮົາ​ພຽງ​ແຕ່​ກວດ​ເບິ່ງ
ຊື່ໆ​ເທົ່າ​ນັ້ນ​ເນາະ ​ແມ່ນ​ບໍ່ລູກ?”


​ໂຣກ​ເບົາຫວານ​ເກີດ​ຂຶ້ນ ​ເວລາ​ຮ່າງກາຍ​ຂອງ​ເຮົາ​ບໍ່​ຜະລິດ ທາດອິນ​ຊູ​ລິນ ຢ່າງ​ພຽງພໍ
ຫລື​ວ່າ ຮ່າງ​ກາຍ​ຂອງ​ເຮົາ​ບໍ່​ສາມາດ​ນຳ​ໃຊ້ ທາດ​ອີນຊູ​ລິນ ​ທີ່​ມັນ​ຜະລິດ​ອອກ​ມານັ້ນ -
ທາດ​ອິນ​ຊູ​ລິນ ກໍ​ຄື​ທາດ​ຮໍ​ໂມນ ທີ່​ປ່ຽນ​ນ້ຳຕານ​ໃນ​ເລືອດ ​ໃຫ້​ເປັນ​ພະລັງງານ.

​ປົກກະຕິ​ແລ້ວ ຈະ​ມີ​ການພົບ​ເຫັນ​ແລະ​ວິນິດ​ໄສ ໂຮ​ກ​ເບົາຫວານ ປະ​ເພດ 1 ຢູ່​ໃນ​ໝູ່​
ເດັກນ້ອຍ ​ແລະ​ໄວ​ລຸ້ນ ຊຶ່ງຖ້າ​ເປັນ​ໂຣກ​ເ​ບົາຫວານ​ນີ້ ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງໄດ້ສັກ
​ອິນ​ຊູ​ລິນ​ເປັນ​ປະຈຳເພື່ອ​ໃຫ້​ລອດ​ຊີວິດ ເພາະວ່າ​ຮ່າງກາຍ​ຂອງ​ເຂົາ​ເຈົ້າບໍ່​ຜະລິດ​ທາດ​
ອິນ​ຊູ​ລິນ.

ສ່ວນ​ໂຮ​ກ​ເບົາຫວານ ປະ​ເພດ 2 ຫລື Type 2 diabetes ນັ້ນ​ ​ເຄີຍ​ເອີ້ນ​ກັນ​ວ່າ ເປັນ
ໂຣກເບົາຫວານສຳ​ຫລັບ​ຄົນທີ່​ກຳລັງ​ຈະ​ເປັນ​ຜູ້​ໃຫຍ່​ ​ເພາະວ່າ​ເດັກ​ນ້ອຍ​ບໍ່​ເຄີຍ​ເປັນ​ມັນ
ຈົນ​ກະທັ້ງ​ເມື່ອ​ບໍ່​ດົນມາ​ນີ້. ທ່ານຈະ​ເປັນເບົາຫວານ ປະ​ເພດ 2 ຖ້າວ່າ​ຮ່າງກາຍ​ຂອງ​
ທ່ານ ມາ​ເຖິງ​ຂັ້ນ​ທີ່​ບໍ່​ສາມາດ​ຜະລິດ​ທາດ​ອິນ​ຊູ​ລິນ​ໄດ້​ຢ່າງ​ພຽງພໍ ​ແລະ​ໃນ​ທີ່​ສຸດ ກໍ​ບໍ່​
ຜະລິດ​ມັນ​ອອກ​ມາເລີຍ.


Dr. Dana Dabelea ​ທີ່​ໂຮງຮຽນ​ສາທາລະນະສຸກ​ແຫ່ງ​ລັດ​ໂຄ​ໂລຣາ​ໂດ ​ເປັນ​ຜູ້ນຳ
ພາ​ການ​ສຶກສາ ທີ່​ພິຈະ​ລະນາ​ເບິ່ງ​ເດັກນ້ອຍ 3 ລ້ານຄົນ ​ໃນ​ທົ່ວ​ສະຫະລັດ ລະຫວ່າງ
ປີ 2001 ຫາ 2009.

Dr. Dana Dabelea ​ເວົ້າ​ວ່າ ການ​ແຜ່​ຫລາຍ​ຂອງ​ໂຣກ​ເບົາຫວານ ປະ​ເພດ 1 ​
ໄດ້​ເພີ້​ມຂຶ້ນ ຢ່າງ​ນ້ອຍ
21 ​ເປີ​ເຊັນ. ການ​ເພີ້​ມຂຶ້ນ​ນີ້ ​ແມ່ນພົບ​ເຫັນ​ຢູ່​ໃນ​ທັງ ໝູ່​
ເດັກ​ຊາຍ​ແລະ​ເດັກ​ຍິງ
​ແລະສ່ວນ​ໃຫຍ່​ຂອງ​ກຸ່ມ​ອາຍຸ​ຕ່າງ​ໆ ຕະຫລອດ​ທັງ​ກຸ່ມ
ເຊື້ອ​ຊາດຜິວ​ພັນ​ຕ່າງໆ ທີ່​ພວກ​ເຮົາ​ໄດ້​ສຳ​ຫລວດ​ເບິ່ງ
.”

Dr. Dabelea ບອກ​ກັບ​ວີ​ໂອ​ເອວ່າ ການ​ເພີ້​ມຂຶ້ນ​ດັ່ງກ່າວ​ອາດ​ສາມາດເປັນ​ຜົນສືບ​
ເນື່ອງ​ມາ​ຈາກ ການ​ປ່ຽນ​ແປງ​ທາງ​ສະພາບແວດລ້ອມ​ກໍ​ໄດ້. ການ​ຄົ້ນ​ພົບທີ່​ໜ້າ​ວິ​ຕົກ
​ອີກ​ຢ່າງ​ນຶ່ງ ກໍ​ຄື​ ການ​ຖີບ​ຂຶ້ນ​ເຖິງ 30 ເປີ​ເຊັນ ​ຂອງ​ໂຣກ​ເບົາຫວານ ປະ​ເພດ 2 ​ໃນ
​ໝູ່​ເດັກນ້ອຍ ຊຶ່ງ Dr. Dabelea ​ເວົ້າ​ວ່າ:

ສ່ວນ​ໃຫຍ່​ແມ່ນ​ເປັນ​ຍ້ອນ​ ການລະບາດ​ຂອງ​ໂຣກອ້ວນ​ພີ ​ໃນ​ໝູ່​ເດັກນ້ອຍ."

​ໂຣກ​ເບົາຫວານ ​ແມ່ນ​ປິ່ນປົວຍາກ​ ໃນ​ພວກ​ເດັກນ້ອຍ ຫລາຍ​ກ່ວາ​ພວກ​ຜູ້​ໃຫຍ່.
ບັນດາ​ນັກ​ຄົ້ນ​ຄ້ວາ​ເວົ້າ​ວ່າ ຜົນ​ສະທ້ອນ​ຂອງ​ເລື້ອງ​ນີ້ ໝາຍ​ຄວາມ​ວ່າ​ ເດັກນ້ອຍຈະ
​ມີ​ຄວາມ​ສ່ຽງ​ສູງ​ກ່ວາ ຕໍ່​ການໄດ້ຮັບ​ຜົນ​ກະ​ທົບ​ ຈາກ​ອາການ​ແຊກ​ຊ້ອນຂອງ​ໂຣກນີ້
ຊຶ່ງ​ອາດ​ສາມາດ​ລວມ​ເຖິງ ຕາບອດ ​ໄຕ​ລົ້ມ​ແຫລ​ວ ​ເສ້ນ​ປະສາດ​ເສຍ​ຫາຍ ​ແລະຫົວ​
ໃຈ​ວາຍ. ຜົນ​ການ​ສຶກສາ​ຄົ້ນ​ຄ້ວາ​ດັ່ງກ່າວ ​ໄດ້​ຖືກ​ນຳ​ອອກ​ພິມ​ເຜີຍ​ແຜ່ ​ໃນວາລະ
ສານ​ຂອງ​ສະມາຄົມ​ການແພດ​ຂອງ​ອາ​ເມຣິກາ ຫລື Journal of the American
Medical Association.

ຜົນ​ການ​ຄົ້ນ​ຄ້ວາ​ນີ້​ຍັງ​ສະທ້ອນ ​ຜົນ​ການ​ຄົ້ນ​ພົບ​ຂອງ​ການ​ສຶກສາ​ອື່ນໆ​ອີກ ​ເປັນ​ຕົ້ນ​
ການ​ສຶກສາ​ຂອງ​ອົງການ​ອະນາ​ໄມ​ໂລກ WHO ທີ່​ລາຍ​ງານ​ວ່າ ​ໂຣກ​ເບົາຫວານ​
ທັງສອງ​ປະ​ເພດ​ນັ້ນ ​ໄດ້​ຖີບ​ຂຶ້ນ ຢູ່​ໃນ​ຂົງ​ເຂດ​ສ່ວນ​ໃຫຍ່​ຂອງ​ໂລກ ​ແລະ​ມີ​ເດັກນ້ອຍ​
ຫລາຍ​ຂຶ້ນ​ເປັນ​ພະຍາດ​ນີ້ ​ແລະຄົນ​ສ່ວນ​ໃຫຍ່​ທີ່​ເປັນ​ໂຣກນີ້ ບໍ່​ຮູ້​ເມື່ອ​ໂຕ​ວ່າ ​ເຂົາ​ເຈົ້າ​
ກຳລັງ​ເປັນ​ໂຣກທີ່​ຮ້າຍ​ແຮ​ງ.

ລາຍ​ງາ​ນສະບັບ​ໃໝ່​ ຈາກ​ສູນ​ກາງຄວບຄຸມພະ​ຍາດ​ຂອງ​ສະຫະລັດ ກໍ​ສະ​ແດງ​ວ່າ
ນຶ່ງ​ຄົນ​ໃດ​ໃນ​ຈຳນວນ​ສີ່​ຄົນ​ທີ່​ເປັນ​ໂຣກ​ເບົາຫວານ​ນັ້ນ ບໍ່​ຮູ້ເມື່ອວ່າ​ໂຕ​ເອງ​ເປັນ ​ແລະ​ໃນຈຳນວນ​ຄົນ​ອາ​ເມຣິກັນ​ຜູ້​ໃຫຍ່ ສາມຄົນ​ໃດ ​ແມ່ນ​ມີ​ຫລາຍ​ກ່ວາ​ນຶ່ງ​ຄົນ ທີ່​ມີ​ອາການ
ລ່ວງ​ໜ້າການເປັນ​ໂຣກ​ເບົາຫວານ ຄື​ອາການ​ທີ່​ວ່າ ລະດັບ​ນ້ຳຕານ​ໃນ​ເລືອດ​ຂອງ​ເຂົາ​
ເຈົ້າ ສູງ​ກ່ວາ​ປົກກະຕິ ​ແຕ່​ກໍ​ບໍ່​ສູງ​ພໍ​ທີ່​ຈະ​ຈັດ​ວ່າ ​ເປັນ​ໂຣກ​ເບົາຫວານ ປະ​ເພດ 2. ​

ແລະ​ໂຣກ​ເບົາຫວານ​ ປະ​ເພດ 2 ຫລື Type 2 diabetes ​ນີ້ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ກໍ​
ແມ່ນ​ສາມາດ​ປ້ອງ​ກັນ​ໄດ້ ​ໂດຍ​ການ​ກິນ​ອາຫານ​ທີ່​ຖືກ​ໂພ​ສະນາ​ການ​ເປັນ​ປະຈຳ ຮວມ
ທັງ​ການ​ບໍ່​ກິນ​ຂອງ​ທີ່​ຫວານ​ຫລາຍ ​ແລະ​ຮັກສາ​ນ້ຳໜັກ​ຂອງ​ຮ່າງກາຍ​ທີ່​ເປັນ​ຜົນ​ດີ​ຕໍ່​
ສຸຂະ​ພາບ ກໍ​ຄື​ບໍ່​ໃຫ້​ຕຸ້ຍ​ພີ​ຈົນ​ເກີນ​ໄປ ​ແລະ​ອອກກຳລັງ​ກາຍ​ເປັນ​ປະຈຳ. ສຳ​ຫລັບ​ໂຣກ​
ເບົາຫວານ ປະ​ເພດ 1 ຫລື Type 1 diabetes ນັ້ນ ​ເວລາ​ນີ້​ ​ແມ່ນຍັງ​ບໍ່​ຮູ້​ວິທີ​ປ້ອງ​ກັນ​ເທື່ອ.
XS
SM
MD
LG