ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກິນອາຫານບາງຢ່າງ ຊ່ວຍໃຫ້ສາມາດຫລຸດຜ່ອນ ຄໍແລັສເທີຣອລລົງໄດ້ (ເບິ່ງວີດີໂອລາວ/ອັງກິດ)


ການສຶກສາຂອງລັດຖະບານໄດ້ສະແດງໃຫ້ເຫັນວ່າ ການກິນຈືນປາອາດພາໃຫ້ເກີດພະຍາດລົມສາລະບາດ
ສໍາລັບຄົນທີ່ຢູ່ພວກລັດພາກໃຕ້ຂອງສະຫະລັດ.
ການສຶກສາຂອງລັດຖະບານໄດ້ສະແດງໃຫ້ເຫັນວ່າ ການກິນຈືນປາອາດພາໃຫ້ເກີດພະຍາດລົມສາລະບາດ ສໍາລັບຄົນທີ່ຢູ່ພວກລັດພາກໃຕ້ຂອງສະຫະລັດ.

ການຄົ້ນຄວ້າໃໝ່ບັ້ນ​ນຶ່ງທີ່​ເຮັດຂຶ້ນຢູ່ການາດາ ອາດສາມາດຊ່ວຍໃຫ້ຫລາຍລ້ານຄົນມີຊີວິດ ຢູ່ລອດໄດ້. ການຄົ້ນຄວ້າທີ່​ວ່າ​ນີ້ ໄດ້ສະແດງໃຫ້ເຫັນວ່າ ໂດຍການກິນອາຫານບາງຢ່າງ ນັ້ນ ຜູ້ຄົນສາມາດທີ່ຈະຫລຸດຜ່ອນ ລະດັບທາດຄໍແລັສເທີຣອລ ລົງໄດ້ຢ່າງຫລວງຫລາຍ ແລະເພີ້ມໂອກາດ ທີ່ຈະຫລີກລ່ຽງຈາກການເປັນພະຍາດຫົວໃຈ ຫລື​ເປັນ stroke ຫລືລົມ ສາລະບາດໄດ້. Carol Pearson ຜູ້ສື່ຂ່າວວີໂອເອ ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງ ວັນນະສອນ ຈະນໍາມາສະເໜີທ່ານ.

ຄລິກບ່ອນນີ້ ເພື່ອເບິ່ງວີດິໂອພາສາລາວ

ການ​ກິນອາຫານຂອງຊາວຕາເວັນຕົກນັ້ນ ສ່ວນ​ໃຫຍ່​ແລ້ວ ແມ່ນເນັ້ນໜັກໃສ່ການກິນ
ຊີ້ນ ແລະອາຫານທີ່ມີໄຂມັນ ແລະຄົນຜູ້ທີ່ເຮັດຕາມລະບົບການກິນອາຫານແບບນີ້
ກໍ​ແມ່ນຈະມີການສະແດງອອກໃຫ້ເຫັນຢູ່ທີ່ແອວຂອງເຂົາເຈົ້າ ຄື​ເປັນ​ຄົນ​ອ້ວນ​ພີນັ້ນເອງ.

ດຽວນີ້ ໄດ້ມີການ​ເຄື່ອນ​ໄຫວ​ໄປ​ສູ່​ການກິນອາຫານ ທີ່ມີທາດບໍາລຸງທີ່ພາໃຫ້ມີສຸຂະ
ພາບແຂງແຮງຫລາຍຂຶ້ນ. ການ​ເຄື່ອນ​ໄຫວ​ດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜູນ
ຈາກພວກທ່ານໝໍ, ພວກພະນັກງານສຸຂະພິບານ, ຜູ້ນໍາລັດຖະບານ ແລະສະຕີໝາຍ
ເລກນຶ່ງ ທ່ານນາງມີແຊລ ໂອບາມາ, ທີ່ໄດ້ຊຸກຍູ້ໃຫ້ພວກ​ເດັກນັກຮຽນ ພາກັນອອກ
ກໍາລັງກາຍ ແລະກິນໝາກໄມ້ ແລະຜັກໃຫ້ຫລາຍຂຶ້ນ. ການກິນອາຫານທີ່​ຖືກຕ້ອງ
ແລະການອອ ກໍາລັງແມ່ນສິ່ງສໍາຄັນຕົ້ນຕໍ ໃນການຮັກສາລະດັບຄໍແລັສເທີຣອລທີ່​ດີ
ທີ່ພາໃຫ້ມີສຸຂະພາບແຂງແຮງນັ້ນ.

ຄໍແລັສເທີຣອນແມ່ນທາດໄຂມັນຊະໜິດນຶ່ງ. ມັນຊ່ວຍໃນການສ້າງແລະຮັກສາ​ເເຊລ​ໃນ​
ຮ່າງກາຍ. ແຕ່ກໍມີທາດຄໍແລັສເທີຣອລຫລາຍປະເພດແຕກຕ່າງກັນ. ຄໍແລັສເທີຣອລ
ປະເພດທີ່​ເອີ້ນວ່າ HDL ຊ່ວຍສົ່ງເສີມ ໃຫ້ຫົວໃຈມີສຸຂະພາບເຂັ້ມແຂງຂຶ້ນ ໃນຂະນະທີ່
ອີກປະເພດນຶ່ງທີ່​ເອີ້ນ ວ່າ LDL ​ແມ່ນ​ມີສ່ວນເຮັດໃຫ້ເປັນພະຍາດຫົວໃຈ. ຄໍາແນະນໍາທີ່
ມັກໃຫ້ກັນ ກໍຄື ​ໃຫ້ຫລຸດການກິນ​ອາຫານ​ທີ່​ມີໄຂມັນສັດ ຫລືໄຂມັນທີ່ແຂງ​ໂຕເມື່ອ​ເກັບ
ໄວ້ໃນອຸນນະພູມລະດັບ​ຢູ່​ໃນ​ຫ້ອງນັ້ນລົງ. ໄຂມັນພວກນີ້ແມ່ນແຫລ່ງຄໍແລັສເທີຣອລ
ປະເພດ LDL. ແຕ່ກໍເປັນທີ່ຮູ້ກັນດີວ່າ ມີອາຫານປະເພດບາງ​ປະ​ເພດທີ່ຊ່ວຍຫລຸດຜ່ອນ
ທາດຄໍແລັສເທີຣອລ ທີ່ບໍ່ດີຕໍ່ຮ່າງກາຍນັ້ນ ລົງໄດ້.

ການກິນອາຫານບາງຢ່າງນັ້ນ ຜູ້ຄົນສາມາດທີ່ຈະຫລຸດຜ່ອນ ລະດັບທາດຄໍແລັສເທີຣອລລົງໄດ້ຢ່າງຫລວງຫລາຍ
ການກິນອາຫານບາງຢ່າງນັ້ນ ຜູ້ຄົນສາມາດທີ່ຈະຫລຸດຜ່ອນ ລະດັບທາດຄໍແລັສເທີຣອລລົງໄດ້ຢ່າງຫລວງຫລາຍ

ທ່ານໝໍ ເດວິດ ເຈນຄິນສ໌
(David Jenkins) ຢູ່ໂຮງໝໍ
ແຊງໄມ​ເກິ​ລ ທີ່ໂຕຣອນໂຕ
ປະເທດການາດາ ໃຫ້ຂໍ້ສັງ
ເກດວ່າ:

"ພວກຜັກເຊັ່ນ ໝາກໂອຄຣາ​
ແລະໝາກເຂືອນັ້ນ ຜັກພວກ
ນີ້ແມ່ນ ເມືອກໆ ​ແລະໜຽວ
ວາດໃດວາດນຶ່ງ ​ແຕ່ມັນຊ່ວຍ
ດູດຊັບເອົາທາດຄໍແລັສເທີ
ຣອລອອກຈາກຮ່າງກາຍຂອງ
ເຮົາ."

ທ່ານໝໍເຈນຄິນສ໌ຢາກສຶກສາຄົ້ນ
ຄວ້າພວກຄົນທີ່ໄດ້ປະຕິບັດຕາມ
ລະບົບກິນອາຫານທີ່ມີທາດໄຂມັນຕໍ່າ ທີ່ລວມເອົາທັງການກິນອາຫານປະເພດຜັກ​ເຫລົ່ານີ້ນໍາ.
ທ່ານຢາກເບິ່ງວ່າ ລະດັບທາດຄໍແລັສເທີຣອລຂອງພວກເຂົາເຈົ້າ ຈະຫລຸດລົງຫລາຍກວ່າ ພວກທີ່ພຽງແຕ່ກິນອາຫານ ທີ່ມີທາດໄຂມັນຕໍ່າເທົ່ານັ້ນຫລືບໍ່. ນາງ Bonnie Wood ແມ່ນ
ຮວມຢູ່ໃນພວກ​ທີ່ເຂົ້າຮ່ວມການສຶກສາຄົ້ນຄວ້າກຸ່ມທີນຶ່ງ. ລາວເວົ້າວ່າ:

"ການປ່ຽນແປງໃນຂັ້ນທໍາອິດ ກໍຄືພຽງແຕ່ກິນອາຫານທີ່ມີ​ໄຟ​ເບີ້ ຫລື​ມີໄຍໃຫ້
ຫລາຍ​ຂຶ້ນເທົ່ານັ້ນ."

ມີຜູ້ຊາຍແລະຜູ້ຍິງທີ່ເຂົ້າຮ່ວມການຄົ້ນຄວ້ານີ້ ທັງໝົດ 350 ຄົນ. ໝົດທຸກຄົນໃນນັ້ນ ​ແມ່ນເກືອບວ່າຈະຕ້ອງໄດ້ກິນຢາເພື່ອລົດທາດຄໍແລັສເທີຣອນລົງແລ້ວ. ພວກທີ່ກິນອາ
ຫານຕາມລະບົບທີ່ເພີ້ມອາຫານ ປະເພດອື່ນນໍານັ້ນ ​ແມ່ນ​ໄດ້ກິນອາຫານທີ່ຮູ້ກັນດີວ່າ
ຊ່ວຍລົດທາດຄໍແລັສເທີຣອລທີ່​ບໍ່​ດີ ຫລື LDL ລົງ ເຊັ່ນ ໝາກແອັບເປີ້ນ, ອະງຸ່ນ,
ແລະໝາກສະຕໍ​ເບີຣີ, ອາຫານປະເພດເມັດບາງ​ຢ່າງ​ທີ່ບໍ່ຖືກສີ​ເປືອກ​ອອກຫລາຍ ຫລື
whole grains ແລະຜັກ, ​ເມັດ​ຖົ່ວ ຫລື nuts ປະເພດຕ່າງໆ ​ເຊ່ນ almond ຫລື ​
ໝາກ​ບົກ, ນໍ້າມັນໝາກໂອລິຟ ແລະນໍ້າມັນພືດສາລີ ຫລື canola oil, ​ຜັກ​ປະ​ເພດ
ຖົ່ວ ແລະຜະລິດຕະພັນຖົ່ວເຫລືອງ.

ຫົກເດືອນຕໍ່ມາ ພວກນັກຄົ້ນຄວ້າໄດ້ທົບທວນ​ເບິ່ງຜົນຂອງການກິນອາຫານຕາມລະບົບ
ດັ່ງກ່າວນີ້ ແລະໄດ້ພົບວ່າ ພວກທີ່ກິນອາຫານເສີມ ທີ່ພາໃຫ້ທາດຄໍແລັສເທີຣອລຫລຸດລົງ ປະເພດທີ່ກ່າວມາຂ້າງເທິງນັ້ນ ແມ່ນມີທາດຄໍແລັສເທີຣອລປະເພດບໍ່​ດີ​ຫລື LDL ໃນຮ່າງ
ກາຍຫລຸດລົງ 13% ຫາ 14%. ສ່ວນພວກທີ່ກິນອາຫານປະ​ເພດທີ່ຫລຸດຜ່ອນທາດຄໍ
ແລັສເທີຣອລລົງ​ ຄືປະເພດບໍ່ມີໄຂມັນແຕ່​ພຽງ​ຢ່າງ​ດຽວນັ້ນ ແມ່ນໄດ້ພົບວ່າ ລະດັບທາດ
ຄໍແລັສເທີຣອລຂອງພວກເຂົາເຈົ້າຫລຸດລົງໄດ້ພຽງແຕ່ 3% ເທົ່ານັ້ນ.

ດຣ. ເຈັນກິນສ໌ ເວົ້າວ່າ ການສຶກສາຄົ້ນຄວ້ານີ້ ຄວນຈະເປັນການຊຸກຍູ້ສົ່ງ​ເສີມໃຫ້ຜູ້ຄົນ
ທີ່ມີຄໍແລັສເທີຣອລສູງ ປະຕິບັດຕາມ. ທ່ານເຈັນຄິນສ ໃຫ້ຄໍາຄິດເຫັນວ່າ:

"ພວກເຂົາເຈົ້າສາມາດເຮັດໃຫ້ລະດັບຄໍແລັສເທີຣອລ ປະເພດ LDL ຂອງເຂົາ
ເຈົ້າລົດ​ລົງ​ຢ່າງ​ຫລວງຫລາຍ​ໄດ້ ໂດຍການປະຕິບັດຕາມ ລະບົບການກິນອາ
ຫານທີ່ດີ."

ສ່ວນ​ນາງ Bonnie Wood ນັ້ນ ​ເວົ້າ​ວ່າ:

“ແນ່ນອນ 100% ຂ້ອຍມັກການທີ່ຈະພະຍາຍາມຫລຸດທາດຄໍແລັສເທີຣອລລົງ ໂດຍການປະຕິບັດຕາມລະບົບກິນອາຫານທີ່ດີ ຫລາຍ​ກວ່າກິນຢາລົດໄຂມັນ.”

ພວກນັກຄົ້ນຄວ້າເວົາວ່າ ຜົນປະໂຫຍດອີກອັນນຶ່ງຂອງການກິນອາຫານ ທີ່ມີທາດໄຂມັນຕໍ່າ
​ແລະ​ເສີມ​ດ້ວຍ​ອາຫານ​ປະ​ເພດ​ຕ່າງ​ໆ​ທີ່​ກ່າວມາ​ຂ້າງ​ເທິງ​ນັ້ນ ກໍຄືພວກຄົນຢູ່ໃນການສຶກສາ
ຄົ້ນຄວ້າ ຍັງ​ໄດ້ຫລຸດຜ່ອນຄວາມດັນຂອງເລືອດຂອງພວກເຂົາເຈົ້າ ລົງໄດ້ອີກ.

ການສຶກສາຄົ້ນຄວ້າ ນີ້ແມ່ນໄດ້ຖືກພິມເຜີຍແຜ່ຢູ່ໃນວາລະສານຂອງ ສະມາຄົມການແພດ
ອາເມຣິກັນ ຫລື Journal of the American Medical Association.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG