ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການອອກກໍາລັງກາຍ ແບບກາຍຍະບໍລິຫານຂອງຈີນ ມີປະໂຫຍດຕໍ່ ພວກເປັນໂຣກຫົວໃຈ


ພວກຜູ້ຍິງຈີນຝຶກແອບ ໄຕຈີ (tai chi) ກ່ອນທີ່ຈະໄປສະແດງໃຫ້ຝູງຊົນໄດ້ຊົມ (File Photo)
ພວກຜູ້ຍິງຈີນຝຶກແອບ ໄຕຈີ (tai chi) ກ່ອນທີ່ຈະໄປສະແດງໃຫ້ຝູງຊົນໄດ້ຊົມ (File Photo)

ພວກ​ນັກຄົ້ນຄວ້້າ​ເວົ້າວ່າ ການຝຶກໄຕຈີ ຊຶ່ງ​ເປັນ​ການ​ອອກກລັງ​ກາຍແບບ​ພື້ນ​ເມືອງ​ຂອງຈີນ ທີ່​ໃຊ້​ສະມາ​ທິນັ້ນ ປາກົດ​ວ່າ​ມີ​ຜົນ​ເຮັດ​ໃຫ້​ອາລົມ ​ແລະຄວາມ​ຮູ້ສຶກ​ຂອງ​ຄົນ​ປ່ວຍເປັນ​ໂຣກ ຫົວ​ໃຈ​ອ່ອນ​ແອແບບ​ຊໍ້າ​ເຮື້ອນັ້ນ​​​ແຈ່​​ມໃສ​ຂຶ້ນ. ໂຣກຫົວ​ໃຈ​ອ່ອນ​ແອ ຫລືຫົວ​ໃຈ​ລົ້​ມເຫ​ລວ ກໍ​ຄື​ອາການ​ທີ່​ຫົວ​ໃຈ​ເລີ້ມອ່ອນ​ເພຍ​ລົງນັບ​ມື້ ​ແລະ​ກໍ​ບໍ່ສາມາດ​ທີ່​ຈະ​ປໍ້າ​ເລືອດ​ໄປ​ລ້ຽງຮ່າງ​ກາຍ​​ໄດ້ ຢ່າງ​ພຽງພໍຕາມ​ຄວາມ​ຕ້ອງການ ຊຶ່ງພາ​ໃຫ້ຫົວ​ໃຈ​ວາຍ​ລົງ​ໄດ້​ໃນ​ທີ່​ສຸດ​ນັ້ນ.

ຜ່ານ​ມາ ບັນດາ​ທ່ານໝໍທັງຫລາຍ​ແມ່ນບໍ່ຢາ​ກ​ໃຫ້​ຄົນ​ປ່ວຍ
ຂອງ​ພວກ​ເຂົາ​ເຈົ້າ​ ທີ່ເປັນ​ໂຣກຫົວ​ໃຈ​ວາຍ ຫົວ​ໃຈ​ອ່ອນ​ແອ
ຫລື​ຫົວ​ໃຈ​ລົ້ມ​ເຫ​ລວນັ້ນ ອອກ​ກໍາລັງ​ກາຍ ​ເພາະ​ເປັນ​ຫ່ວງ​
ວ່າ​ ມັນ​ອາດ​ເຮັດ​ໃຫ້ອາການ​ປ່ວຍ​ຂອງ​ພວກ​ຄົນ​ເຈັບ​ເຫລົ່າ
ນັ້ນຍິ່ງ​ຮ້າຍ​ແຮງ​ຂຶ້ນ ຊຶ່ງ​ອາ​ດນໍາ​ໄປ​ເຖິງການເສ​ຍຊີວິດ​ໄດ້
ທັງ​ນີ້ກໍເພາະວ່າ ​ເມື່ອຫົວ​ໃຈ​ຂອງ​ພວກ​ເຂົາ​ເຈົ້າບໍ່ສາມາດ
ປໍ້າ​ເລືອດ​ໄປ​ລ້ຽງທົ່ວຮ່າງ​ກາຍໄດ້​ໄວພໍ ​ຄົນ​ປ່ວຍ​ເປັນ​ໂຣກ
ຫົວ​ໃຈ​ວາຍກໍ​ມັກ​ຈະ​ຫາຍ​ໃຈ​ຫອບ ຫລືເປັນ​ບາດສັ້ນໆ,
ໄອ, ທົນ​ຕໍ່ການ​ອອກກໍາລັງ​ກາຍ​ບໍ່ໄດ້ ​ແລະຂໍ່ຂາ​ໄຄ່ຂຶ້ນ.

ແຕ່​ວ່າມາບັດນີ້ ພວກ​ນັກ​ຊ່ຽວຊານເວົ້າວ່າ ການອອກກໍາ
ລັງກາຍ​ແບບ​ງ່າຍໆ ຊ້າໆ ​ແລະ​ບໍ່ອອກແຮງ​ຫລາຍ ໂດຍ
ສະ​ເພາະ​ແມ່ນ​ປະ​ເພດ​ທີ່​ກ່ຽວຂ້ອງ​ກັບ​ການ​ອອກກໍາລັງ​ກາຍ
ຫລື​ເຮັດກາຍຍະ​ບໍລິຫານແບບໄຕ​ຈີຂອງ​ຈີນນັ້ນ ສາມາດ
ປັບປຸງໃຫ້​ອາລົມແລະ​ຄວາມ​ຮູ້ສຶກກ່ຽວ​ກັບ​ຊີວິດໃນ​ແຕ່​ລະ
ມື້ລະ​ວັນຂອງ​ຜູ້​ປ່ວຍນັ້ນ ແຈ່ມ​ໃສ​ຂຶ້ນໄດ້.

ຮູບກຣາຟຟຣິກສະແດງການເຕັ້ນຂອງຫົວໃຈ ທີ່ບໍ່ເປັນປົກກະຕິ ຊຶ່ງເຮັດໃຫ້ການປໍ້າເລືອດ ໄປຫລໍ່ລ້ຽງຮ່າງກາຍ ບໍ່ສະດວກ.
ຮູບກຣາຟຟຣິກສະແດງການເຕັ້ນຂອງຫົວໃຈ ທີ່ບໍ່ເປັນປົກກະຕິ ຊຶ່ງເຮັດໃຫ້ການປໍ້າເລືອດ ໄປຫລໍ່ລ້ຽງຮ່າງກາຍ ບໍ່ສະດວກ.

ທ່ານນ​າງ Gloria Yeh ຊຶ່ງ​ເປັນ​ທ່ານໝໍ
ທີ່​ສູນ​ການ​ແພດ Beth Israel Deacon-
ess ​ແຫ່ງມະຫາວິທະຍາໄລ Harvard
ຢູ່​ເມືອງ Cambridge, ລັດ Massachu-
setts ​ໄດ້ນໍາພາ​ການ​ສຶກສາຄົ້ນຄວ້າ ທີ່​ພິ
ຈາລະນາເບິ່ງຜົນ​ກະທົບ​ຂອງ​ການອອກ
ກໍາລັງ​ກາຍ​ໄຕ​ຈີ ຕໍ່​ພວກຄົນ​ປ່ວຍ​ເປັນ​ໂຣກ
ຫົວ​ໃຈ​ວາຍ​ຫລື​ຫົວ​ໃຈ​ອ່ອນ​ແອ. ດຣ. Yeh ກ່າ​ວວ່າ:

“ຖ້າ​ຫາກ​ທ່ານ ເຄີຍເຫັນການອອກກໍາລັງ
ກາຍ​ໄຕ​ຈີມາ​ກ່ອນ ທ່ານ​ຈະ​ເຫັນ​ວ່າ​ມັນ​ເປັນ
ການ​ອອກ​ກໍາລັງ​ກາຍແບບຄ່ອຍໆ ​ແລະກໍ
ຂ້ອນ​ຂ້າງ​ຈະ​ເຮັດ​ໄດ້ງ່າຍ​ກວ່າ ສໍາ​ລັບຄົນ
ເຈັບ​ທີ່​ມີ​ສະພາບຊຸດ​ໂຊມ ​ແລະ​ບໍ່ຢາກ ຫລືບໍ່ສາມາດ​ທີ່​ຈະ​ອອກກໍາລັງ​ກາຍ​ແບບອື່ນ ​ໄດ້ນັ້ນ.”

ພວກ​ນັກຄົ້ນຄວ້າທີ່ນໍາພາ​ໂດຍ ດຣ. Yeh ​ໄດ້​ຂົນ​ຂວາຍ​ເອົາ​ຄົນ​ເຈັບທີ່​ເປັນ​ໂຣກຫົວ​ໃຈອ່ອນ​ແອ 100 ຄົນ ຈາກ​ໂຮງໝໍ Beth Israel Deaconess, ໂຮງໝໍ Brigham ​and Women’s Hospital ​ແລະໂຮງໝໍໃຫຍ່​ຂອງ​ລັດ Massachusett ​ແລະ​ຈົດ​ຊື່​ພວກ​ເຂົາ​ເຈົ້າ ​ເຂົ້າ​ໃນ​ໂຄງການ​ອອກກຳລັງ​ກາຍ​ໄຕ​ຈີ ​ແບບ​ຄ່ອຍໆ ​ເປັນ​ເວລາ 12 ອາທິດ.

ການຝຶກແອບໄຕຈີ ຊຶ່ງເປັນການຫັດກາຍຍະບໍລິຫານ ແບບງ່າຍໆ ແລະຊ້າໆ ຂອງຄົນຈີນ.
ການຝຶກແອບໄຕຈີ ຊຶ່ງເປັນການຫັດກາຍຍະບໍລິຫານ ແບບງ່າຍໆ ແລະຊ້າໆ ຂອງຄົນຈີນ.

ໄຕ​ຈີ​ແມ່ນ​ມີ​ຫລາຍ​ສ່ວນປະກອບ
ທີ່​ພວກ​ນັກຄົ້ນຄວ້າ​ເຊື່ອ​ວ່າ ຈະ​
ເປັນ​ປະ​ໂຫຍ​ດຕໍ່ພວກ​ຄົນ​ເຈັບ
ຊຶ່ງ​ລວມມີການ​ຫາຍ​ໃຈເຂົ້າ​ອອກ
ເລິກໆ, ການ​ຕັ້ງສະມາທິ, ການ
ອອກກຳລັງ​ກາຍແບບ​ເອ​ໂຣບິ​ກ
ປັບປ່ຽນຄວາມເຂົ້າ​ໃຈ ແລະ
ຄວາມຮູ້​ສຶກໃນ​ທາງ​ລົບ​ກ່ຽວ​ກັບ
ສິ່ງ​ຕ່າງໆ​ແລະໂອ້​ລົມ​ສັງ​ສັນ​ ມີ​
ສັງຄົມກັບ​ຄົນ​ອື່ນໆ​ໃນ​ກຸ່ມ.

ສ່ວນພວກ​ຄົນ​ເຈັບ​ເປັນໂຣກຫົວ
ໃຈ​ວາຍ ຫລື​ຫົວ​ໃຈ​ອ່ອນ​ແອອີກ
ຈຸນຶ່ງນັ້ນ ​ພວກ​ນັກ​ຄົ້ນ​ຄ້ວາ​ຈັດ​ໃຫ້​ເຂົ້າ​ຮັບ​ການສຶກສາ​ອົບຮົມ​ເທົ່າ​ນັ້ນ. ເກືອບໝົດທຸກ​ຄົນ​ໃນ​ກຸ່ມ​ນີ້ ​ແມ່ນ​ພາກັນຍ່າງອອກ​ກໍາລັງ​ກາຍ​ເປັນ​ເວລາ 6 ນາທີ​ໃນ​ແຕ່​ລະມື້.

ເມື່ອ​ຮອດທ້າຍ​ເດືອນທີ​ສາມ, ພວກ​ນັກຄົ້ນຄວ້າໄດ້​ຕີ​ລາຄາສຸຂະພາບ​ທາງ​ຮ່າງກາຍ​ແລະ
ຈິດ​ໃຈຂອງ​ຄົນ​ປ່ວຍຈາກທັງ​ສອງ​ກຸ່ມ ​ໂດຍ​ໃຊ້​ເຄື່ອງ​ວັດ​ແທກ​ຮ່າງກາຍ​ແລະທໍາ​ການ​ກວດ
ຮ່າງກາຍ ທີ່ແນ​ໃສ່ເພື່ອວັດແທກ​ອາລົມ​ຂອງ​ພວກ​ຄົນ​ປ່ວຍ. ພວກ​ນັກຄົ້ນຄວ້າ​ພົບ​ເຫັນ​ວ່າ
ກຸ່ມ​ທີ່​ຍ່າງ​ອອກ​ກໍາລັງ​ກາຍນັ້ນ ໄດ້​ເຜົາ​ໄໝ້ທາດ​ກາ​ໂລຣີຫລາຍ​ກວ່າ ​ພວກທີ່​ອອກກຳລັງ
ກາຍ​ແບບ​ໄຕຈີ.

ແຕ່ ດຣ. Yeh ເວົ້າວ່າ ກຸ່ມທີ່​ອອກກຳລັງ​ກາຍ​ແບບ​ໄຕຈີ ​ເປັນ​ເວລາ 12 ອາທິດ​ນັ້ນ
ແມ່ນ​ມີ​ສຸຂະພາບ​ໂດ​ຍລວມ ​ທີ່ດີ​ຂຶ້ນຫລາຍ​ກວ່າ​ກຸ່ມຍ່າງ. ດຣ. Yeh ​ອະທິບາຍວ່າ

“​ໃນຕອນ​ທ້າຍ​ຂອງ​ການ​ທົດ​ລອງ ພວກ​ເຮົາ​ໄດ້ເຫັນ​ວ່າ ພວກ​ຄົນ​ປ່ວຍ​ທີ່​ຢູ່​ໃນ​ກຸ່ມ​ຝຶກ
ໄຕຈີ ​ມີຄຸນ​ນະພາ​ບຊີວິດ​, ອາລົມ ​ແລະຄວາມໝັ້ນ​ໃຈ​ໃນ​ການເຮັດກິດຈະກໍາ​ທີ່ກ່ຽວ
ຂ້ອງກັບການ​ອອກກໍາລັງ​ກາຍນັ້ນ ດີ​ຂຶ້ນ. ສະນັ້ນ ມັນ​ເປັນ​ການ​ອອກກໍາລັງ​ກາຍ​ທີ່
ໄດ້ຜົນ​ເໜືອກວ່າ ​ແລະກໍ​ລື່ນ​ຜົນ​ທີ່​ໄດ້​ຮັບ​ຂອງ​ພວກ​ຢູ່​ໃນ​ກຸ່ມ​ການ​ສຶກສານັ້ນອີກ.”

ຄວາມ​ຮູ້ສຶກຊຶມ​ເສົ້າຫງ່ວ​ມ​ເຫງົາ​ ມັກ​ຈະ​ເປັນ​ບັນຫາ​ທີ່​ຮ້າຍ​ແຮງ​ໃນ​ກຸ່ມ​ພວກ​ຄົນ​ປ່ວຍ ​ທີ່​ເປັນ​ໂຣກຫົວ​ໃຈ​ວາຍຫລື​ຫົວ​ໃຈ​ອ່ອນ​ແອລົ້ມ​ເຫ​ລວ ​ແລະ​ທ່ານໝໍ Yeh ​ເວົ້າວ່າ ສະ​ນັ້ນ ການ​ດີ​ຂຶ້ນ​ແບບ​ໃດ​ກໍ​ຕາມ​ ໃນອາລົມ​ຂອງ​ພວກ​ເຂົາ​ເຈົ້າ​ ​ແມ່ນ​ເປັນ​ເລື້ອງທີ່ສໍາຄັນ​ທີ່​ສຸດ.

ທ່ານ​ນາງ​ກ່າວ​ເພີ້ມອີກ​ວ່າ ພວກ​ນັກຄົ້ນຄວ້າຢາກ​ເຂົ້າ​ໃຈ​ວ່າ ວິທີ​ບໍາບັດ​ແບບ​ກາຍ​ຍະ​ບໍລິຫານ
ເຊັ່ນການ​ຝຶກໄຕ​ຈີນີ້ ມີ​ປະ​ໂຫຍ​ດຕໍ່ຮ່າງກາຍແລະ​ຈິດ​ໃຈຂອງພວກ​ຄົນ​ເຈັບ​ແນວ​ໃດ ແລະຈະ
ເອົາ​ການ​ບໍາບັດ​ແບບ​ນີ້​ເຂົ້າ​ມາ​ປະສົມ​ປະສານ​ແບບ​ໃດ ໃສ່ກັບ​ລະບົບ​ການ​ປິ່ນປົວຈຶ່ງ​ຈະ​ດີ​ທີ່
ສຸດ ​ເພື່ອ​ຈະ​ເຮັດ​ໃຫ້​ພວກຄົນ​ປ່ວຍ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ທ່ານ​ສາມາດ​ຊອກ​ອ່ານກ່ຽວກັບການ​ສຶກສາຄົ້ນຄວ້າ​ເຖິງ​ຄຸນປະ​ໂຫຍ​ດຂອງ​ໄຕ​ຈີ​ ໃນ​ການ
ປິ່ນປົວ​ຄົນ​ປ່ວຍ​ໂຣກຫົວ​ໃຈ​ວາຍ ຫລື​ຫົວ​ໃຈ​ລົ້ມ​ເຫລວ​ໄດ້​ ໃນວາ​ລະສານ​ການ​ແພດໂຣກ
ພາຍ​ໃນ ຫລື Archives of Internal Medicine.

XS
SM
MD
LG