ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໝໍ ຢູ່ທີ່ ນິວຢອກ ກວດພົບວ່າ ຕິດເຊື້ອ ອີໂບລາ


ແມ່ຍິງຄົນນຶ່ງ ອ່ານປະກາດເຕືອນ ກ່ຽວກັບອີໂບລາ ທີ່ໂຮງໝໍ Bellevue ໃນນະຄອນນິວຢດກບ່ອນທີ່ ດຣ Craig Spencer ພວມຮັບການປິ່ນປົວ ຍ້ອນຕິດອີໂບລາ (23 ຕຸລາ 2014)
ແມ່ຍິງຄົນນຶ່ງ ອ່ານປະກາດເຕືອນ ກ່ຽວກັບອີໂບລາ ທີ່ໂຮງໝໍ Bellevue ໃນນະຄອນນິວຢດກບ່ອນທີ່ ດຣ Craig Spencer ພວມຮັບການປິ່ນປົວ ຍ້ອນຕິດອີໂບລາ (23 ຕຸລາ 2014)

ທ່ານໝໍຄົນນຶ່ງທີ່ນະຄອນນິວຢອກຊຶ່ງເມື່ອໄວໆມານີ້ໄດ້ເດີນທາງ
ໄປປິ່ນປົວພວກທີ່ຕິດອີໂບລາຢູ່ປະເທດກີນີໄດ້ກາຍເປັນບຸກຄົນ
ທຳອິດ ຢູ່ໃນນະຄອນດັ່ງກ່າວຂອງສະຫະລັດ ທີ່ກວດພົບວ່າ ໄດ້
ຕິດເຊື້ອໄວຣັສ.

ໃນການຖະແຫຼງຂ່າວ ເມື່ອແລງວານນີ້ ເຈົ້າຄອງນະຄອນນິວຢອກ
ທ່ານ Bill de Blasio ໃຫ້ການຢືນຢັນກ່ຽວກັບກໍລະນີການຕິດເຊື້ອ
ດັ່ງກ່າວ ໂດຍເວົ້າວ່າ ດຣ Craig Spencer ໄດ້ຖືກແຍກໃຫ້ຢູ່ໂດດ
ດ່ຽວ ແລະກໍບໍ່ຄວນຈະມີການຕື່ນຕົກໃຈ.

ເຈົ້າຄ້ອງນະຄອນນິວຢອກ ທ່ານ Bill de Blasio (ຊ້າຍ) ແລະຜູ້ປົກຄອງ ລັດນິວຢອກ ທ່ານ Andrew Cuomo ຫາລືກັນ ກ່ຽວກັບກໍລະນີທຳອິດ ຂອງອີໂບລາ.
ເຈົ້າຄ້ອງນະຄອນນິວຢອກ ທ່ານ Bill de Blasio (ຊ້າຍ) ແລະຜູ້ປົກຄອງ ລັດນິວຢອກ ທ່ານ Andrew Cuomo ຫາລືກັນ ກ່ຽວກັບກໍລະນີທຳອິດ ຂອງອີໂບລາ.

ທ່ານ de Blasio ເວົ້າວ່າ “ອີໂບລາ ເປັນພະຍາດ ທີ່ຈະຕິດຕໍ່ໄດ້
ຍາກທີ່ສຸດ. ມັນຈະຕິດຕໍ່ໄດ້ ກໍໂດຍຜ່ານ ການສຳຜັດກັບເລືອດ
ຫຼືຂອງແຫຼວຕ່າງໆ ທີ່ອອກມາຈາກຮ່າງກາຍຄົນປ່ວຍ ທີ່ຕິດເຊື້ອ
ເທົ່ານັ້ນ ບໍ່ແມ່ນໂດຍຜ່ານການສຳຜັດ ແບບທຳມະດາ. ຊາວນິວ
ຢອກທີ່ບໍ່ໄດ້ສຳຜັດກັບຂອງແຫລວຈາກຮ່າງກາຍຄົນປ່ວຍທີ່ຕິດ
ເຊື້ອ ບໍ່ໄດ້ມີການສ່ຽງຕໍ່ການຕິດເຊື້ອແຕ່ປະການໃດເລີຍ.”

ດຣ Spencer ໃນວັນພະຫັດວານນີ້ໄດ້ແຈ້ງໃຫ້ອົງການແພດບໍ່
ມີພົມແດນບ່ອນທີ່ທ່ານໄດ້ໄປເຮັດວຽກໃຫ້ນັ້ນ ຊາບວ່າ ທ່ານມີ
ໄຂ້ສູງ ແລະ ວິນວຽນຢາກຮາກ ຊຶ່ງເປັນອາການ ຂອງການຕິດ
ເຊື້ອອີີໂບລາ.

ເວລານີ້ ພວກເຈົ້າໜ້າທີ່ກຳລັງຊອກຫາ ບຸກຄົນໃດກໍຕາມ ທີ່ອາດໄດ້ສຳຜັດ ກັບທ່ານໝໍ Spencer. ທ່ານອາດຈະເປັນບຸກຄົນທີ 4 ທີ່ກວດພົບວ່າຕິດເຊື້ອອີໂບລາຢູ່ໃນດິນແດນ ສະຫະລັດ ແລະກໍລະນີທຳອິດ ຢູ່ໃນນະຄອນນິວຢອກ.

EBOLA CNPK
please wait
Embed

No media source currently available

0:00 0:02:28 0:00

ໃນຕອນເຊົ້າຂອງວັນພະຫັດວານນີ້ ມາລີຊຶ່ງຕັ້ງຢູ່ໃນເຂດອາຟຣິກາຕາເວັນຕົກກໍໄດ້ລາຍ ງານກ່ຽວກັບກໍລະນີການຕິດເຊື້ອອີໂບລາເທື່ອທຳອິດ ໃນອັນທີ່ຫຼາຍໆຄົນເຕືອນວ່າອາດ ເປັນບາດກ້າວຖອຍຫຼັງທີ່ສຳຄັນໃນການດຳເນີນຄວາມພະຍາຍາມເພື່ອຄວບຄຸມການລະ ບາດຂອງພະຍາດດັ່ງກ່າວນີ້.

ທ່ານ Ousmane Kone ລັດຖະມົນຕີກະຊວງສາທາລະນະສຸກມາລີ ກ່າວຕໍ່ໂທລະພາບ ຂອງທາງການວ່າ ຜູ້ປ່ວຍແມ່ນເດັກຍິງອາຍຸ 2 ຂວບ ທີ່ໄດ້ຖືກສົ່ງໄປໂຮງໝໍຈາກປະເທດ ກີນີ.

ທ່ານ Kone ເວົ້າວ່າ ອາການຂອງເດັກຍິງຄົນນີ້ພວມດີຂຶ້ນ ທັງນີ້ກໍຍ້ອນມີການເລີ້ມປິ່ນ ປົວໂດຍໄວ. ນາງພວມໄດ້ຮັບການຮັກສາພະຍາບານທີ່ເມືອງ Kayes ໃນພາກຕາເວັນ ຕົກຂອງມາລີ.

ການລະບາດຂອງອີໂບລາແມ່ນມີຂຶ້ນຢູ່ໃນ 3 ປະເທດອາຟຣິກາຕາເວັນຕົກ ຄືກີີນີ ໄລບີ ເຣຍແລະຊີແອຣາເລອອນ. ມີຜູ້ເສຍຊີວິດໄປແລ້ວເກືອບ 4900 ຄົນ.

ໃນວັນສຸກມື້ນີ້ ພວກຜູ້ນຳຂອງສະຫະພາບຢູໂຣບໄດ້ປະກາດໃຫ້ການຊ່ອຍເຫລືອ 1 ພັນ
250 ລ້ານໂດລາ ເພື່ອຮັບມືກັບວິກິດການອີໂບລາ ໃນເຂດອາຟຣິກາຕາເວັນຕົກ. ການ ປະກາດດັ່ງກ່າວ ມີຂຶ້ນລຸນຫລັງ ກອງປະຊຸມສຸດຍອດ ຂອງບັນດາປະເທດສະມາຊິກສະ ຫະພາບຢູໂຣບ ທີ່ນະຄອນບຣັສເຊີລ ໃນວັນພະຫັດວານນີ້.

US Forms Rapid Response Teams for Ebola
please wait

No media source currently available

0:00 0:02:29 0:00

XS
SM
MD
LG