ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຮາ​ວາຍ ​​​ຍື່ນ​ຟ້ອງ ດຳລັດ ຫ້າມເດີນທາງ ​​​ຂອງ ປ. ທຣຳ


ກ້ອງວົງຈອນປິດ ເຕືອນໃຫ້ຮູ້ ຢູ່ສະມາຄົມມຸສລິມ ໃນນະຄອນ Honolulu ລັດຮາວາຍ.
ກ້ອງວົງຈອນປິດ ເຕືອນໃຫ້ຮູ້ ຢູ່ສະມາຄົມມຸສລິມ ໃນນະຄອນ Honolulu ລັດຮາວາຍ.

ລັດ​ຮາ​ວາຍ ​ໄດ້ກາຍ​ມາ​ເປັນ​ລັດ​ທຳ​ອິດ​ຂອງ​ສະຫະລັດ ທີ່ຍື່ນ​ຟ້ອງດຳລັດ​ທີ່​ໄດ້​ມີ​ການ
​ດັດ​ແກ້ຂອງປະທານາທິບໍດີ Donald Trump ທີ່​ສັ່ງ​ໃຫ້ໂຈະການ​ເດີນທາງ​ຈາກ​ຫົກ​
ປະ​ເທດ ທີ່​ປະຊາຊົນ​ສ່ວນ​ໃຫຍ່ ​ເປັນ​ມຸສລິ​ມ.

ບັນ​ດາ​ທະນາຍ​ຄວາມຂອງ​ລັດ​ທີ່​ຕັ້ງຢູ່​ໃນ​ເຂດປາຊິ​ຟິກດັ່ງກ່າວ ​ໄດ້​ຍື່ນ​ຟ້ອງ​ ​ໃນ​ວັນ​ພຸດ
​ທີ່​ຜ່ານ​ມາ​ນີ້ ​ຢູ່ທີ່​ສານ​ລັດຖະບານ​ກາງ​ໃນນະ​ຄອນ​ໂຮ​ໂນ​ລູລູ​ໂດຍ​ໂຕ້​ຖຽງ​ວ່າ​ ດຳລັດ​
ໃໝ່​ຈະ​ເປັນ​ໄພ​ອັນຕະລາຍຕໍ່​ປະຊາຊົນ​ຊາວ​ມຸສ​ລິ​ມຢູ່​ໃນ​ລັດ ພວກນັກ​ທ່ອງ​ທ່ຽວ ​ແລະ
ນັກ​ສຶກສາ​ຕ່າງປະ​ເທດ.

ປະທານາທິບໍດີ​ໄດ້​ເຊັນ​ດຳ​ລັດ​ສະບັບໃໝ່ ​ໃນ​ວັນ​ຈັນ​ທີ່ຜ່ານ​ມານີ້ສັ່ງ​ໃຫ້​ໂຈະ​ການເດີນ
ທາງ​ຂອງ​ປະຊາຊົນ​ຈາກ ​6 ປະ​ເທດ​ຄື ອີຣ່ານ ລີ​ເບຍ ​ໂຊ​ມາ​ເລຍ ຊູ​ດານ ຊີ​ເຣຍ ​ແລະ​
ເຢ​ເມນ ເດີນທາງ​ເຂົ້າ​ມາສະ​ຫະລັດ​ ເປັນ​ເວລາ​ສາມ​ເດືອນ ​ແລະ​ປິດ​ໂຄງການ​ຕັ້ງ​ຖິ່ນ​
ຖານໃໝ່​ພວກອົບ​ພະ​ຍົກ​ຢູ່​ໃນ​ສະຫະລັດ​ເປັນ​ເວລາ​ສີ່​ເດືອນ. ດຳລັດ​ດັ່ງກ່າວບໍ່​ໄດ້​ກວມ
​ເອົາ​ຜູ້ຄົນ​ທີ່​ໄດ້​ຮັບ​ວີ​ຊ່າ​ກ່ອນວັນທີ 22 ​ເດືອນ​ມັງກອນ ຫລື​ຜູ້​ທີ່​ມີ​ບັດ​ຂຽວ​ແລ້ວ​ນັ້ນ.

​ຜູ້​ພິພາກສາ​ສານ​ລັດຖະບານຈະ​ຮັບ​ຟັງຄຳ​ໃຫ້ການກ່ຽວ​ກັບການ​ຍື່ນຟ້ອງຂອງ​ລັດ​ຮາ
​ວາຍ ​ໃນ​ວັນ​ທີ 25 ​ມີນາ​ຈະ​ມາ​ເຖິງ​ນີ້ ນຶ່ງ​ມື້ກ່ອນ​ທີ່​ດຳລັດ​ສະບັບ​ໃໝ່​ຈະ​ເລີ່​ມ​ມີຜົນບັງ
ຄັບ​ໃຊ້.

ດຳລັດສະບັບ​ທໍາ​ອິດ​ທີ່​ໄດ້​ອອກ​ໃນ​ເດືອນ​ມັງກອນ ​ໄດ້​ສ້າງ​ຄວາມສັບສົນ ​ແລະ​ວຸ້ນວາຍ
​ຢູ່​ທີ່ສະໜາມ​ບິນໃນທົ່ວ​ປະ​ເທດ ພ້ອມ​ດ້ວຍ​ພວກ​ເດີນທາງ​ທີ່​ມາ​ຈາກ​ເຈັດ​ປະ​ເທດ​ທີ່​ໄດ້​
ຖືກ​ກັກ​ຂັງ​ຫລັງ​ຈາກ​ໄດ້​ເດີນທາງ​ມາ​ເຖິງ ​ແລະ​ໄດ້​ນຳໄປ​ສູ່​ການ​ທ້າ​ທາຍ​ທາງ​ກົດໝາຍ​
ຫລາຍ​ສິບ​ຄະດີ ທີ່​ໄດ້​ສິ້ນ​ສຸດ​ລົງ​ ຢູ່່​ສານ​ອຸທອນ​ລັດຖະບານ​ກາງ ​ແລະ​ໄດ້​ອອກ​ຄຳ​ສັ່ງ​
ຫ້າມຊົ່ວ​ຄາວໃນ​ການຈັດ​ຕັ້ງປະຕິບັດ​ດຳລັດ​ສະບັບ​ນີ້.

ດຳລັດສະບັບໃໝ່​ໄດ້​ລຶບ​ຊື່​ອີຣັກອອກ​ຈາກ​ບັນຊີ​ຂອງ​ປະ​ເທດຕ່າງໆ ທີ່​ຮວມຢູ່​ໃນ ຄຳ​ສັ່ງ​ໂຈະການເດີນທາງເທື່ອ​ທຳ​ອິດ.

ອ່ານຂ່າວນີ້ເພີ້ິມເປັນພາສາອັງກິດ

US Trump Travel Plan
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG