ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຮາວາຍ ຍື່ນຂໍ້ທ້າທາຍ ຕໍ່ດຳລັດຫ້າມ ເດີນທາງເຂົ້າ ສະຫະລັດ ສະບັບໃໝ່


ທ່ານ Hakim Ouansafi, ປະທານຂອງສະມາຄົມມຸສລິມ ຂອງລັດຮາວາຍ ກ່າວຕໍ່ກອງປະຊຸມຖະແຫລງຂ່າວ ເພື່ອຄັດຄ້ານຕໍ່ ດຳລັດບໍລິຫານ ຂອງປະທານາທິບໍດີ ທຣຳ ກ່ຽວກັບຄົນເຂົ້າເມືອງ, ວັນທີ 1 ກຸມພາ 2017.
ທ່ານ Hakim Ouansafi, ປະທານຂອງສະມາຄົມມຸສລິມ ຂອງລັດຮາວາຍ ກ່າວຕໍ່ກອງປະຊຸມຖະແຫລງຂ່າວ ເພື່ອຄັດຄ້ານຕໍ່ ດຳລັດບໍລິຫານ ຂອງປະທານາທິບໍດີ ທຣຳ ກ່ຽວກັບຄົນເຂົ້າເມືອງ, ວັນທີ 1 ກຸມພາ 2017.

ສານລັດຖະບານກາງ ສະຫະລັດ ໄດ້ອອກຄຳສັ່ງ ໃຫ້ຈັດການໂຕ້ຖຽງ​ກັນ ໃນສັບປະດາ
ໜ້າ ກ່ຽວກັບ ການທ້າ​ທາຍ​ທາງກົດໝາຍ ຕໍ່ດຳລັດສະບັບໃໝ່ ຂອງປະທານາທິບໍດີ
ດໍໂນລ ທຣຳ ທີ່​ໂຈະໂຄງການຮັບເອົາຊາວອົບພະຍົບເຂົ້າມາໃນປະເທດ ແລະ ​ໂຈະ​ການ
​ເດີນທາງເຂົ້າມາໃນປະເທດຢ່າງ​ເປັນ​ການ​ຊົ່ວຄາວ ໂດຍພວກຄົນທີ່ມາຈາກ 6 ປະເທດ ທີ່ສ່ວນໃຫຍ່ນັບຖືສາສະໜາອິສລາມ.

ລັດ ຮາວາຍ ໄດ້ຍື່ນຄຳຮ້ອງທ້າທາຍທາງກົດໝາຍ ຕໍ່ດຳລັດສະບັບຕົ້ນຕໍຂອງທ່ານທຣຳ
ທີ່ໄດ້ລົງນາມໃນເດືອນມັງກອນ ແຕ່ກໍລະນີອັນນັ້ນ ໄດ້ຖືກໂຈະໄວ້ ຫຼັງຈາກສານລັດຖະ
ບານກາງ ແຫ່ງອື່ນ ໄດ້ຕັດສິນວ່າ ລັດຖະບານບໍ່ສາມາດປະກາດໃຊ້ຄຳສັ່ງດັ່ງກ່າວໄດ້.

ບັດນີ້ ທ່ານທຣຳ ໄດ້ອອກດຳລັດບໍລິຫານ ສະບັບໃໝ່ ທີ່ລັດຖະບານ ໄດ້ຖອນການ​ຂໍ​
ອຸທອນ​ຕໍ່ຄຳຕັດສິນຂອງສານ ແລະ ດັ່ງນັ້ນ ລັດຮາວາຍຈຶ່ງກ່າວວ່າ ຄຳຮ້ອງທ້າທາຍ
ຂອງຕົນ ຕໍ່ການຫາມເດີນທາງເຂົ້າມາໃນປະເທດ ຄວນຈະດຳເນີນການ​ໄປໜ້າ.

ພາຍໃຕ້ໄລຍະເວລາ ທີ່ໄດ້ຕົງລົງໂດຍທັງສອງຝ່າຍ ດັ່ງທີ່ໄດ້ຖືກອະທິບາຍໃນເອກກະ ສານທີ່ຍື່ນຕໍ່ສານໃນວັນອັງຄານວານນີ້ນັ້ນ ລັດຮາວາຍ ຈະຕ້ອງຍື່ນຄຳຮ້ອງທ້າທ້າຍ ດັດແກ້ຂອງຕົນ ໃນວັນພຸດມື້ນີ້ ໂດຍທີ່ລັດຖະບານ ຈະຕ້ອງໃຫ້ຄຳຕອບ ພາຍໃນວັນທີ
13 ມີນາ ແລະ ການໂຕ້ຖຽງຈະຈັດຂຶ້ນ ໃນວັນທີ 15 ມີນານີ້.

ດຳລັດບໍລິຫານ ຈະ​ເລີ່​ມມີ​ຜົນບັງຄັບໃຊ້ ໃນເວລາ 12 ໂມງ 01 ນາທີ ຕອນເຊົ້າ ວັນທີ
16 ມີນາ ຈະມາເຖິງນີ້ ຕາມເວລາໃນນະຄອນຫຼວງວໍຊິງຕັນ ແຕ່ຕາມເວລາລັດຮາວາຍ
​ແລ້ວ ແມ່ນ 6 ຊົ່ວໂມງນຳຫລັງ ສະນັ້ນ ດຳລັດ​ນີ້ ຈະເລີ້ມມີຜົນບັງຄັບ​ໃຊ້ ໃນ​ແລງວັນທີ
15 ມີນາ.

ດຳ​ລັດ​ໂຈະ​ການເດີນທາງເຂົ້າມາ​ໃນ​ສະຫະລັດ ມີກຳນົດເວລາ 90 ມື້ ແລະ ຫ້າມບໍ່ໃຫ້
ອອກວີຊາໃໝ່ ແກ່ພວກຄົນທີ່ມາຈາກບັນດາປະເທດ ອີຣ່ານ ຊີເຣຍ ເຢເມນ ລີເບຍ
ໂຊມາເລຍ ແລະ ຊູດານ. ນອກ​ນັ້ນ ຍັງ​ໂຈະການຮັບເອົາພວກ ອົບພະຍົບເຂົ້າມາ ໃນ
ປະເທດ ເປັນເວລາ 120 ມື້. ລັດຖະບານທ່ານທຣຳ ກ່າວວ່າ ດຳລັດດັ່ງກ່າວ ແມ່ນມີ
ຄວາມຈຳເປັນ ເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດ ແລະ ໄດ້ປະຕິເສດ ຕໍ່ການຕຳນິ
ຂອງພວກຄົນຜູ້ທີ່ກ່າວວ່າ ມັນເປັນການແນເປົ້າໝາຍໃສ່ຊາວມຸສລິມ.

ຫົວໜ້າພະແນກຍຸຕິທຳຂອງລັດຮາວາຍ ທ່ານ Doug Chin ໄດ້ກ່າວໃນວັນຈັນ ຜ່ານ
​ມານີ້ວ່າ ດຳລັດສະບັບໃໝ່ ບໍ່ມີຫຍັງເລີຍ ນອກ​ເໜືອ​ໄປ​ຈາກການຫ້າມພວກຊາວມຸສລິມ
​ໃນ​ຮູບ​ແບບ​ໃໝ່ ເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG