ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປາກິສຖານ ຕັດສິນ ປະຫານຊີວິດ 9​ ແກນນຳ ຜູ້ກໍ່ການຮ້າຍ


ແຜນທີ່ ປາກິສຖານ
ແຜນທີ່ ປາກິສຖານ

ສານ​ທະຫານປາ​ກິ​ສຖານ ​ໄດ້​ຕັດສິນ​ປະຫານ​ຊີວິດ​ຜູ້​ຊາຍ 9 ຄົນ
ທີ່​ທາງ​ສານກ່າວ​ວ່າ ​ເປັນ​ແກນ​ນຳ​ຂອງ​ພວກ​ກໍ່​ການ​ຮ້າຍ.

ສານ​ທະຫານ​ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ​ ພວກ​ຜູ້​ຊາຍ​ທີ່​ຖືກ​ຕັດສິນ​ປະ
ຫານ​ຊີ​ວິດ​ເຫຼົານີ້ ​ແມ່ນ​ຮວມທັງ​ສະມາຊິກກຸ່ມ​ກໍ່​ການ​ຮ້າຍ​ອາລກາ
ອີ​ດາ​ຄົນ​ນຶ່ງ ​ແລະ​ສະມາຊິກກຸ່ມ​ຕາ​ລີ​ບານ​ປາ​ກິ​ສຖານ​ຄົນ​ນຶ່ງ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ເວລາ​ໃດ​ຫລື​ຢູ່​ສະຖານ​ທີ່​ແຫ່ງ​ໃດ
ພວກ​ຜູ້​ຊາຍ​ເຫລົ່ານີ້ຈຶ່ງ​ຈະ​ຖືກ​ປະຫານ.

ປາກິສຖານ ​ໄດ້​ຍົກ​ເລີກ​ ການ​ໂຈະ ໂທດ​ປະຫານ​ຊີວິດ​ ສະບັບ​ປີ
2008​ ຫຼັງ​ຈາກ​ໄດ້​ມີ​ການ​ສັງຫານ​ໝູ່ພວກ​ເດັກນ້ອຍ​ 134​ ຄົນຢູ່ໂຮງຮຽນ​ເມືອງ Peshawar ​ໃນ​ປີ​ 2014.

ພວກ​ຕຳ​ໜິຕິຕຽນ​ ກ່າວ​ວ່າ ການ​ດຳ​ເ​ນີນຄະດີ​ຂອງສານ​ທະຫານ ​ແມ່ນ​ບໍ່​ໄດ້​ມາດຕະຖານ​
ຂອງການ​ດຳ​ເນີນ​ຄະດີ​ແບບ​ຍຸຕິ​ທຳ.

​ໃນ​ປີ 2015 ທີ່​ຫາ​ກໍ​ຜ່ານ​ມານີ້ ປາ​ກິ​ສຖານ​ໄດ້​ປະຫານ​ຊີວິດ​ດ້ວຍ​ການ​ແຂວນ​ຄໍ​ 326​ ຄົນ.

XS
SM
MD
LG